Author Archives: Paeng KC

ບໍລິສັດ ຕັນຈົງ ມໍເຕີ ລາວ ຈະເຕີບໃຫຍ່ຄຽງຄູ່ກັບສັງຄົມລາວ.

ກຸ່ມບໍລິສັດ TCMH  ເລີ່ມຕົ້ນຈາກການເປັນຜູ້ຈໍາໜ່າຍລົດຂະໜາດນ້ອຍໃນຊ່ວງຊຸມປີ 1950 ຢູ່ ມາເລເຊຍ, ເຊິ່ງໃນປັດຈຸບັນໄດ້ຂະຫຍາຍໂຕເປັນກຸ່ມທຸລະກິດຂະໜາດໃຫຍ່ທີ່ດຳເນີນຫຼາກຫຼາຍກິດຈະການ; ນັບຕັ້ງແຕ່ການປະກອບ ແລະ ວາງແຜນການຕະຫຼາດໃຫ້ແກ່ລົດ, ລວມທັງການຜະລິດຊິ້ນສ່ວນພາຫະນະ ໄປຈົນເຖິງການລົງທຶນດ້ານອະສັງຫາ ແລະ ການຄ້າຂາຍກົນຈັກໜັກ, ເຄື່ອງມືອຸດສະຫະກຳ ລວມທັງເຄື່ອງອຸປະໂພກ-ບໍລິໂພກ ທັງພາຍໃນ ແລະ ຕ່າງປະເທດ. ໃນປັດຈຸບັນ, TCMH ແມ່ນບໍລິສັດຖືຫຸ້ນການລົງທຶນ ແລະ ມີກິດຈະການຫຼັກໆດັ່ງຕໍ່ໄປນີ້: ການປະກອບ, ຜະລິດ, ຂາຍ ແລະ ຈໍາໜ່າຍພາຫະນະທົ່ວໄປ ແລະ ພາຫະນະເພື່ອການຄ້າ; ການບໍລິການຫຼັງການຂາຍ ແລະ ເປັນຜູ້ສະໜອງອາໄຫຼ່ລົດ; ການບໍລິການດ້ານການເງິນທີ່ກ່ຽວຂ້ອງກັບລົດ, ເຊັ່ນວ່າການເຊົ່າຊື້, ຕົວແທນປະກັນໄພ ແລະ ສິນເຊື່ອ ແລະ ທ້າຍສຸດແມ່ນການລົງທຶນດ້ານອະສັງຫາລິມະຊັບ. ບໍລິສັດ ຕັນ ຈົງ ມໍເຕີ (ລາວ) ຈໍາກັດ ຜູ້ດຽວ (“TCML”), ເຊິ່ງເປັນບໍລິສັດສາຂາພາຍໃຕ້ Tan Chong Motor Holdings Berhad (ມາເລເຊຍ), ແມ່ນຕົວແທນຈໍາໜ່າຍຢ່າງເປັນທາງການພຽງຜູ້ດຽວຂອງລົດຍີ່ຫໍ້ Nissan ໃນ ສປປ ...

Read More »

