ກົມປູກຝັງກຽມເນື້ອທີ່ 3 ເຮັກຕາ ເພື່ອປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ

ກະຊວງກະສິກໍາ ແລະ ປ່າໄມ້ໄດ້ແຈ້ງໃຫ້ຮູ້ວ່າ: ເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2020 ແລະ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ໃນວັນທີ 5 ມິຖຸນາ 2020, ກົມປູກຝັງ ຈະໄດ້ຈັດພິທີປູກຕົ້ນໄມ້ ໃນວັນທີ 1 ມິຖຸນາ 2020 ນີ້ທີ່ສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ ທີ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຊຶ່ງຈະມີການປູກເບ້ຍໄມ້ທັງໝົດ 1,200 ເບ້ຍ ປະກອບມີໄມ້ດູ້, ໄມ້ແຕ້ຄ່າ ແລະ ໄມ້ຍາງ ປູກໃນເນື້ອທີ 3 ເຮັກຕາ.

ພິທີປູກຈະເລີ່ມແຕ່ເວລາ 6 ໂມງເຊົ້າ ເປັນຕົ້ນໄປ ໂດຍຈະມີ ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານລັດຖະ ມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມ.

ປີ 2019 ທີ່ຜ່ານມາ ກົມປູກຝັງ ກໍ່ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນວັນດັ່ງກ່າວຢູ່ ສວນພຶກສາສາດຫ້ວຍ ຍາງ-ດົງໝາກຄາຍ ປູກໃນເນື້ອທີ 6 ເຮັກຕາ ໂດຍໃຊ້ເບ້ຍໄມ້ 5,000 ເບ້ຍ.

ຂ່າວ: ວຽງຈັນທາຍ

Comments