Author Archives: Paeng KC

ຊົມເຊີຍ!!! ຮຸ່ງອາລຸນ ຂົນສົ່ງດ່ວນ ຊ່ວຍເຫຼືອສັງຄົມຕ້ານໂຄວິດ-19 ລວມມູນຄ່າ 300 ລ້ານກີບ

ຂໍຊົມເຊີຍ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ (HAL Logistics) ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ສັງຄົມ ໃນໄລຍະການລະບາດຂອງເຊື້ອ ໂຄວິດ-19 ທີ່ຜ່ານມາ ດ້ວຍການປະກອບສ່ວນ ມອບໜ້າກາກອະນາໄມ, ຖົງມື ແລະ ນ້ຳດື່ມ ໃຫ້ແກ່ ອ້າຍນ້ອງທະຫານ, ຕຳຫຼວດ, ຫ້ອງການບ້ານ ແລະ ອາສາສະໝັກ ທີ່ເຮັດໜ້າທີ່ຕ້ານພະຍາດລະບາດ ໂຄວິດ-19 ທີ່ປະຕິບັດໜ້າທີ່ຕາມດ່ານທ້ອງຖິ່ນ ໃນນະຄອນຫຼວງວຽງຈັນ,​ ໜ່ວຍສະເພາະກິດດ່ານຂັ້ນແຂວງ ໃນທົ່ວປະເທດ ແລະ ກະຊວງສາທາລະນະສຸກ. ການສະໜັບສະໜູນ ໃນເທື່ອນີ້ ປະກອບມີ:  ໜ້າກາກອະນາໄມ ຈຳນວນ 661 ກັບ, ຖົງມື ຈຳນວນ 548 ກັບ, ໜ້າກາກອະນາໄມ N95 ຈຳນວນ 6,500 ອັນ, ນ້ຳດື່ມ ຈຳນວນ 80 ແພັກ. ລວມມູນຄ່າທັງຫມົດ 300.000.000 ກີບ. ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ເປັນບໍລິສັດທີ່ໃຫ້ບໍລິການຂົນສົ່ງພາຍໃນປະເທດພາຍ ໃນລາຄາເລີ່ມຕົ້ນ 12.0000 ສ້າງຕັ້ງມາໄດ້ພຽງ 1 ປີປາຍເທົ່ານັ້ນ ໃນວັນທີ ...

Read More »

ການຮັບມືກັບການດ້ອຍຄ່າຂອງມູນຄ່າຂອງເງິນຕາມເວລາ

ບັນດາທ່ານອາດຈະເຄີຍສັງເກດ ແລະ ຄຶດແປກໃຈວ່າ ເປັນຫຍັງລາຄາຂອງເຄື່ອງອຸປະໂພກ ແລະ ບໍລິໂພກໃນຊີວິດປະຈຳວັນຂອງເຮົາຈຶ່ງເພີ່ມຂຶ້ນ ເຮັດໃຫ້ຕົ້ນທຶນການຄອງຊີບຂອງເຮົາເພີ່ມຂຶ້ນ ໃນຂະນະທີ່ຈໍານວນເງິນຂອງເຮົາທີ່ຫາເກັບສະສົມໄວ້ໃນແຕ່ລະວັນ ພັດບໍ່ສາມາດຊື້ເຄື່ອງດັ່ງກ່າວໄດ້ໃນຈຳນວນເທົ່າເດີມ, ຈາກທີ່ເຄີຍຊື້ເຝີໃນລາຄາ 8.000 ຫາ 10.000 ກີບໃນໄລຍະ 10 ປີກ່ອນ, ແຕ່ລາຄາຂອງເຝີໃນທ້ອງຕະຫຼາດທຸກມື້ນີ້ພັດເພີ່ມຂຶ້ນເປັນ 15.000 ຫາ 20.000 ກີບ. ສາເຫດຫຼັກໆທີ່ຢູ່ເບື້ອງຫຼັງຂອງການດ້ອຍມູນຄ່າຂອງຈຳນວນເງິນດັ່ງກ່າວ ກໍແມ່ນຍ້ອນການເຟີ້ຂອງຄ່າເງິນ ເຊິ່ງອັດຕາເງິນເຟີ້ໄດ້ບັ່ນທອນຄ່າເງິນໃນແຕ່ລະໄລຍະ. ບົດຄວາມນີ້ ຈະໄດ້ນໍາສະເໜີໃຫ້ຜູ້ອ່ານໄດ້ເຂົ້າໃຈກ່ຽວກັບການປ່ຽນແປງຂອງມູນຄ່າເງິນຕາມການເວລາ ແລະ ວິທີການຮັບມືກັບການດ້ອຍຄ່າຂອງເງິນດ້ວຍການລົງທຶນໃນຊັບສິນທາງການເງິນແຕ່ລະປະເພດ…..(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) handling with the periodic devaluation of currency value Many of you ...

