Author Archives: Paeng KC

ທົ່ວປະເທດລາວ ເສຍຊີວິດແລ້ວ 2 ຄົນ ຈາກພະຍາດໄຂ້ຍຸງລາຍ

ການລະບາດຂອງພະຍາດໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດໃນທົ່ວປະເທດ ແລະ ເສຍຊີວິດແລ້ວ 2 ຄົນ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງໄຊຍະບູລີ. ​ກົມ​ຄວບ​ຄຸມ­ພະ​ຍາດ ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະສຸກ ​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ນັບແຕ່ທ້າຍເດືອນທັນວາ 2019 ຫາ ວັນທີ 18 ພຶດສະພາ 2020, ທົ່ວ​ປະ­ເທດ​ ໄດ້ມີກໍລະມີ​ຄົນ​ເຈັບ​​ ຈາກພະຍາດ​ໄຂ້­ຍຸງ​ລາຍ 1,234 ກໍລະ­ນີ, ເສຍຊີວິດແລ້ວ 2 ຄົນ. ໃນ​ນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 327 ກໍລະນີ ເສຍຊີວິດ 1 ຄົນ, ແຂວງ ອັດຕະປື 184 ກໍລະນີ, ວຽງຈັນ 169 ກໍລະນີ, ຄຳມ່ວນ 93 ກໍລະນີ, ບໍລິຄຳໄຊ 92 ກໍລະນີ, ສະຫວັນນະເຂດ 84 ກໍລະນີ, ສາລະວັນ 77 ກໍລະນີ, ໄຊຍະບູລີ 72 ກໍລະນີ ເສຍຊີວິດ 1 ຄົນ ແລະ ...

Read More »

ເສດຖະກິດໄທ ເຂົ້າສູ່ສະພາວະຖົດຖອຍ ຮ້າຍແຮງທີ່ສຸດໃນຮອບ 8 ປີ

ເສດຖະກິດໄທໄດ້ຫຼຸດລົງໄວທີ່ສຸດໃນຮອບ 8 ປີ ໃນໄຕມາດທຳອິດ, ເຊິ່ງໄດ້ເຮັດໃຫ້ເສດຖະກິດໃຫຍ່ອັນດັບສອງຂອງອາຊີຕາເວັນອອກສ່ຽງໃຕ້ຕົກເຂົ້າສູ່ສະພາວະຖົດຖອຍໄວກວ່າຄາດໝາຍ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ກະທົບຕໍ່ກັບຂະແໜງການທ່ອງທ່ຽວ ແລະ ການເຄື່ອນໄຫວທາງເສດຖະກິດດ້ານອື່ນໆ. ອົງການແຜນການຂອງລັດຖະບານໄດ້ລາຍງານຂໍ້ມູນແຕ່ເດືອນມັງກອນຫາເດືອນມີນາ, ໃນວັນຈັນຜ່ານມານີ້ວ່າ ໄດ້ຫຼຸດການຄາດຄະເນຂອງລວມຍອດຜະລິດຕະພັນພາຍໃນປີ 2020 (GDP) ລົງໃນລະດັບ ຕິດລົບ 5,0-6,0% ຈາກການເຕີບໂຕ 1,5% – ຄາດຄະເນ 2,5% ທີ່ໄດ້ຖືກຄາດຄະເນໃນເດືອນກຸມພາ. ນັ້ນແມ່ນການຫຼຸດລົງທີ່ຮ້າຍແຮງທີ່ສຸດນັບແຕ່ປີ 1998, ໃນວິກິດການ-ການເງິນຂອງອາຊີ. ເສດຖະກິດໄດ້ຫຼຸດລົງ 1,8% ໃນໄຕມາດທຳອິດຈາກປີທີ່ຜ່ານມາ, ເຊິ່ງເປັນການຫົດຕົວທີ່ເລິກທີ່ສຸດນັບຕັ້ງແຕ່ໄຕມາດທີ 4 ຂອງປີ 2011, ໃນເວລາເກີດໄພນໍ້າຖ້ວມຄັ້ງໃຫຍ່. ນີ້ແມ່ນດີກ່ວາການຫົດຕົວຂອງ 4,0% ໃນການສຳຫຼວດ Reuters ແລະ ທຽບກັບການເຕີບໂຕ 1,5% ໃນໄຕມາດສຸດທ້າຍຂອງປີ 2019  ທີ່ປັບຫຼຸດລົງ. ” ຜົນກະທົບຂອງການແຜ່ລະບາດໃນໄຕມາດທີ 2 ຈະຍິ່ງຫຼາຍກ່ວາໃນໄຕມາດທຳອິດຂອງປີນີ້” ທ່ານ ພະຊາສະພົດ ນຸກາມາດສ, ນັກເສດຖະສາດຂອງທະນາຄານກຸງໄທ, ຄາດຄະເນວ່າເສດຖະກິດຈະຫຼຸດລົງໃນລະດັບ 8,8% ໃນປີນີ້. ຜົນກະທົບຂອງການປົດລ໋ອກ, ໃນຂະນະທີ່ຜ່ອນຄາຍບາງຢ່າງ, ຈະສົ່ງຜົນກະທົບຕໍ່ການໃຊ້ຈ່າຍຂອງຄົວເຮືອນ ແລະ ການລົງທຶນຂອງເອກະຊົນໃນປີທີ່ເຫຼືອ. ...