ມາຮູ້ຈັກກັບຄໍາວ່າ “New Normal” ດ້ານການທ່ອງທ່ຽວ ຫຼັງສະຖານະການໂຄວິດ-19…

ຫຼາຍຄົນອາດຈະບໍ່ຄຸ້ນເຄີຍກັບຄໍາວ່າ “New Normal” ກັນແມ່ນບໍ່? ເຊິ່ງຄວາມໝາຍຂອງຄໍານີ້ ຖ້າແປແຍກຄໍາອອກມາກໍຈະໄດ້ເປັນ “New” ທີ່ແປວ່າ “ໃຫມ່” ແລະ “Normal” ທີ່ແປວ່າ “ປົກກະຕິ” ເມື່ອລວມເຂົ້າກັນກໍຈະໄດ້ ຄວາມປົກກະຕິໃນຮູບແບບໃຫມ່ ຫຼືອະທິບາຍເຂົ້າໃຈງ່າຍໆກໍຄື ພຶດຕິກຳທີ່ເກີດຂຶ້ນໃຫມ່ ແລະ ກຳລັງຈະກາຍເປັນເລື່ອງປົກກະຕິໃນອະນາຄົດອັນໃກ້ໆ. ໂຄວິດ ໃນຄັ້ງນີ້ ເຮັດໃຫ້ສັງຄົມປ່ຽນໄປຢ່າງຫຼວງຫຼາຍ ທ່າມກາງລະບົບເສດຖະກິດຫຼາຍຢ່າງກຳລັງລົ້ມລະລາຍນັ້ນ ເຮົາຍັງສາມາດເບິ່ງເຫັນບາງເລື່ອງທີ່ດີໆ ຂອງສັງຄົມທີ່ກຳລັງກໍ່ຕົວຂຶ້ນເຊັ່ນ ຄອບຄົວໄດ້ມີໂອກາດຢູ່ຮ່ວມກັນຫຼາຍຂຶ້ນ, ຄົນຫັນມາເບິ່ງແຍງສຸຂະພາບຕົນເອງ ແລະ ຄົນອ້ອມຂ້າງຫຼາຍຂຶ້ນ… ແລະ ຖ້າຫາກເບິ່ງໃນດ້ານຂອງທຸລະກິດການທ່ອງທ່ຽວ ເຮົາໄດ້ມີເວລາພັກຜ່ອນຫຼາຍ ທໍາມະຊາດຂອງບ້ານເຮົາກໍມີເວລາໄດ້ຟື້ນຕົວ ທີ່ສໍາຄັນທຸກຄວນໄດ້ຮຽນຮູ້ວ່າເຮົາບໍ່ຄວນ ປະໝາດ ໃນການໃຊ້ຊີວິດ ເພາະວ່າສິ່ງທີ່ບໍ່ຄາດຄິດອາດຈະເກີດຂຶ້ນໄດ້ຕະຫຼອດເວລາ ແລະ ຄວນຮັກກັນໃຫ້ຫຼາຍໆ ຕອນທີ່ເຮົາຍັງມີຊີວິດຢູ່. ຍ້ອນສະພາບການດັ່ງກ່າວເຮົາຈື່ງເກີດມີ New Normal ຫຼາຍຮູບແບບເກີດຂຶ້ນ. ສະນັ້ນ, ມາເລີ່ມຕົ້ນກັນທີ່ New Normal ດ້ານການທ່ອງທ່ຽວ ວ່າຈະເປັນແບບໃດ? New Normal ດ້ານການທ່ອງທ່ຽວ 1.1. ການເດີນທາງເປັນກຸ່ມນ້ອຍໆ ຫຼືຄົນດຽວຫຼາຍກວ່າ ກຸ່ມຜູ້ບໍລິໂພກໄວລຸ້ນ ແລະ ໄວເຮັດວຽກ ຈະເບິ່ງວ່າການເດີນທາງໃນລັກສະນະຂອງ ...

Read More »

ຍິນດີນຳທ່ານ ບຸນເຫຼືອ ພັນດານຸວົງ ຖືກແຕ່ງຕັ້ງເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຄົນໃໝ່

ໃນຕອນເຊົ້າ ຂອງວັນທີ 26 ພຶດສະພາ 2020, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປະກາດ ການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຄົນໃໝ່ ແລະ ການມອບ-ຮັບໜ້າທີ່ ຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະ ມົນຕີ ກະຊວງການຕ່າງປະເທດ, ບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມຜູ້ຕາງໜ້າ ແລະ ພະນັກງານຫລັກແຫລ່ງຂອງກະຊວງການຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີກ່າວ, ທ່ານ ຕິ່ງ ສຸກສັນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະ ນັກງານ ກະຊວງການຕ່າງປະເທດ, ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 234/ນຍ, ລົງວັນທີ 13 ພຶດສະພາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າກົມກົງສຸນ ເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຄົນໃໝ່. ໃນໂອກາດດຽວກັນນີ້, ...