Read More »

ເຊີນເຂົ້າຮ່ວມປະມູນ ຊື້ໄມ້ ທີ່ແຂວງເຊກອງ ຄັ້ງວັນທີ 27 ພຶດສະພາ 2020.

ຄະນະກຳມະການຮັບຜິດຊອບປະມູນໄມ້ຢຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ) ໄດ້ອອກແຈ້ງການເລກທີ 021/ພອຄ.ຊກ, ລົງວັນທີ 12 ພຶດສະພາ 2020 ເພື່ອແຈ້ງເຊີນມາຍັງ ສະມາຊິກຂອງສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ແລະ ພາຍໃນແຂວງ, ບັນດາສະມາຄົມເຟີນິເຈີ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນິເຈີ ແລະ ທຸລະກິດໄມ້ ໃນຂອບເຂດທົ່ວປະເທດ ເພື່ອເຂົ້າມາຮ່ວມການປະມູນຊື້-ຂາຍໄມ້ຢຶດເປັນຂອງລັດ.  ຄະນະກຳມະການປະມູນຂາຍໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ) ສາມາດຢຶດໄມ້ໄດ້ຈຳນວນ 2,209 ຕັບ/ເສັ້ນ, ບໍລິມາດ 84,002 ແມັດກ້ອນ (ແປດສິບສີ່ ຈຸດ ສູນສູນສອງ ແມັດກ້ອນ). ຜູ້ທີ່ສົນໃຈໃນການປະມູນ ໃຫ້ເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ (ຂະແໜງການນໍາເຂົ້າ ແລະ ສົ່ງອອກສິນຄ້າ) ໃນໂມງລັດຖະການ.      ລາຍລະອຽດຂອງ ວັນເວລາເປີດຂາຍຊອງປະມູນຂອງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ ມີດັ່ງນີ້: ກຳນົດວັນເວລາຂາຍຊອງປະມູນ ນັບຕັ້ງແຕ່ວັນທີ 12 ພຶດສະພາ ...

Read More »

ການສ້າງຄຸນຄ່າໃຫ້ຍີ່ຫໍ້ ຕ້ອງເຮັດແນວໃດ?

ສະບາຍດີທ່ານຜູ້ອ່ານ ທີ່ຕິດຕາມຄໍລຳ Branding & Marketing ຂອງພວກເຮົາ ເດືອນເມສານີ້ທີມງານວາລະສານທາເກັດ ກໍມາຕາມສັນຍາ ຫຼັງຈາກທີ່ບົດຄວາມເດືອນແລ້ວນີ້ ພວກເຮົາໄດ້ກ່າວເຖິງ ການສ້າງຍີ່ຫໍ້ ວ່າສາມາດສ້າງມູນຄ່າເພີ່ມໃຫ້ສິນຄ້າ ຫຼືບໍລິການຂອງທ່ານໄດ້ແບບໄຮ້ຂີດຈຳກັດ ຈາກການເຮັດໃຫ້ລູກຄ້າຮູ້ສຶກເຖິງຄຸນຄ່າທາງຈິດໃຈ ແລ້ວທ່ານຈະບໍ່ຕ້ອງເຈັບຫົວ ກັບການຢ້ານຄູ່ແຂ່ງຂາຍຕັດລາຄາ ຫຼືແຂ່ງກັນຂາຍຖືກ ເພື່ອຍາດສ່ວນແບ່ງຕະຫຼາດອີກຕໍ່ໄປ ສະນັ້ນ ໃນເດືອນນີ້ ເຮົາຈະມາແນະນຳທ່ານ ກ່ຽວກັບວິທີການສ້າງຄຸນຄ່າໃຫ້ຍີ່ຫໍ້ ໂດຍສຸມໃສ່ການສ້າງຄຸນປະໂຫຍດທາງຄວາມຮູ້ສຶກ (Emotional benefits) ເຮັດແນວໃດ ຍີ່ຫໍ້ຂອງທ່ານຈຶ່ງຈະເຂົ້າໄປຢູ່ໃນໃຈລູກຄ້າໄດ້ ຫຼາຍກວ່າ ຄຸນປະໂຫຍດໃຊ້ສອຍ (Functional benefits) ຈາກຕົວສິນຄ້າ ຫຼືບໍລິການໂດຍກົງ ດ້ວຍວິທີການດັ່ງຕໍ່ໄປນີ້:….(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) how to create brand value? ...

