ດ່ວນທີ່ສຸດ!! ລັດຖະບານໄດ້ວາງມາດຕະການຜ່ອນຜັນການປ້ອງກັນໂຄວິດ-19ໃນໄລຍະວັນທີ 2-30 ມິຖຸນາ…

ເພື່ອເປັນການຫຼຸດຜ່ອນຄວາມເສຍຫາຍດ້ານເສດຖະກິດ ສົມທົບກັບ ສະພາບການລະບາດຂອງການແຜ່ເຊື້ອໂຄວິດ-19 ໃນປະເທດລາວທີ່ສາມາດຄວບຄຸມໄດ້ໂດຍພື້ນຖານ ແລະ ຜູ້ປ່ວຍຕິດເຊື້ອທີ່ນອນຮັບການປິ່ນປົວຢູ່ໂຮງໝໍກໍ່ມີທ່າອ່ຽງດີຂຶ້ນ ຍັງເຫຼືອພຽງ 3 ຄົນເທົ່ານັ້ນ. ດັ່ງນັ້ນ ຫ້ອງວ່າການສຳນັກງານນາຍົກ ຈຶ່ງໄດ້ອອກແຈ້ງການ ຜ່ອນຜັນບາງມາດຕະການຕ່າງໆ ແລະ ຍັງມີບາງມາດຕະການທີ່ທຸກຄົນຍັງຕ້ອງສືບຕໍ່ຈັດຕັ້ງປະຕິບັດຢ່າງເຄັ່ງຄັດເພື່ອບໍ່ໃຫ້ການລະບາດຂອງເຊື້ອພະຍາດດັ່ງກ່າວກັບຄືນມາລະບາດອີກຄັ້ງ.

ໃນວັນທີ 29 ພຶດສະພາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມໂຄວິດ ໄດ້ມີພິທີຖະແຫຼງຂ່າວຄວາມຄືບໜ້າ ການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍການໃຫ້ຖະແຫຼງຂອງທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນຮອງຫົວໜ້າຄະນະສະເພາະກິດ; ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາ ທັງຫົວໜ້າກອງເລຂາຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 597/ຫສນຍ ລົງວັນທີ 29 ພຶດສະພາ 2020 ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຊອງພະຍາດໂຄວິດ-19 ແຕ່ວັນທີ 2- 30 ມິຖຸນາ 2020 ເຊິ່ງຜ່ານການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ ໃນໄລຍະຜ່ານມາ, ພວກເຮົາ ສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວ ຈຳນວນ 16 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 19 ຄົນ ແລະ ພາກທຸລະກິດ, ຜູ້ປະກອບການ, ໂຄງການ ແລະ ໂຮງງານຕ່າງໆ ໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ເງື່ອນໄຂການດຳລົງຊີວິດປົກກະຕິແບບໃໝ່ ເທື່ອລະກ້າວ.

ໃຫ້ຜ່ອນຜັນການປະຕິບັດບາງມາດຕະການທີ່ກຳນົດໃນແຈ້ງການ 580/ຫສນຍ ແລ້ວ ແລະ ຜ່ອນຜັນເພີ່ມຕື່ມ ບາງມາດຕະການຈໍານວນໜຶ່ງ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ສັງຄົມ ໄດ້ກັບມາໃຊ້ຊີວິດຕາມປົກກະຕິແບບໃໝ່ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ຮ່າງກາຍ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກ.

ດັ່ງນັ້ນລັດຖະບານຈຶ່ງໄດ້ອອກແຈ້ງການ ບັນດາມາດຕະການທີ່ຜ່ອນຜັນເພີ່ມຕື່ມ ມີດັ່ງນີ້:

1.ໃຫ້ກະຊວງສຶກສາທິການ ແລະ ກິລາ ແລະ ຂະແໜງອື່ນໆ ທີ່ມີໂຮງຮຽນ ຫຼື ສະຖາບັນການສຶກສາ ເປີດໂຮງຮຽນຄືນ ໃນຊັ້ນ ໂຮງຮຽນລ້ຽງເດັກ ແລະ ອະນຸບານ; ຊັ້ນຮຽນ ປ1-ປ4, ມ1-ມ3, ມ5-ມ6; ປີສຸດທ້າຍຂອງວິທະຍາໄລອາຊີວະສຶກສາ, ວິທະຍາໄລຄູ ແລະ ມະຫາວິທະຍາ ໄລ; ການຈັດຝຶກອົບຮົມ ຫຼື ຮຽນໄລຍະສັ້ນ ເລີ່ມແຕ່ວັນທີ 02 ມິຖຸນາ 2020 ເປັນຕົ້ນໄປ.ສ່ວນຊັ້ນຮຽນອື່ນທີ່ຍັງເຫຼືອ ໃຫ້ເປີດ ເລີ່ມແຕ່ວັນທີ 15 ມິຖຸນາ 2020 ເປັນຕົ້ນໄປ ໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ຮ່າງກາຍ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກ. ມອບໃຫ້ ກະຊວງສຶກສາທິການ ແລະ ກິລາ ອອກຄຳແນະນໍາລະອຽດ ໃນການຈັດຕັ້ງປະຕິບັດຕົວຈິງ;

