ເຜີຍແຜ່ຄຳສັ່ງນາຍົກລັດຖະມົນຕີ ໃຫ້ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ

ໃນຕອນເຊົ້າມື້ນີ້, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳເອົາຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ມາເຜີຍແຜ່ໃຫ້ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເພື່ອໃຫ້ຮັບຊາບ, ທັງນີ້ ກໍເພື່ອໃຫ້ທຸກພາກສ່ວນ, ທຸກຂັ້ນ ແລະ ທົ່ວສັງຄົມ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ.
ໃນຂະນະດຽວກັນ ກໍໄດ້ແຈກຢາຍຄຳສັ່ງດັ່ງກ່າວ ທີ່ເປັນພາສາອັງກິດ ໃຫ້ບັນດາຜູ້ເຂົ້າຮ່ວມ ເພື່ອໃຫ້ເຂົ້າໃຈເຖິງລາຍລະອຽດຕໍ່ກັບມາດຕະການຕ່າງໆ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເຄັ່ງຄັດ.

 

Comments