Read More »

ຊົມເຊີຍ!!! ສປປ ລາວ ໄດ້ຖືກຖອນລາຍຊື່ ອອກຈາກປະເທດທີ່ມີຄວາມສ່ຽງສູງໃນການຟອກເງິນ

ເວັບໄຊທ Europa.eu ໄດ້ລາຍງານ ໃຫ້ຮູ້ວ່າ ສະຫະພາບເອຣົບ ໄດ້ຖອນລາຍຊື່ ສປປ ລາວ ອອກຈາກລາຍຊື່ ປະເທດ ທີ່ມີຄວາມສ່ຽງສູງ ກ່ຽວກັບວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ເນື່ອງຈາກວ່າ ປະເທດລາວ ບໍ່ມີຂໍ້ບົກຜ່ອງ ດ້ານຍຸດທະສາດ ກ່ຽວກັບ ການຟອກເງິນ ຊຶ່ງໄດ້ລະບຸໄວ້ ໃນລະບຽບຂອງ ອີຢູ. ລາຍລະອຽດການຖອນຊື່ ສາມາດອ່ານໄດ້ຕື່ມ ທີ່ເວັບໄຊທ: https://ec.europa.eu/commiss…/presscorner/detail/…/IP_20_800 ທີ່ມາ: Lao Youth Radio FM 90.0 Mhz

Read More »

ໄຟຟ້າລາວ ແມ່ນມີນະໂຍບາຍ ຊ່ວຍເຫຼືອສັງຄົມ ໄລຍະຈາກ COVID-19 ຢູ່ແລ້ວ!!!

ທ່ານ ບຸນອູ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວສານປະເທດລາວ ໃນວັນທີ 20 ພຶດສະພາ 2020 ກ່ຽວກັບການກໍານົດນະໂຍບາຍໃຫ້ສັງຄົມ ເພື່ອຊ່ວຍຫຼຸດ ຜ່ອນຜົນກະທົບຈາກການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ຕະຫຼອດໄລຍະຜ່ານມາ, ລັດວິສາຫະກິດໄຟຟ້າລາວ ແມ່ນໄດ້ມີນະໂຍບາຍຕ່າງໆເພື່ອຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ, ບໍ່ວ່າຈະເກີດເຫດການໄພພິບັດທາງທໍາມະຊາດຕ່າງໆເຊັ່ນ: ໄພນໍ້າຖ້ວມ, ໄພແລ້ງ ກໍໄດ້ຫຼຸດຄ່າກະແສໄຟຟ້າໃຫ້ກັບພາກສ່ວນທີ່ໄດ້ຮັບຜົນກະທົບໜັກ. ສໍາລັບໃນໄລຍະເກີດການລະບາດຂອງພະຍາດ COVID-19 ນີ້ ກໍພໍດີຖືກກັບໄລຍະທີ່ລັດຖະບານໄດ້ມີແຈ້ງການໃຫ້ຂະແໜງການກ່ຽວຂ້ອງ ຕ້ອງປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແລະ ການກໍານົດລາຄາໄຟຟ້າໃໝ່ ຊຶ່ງເຫັນວ່າ ຜູ້ຊົມໃຊ້ສ່ວນຫຼາຍນັບທັງພາກທີ່ຢູ່ອາໄສ ແລະ ບໍ່ແມ່ນພາກທີ່ຢູ່ອາໄສກໍແມ່ນໄດ້ມີສ່ວນຫຼຸດຈາກລາຄາເດີມ ແຕ່ 2-35% ສະເລ່ຍແລ້ວປະມານ 6% ຫຼື ຕົກເປັນເງິນລວມປະມານ 300 ກວ່າຕື້ກີບຕໍ່ປີ. ສະນັ້ນ ຈຶ່ງຖືເອົາການປັບປຸງລາຄາໃໝ່ນີ້ເປັນນະໂຍບາຍລວມອັນໜຶ່ງ. ນອກນີ້ ກໍໄດ້ມີນະໂຍບາຍເລື່ອນຊໍາລະໜີ້ຄ່າກະແສໄຟຟ້າ ພາກທີ່ຢູ່ອາໄສຈາກປົກກະຕິແມ່ນໃນໄລຍະເວລາ 7-30 ວັນ ເພີ່ມຂຶ້ນເປັນ 7-45 ວັນ ແລະ ພາກສ່ວນບໍ່ແມ່ນທີ່ຢູ່ອາໄສ ຈາກປົກກະຕິແມ່ນ 7-15 ວັນ ກໍເພີ່ມຂຶ້ນເປັນ 7-30 ວັນ ຫຼັງຈາກມື້ໄດ້ຮັບບິນຄ່າໄຟຟ້າ ...