Read More »

ລັດເຊຍ ມອບອຸປະກອນກວດເຊື້ອໂຄວິດ-19 ຈຳນວນ 1.000 ຊຸດ ໃຫ້ ສປປ ລາວ

ວັນທີ 26 ພຶດສະພາ 2020 ທີ່ ກະຊວງສາທາລະນະສຸກ, ສະຫະພັນລັດເຊຍ ມອບລະບົບກວດເຊື້ອພະຍາດ 1.000 ຊຸດ, ສານທີ່ໃຊ້ເພື່ອກວດຫາເຊື້ອພະຍາດໂຄວິດ-19 ແລະ ໜ້າກາກອະນາໄມໃຫ້ແກ່ ສປປ ລາວ ເພື່ອຊ່ວຍເຫຼືອວຽກງານຄວບຄຸມພະຍາດ ໂຄວິດ-19. ມອບ-ຮັບເຄື່ອງຊ່ວຍເຫຼືອ ກ່າວຮັບໂດຍ ທ່ານ ຮສ. ດຣ ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ແລະ ມອບໂດຍ ທ່ານ Vladimir A. Kalinin ເອກອັກຄະລັດຖະທູດ ແຫ່ງສະຫະພັນລັດເຊຍ ປະຈຳ ສປປ ລາວ. ເຄື່ອງດັ່ງກ່າວ ແມ່ນພັດທະນາໂດຍສູນຄົ້ນຄວ້າວິໄຈຊີວະວິທະຍາ ເວັກເຕີ, ສານທີ່ໃຊ້ເພື່ອກວດຫາເຊື້ອພະຍາດໂຄວິດ-19, ເຊິ່ງປະຊາຊົນລາວ ສາມາດເຂົ້າເຖິງການປິ່ນປົວ ແລະ ກວດຊອກຫາເຊື້ອພະຍາດດັ່ງກ່າວ. ຂ່າວ: ວຽງຈັນທາຍ

Read More »

