ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມທະວີອອກແຮງປະຕິບັດວຽກງານແມ່ ແລະ ເດັກ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປະຈຸບັນ ກໍ່ຄືການດູແລເອົາໃຈໃສ່, ການປົກປ້ອງ, ການພັດທະນາ ແລະ ການມີສ່ວນຮ່ວມຮອບດ້ານ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ. ການຮຽກຮ້ອງດັ່ງກ່າວແມ່ນຜ່ານສານອວຍພອນ ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ 01 ມິຖຸນາ 2020 ເຊິ່ງມີເນື້ອໃນວ່າ: ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ໄດ້ໝູນວຽນມາບັນຈົບຄົບຮອບອີກ ວາລະໜຶ່ງ, ຕາງໜ້າໃຫ້ການນຳພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຝາກຄວາມ ຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ມາຍັງພວກລູກໆຫຼານໆ ທີ່ເປັນອານຸຊົນ ແລະ ເຍົາວະຊົນ ໃນທົ່ວປະເທດ ແລະ ຂໍອວຍພອນ ບັນດາລູກຫຼານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ ໃນການສະຫຼອງວັນເດັກນ້ອຍສາກົນ ໃນໂອກາດນີ້ດ້ວຍ. ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ໃນທຸກໆປີ ແມ່ນປຽບດັ່ງບຸນໃຫຍ່ຂອງເດັກນ້ອຍໃນທົ່ວໂລກ ກໍ່ຄືເດັກນ້ອຍລາວ ແຕ່ການສະເຫຼີມສະຫຼອງປີນີ້ ແມ່ນມີຄວາມແຕກຕ່າງຈາກທຸກໆ ປີຜ່ານ ມາຈະບໍ່ໄດ້ມີການສະເຫຼີມສະຫຼອງໃຫຍ່ ແລະ ເຕົ້າໂຮມເດັກ ...
Read More »Author Archives: Paeng KC
ຍັກໃຫຍ່ລະດັບໂຕໂຢຕ້າ ຍັງໄດ້ກູ້ເງິນ 9.2 ຕື້ໂດລາ ຮັບມືກັບໂຄວິດ-19…
ກຸ່ມບໍລິສັດລົດຍົນໂຕໂຢຕາໄດ້ຂໍກູ້ເງິນຈາກ 2 ທະນາຄານໃຫຍ່ຄື SMBC ແລະ MUFG ຈໍານວນ 1.000 ຕື້ເຢັນ ຫຼືວ່າ ປະມານ 9.2 ຕື້ໂດລາສາຫະລັດ ເພື່ອເພີ່ມເງິນທຶນໜູນວຽນ ເຊິ່ງເປັນສັນຍານຮ້າຍແຮງຂອງຜົນກະທົບໂຄວິດຕໍ່ກັບເສດຖະກິດໂລກຕໍ່ກັບບໍລິສັດລົດຍົນອັນດັບ 2 ຂອງໂລກ. ບໍລິສັດໂຕໂຢຕາໄດ້ຢຸດ 7 ສາຍການຜະລິດຊົ່ວຄາວໃນ 5 ໂຮງງານພາຍໃນປະເທດນັບແຕ່ວັນທີ 3 ເມສາເປັນຕົ້ນມາ. ພ້ອມດຽວກັນນັ້ນ, ກໍຍັງມີການຢຸດການເຄື່ອນໄຫວຂອງຫຼາຍໂຮງງານແບບຊົ່ວຄາວຢູ່ອາເມລິກາ ແລະ ເອີຣົບ ແລະ ກໍພົບພາວະຍອດຂາຍຕົກຕໍ່າຢ່າງຮຸນແຮງຢູ່ຈີນນັບແຕ່ເລີ່ມມີການລະບາດ. ເຖິງຢ່າງໃດກໍຕາມ, ຖານະການເງິນຂອງບໍລິສັດໂຕໂຢຕາຍັງຄົງໝັ້ນທ່ຽງ, ເຊິ່ງບໍລິສັດຍັງມີຍອດເງິນສົດ ແລະ ເງິນຝາກສູງເຖິງ 5.200 ຕື້ເຢັນ ຫຼືວ່າ ປະມານ 46 ຕື້ໂດລາສາຫະລັດ. ແຕ່ວ່າ ບໍລິສັດຕ້ອງການແນໃສ່ເພີ່ມເງິນສົດໃນມື ເພື່ອສາມາດຕອບໂຕ້ ຫາກມີສະພາບແຜ່ລະບາດທີ່ແກ່ຍາວ ຫຼື ຮຸນແຮງຈົນເຖິງຂັ້ນຕ້ອງໄດ້ປິດຫຼາຍໂຮງງານຢູ່ໃນໂລກ. ຂຽນໂດຍ: ອັດສະວິນ ArtSaWin ແຫຼ່ງຂ່າວ: The Japan Times