Read More »

ນໍ້າຕົກຕາດເເຊພະ-ແຊປ້ອງໄລ ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າ ມີມູນຄ່າເສຍຫາຍຫຼາຍກວ່າ 30 ຕື້ກີບ

ການພັດທະນາພື້ນຖານໂຄງລ່າງ ນ້ຳຕົກຕາດແຊພະ-ແຊ ປ້ອງໄລ ຈະສໍາເລັດພາຍໃນ 3 ປີ ນໍ້າຕົກຕາດເເຊພະ-ແຊປ້ອງໄລ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ໃນໄລຍະທີ່ຜ່ານມາທີ່ມີມູນຄ່າເສຍຫາຍຫຼາຍກວ່າ 30 ຕື້ກີບ ກໍາລັງໄດ້ຮັບການພັດທະນາ. ປັດຈຸບັນນີ້ ຜູ້ສໍາປະທານແຫຼ່ງທ່ອງທ່ຽວດັ່ງກ່າວກໍາລັງເລັ່ງພັດທະນາພື້ນຖານໂຄງລ່າງ ໂດຍສະເພາະການສ້າງຕາຂ່າຍໄຟຟ້າເຂົ້າຫາແຫຼ່ງທ່ອງທ່ຽວ, ເສັ້ນທາງເຂົ້າອອກ, ສ້າງອ່າງເກັບນໍ້າຂະໜາດໃຫ່ຍ, ສ້າງຮ້ານອາຫານ, ລີສອດ, ບ້ານພັກ, ສວນດອກໄມ້, ນໍ້າພຸ, ສວນໄມ້ໃຫ້ໜາກ, ສະຖານທີ່ຈອດລົດ ແລະ ອື່ນໆ ຊຶ່ງຈະມີການລົງທຶນເກືອບ 20 ຕື້ກີບ. ທ່ານ ວົງວິໄລ ໄຊຍະສອນ ຜູ້ສຳປະທານ ແຫຼ່ງທ່ອງທ່ຽວທາງທຳມະຊາດນ້ຳຕົກຕາດ ແຊພະ-ແຊປ້ອງໄລ ໄດ້ກ່າວໃນບໍ່ດົນມານີ້ວ່າ: ຫຼັງຈາກສະຖານທີ່ທ່ອງທ່ຽວດັ່ງກ່າວໄດ້ຮັບຜົນກະທົບຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນປີ 2018 ຮອດທ້າຍເດືອນທັນວາ 2019 ແມ່ນໄດ້ມີການເລີ່ມການພັດທະນາ ແຫຼ່ງທ່ອງທ່ຽວດັ່ງກ່າວ, ຮອດປັດຈຸບັນສໍາເລັດແລ້ວຫຼາຍກວ່າ 10% ແລະ ຈະສໍາເລັດ 100% ພາຍໃນ 3 ປີ ຫຼື ປີ 2023 ເຖິງແມ່ນວ່າທຶນຮອນບໍ່ຫຼາຍແຕ່ຈໍາເປັນຕ້ອງໄດ້ເຮັດເພື່ອຮັກສາແຫຼ່ງທ່ອງທ່ຽວແຫ່ງນີ້ໄວ້ໃຫ້ເຊັ່ນລູກເຊັ່ນຫຼານ ແລະ ຈະພະຍາມາມເຮັດໃຫ້ມັນສວຍງາມກວ່າທີ່ຜ່ານມາເພື່ອເປັນໃບໜ້າໃບຕາຂອງແຂວງອັດຕະປື. ສິ່ງສໍາຄັນໃນການພັດທະນາແຫຼ່ງທ່ອງທ່ຽວແຫ່ງນີ້ຄືນໃໝ່ນີ້ແມ່ນການຟື້ນຟູປ່າທີ່ຢູ່ອ້ອມຮອບຕາດໃຫ້ກັບມາອຸດົມສົມບູນຄືທີ່ຜ່ານມາ ...