ປະເທດໄທ ເລີ່ມທົດລອງວັກຊີນໂຄວິດ-19 ໃນລີງແລ້ວ ກ່ອນຈະທົດລອງກັບຄົນໃນເດືອນສິງຫານີ້…

ຜູ້ເສຍຊີວິດຈາກເຊື້ອໄວຣັດໂຄວິດ-19 ທົ່ວໂລກລະທຸ 347,852 ຄົນແລ້ວ ແລະ ມີຜູ້ຕິດເຊື້ອຫຼາຍກວ່າ 5,5 ລ້ານຄົນ ປະຊາຊົນທົ່ວໂລກຕ່າງຄົນຕ່າງລໍຖ້າຂ່າວດີ ກ່ຽວກັບການຜະລິດວັກຊີນປ້ອງກັນໂຄວິດ-19 ເຖິງຮູ້ດີວ່າການພັດທະນາວັກຊີນສຳລັບພະຍາດໃດໜຶ່ງ ຕ້ອງໃຊ້ເວລາຫຼາຍເດືອນ ຫຼື ເປັນປີ ແຕ່ໃນສະຖານະການແບບນີ້ ຄວາມກ້າວໜ້າພຽງເລັກໜ້ອຍກໍສ້າງຄວາມຫວັງໃຫ້ຜູ້ຄົນໄດ້ຫຼາຍພໍສົມຄວນ. ນັບວ່າເປັນຂ່າວດີ ແລະ ຄວາມສຳເລັດໜຶ່ງ ທີ່ປະເທດໄທ ທ່ານ ສຸວິດ ເມສິນສີ ລັດຖະມົນຕີວ່າການກະຊວງ ການອຸດົມສຶກສາວິທະຍາສາດວິໄຈ ແລະ ນະວັດຕະກຳ ນຳທີມຜູ້ບໍລິຫານ ລົງພື້ນທີ່ສູນວິໄຈໄທເມດແຫ່ງຊາດ ຈຸລາລົງກອນມະຫາວິທະຍາໄລ ເມືອງແກ່ງຄອຍ ຈັງຫວັດ ສະລະບູລີ ເພື່ອຕິດຕາມຄວາມຄືບໜ້າການທົດສອບວັດຊີກໂຄວິດ-19 ວັກຊີນທີ່ໃຊ້ທົດລອງເປັນເຕັກໂນໂລຊີໃຫມ່ຂອງການວິໄຈວັກຊີນ ໂດຍສາຍພັນທຸກຳຂອງເຊື້ອຊະນິດ  mRNA  ທີ່ຜ່ານມາ ການທົດລອງວັກຊີນຊະນິດນີ້ໃນໜູຖືກລະບຸວ່າ: ປະສົບຄວາມສຳເລັດໃນລະດັບດີ ຜູ້ວິໄຈຈຶ່ງເລີ່ມການທົດລອງໃນລີງ ໂດຍໃຊ້ກັບລີງທັງໝົດ 13 ໂຕ ເພດເມຍ ອາຍຸ 4-6 ປີ ຫຼືທຽບໄດ້ກັບຄົນອາຍຸ 12 ປີຂຶ້ນໄປ ເຊິ່ງຢູາໃນໄວຈະເລີນພັນ ທ່ານ ສຸວິດ ກ່າວວ່າ ຈະທົດລອງ ວັກຊິນໃນລີງ 3 ຄັ້ງ ເຊິ່ງຫຼັງການທົດລອງໃນເຂັ້ມທີ ...

Read More »

ລັດຖະບານ ຕົກລົງໃຫ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານ ໃຫ້ຜູ້ທີ່ຢູ່ໃນລະບົບປະກັນສັງຄົມ

ກອງປະຊຸມລັດຖະບານ ທີ່ຈັດຂຶ້ນໃນລະຫວ່າງວັນທີ 21-22 ພຶດສະພາ 2020 ໄດ້ມີທິດຊີ້ນໍາ ເຫັນດີໃຫ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານໃຫ້ຜູ້ທີ່ຢູ່ໃນລະບົບປະກັນສັງຄົມ ຕາມຄວາມສາມາດຂອງຄັງປະກັນສັງຄົມ ແລະ ວົງເງິນປະກັນຕົນຂອງຜູ້ອອກແຮງງານ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍປະກັນສັງຄົມ. ທິດຊີ້ນໍາ ດັ່ງກ່າວແມ່ນພາຍຫຼັງທີ່ກອງປະຊຸມໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ອອກແຮງງານລາວ ທັງນອກ ແລະ ໃນລະບົບ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19 ທີ່ສະເໜີໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຊຶ່ງໃນບົດລາຍງານດັ່ງກ່າວ ໄດ້ແຈ້ງໃຫ້ຊາບກ່ຽວກັບການຊ່ວຍເຫຼືອຜູ້ອອກແຮງງານລາວທີ່ກັບມາຈາກຕ່າງປະເທດ, ແຮງງານທີ່ຢູ່ພາຍໃນປະເທດ ແລະ ນະໂຍບາຍໃນການຊ່ວຍເຫຼືອແຮງງານໃນໄລຍະຜ່ານມາ, ພ້ອມທັງໄດ້ສະເໜີທິດທາງໃນການຄຸ້ມຄອງ ແລະ ນໍາໃຊ້ແຮງງານໃນຕໍ່ໜ້າ. ພ້ອມກັນນີ້ ກອງປະຊຸມລັດຖະບານ ກໍໄດ້ຊີ້ນໍາໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເກັບກຳສະຖິຕິ ແລະ ການຂຶ້ນທະບຽນແຮງງານໃຫ້ລະອຽດ ແລະ ໃຫ້ສຳເລັດໂດຍໄວ, ຫຼັງຈາກນັ້ນ ສົມທົບກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ຜູ້ປະກອບການ ກ່ຽວກັບແຜນການນໍາໃຊ້ແຮງງານດັ່ງກ່າວ ພ້ອມທັງສົມທົບກັບພາກສ່ວນ ກ່ຽວຂ້ອງ ຄົ້ນຄວ້າແຜນການສ້າງ ແລະ ເຝິກສີມືແຮງງານ ໃຫ້ມີຄຸນນະພາບ ແລະ ຕາມຄວາມຕ້ອງການຕົວຈິງຂອງຕະຫຼາດແຮງງານ. ຂ່າວ: ວຽງຈັນທາຍ ພາບ ...

