ລັດຖະບານເພີ່ມມາດຕະການຮີບດ່ວນ ໃນການຜ່ອນຜັນການຊຳລະພາສີອາກອນ

ໃນຕອນເຊົ້າຂອງວັນທີ 2 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຖະແຫຼງຂ່າວກ່ຽວກັບນະໂຍບາຍດ້ານເສດຖະກິດຂອງລັດຖະບານ ກ່ຽວກັບການຫຼຸດຜ່ອນຜົນກະທົບຈາກພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ໃນການເພີ່ມມາດຕະການຮີບດ່ວນ ໂດຍສະເພາະການເລື່ອນຜ່ອນຜັນໃນການຊຳລະພາສີອາກອນ ເປັນຕົ້ນແມ່ນ: ເລື່ອນການຊຳລະຄ່າທາງ, ຕໍ່ເວລາການສົ່ງເອກະສານລາຍງານການເງິນ, ຍົກເວັ້ນອາກອນລາຍໄດ້ຜູ້ທີ່ໄດ້ຮັບເງິນເດືອນໜ້ອຍ, ຍົກເວັ້ນອາກອນລາຍໄດ້ພາກທຸລະກິດຜູ້ທີ່ມີລາຍຮັບປະຈຳປີແຕ່ 50-100 ລ້ານກີບເປັນເວລາ 3 ເດືອນ, ຍົກເວັ້ນພາສີອາກອນ, ປັບຫຼຸດອັດຕາດອກເບ້ຍພື້ນຖານຂອງທະນາຄານກາງ, ປັບຫຼຸດອັດຕາດອກເບ້ຍແກ່ພາກທຸລະກິດ, ປັບລາຄານ້ຳມັນເຊື້ອໄຟລົງ, ຄວບຄຸມລາຄາສິນຄ້າ, ແນະນຳກະຊວງທີ່ກ່ຽວຂ້ອງປັບຫຼຸດລາຄາຄ່າໄຟຟ້າ ນ້ຳປະປາ ແລະ ຄ່າອິນເຕີເນັດລົງ.
ຂ່າວ: ມະນີທອນ
ພາບ:ຂັນໄຊ

ທີ່ມາ: ຂ່າວສານປະເທດລາວ.

Comments