Read More »

ທະນາຄານໂລກ ຄາດການເສດຖະກິດລາວ ຈະຂະຫຍາຍຕົວພຽງ 1%

ທະນາຄານໂລກ ຄາດຄະເນເສດຖະກິດຂອງ ສປປ ລາວຈະຫຼຸດລົງ ຍ້ອນຜົນກະທົບຈາກໂຄວິດ-19 ຈະຢູ່ໃນລະຫວ່າງ 1% ໃນກໍລະນີພື້ນຖານ ແລະ ອາດຫົດຕົວເຖິງ -1,8% ໃນກໍລະນີຕໍ່າ ເຊິ່ງຂະແໜງບໍລິການຈະໄດ້ຮັບຜົນກະທົບໜັກ. ສ່ວນແຮງງານຈະທຸກຍາກຂຶ້ນລະຫວ່າງ 96 ພັນຄົນ ຫາ 2 ແສນກວ່າຄົນ. ບົດລາຍງານສະບັບຫຼ້າສຸດຂອງທະນາຄານໂລກໃນວັນທີ 20 ພຶດສະພາ 2020 ໃຫ້ຮູ້ວ່າ: ຄາດວ່າການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະຫຼຸດລົງໃນປີ 2020 ຍ້ອນຜົນກະທົບຂອງພະຍາດລະບາດ COVID-19 ເຊິ່ງການເຕີບໂຕຄາດວ່າຢູ່ໃນລະຫວ່າງ 1% ໃນກໍລະນີພື້ນຖານ ແລະ ອາດຫົດຕົວເຖິງ -1,8% ໃນກໍລະນີຕໍ່າ. ການຫຼຸດລົງຂອງເສດຖະກິດແມ່ນສົ່ງຜົນກະທົບສະເພາະໃຫ້ກັບຂະແໜງບໍລິການ. ຜົນກະທົບຈາກ COVID-19 ຈະສົ່ງຜົນອັນສໍາຄັນຕໍ່ກັບຕະຫຼາດແຮງງານ ແລະ ຄວາມທຸກຍາກ. ການຕົກຕໍ່າລົງແບບກ້າວກະໂດດຂອງຜົນປະກອບການຂອງຂະແໜງເດີນທາງ-ຂົນສົ່ງ, ການທ່ອງທ່ຽວ, ແລະ ບໍລິການ-ການໂຮງແຮມ ເຊິ່ງກວມເອົາ 11% ຂອງການສ້າງວຽກເຮັດງານທໍາທັງໝົດ ແລະ 22% ຂອງການສ້າງວຽກເຮັດງານທໍາໃນເຂດຕົວເມືອງ ໄດ້ກໍ່ໃຫ້ເກີດມີການສູນເສຍວຽກເຮັດງານທໍາຢ່າງກວ້າງຂວາງ. ຄາດຄະເນວ່າປະມານ 96.000 ຫາ 214.000 ຄົນ ...