Read More »ກົມປູກຝັງກຽມເນື້ອທີ່ 3 ເຮັກຕາ ເພື່ອປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ
ກະຊວງກະສິກໍາ ແລະ ປ່າໄມ້ໄດ້ແຈ້ງໃຫ້ຮູ້ວ່າ: ເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2020 ແລະ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ໃນວັນທີ 5 ມິຖຸນາ 2020, ກົມປູກຝັງ ຈະໄດ້ຈັດພິທີປູກຕົ້ນໄມ້ ໃນວັນທີ 1 ມິຖຸນາ 2020 ນີ້ທີ່ສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ ທີ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຊຶ່ງຈະມີການປູກເບ້ຍໄມ້ທັງໝົດ 1,200 ເບ້ຍ ປະກອບມີໄມ້ດູ້, ໄມ້ແຕ້ຄ່າ ແລະ ໄມ້ຍາງ ປູກໃນເນື້ອທີ 3 ເຮັກຕາ. ພິທີປູກຈະເລີ່ມແຕ່ເວລາ 6 ໂມງເຊົ້າ ເປັນຕົ້ນໄປ ໂດຍຈະມີ ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານລັດຖະ ມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມ. ປີ 2019 ທີ່ຜ່ານມາ ກົມປູກຝັງ ກໍ່ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນວັນດັ່ງກ່າວຢູ່ ສວນພຶກສາສາດຫ້ວຍ ຍາງ-ດົງໝາກຄາຍ ປູກໃນເນື້ອທີ 6 ເຮັກຕາ ໂດຍໃຊ້ເບ້ຍໄມ້ ...
Read More »ບໍລິສັດລົດໄຟລາວ-ຈີນ ຕ້ອງການພະນັກງານລາວ 600 ຫາ 700 ກວ່າຄົນ
ບໍລິສັດທາງລົດໄຟລາວ-ຈີນຕ້ອງ ການພະນັກງານໃນລະຫວ່າງ 600 ຫາ 700 ກວ່າຄົນ ອັນນີ້ນັບວ່າ ເປັນຂ່າວດີສໍາລັກນັກຮຽນ ນັກສຶກສາລາວທີ່ຮຽນຈົບ ແລະ ບໍ່ທັນມີວຽກເຮັດ ຫຼື ກໍາລັງຊອກ ວຽກເຮັດງານທໍາ ຫຼັງຈາກທີ່ ບໍລິ ສັດດັ່ງກ່າວ ໄດ້ປະກາດຮັບສະ ໜັກພະນັກງານຈໍານວນຫຼາຍຄື ແນວນີ້. ການຮັບສະໜັກພະນັກງານດັ່ງກ່າວຈະໄດ້ແບ່ງອອກເປັນ 3 ໄລຍະຄື ໄລຍະທີ່ 1 ແມ່ນຈະຮັບເອົາ ປະມານ 300 ຄົນ ໂດຍເຮັດວຽກຢູ່ ໃນ 4 ຕໍາແໜ່ງງານຄື: ຄົນຂັບລົດໄຟ, ຜູ້ຄຸມການເດີນ ລົດໄຟ, ຊ່າງສ້ອມແປງຫົວຈັກ ລົດໄຟ ແລະ ຊ່າງສ້ອມແປງສິ່ງຕິດ ຕັ້ງພື້ນຖານໂຄງລ່າງ. ສະເພາະໄລຍະເວລາທີ່ຈະເປີດຮັບສະໝັກພະນັກງານໄລຍະທີ 2 ແລະ 3 ຍັງບໍ່ທັນມີໄລຍະເວລາ ຫຼື ລາຍລະອຽດທີ່ສັດເຈນ. ທ່ານໃດສົນໃຈຢາກໄປເຮັດວຽກຢູ່ ນໍາໂຄງການທາງລົດໄຟ ລາວ-ຈີນສາມາດໄປເອົາແບບຟອມ ຢູ່ບໍລິສັດທາງລົດໄຟລາວ-ຈີນຈໍກັດ ຢູ່ ທີ່ຕຶກວຽງຈັນເຊັນເຕີ ຊັ້ນ 06. ສາມາດສົ່ງປະຫວັດຫຍໍ້ ແລະ ຂໍ້ມູນສ່ວນໂຕ ໄປທີ່ເວັບໄຊ www.lcrc.ltd ຫຼື ...
