ຍັກໃຫຍ່ລະດັບໂຕໂຢຕ້າ ຍັງໄດ້ກູ້ເງິນ 9.2 ຕື້ໂດລາ ຮັບມືກັບໂຄວິດ-19…

ກຸ່ມບໍລິສັດລົດຍົນໂຕໂຢຕາໄດ້ຂໍກູ້ເງິນຈາກ 2 ທະນາຄານໃຫຍ່ຄື SMBC ແລະ MUFG ຈໍານວນ 1.000 ຕື້ເຢັນ ຫຼືວ່າ ປະມານ 9.2 ຕື້ໂດລາສາຫະລັດ ເພື່ອເພີ່ມເງິນທຶນໜູນວຽນ ເຊິ່ງເປັນສັນຍານຮ້າຍແຮງຂອງຜົນກະທົບໂຄວິດຕໍ່ກັບເສດຖະກິດໂລກຕໍ່ກັບບໍລິສັດລົດຍົນອັນດັບ 2 ຂອງໂລກ. ບໍລິສັດໂຕໂຢຕາໄດ້ຢຸດ 7 ສາຍການຜະລິດຊົ່ວຄາວໃນ 5 ໂຮງງານພາຍໃນປະເທດນັບແຕ່ວັນທີ 3 ເມສາເປັນຕົ້ນມາ. ພ້ອມດຽວກັນນັ້ນ, ກໍຍັງມີການຢຸດການເຄື່ອນໄຫວຂອງຫຼາຍໂຮງງານແບບຊົ່ວຄາວຢູ່ອາເມລິກາ ແລະ ເອີຣົບ ແລະ ກໍພົບພາວະຍອດຂາຍຕົກຕໍ່າຢ່າງຮຸນແຮງຢູ່ຈີນນັບແຕ່ເລີ່ມມີການລະບາດ.

Toyota partners with China's Momenta on high definition maps for ...
ເຖິງຢ່າງໃດກໍຕາມ, ຖານະການເງິນຂອງບໍລິສັດໂຕໂຢຕາຍັງຄົງໝັ້ນທ່ຽງ, ເຊິ່ງບໍລິສັດຍັງມີຍອດເງິນສົດ ແລະ ເງິນຝາກສູງເຖິງ 5.200 ຕື້ເຢັນ ຫຼືວ່າ ປະມານ 46 ຕື້ໂດລາສາຫະລັດ. ແຕ່ວ່າ ບໍລິສັດຕ້ອງການແນໃສ່ເພີ່ມເງິນສົດໃນມື ເພື່ອສາມາດຕອບໂຕ້ ຫາກມີສະພາບແຜ່ລະບາດທີ່ແກ່ຍາວ ຫຼື ຮຸນແຮງຈົນເຖິງຂັ້ນຕ້ອງໄດ້ປິດຫຼາຍໂຮງງານຢູ່ໃນໂລກ.

Ens Toyota opens brand new dealership - Canadian auto dealer

ຂຽນໂດຍ: ອັດສະວິນ ArtSaWin
ແຫຼ່ງຂ່າວ: The Japan Times

Comments