Read More »

ປະ­ຊາ­ຊົນ​ຈຳ­ນວນໜຶ່ງ​ ຍັງບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍຈາກໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ

ທ່ານ ພຶດ­ສະ­ພາ ພູມ​ມະ​ສັກ ປະ­ທານ​ບໍ­ລິ­ສັດ ທາງ​ດ່ວນ​ວຽງ​ຈັນ ໝາຍ​ເລກ 1 ຈໍາ­ກັດ​ຜູ້​ດຽວໄດ້ກ່າວລາຍງານຄວາມຄືບໜ້າຂອງໂຄງການດັ່ງກ່າວ ຕໍ່ ທ່ານ ປອ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະ­ນະ ທີ່ໄດ້​ລົງຕິດ­ຕາມ​ຄວາມ​ຄືບ​ໜ້າ​ໂຄງການດັ່ງກ່າວໃນບໍ່ດົນມານີ້ວ່າ ໜ້າວຽກຂອງໂຄງການໂດຍລວມແມ່ນສໍາເລັດໄປຕາມແຜນ ແລະ ຈະສໍາເລັດການກໍ່ສ້າງຕາມແຜນການທີ່ວາງໄວ້ຢ່າງແນ່ນອນຄືໃນປີ 2023, ໜ້າ​ວຽກທີ່​ຫຍຸ້ງ­ຍາກ ແລະ ຍັງ​ບໍ່​ສາ­ມາດຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້ແມ່ນ​ການ​ໄກ່​ເກ່ຍຈ່າຍ​ຄ່າ​ຊົດ​ເຊີຍ​ທີ່ດິນໃຫ້​​ປະ­ຊາ­ຊົນ​ຈຳ­ນວນ​ໜຶ່ງທີ່ຖືກໂຄງການ ທີ່ຍັງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍ​ທີ່ຄິດ­ໄລ່​ໃຫ້ ແລະ ບັນ­ຫາ​ອື່ນໆ​ອີກ​ຈຳ­ນວນ​ໜຶ່ງ. ໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ນະຄອນຫຼວງວຽງຈັນ ໝາຍ​ເລກ 1 ໂດຍນັບແຕ່ເຂດ​ເສດ­ຖະ­ກິດ​ສະ­ເພາະ​ບຶງ​ທາດຫຼວງ ​ຫາ ​ເສັ້ນ­ທາງ​ເລກ​ທີ 13 ໃຕ້ ຊຶ່ງເປັນໄລ­ຍະ​ທີ 1 ມີ​ຄວາມ​ຍາວ​ທັງ​ໝົດ 13,13 ກິ­ໂລ­ ​ໂດຍມີໄລ­ຍະ​ການ​ກໍ່­ສ້າງ 36 ເດືອນ ເລີ່ມ​ລົງ­ມື​ກໍ່­ສ້າງ​ ແຕ່​ວັນ​ທີ 20 ກຸມ­ພາ 2020  ແລະ ຈະ​ສຳ­ເລັດ​ວັນ​ທີ 20 ກຸມ­ພາ 2023 ຫຼື 3 ປີ, ປັດ­ຈຸ­ບັນນີ້ໄດ້ສຸມໃສ່​ວຽກງານ ​ຊົດ​ເຊີຍທີ່ດິນໂດຍ​ສຳ­ເລັດ​ເປັນ​ຈຳ­ນວນ​ຫຼາຍ ແລະ ວຽກ​ບຸກ­ເບີກ​ແລວ​ທາງ. ການ​ສ້າງ​ທາງ​ດ່ວນວຽງ​ຈັນ ໝາຍ​ເລກ 1  ​ແມ່ນ​ມີ​ຈຸດ­ປະ­ສົງ​ເພື່ອ​ຫຼຸດ­ຜ່ອນ​ຄວາມ​ແອ​ອັດການສັນ­ຈອນ​ໃນນະຄອນຫຼວງວຽງຈັນ ແລະ ໃຫ້​ປະ­ຊາ­ຊົນ​ມີ​ເສັ້ນ­ທາງ​ໄປ​ມາ​ທີ່​ສະ­ດວກ​ສະ­ບາຍ ...