Read More »ດ່ວນທີ່ສຸດ!! ລັດຖະບານໄດ້ວາງມາດຕະການຜ່ອນຜັນການປ້ອງກັນໂຄວິດ-19ໃນໄລຍະວັນທີ 2-30 ມິຖຸນາ…
ເພື່ອເປັນການຫຼຸດຜ່ອນຄວາມເສຍຫາຍດ້ານເສດຖະກິດ ສົມທົບກັບ ສະພາບການລະບາດຂອງການແຜ່ເຊື້ອໂຄວິດ-19 ໃນປະເທດລາວທີ່ສາມາດຄວບຄຸມໄດ້ໂດຍພື້ນຖານ ແລະ ຜູ້ປ່ວຍຕິດເຊື້ອທີ່ນອນຮັບການປິ່ນປົວຢູ່ໂຮງໝໍກໍ່ມີທ່າອ່ຽງດີຂຶ້ນ ຍັງເຫຼືອພຽງ 3 ຄົນເທົ່ານັ້ນ. ດັ່ງນັ້ນ ຫ້ອງວ່າການສຳນັກງານນາຍົກ ຈຶ່ງໄດ້ອອກແຈ້ງການ ຜ່ອນຜັນບາງມາດຕະການຕ່າງໆ ແລະ ຍັງມີບາງມາດຕະການທີ່ທຸກຄົນຍັງຕ້ອງສືບຕໍ່ຈັດຕັ້ງປະຕິບັດຢ່າງເຄັ່ງຄັດເພື່ອບໍ່ໃຫ້ການລະບາດຂອງເຊື້ອພະຍາດດັ່ງກ່າວກັບຄືນມາລະບາດອີກຄັ້ງ. ໃນວັນທີ 29 ພຶດສະພາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມໂຄວິດ ໄດ້ມີພິທີຖະແຫຼງຂ່າວຄວາມຄືບໜ້າ ການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍການໃຫ້ຖະແຫຼງຂອງທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນຮອງຫົວໜ້າຄະນະສະເພາະກິດ; ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາ ທັງຫົວໜ້າກອງເລຂາຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 597/ຫສນຍ ລົງວັນທີ 29 ພຶດສະພາ 2020 ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຊອງພະຍາດໂຄວິດ-19 ແຕ່ວັນທີ 2- 30 ມິຖຸນາ ...