Read More »

ຕະຫຼາດຕົວແບບຂອງປະເທດລາວ!!!! ຢຸດໃຊ້ຖົງຢາງພລາສຕິກ

ຕະຫຼາດຂົວດິນ ຫຼື ຕະຫຼາດໜອງຈັນ ຢູ່ນະຄອນຫຼວງວຽງຈັນ ເປັນໜຶ່ງໃນຕະຫຼາດຕົວແບບຂອງປະເທດລາວ ທີ່ລິເລີ່ມຢຸດການນໍາໃຊ້ຖົງຢາງພລາສຕິກ ເພື່ອເປັນການຮັກສາສະພາບແວດລ້ອມ ໂດຍໃຫ້ແມ່ຄ້າ-ພໍ່ຄ້າຊາວຂາຍຫັນມາໃຊ້ຖົງເຈ້ຍແທນໃນການໃສ່ເຄື່ອງໃຫ້ຜູ້ຊື້ ແຕ່ກໍຍັງມີສິນຄ້າບາງປະເພດທີ່ຍັງອະນຸຍາດໃຫ້ໃຊ້ຢູ່. ມາດຕະການຢຸດໃຊ້ຖົງຖົງຢາງພລາສຕິກຢ່າງເດັດຂາດແມ່ນນັບແຕ່ວັນທີ 17 ພຶດສະພາ 2020 ທີ່ຜ່ານມາ ຫຼັງຈາກທີ່ມີການເລີ່ມທົດລອງມາແຕ່ວັນທີ 16 ມັງກອນ 2020. ທ່ານ ໄພທອງ ວົງລາຕີ ຄະນະປະສານງານຕະຫຼາຂົວດິນ ໄດ້ກ່າວໃນບໍ່ດົນມານີ້ວ່າ: ເຖິງແມ່ນວ່າຢູ່ໃນຕະຫຼາດຂົວດິນຈະມີມາດຕະການໃຫ້ພໍ່ຄ້າ-ແມ່ຄ້າຢຸດເຊົາການໃຊ້ຖົງຢາງພລາສຕິກ ແຕ່ກໍ່ຍັງມີສິນຄ້າບາງປະເພດທີ່ທາງຕະຫຼາດຍັງອະນຸຍາດໃຫ້ໃຊ້ ໂດຍສະເພາະສິນຄ້າປະເພດຊີ້ນ, ປາ, ອາຫານປະເພດປຽກຊຸ່ມ ຫຼື ອາຫານບາງຊະນິດຕ້ອງຫຸ້ມຫໍ່ດ້ວຍຖົງຢາງ, ສ່ວນວ່າສິນຄ້າທີ່ຕ້ອງຫ້າມນໍາໃຊ້ຖົງຢາງພລາສຕິກແມ່ນສິນຄ້າປະເພດເສື້ອຜ້າ, ເກີບ, ເຄື່ອງແຫ້ງ, ໝາກໄມ້, ຜັກ ແລະ ອື່ນໆ. ທ່ານ ໄພທອງ ໄດ້ກ່າວຕື່ມວ່າ: ຜູ້ທີ່ບໍ່ປະຕິບັດ ຫຼື ຝ່າຝືນມາດຕະການຢຸດໃຊ້ພລາສຕິກ ຊຶ່ງຄັ້ງທຳອິດທາງເຈົ້າໜ້າທີ່ຈະມີການກ່າວຕັກເຕືອນ ແລະ ພ້ອມເຮັດບົດບັນທຶກ, ຄັ້ງທີສອງແມ່ນຈະຖືກປັບໄໝ  ແລະ ຄັ້ງທີສາມ ແມ່ນຈະໃຊ້ລະບຽບຂັ້ນສູງສຸດຄືໃຫ້ຢຸດຕິການຂາຍ. ຂ່າວ: ວຽງຈັນທາຍ

Read More »

ທາງດ່ວນວຽງຈັນ-ວັນວຽງ ຄາດຈະເປີດໃຊ້ຕົ້ນປີ 2021 ຈາກທຶນສ້າງກວ່າ 1,3 ຕື້ໂດລ່າ.