Read More »

ສປປ ລາວ ມີຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍແລ້ວ 4 ຄົນ ຕິດເຊື້ອພັນກວ່າກໍລະນີ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວຕໍ່ສື່ມວນຊົນໃນວັນທີ 24 ພຶດສະພາ 2020 ຜ່ານມາວ່າ: ປະເທດລາວເຮົາມີຜູ້ຕິດເຊື້ອໄຂ້ຍຸງລາຍໃນປີ 2019 ທັງໝົດ 39.091 ກໍລະນີ, ເສຍຊີວິດ 76 ຄົນ, ປີ 2020 ມາຮອດວັນທີ 22 ພຶດສະພາ 2020 ມີຜູ້ຕິດເຊື້ອທັງໝົດ 1.337 ກໍລະນີ, ເສຍຊີວິດ 4 ຄົນ ຢູ່ນະຄອນຫຼວງວຽງຈັນ 2 ຄົນ, ໄຊຍະບູລີ 1 ຄົນ ແລະ ແຂວງຄຳມ່ວນ 1 ຄົນ. ທັງນີ້, ນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍກວ່າໝູ່ 345 ກໍລະນີ, ເສຍຊີວິດແລ້ວ 2 ຄົນ, ຮອງລົງມາແມ່ນແຂວງ ອັດຕະປື 190 ກໍລະນີ, ແຂວງວຽງຈັນ 186 ກໍລະນີ, ຄຳມ່ວນ 105 ກໍລະນີ ...

Read More »

Panasonic ກຽມປິດໂຮງງານຢູ່ໄທ ຍ້າຍໄປຫວຽດນາມ

ພານາໂຊນິກ (Panasonic) ກຽມປິດໂຮງງານການຜະລິດເຄື່ອງໃຊ້ໄຟຟ້າໃນປະເທດໄທ ໃນເດືອນກັນຍານີ້ ແລະ ຈະຍ້າຍຖານການຜະລິດໄປປະເທດຫວຽດນາມ ພ້ອມຕັ້ງເປັນສູນກາງການຜະລິດໃຫຍ່ຫວັງຫຼຸດຕົ້ນທຶນ. ວັນທີ 21 ພຶດສະພາ 2020 ນິກເຄອິ ອາຊຽນລີວິວ ເວັບໄຊເສດຖະກິດຂອງຍີ່ປຸ່ນລາຍງານວ່າ: ພາ​ນາ​ໂຊ​ນິກ ຜູ້​ຜະລິດ ​ເຄື່ອງ​ໃຊ້​ໄຟຟ້າ ກຽມ​ປິດ​ໂຮງງານ​ ຜະລິດ ​ເຄື່ອງ​ໃຊ້ ​ໄຟຟ້າ ຂະໜາດ​ໃຫຍ່​ ແຫ່ງ​ໜຶ່ງ ​ຢູ່​ປະເທດໄທ ພາຍ​ໃນ ​ໄຕ​ມາດ 3 ຂອງ​ ປີ​ນີ້ ​ແລະ ຈະຕັ້ງ​ໂຮງງານ ຂະໜາດ​ໃຫຍ່​ກວ່າ ​ໃນ​ຫວຽດນາມ ​ເພື່ອ​ເພີ່ມ​ປະສິດທິພາບ ​ການ​ຜະລິດ. ສຳລັບ ​ໂຮງງານ ​ດັ່ງກ່າວ ​ໃນ​ໄທ ຈະ​ຢຸດ​ຜະລິດ​ ເຄື່ອງ​ຊັກ​ຜ້າ ​ໃນ​ເດືອນ​ກັນຍາ ​ແລະ ຕູ້​ເຢັນ ​ໃນ​ເດືອນ​ຕຸລາ ກ່ອນ​ປິດ​ ອາຄານ ​ໂຮງງານໃນ​ເດືອນ​ມີນາ​ປີໜ້າ. ຂະນະ​ດຽວ​ກັນ ສູນ​ວິ​ໄຈ ​ແລະ ພັດທະນາ ທີ່ຢູ່​ ອາຄານ ​ໃກ້​ກັນ ກໍ​ຈະ​ປິດ​ລົງ​ ອີກ​ດ້ວຍ. ສາ​ເຫດ​ທີ່​ຍ້າຍ ການ​ຜະລິດ ​ໄປ​ຍັງ​ ...