Read More »

ຜົນກະທົບທາງເສດຖະກິດໂລກ ຈາກການແຜ່ລະບາດໂຄວິດ-19 ເຮັດໃຫ້ລາຄານໍ້າມັນຫຼຸດລົງ

ລາຄານໍ້າມັນໃນຕະຫຼາດໂລກຫຼຸດລົງຫຼາຍ, ໃນປັດຈຸບັນ, ເກີດຈາກທັງບັນຫາອຸປະສົງ ແລະ ອຸປະທານພ້ອມໆກັນ ລວມເຖິງຄວາມບໍ່ແນ່ນອນກ່ຽວກັບອະນາຄົດ ແລະ ສົ່ງຜົນໃຫ້ເກີດຄວາມຜິດພາດໃນຕະຫຼາດການເງິນ ແຕ່ສິ່ງໃດຄືສາເຫດຂອງການລາຄາຖືກລົງຄັ້ງນີ້ ແລະ ແມ່ນຫຍັງຄືຜົນກະທົບເສດຖະກິດການສົ່ງອອກນໍ້າມັນ ແລະ ການນຳເຂົ້ານໍ້າມັນ? ເຮົາມາວິເຄາະນຳກັນ. ດ້ານອຸປະສົງ ຄວາມຕ້ອງການຂອງຕະຫຼາດພະລັງງານໂລກນໍ້າມັນແກ໊ສ໌ທໍາມະຊາດ ແລະ ຖ່ານຫີນ ຫຼຸດລົງເນື່ອງຈາກຜົນກະທົບຂອງ ໂຄວິດ-19 ແຜ່ກະຈາຍໄປທົ່ວໂລກຄວາມຕ້ອງການໃຊ້ນໍ້າມັນທີ່ຫຼຸດລົງນີ້ ມີຄວາມສຳຄັນ ເນື່ອງຈາກນໍ້າມັນສ່ວນໃຫຍ່ຈະຖືກໃຊ້ໃນຂະແໜງການທຸລະກິດຂົນສົ່ງ ແລະ ການເດີນທາງ, ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ລວມເຖິງການລ໋ອກດາວ ແລະ ການກັກກັ້ນໃນຫຼາຍປະເທດ ເຮັດໃຫ້ການບໍລິໂພກພາຍໃນປະເທດທີ່ຫຼຸດລົງເປັນຈຳນວນຫຼວງຫຼາຍ ແລະ ການລົງທຶນໃຫມ່ທີ່ຫຼຸດລົງ  ແລະ ເສດຖະກິດຜ່ານການເຊື່ອມໂຍງການຄ້າ ແລະ ການຜະລິດທີ່ຢຸດສະງັກດ້ານອຸປະທານ ແລະ ການຄ້າ, ການຫັນຄ່າໃຊ້ຈ່າຍໄປຂະແໜງສາທາລະນະສຸກທີ່ມີີພຽງບາງຊ່ອງທາງໄດ້ສົ່ງຜົນກະທົບດ້ານອຸປະສົງໃນຕະຫຼາດນໍ້າມັນ. ຄວາມຕ້ອງການນໍ້າມັນທົ່ວໂລກຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ປີ 2009 ທີ່ພາວະເສດຖະກິດຫຼຸດລົງທົ່ວໂລກ, ຄວາມຕ້ອງການຄາດວ່າຈະຫຼຸດລົງ 9,3 ລ້ານບາເຣວຕໍ່ມື້ (mbd) ປີຕໍ່ປີ ໃນປີ 2020 ຕາມທີ່ສຳນັກງານພະລັງງານ ລະຫວ່າງປະເທດໃນໄຕມາດທີ 2 ປີ 2020 ຄາດວ່າຄວາມຕ້ອງການຈະຕໍ່າກວ່າລະດັບປີແລ້ວ 23,1 ລ້ານບາເຣວ ເຖິງແມ່ນວ່າຜົນກະທົບທີ່ແນ່ນອນຂອງການລະບາດຂອງໂຄວິດ-19 ...