ທາງດ່ວນວຽງຈັນ-ວັນວຽງ ມີຄວາມຍາວ 109,12 ກິໂລແມັດ, ມູນຄ່າລົງທຶນ 1,3 ຕື້ໂດລາ, ການອອກແບບແມ່ນອີງຕາມມາດຕະຖານເຕັກນິກທາງດ່ວນຂອງ ສປ ຈີນ, ມີ 4 ຊ່ອງຈະລາຈອນ, ອຸໂມງ 1 ແຫ່ງ ຍາວ 875 ແມັດ, ຂົວ 45 ແຫ່ງຄວາມຍາວ 2.408 ແມັດ, ຄວາມໄວອອກແບບເບື້ອງຕົ້ນ 100 ກິໂລແມັດຕໍ່ຊົ່ວໂມງ (ໃຊ້ເວລາເດີນທາງພຽງແຕ່ໜື່ງຊົ່ວໂມງເທົ່ານັ້ນ ເພາະວ່າໄລຍະເສັ້ນທາງມີພຽງ 109 km); ເສັ້ນທາງທີ່ວ່ານີ້ແມ່ນກຸ່ມບໍລິສັດກໍ່ສ້າງ-ລົງທຶນ ແລະຖືຮຸ້ນຈຳກັດ ແຂວງຢູນນານ ສປຈີນ ໄດ້ວ່າຈ້າງບໍລິສັດທີ່ປຶກສາສິ່ງແວດລ້ອມລາວຈຳກັດດຳເນີນການຈັດຕັ້ງປະຕິບັດວຽກງານຊົດເຊີຍສິ່ງກີດຂວາງໃຫ້ຜູ້ທີ່ຖືກຜົນກະທົບຕາມແລວກໍ່ສ້າງທາງດ່ວນຮ່ວມກັບອົງ ການປົກຄອງແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ.   ມາຮອດປັດຈຸບັນແມ່ນມີຄວາມຄືບໜ້າຫຼາຍຢ່າງ, ເປັນຕົ້ນໄດ້ລົງທາບທາມເອົາຫົວໜ່ວຍລາຄາຊົດເຊີຍສິ່ງກີດຂວາງຕາມແລວກໍ່ສ້າງທາງດ່ວນທີ່ຜ່ານແຕ່ລະບ້ານລວມທັງໝົດ 65 ບ້ານ, ມີ 4 ເມືອງ ໃນນັ້ນ ແຂວງວຽງຈັນ ກວມເອົາ 3 ເມືອງ 40 ບ້ານ ແລະ ນະຄອນຫຼວງວຽງຈັນ 01 ເມືອງ 25 ບ້ານ; ພ້ອມນີ້ຍັງໄດ້ຄົ້ນຄວ້າກ່ຽວກັບລາຄາຫົວໜ່ວຍຕາມການທາບທາມ ...

Read More »

ຊົມເຊີຍ!! ບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ມອບອຸປະກອນຕ້ານໂຄວິດ-19 ໃຫ້ໂຮງໝໍ 103 

ເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ໃນຂອບເຂດທົ່ວປະເທດລາວເຮົາ ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2020  ບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ແມ່ນບໍລິສັດທີ່ໃຫ້ບໍລິການສື່ໂຄສະນານອກບ້ານ  ໄດ້ເຂົ້າມອບອຸປະກອນ ປ້ອງກັນຄວບຄຸມໂຄວິດ-19  ໃຫ້ກັບ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ  ຕາງໜ້າບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ມອບໂດຍ  ທ່ານ  ສີວຽງໄຊ ຈັນທະວົງ ຜູ້ຈັດການຝ່າຍພັດທະນາບໍລິສັດປັນຍາທິບແພລນບີ ມີເດຍລາວ ຈໍາກັດ ພ້ອມດ້ວຍຄະນະບໍລິຫານ,  ກ່າວຮັບໂດຍ ທ່ານ ພັນເອກ ດຣ. ສຸລິພັນ ເພັດຈັນທາລາ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ເປັນທັງໜື່ງໃນຄະນະຮັບຜິດຊອບສະເພາະກິດກະຊວງສາທາລະນະສຸກ ໃນການຕອບໂຕ້ ແລະ ສະກັດກັ້ນໂຄວິດ-19.  ໂດຍເຄື່ອງທີ່ນຳໄປມອບໃນຄັ້ງນີ້ ປະກອບມີ: ເຈວລ້າງມື ແອວກໍຮໍຈໍານວນ 96 ຂວດ ແລະ ຖົງຂີ້ເຫຍື້ອ ທີີ່ຜະລິດຈາກຜ້າໄວນິວທີ່ເຫຼືອໃຊ້ ເພື່ອເປັນການຫຼຸດຈໍານວນຂີ້ເຫຍື້ອ ແລະ ...

Read More »