Read More »

ນັກຄົ້ນຄວ້າລາວ ຮ່ວມທົດລອງໃຊ້ຢາຕ້ານໂຄວິດ-19 ກັບ ນານາຊາດ

ນັກຄົ້ນຄວ້າຈາກລາວ, ອັງກິດ, ໄທ, ຫວຽດນາມ, ກຳປູເຈຍ ແລະ ອີຕາລີ ໄດ້ເຂົ້າຮ່ວມທົດລອງໃຊ້ຢາຕ້ານໂຄວິດ-19. ຈະມີການໃຊ້ຢາຕ້ານມາລາເຣຍສອງຊະນິດ ຄຶື ຢາ ໂຄຼໂຣຄວີນ ແລະ ໄຮດຣອກຊິໂຄຼໂຣຄວີນ ແລະ ຢາຫຼອກ (placebo) ກັບ ແພດໝໍຈາກເອີຣົບ, ອາຝຣິກາ, ອາຊີ ແລະ ອາເມລິກາໃຕ້ຈຳນວນ 40.000 ກວ່າຄົນ ທີ່ສຳພັດກັບຄົນຕິດເຊື້ອໂຄວິດ-19. ຜູ້ເຂົ້າຮ່ວມການທົດລອງຈາກອັງກິດຈະໄດ້ກິນຢາ ໄຮດຣອກຊິໂຄຼໂຣຄວີນ ແລະ ຢາຫຼອກເປັນເວລາສາມເດືອນ ຂະນະທີ່ຜູ້ເຂົ້າຮ່ວມຈາກອາຊີຈະໄດ້ຮັບຢາ ໂຄຼໂຣຄວີນ ແລະ ຢາຫຼອກ ເພື່ອພິສູດວ່າຢາທັງສອງປະເພດສາມາດປ້ອງກັນແພດໝໍທີ່ສຳພັດກັບເຊື້ອໂຄວິດບໍ່ໃຫ້ຕິດເຊື້ອ. ຄາດວ່າຈະຮູ້ຜົນການທົດລອງໃນທ້າຍປີນີ້. ໂຄຼໂຣຄວີນ ແລະ ໄຮດຣອກຊິໂຄຼໂຣຄວີນ ເປັນຢາທີ່ສາມາດຫຼຸດໄຂ້ ແລະ ການອັກເສບ ແລະ ຖືກນຳໃຊ້ເປັນຢາຕ້ານ ແລະ ປິ່ນປົວພະຍາດມາລາເຣຍ. ແຫຼ່ງຂ່າວ: ບີບີຊີ / ຂ່າວສານປະເທດລາວ

Read More »