2. ໃຫ້ຈັດລາຍການແຂ່ງຂັນກິລາທຸກປະເພດ, ແຕ່ບໍ່ໃຫ້ມີຜູ້ເຂົ້າຊົມ; 3 ໃຫ້ເປີດຮ້ານຂາຍເຄື່ອງກາງຄືນ (ຕະຫຼາດກາງຄືນ), ຮ້ານກິນ-ດື່ມ (ບໍ່ແມ່ນຮ້ານເຫຼົ້າ, ເບຍ ແລະ ສິ່ງມຶນເມົາ ເພື່ອຊຸມແຊວ) ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບ ແລະ ໂຮງສາຍຮູບເງົາ ແຕ່ໃຫ້ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອ ເປັນຕົ້ນການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ຮ່າງກາຍ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ ແລະ 4 ບັນດາໂຄງການ, ກິດຈະການ ແລະ ໂຮງງານ ສາມາດເປີດ ດໍາເນີນກິດຈະການເປັນປົກກະຕິໄດ້ ໂດຍປະຕິບັດຕາມເງື່ອນ ໄຂ ແລະ ມາດຕະການປ້ອງກັນການຕິດເຊື້ອ ເຊັ່ນ: ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ຂຶ້ນໄປ,ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມຮ່າງກາຍ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກ. ມອບໃຫ້ຂະ ແໜງການກ່ຽວຂ້ອງ ອອກຄຳແນະນໍາໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ລະອຽດ.

3. ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ, ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກ ລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້. 4 ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສຳລັບບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດ COVID-19. ສຳລັບ ນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນສາມາດເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີ ຈາກຄະນະສະເພາະກິດ. ສຳລັບຂັ້ນຕອນ ໃນການປະຕິບັດຕົວຈິງ ກະຊວງການຕ່າງປະເທດ ຈະອອກຄໍາແນະນໍາຕ່າງຫາກ.

ທ່ານໃຫ້ຮູ້ຕື່ມວ່າ: ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານກໍລະນີມີຜູ້ຕິດເຊື້ອເກີດຂຶ້ນ ຢູ່ໃນແຂວງໃດແຂວງໜຶ່ງ ຈະໄດ້ຈຳກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະ ການຕ່າງໆ ຢ່າງເຂັ້ມງວດສະເພາະແຂວງນັ້ນ ເຊິ່ງແມ່ນຄະນະສະ ເພາະກິດແຂວງນັ້ນ ຈະເປັນຜູ້ພິຈາລະນາ; ຖ້າຫາກເກີດມີຜູ້ຕິດເຊື້ອ ເປັນຈຸ້ມ ແຕ່ 2 ແຂວງຂຶ້ນໄປ ແມ່ນຈະໄດ້ກັບມາປະຕິບັດບັນດາມາດຕະການຕ່າງໆ ທີ່ໄດ້ກຳນົດໃນຄໍາສັ່ງ ສະບັບເລກທີ 06/ນຍ ຄືນໃໝ່ ຢ່າງເຂັ້ມງວດ;ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ອົງການປົກ ຄອງທ້ອງຖິ່ນທຸກຂັ້ນ ກວດກາຄືນບັນດານິຕິກຳ, ຄຳແນະນຳຕ່າງໆຂອງຕົນ ເພື່ອປັບປຸງໃຫ້ສອດຄ່ອງກັບ ມາດຕະການຜ່ອນຜັນຂ້າງເທິງ ແລະ ຜັນຂະຫຍາຍເປັນອັນລະອຽດ ເພື່ອມີຄວາມເຂົ້າໃຈເປັນເອກະພາບ ໃນການຈັດຕັ້ງປະຕິບັດ; ສະເໜີກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄະນະສະເພາະກິດ, ບັນດາກະຊວງ, ຂະແໜງການ, ອົງການປົກ ຄອງທ້ອງຖິ່ນທຸກຂັ້ນ ແລະ ທຸກພາກສ່ວນໃນສັງຄົມ ພ້ອມກັນເປັນເຈົ້າການຕິດຕາມກວດກາ ຮັກສາຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຈັດຕັ້ງປະຕິບັດ ມາດຕະການ ທີ່ໄດ້ກຳນົດໃນແຈ້ງການສະບັບເລກທີ 597/ຫສນຍ, ລົງວັນທີ 29 ພຶດສະພາ 2020 ຢ່າງເຂັ້ມງວດ. ກໍລະນີມີການລະເມີດ ແມ່ນໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ດຳເນີນມາດຕະການຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຢ່າງເຂັ້ມງວດ; ມາດຕະການທີ່ກຳນົດໄວ້ຂ້າງເທິງນີ້ ມີຜົນສັກສິດ ນັບແຕ່ວັນທີ 02 ຫາ 30 ມິຖຸນາ 2020. ໃນພາກປະຕິບັດຕົວຈິງ ຈະໄດ້ມີການປະເມີນ, ທົບທວນ ແລະ ດັດປັບ ໃຫ້ເໝາະສົມຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

ແຫຼ່ງຂໍ້ມູນ:ຂ່າວເສດຖະກິດ-ການຄ້າ Lao Economic Daily

Comments