Read More »ໃນຂະນະທີ່ຫຼາຍໂຮງແຮມທົ່ວໂລກກຳລັງຈະເຈັ້ງ!!! ແຕ່ບໍລິສັດ Apple ຈະສ້າງໂຮງແຮມໃໝ່ ຮອງຮັບທຸລະກິດຕົນເອງ
ຕໍ່ເນື່ອງກັບສະຖານະການໂຄວິດ-19 ທີ່ແຜ່ລະບາດໄປທົ່ວໂລກ ເຊິ່ງສົ່ງຜົນເຮັດໃຫ້ຫົວໜ່ວຍທຸລະກິດທຸກຂະໜາດໄດ້ຮັບຜົນກະທົບຫຼາຍຢ່າງ ແລະ ຫຼາຍໆກິດຈະການໄດ້ ຢຸດດຳເນີນຊົ່ວຄາວ ລວມໄປເຖິງຂະແໜງການບໍລິການຕ່າງໆ ໂດຍສະເພາະແມ່ນໂຮງແຮມຫຼາຍແຫ່ງທົ່ວໂລກກໍໄດ້ຮັບຜົນກະທົບຢ່າງໜັກເຊັ່ນດຽວກັນ ເນື່ອງມາຈາກບໍ່ມີລູກຄ້າເຂົ້າມາໃຊ້ບໍລິການ. ແຕ່ໃນຂະນະດຽວກັນນັ້ນ, ບໍລິສັດ Apple ໄດ້ພິກວິກິດໃຫ້ເປັນໂອກາດ ໂດຍຈະສ້າງໂຮງແຮມໃໝ່ ຮອງຮັບສໍາລັບທຸລະກິດຕົນເອງ. ໂດຍໂຮງແຮມດັ່ງກ່າວມີ 6 ຕຶກອາຄານ, ສ້າງຂຶ້ນເພື່ອຮອງຮັບ ແລະ ອໍານວຍຄວາມສະດວກໃຫ້ແກ່ພະນັກງານ ແລະ ແຂກຄົນຂອງ ບໍລິສັດ Apple ພັກເຊົາເວລາເດີນທາງໄປຝຶກອົບຮົມ ແລະ ເຮັດວຽກຕ່າງໆຢູ່ທີ່ Austin. ແຜນການສ້າງໂຮງແຮມດັ່ງກ່າວ, ຄາດວ່າຈະສ້າງສໍາເລັດພາຍໃນປີ 2022 ແລະ ສາມາດຮັບຮອງພະນັກງານໄດ້ເຖິງ 15,000 ຄົນ . ແຫຼ່ງຂໍ້ມູນ: https://www.macrumors.com/2020/05/20/apple-austin-campus-hotel/
Read More »ໂຮງຮຽນ-ພາກລັດຫຼາຍແຫ່ງຍັງບໍ່ສາມາດຕິບັດຕາມມາດຕະການ ການປ້ອງກັນໂຄວິດ-19…
ບັນດາໂຮງຮຽນປະຖົມ ແລະ ມັດທະຍົມພາກລັດສ່ວນຫຼາຍບໍ່ສາມາດປະຕິບັດຕາມມາດຕະການ ເພື່ອປ້ອງກັນພະຍາດໂຄວິດ-19 ໄດ້, ເພາະວ່າຍັງຂາດອຸປະກອນປ້ອງກັນເຊັ່ນ ເຄື່ອງ ວັດແທກອຸນຫະພູມ, ເຈວລ້າງມື ແລະ ຜ້າປິດປາກ-ດັງ. ເຖິງຢ່າງໃດກໍຕາມ, ຍັງມີຫຼາຍໂຮງຮຽນສາມາດປະຕິບັດໄດ້ຄື ທາງໂຮງຮຽນໄດ້ເພີ່ມ ຈຳນວນ ຫ້ອງຮຽນ ແລະ ຮັກສາໄລຍະຫ່າງ 1 ແມັດ ເພື່ອຫຼຸດຜ່ອນຄວາມແອອັດໃນຫ້ອງຮຽນ, ນັກຮຽນ ມີບ່ອນລ້າງມືກ່ອນເຂົ້າຫ້ອງຮຽນ ແລະ ຫຼັງເລີກຮຽນ. ຫຼາຍໂຮງຮຽນໄດ້ທຳຄວາມສະອາດຫ້ອງຮຽນ, ໂຕະຕັ່ງ ແລະ ອຸປະກອນການຮຽນທຸກໆອາທິດ ເພື່ອຮັບປະກັນຄວາມສະອາດ ແລະ ສຸຂະພາບຂອງຄູ ແລະ ນັກຮຽນ, ກໍ່ຄືເພື່ອປ້ອງກັນ ການ ຕິດເຊື້ອພະຍາດ ໂຄວິດ-19. ທ່ານ ປອ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດມື້ວານນີ້ວ່າ: ກະຊວງໄດ້ຮັບການລາຍງານບັນຫາດັ່ງກ່າວຈາກພະແນກສຶກສາທິການ ແລະ ກິລາ ແຕ່ລະແຂວງ ລວມທັງນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ຜູ້ຮັບ ຜິດຊອບໄດ້ລົງໄປສຳຫຼວດບັນດາໂຮງຮຽນທີ່ເປີດຮຽນຄືນແຕ່ວັນທີ 18 ພຶດສະພາ 2020 ສໍາຫຼັບ ນັກຮຽນຊັ້ນປະຖົມ ປີທີ ...