Read More »

ວຽກຈຸດສຸມຂອງລັດຖະບານໃນປີ 2020

ສະບັບກ່ອນໄດ້ເວົ້າເຖິງຄາດຄະເນ GDP ໃນປີ 2020; ສ່ວນສະບັບເດືອນ ພຶດສະພາ ນີ້ຢາກຈະນໍາສະເໜີວຽກຈຸດສຸມຂອງລັດຖະບານ; ເຊິ່ງກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ທີ່ດໍາເນີນໃນລະຫວ່າງວັນທີ 19-20 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ; ຜູ້ຂຽນຂໍນໍາເອົາວຽກຈຸດສຸມຕົ້ນຕໍມານໍາສະເໜີດັ່ງລຸ່ມນີ້: ເສດຖະກິດ ວັດທະນະທໍາ-ສັງຄົມ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ການເຕີບໂຕສີຂຽວ, ການປະຕິບັດບັນດາເງື່ອນໄຂ ເພື່ອຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ (LDC) ແລະ ພັດທະນາແບບຍືນຍົງ (SDG) ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການຕ່າງປະເທດ ແລະ ການເຊື່ອມໂຍງກັບສາກົນ ການຄຸ້ມຄອງບໍລິຫານລັດ (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) focused works of the government in ...

Read More »

ມາຮູ້ຈັກ!!! ເຈົ້າຂອງ ແລະ ຈຸດເລີ່ມຕົ້ນ ຮຸ່ງອາລຸນ ຂົນສົ່ງດ່ວນ ທີ່ຄ່າຂົນສົ່ງຖືກທີ່ສຸດ ໃນ ສປປ ລາວ

“ນັກທຸລະກິດ ຕ້ອງມີສ່ວນຮ່ວມໃນການເບິ່ງແຍງສັງຄົມ ບໍ່ແມ່ນຍາມໃດກໍຈະໃຫ້ແຕ່ ພັກ-ລັດຮັບຜິດຊອບສັງຄົມຢູ່ຝ່າຍດຽວ  ເພາະຫາກສັງຄົມດີ ສັງຄົມສີວິໄລ ແລະ ສະຫງົບສຸກ  ກໍຈະເປັນຜົນດີຕໍ່ຫົວໜ່ວຍທຸລະກິດເຊັ່ນດຽວກັນ ເພາະຈະເຮັດໃຫ້ສາມາດດໍາເນີນທຸລະກິດຢູ່ໄດ້ ແລະ ປະສົບຜົນສຳເລັດ” ນີ້ເປັນຄຳເວົ້າຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ໄດ້ກ່າວໄວ້ໃນກອງປະຊຸມພົບປະນັກທຸລະກິດທ້າຍປີ 2016 ທີ່ໂຮງແຮມດອນຈັນພາເລດ ແລະ ໄດ້ກາຍເປັນແຮງບັນດານໃຈໃຫ້ນັກທຸລະກິດທ່ານໜຶ່ງທີ່ມີຊື່ວ່າ ທ່ານ ສີສະຫວັນ ມ່າຢົງເຊິນ ອາຍຸ 31 ປີ ຢາກສ້າງທຸະກິດໃດໜຶ່ງທີ່ສາມາດປະກອບສ່ວນຊ່ວຍໃຫ້ສັງຄົມລາວເຮົາດີຂຶ້ນ. ຫຼັງຈາກກອງປະຊຸມມື້ນັ້ນ ທ່ານ ສີສະຫວັນ ໄດ້ນຳຄຳເວົ້າດັ່ງກ່າວໄປທົບທວນຊ້ຳໄປຊ້ຳມາວ່າ ທຸລະກິດໃດທີ່ຈະຊ່ວຍສັງຄົມໄດ້ປະກອບກັບໃນຂະນະນັ້ນ ເພິ່ນໄດ້ຍິນຜູ້ປະກອບການຫຼາຍຄົນຈົ່ມວ່າຜະລິດສິນຄ້າມາແລ້ວຂາຍບໍ່ໄດ້ ຍ້ອນຕະຫຼາດພາຍໃນຍັງບໍ່ກວ້າງ ການກະຈາຍສິນຄ້າກໍບໍ່ທົ່ວເຖິງເຊິ່ງແນ່ນອນວ່າຂໍ້ຫຍຸ້ງຍາກເຫຼົ່ານີ້ ສ່ວນໜຶ່ງແມ່ນເນື່ອງມາຈາກບັນຫາຂອງລະບົບໃຫ້ບໍລິການຂົນສົ່ງທີ່ຍັງລາຄາສູງ ແລະ ບໍ່ໄດ້ມາດຕະຖານຈາກບັນຫາຕ່າງໆທີ່ກ່າວມານັ້ນເຮັດໃຫ້ ທ່ານ ສີສະຫວັນ ພິຈາລະນາເຖິງທ່າແຮງທີ່ມີຢູ່ ເຊິ່ງຕົວເພິ່ນເອງກໍເປັນທາຍາດລຸ້ນທີສອງຂອງ ບໍລິສັດ ຮຸ່ງອາລຸນ ຂາອອກ-ຂາເຂົ້າ…(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ...