Read More »ຄວາມປົກກະຕິໃນຮູບແບບໃຫມ່ “New Normal” ດ້ານການບໍລິໂພກອາຫານ
1. ການເລືອກວັດຖຸດິບປະກອບອາຫານຈະມີຄວາມລະອຽດຫຼາຍຂຶ້ນ ຫຼາຍໆຄົນຈະໃຫ້ຄວາມສໍາຄັນກັບເມນູທີ່ໃຫ້ຄຸນຄ່າທາງດ້ານໂພສະນາການ ແລະ ວັດຖຸດິບທີ່ນໍາມາປະກອບອາຫານຈະຕ້ອງໄດ້ມາດຕະຖານຕ້ອງມາຈາກແຫຼ່ງທີ່ມາສະອາດປອດໄພ ແລະ ໜ້າເຊື່ອຖື. 2. ເລືອກບໍລິໂພກອາຫານຕາມສູນການຄ້າຫຼາຍຂຶ້ນ ທົ່ວໄປແລ້ວຮ້ານອາຫານຕາມສູນການຄ້າຈະມີຄວາມປອດໄພ ແລະ ຄວາມສະອາດທີ່ເປັນມາດຕະຖານຈຶ່ງບໍ່ແປກທີ່ຜູ້ບໍລິໂພກຈະມີພຶດຕິກໍາການກິນຕາມຮ້ານເຫຼົ່ານັ້ນຫຼາຍຂຶ້ນ. 3. ການກິນຕາມຮ້ານທົ່ວໄປ ຈະເລືອກຈາກລັກສະນະພາຍນອກທີ່ຖືກສຸຂະອານາໄມ ຫຼັງຈາກນີ້, ຫຼາຍຄົນອາດຈະຈະເລືອກຮ້ານຫານຫຼາຍຂຶ້ນ, ບໍ່ແມ່ນວ່າຈະກິນຮ້ານແບບໃດຢູ່ໃສກໍໄດ້ ຜູ້ບໍລິໂພກຈະມີມາດຕະການການເບິ່ງຄວາມສະອາດຂອງຮ້ານດ້ານນອກໃຫ້ຫຼາຍຂຶ້ນ. 4. ການໃຊ້ບ່ວງກາງ ຈະເປັນວິທີການກິນໃນພື້ນທີ່ສ່ວນຮ່ວມທີ່ທຸກຄົນຍິນດີທີ່ຈະເຮັດ ກ່ອນໜ້ານີ້ທີ່ບາງຄັ້ງເຮົາກໍລືມທີ່ຈະໃຊ້ບ່ວງກາງໃນການຕັກອາຫານແຕ່ຫຼັງຈາກນີ້ຜູ້ບໍລິໂພກຈະມີຈິດສໍານຶກໃນການຮ່ວມໂຕະອາຫານທີ່ຫຼາຍຂຶ້ນ ແລະ ຍິນດີທີ່ຈະເຮັດເພື່ອສ່ວນລວມ. 5. ຜູ້ບໍລິໂພກຈະມີຄວາມລະມັດລະວັງໃນການເລືອກກິນ ຊີ້ນສັດແປກໆ ຫຼາຍຂຶ້ນ ເພາະນີ້ເປັນສ່ວນໜຶ່ງໃນພຶດຕິກໍາການກໍໃຫ້ເກີດການແພ່ລະບາດຂອງເຊື້ອໂລກທີ່ບໍ່ຮູ້ຈັກ ບົດຮຽນຂອງ Covid-19 ຈຶ່ງເຮັດໃຫ້ພຶດຕິກໍານີ້ເປັນສິ່ງທີ່ທຸກຄົນຈະໃຫ້ຄວາມສໍາຄັນຫຼາຍທີ່ສຸດ.
Read More »ຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກ ເພີ່ມຂຶ້ນ 1 ແສນກວ່າຄົນພາຍໃນມື້ດຽວ
ມາຮອດວັນທີ 29 ພຶດສະພາ 2020 ການແຜ່ລະບາດຂອງພະຍາດໂຄວິດ-19 ກໍເລີ່ມເຂົ້າສູ່ເດືອນທີ່ 5 ແລະ ຈໍານວນຜູ້ຕິດເຊື້ອທົ່ວໂລກຍັງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງປະມານ 5.9 ລ້ານຄົນ, ປິ່ນປົວດີ 2.5 ລ້ານຄົນ ແລະ ເສຍຊີວິດ 3.6 ແສນຄົນ. ຫຼ້າສຸດ ພົບຜູ້ຕິດເຊື້ອໄວຣັສສາຍພັນໃໝ່ນີ້ຫຼາຍກວ່າ 181 ປະເທດທົ່ວໂລກ ແລະ ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື: ສະຫະລັດອາເມລິກາ (1,768,461 ຄົນ), ບຣາຊິວ (438,812ຄົນ), ຣັສເຊຍ (379,051 ຄົນ), ສະເປນ (284,986ຄົນ) ແລະ ອັງກິດ (269,127 ຄົນ). ເຊິ່ງຍອດຜູ້ຕິດເຊື້ອໂຄວິດ-19 ໃໝ່ເພີ່ມຂຶ້ນສູງປະມານ 1.1 ແສນຄົນແລ້ວ ແລະ ຜູ້ຕິດເຊື້ອສະສົມໃນ ສປ ຈີນ ຄິດສະເລ່ຍຢູ່ທີ່ 1.4% ຂອງຜູ້ຕິດເຊື້ອສະສົມທັງໝົດທົ່ວໂລກ. ຫຼາຍປະເທດຍັງມີຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຈາກພະຍາດລະບາດດັ່ງກ່າວ, ຈື່ງເຮັດໃຫ້ສະຖິຕິຂອງການຕິດເຊື້ອມື້ຕໍ່ມື້ເພີ່ມຂຶ້ນສູງ ແລະ ປະເທດຊີລີກາຍເປັນປະເທດທີ່ 14 ຂອງໂລກທີ່ມີຍອດຜູ້ຕິດເຊື້ອສະສົມເພີ່ມຂຶ້ນສູງແຊງ ສປ ຈີນ. ແຫຼ່ງຂໍ້ມູນ: – https://www.aljazeera.com/…/14-million-face-hunger-latin-am… ...
Read More »ສປ ຈີນ! ກວດເຊື້ອໂຄວິດ-19 ຄືນ ພົບຜູ້ຕິດເຊື້ອບໍ່ສະແດງການ 206 ຄົນ
ຈາກການລາຍງານຂອງສໍານັກຂ່າວ Bloomberg ລາຍງານວ່າ : ອູ່ຮັ່ນເປັນອີກໜື່ງແຂວງຂອງ ສປ ຈີນທີ່ເປັນສູນກາງຂອງຄວາມພະຍາຍາມໃນການປ້ອງກັນບໍ່ໃຫ້ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ອີກຄັ້ງ ແລະ ສປ ຈີນ ຍັງໄດ້ເລັ່ງກວດເຊື້ອປະຊາຊົນຢູ່ອູ່ຮັ່ນຄືນທັງໝົດປະມານ 11 ລ້ານຄົນ, ເຊິ່ງໄດ້ຮັບຜົນເບື້ອງຕົ້ນແມ່ນພົບຜູ້ຕິດເຊື້ອທີ່ບໍ່ມີອາການ 206 ຄົນຈາກປະຊາຊົນ 6.68 ລ້ານຄົນທີ່ສຳເລັດການກວດ ແລະ ທາງການຈີນຍັງຈະສຶບຕໍ່ກວດຄືນປະຊາກອນທັງໝົດພາຍໃນເຂດນີ້, ເຊິ່ງໄດ້ເລີ່ມກວດເຊື້ອພະຍາດໂຄວິດຄືນນັບແຕ່ວັນທີ 15 ພຶດສະພາ 2020 ທີ່ຜ່ານມາ ຫຼັງຈາກມີພົບຜູ້ຕິດເຊື້ອຄົນໃໝ່ຢູ່ທີ່ອູ່ຮັ່ນເປັນມື້ທໍາອິດນັບຕັ້ງແຕ່ມີການຜ່ອນມາດຕະການ Lock down ເປັນເວລາ 75 ມື້ ແລະ ຈະສຳເລັດພາຍໃນ 12 ວັນ ເພື່ອປ້ອງກັນການລະບາດຮອບທີ 2. ແຫຼ່ງຂໍ້ມູນ: https://www.bloomberg.com/news/articles/2020-05-26/wuhan-tests-millions-in-12-days-as-china-fears-second-virus-wave
Read More »