Read More »

ນໍ້າປະປານະຄອນຫຼວງ ຫຼຸດຄ່ານໍ້າ 5% ສະເພາະປະເພດຄົວເຮືອນ

ໃນວັນທີ 19 ພຶດສະພາ 2020 ລັດວິສາຫະກິດນໍ້າປະປານະຄອນຫຼວງ ແຈ້ງໃຫ້ຮູ້ວ່າ: ວິສາຫະກິດຂອງຕົນ ຈະຄິດໄລ່ຫຼຸດຄ່ານໍ້າປະປາລົງ 5% ຂອງມູນຄ່າການໃຊ້ນໍ້າຕົວຈິງ ໃຫ້ລູກຄ້າປະເພດ I (ຄົວເຮືອນທົ່ວໄປ), ຊຶ່ງຈະເລີ່ມປະຕິບັດນັບແຕ່ເດືອນພຶດສະພາ ຫາ ເດືອນກໍລະກົດ 2020 ເພື່ອຊ່ວຍຫຼຸດຜ່ອນຜົນກະທົບ ຈາກສະພາບການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19. ສ່ວນລູກຄ້າປະເພດ II (ສໍານັກງານອົງການພັກ-ລັດ) ແລະ ປະເພດ III (ຫົວໜ່ວຍທຸລະກິດ ແລະ ໂຮງຈັກ-ໂຮງງານຕ່າງໆ) ແມ່ນໃຫ້ຄິດໄລ່ຕາມປົກກະຕິໂດຍບໍ່ມີສ່ວນຫຼຸດໃດໆ. ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ. ທີ່ມາ: ຂ່າວສານປະເທດລາວ

Read More »

ສປປ ລາວ ສົ່ງຄົນຈີນ ທີ່ຕົກຄ້າງຢູ່ລາວ ຊ່ວງໂຄວິດ 300 ກວ່າຄົນ ກັບຄືນປະເທດ

ເນື່ອງຈາກ 3-4 ເດືອນຜ່ານມາໄດ້ມີການລະບາດຂອງເຊື້ອພະຍາດໂຄວິດ-19 ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ມີຜູ້ຕິດເຊື້ອທົ່ວໂລກແລ້ວຫຼາຍກວ່າ 4 ລ້ານຄົນ ດັ່ງນັ້ນຈຶ່ງເຮັດໃຫ້ຫຼາຍປະເທດໄດ້ລັອກດາວປະເທດຂອງຕົນ ໂດຍຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ ພ້ອມປິດໝົດທຸກການຄົມມະນາຄົມຂົນສົ່ງທັງທາງບົກ, ນໍ້າ ແລະ ອາກາດ. ດັ່ງນັ້ນຈຶ່ງເຮັດໃຫ້ມີຄົນຕ່າງປະເທດຕົກຄ້າງຢູ່ພາຍໃນປະເທດຂອງຕົນຈຳນວນຫຼາຍ ແລະ ປະເທດລາວເຮົາກໍເຊັ່ນດຽວກັນ ຫຼ້າສຸດ ວັນທີ 19 ພຶດສະພາ 2020 ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ຈັດຈັດສົ່ງແຮງງານ ແລະ ນັກທ່ອງທ່ຽວ ສັນຊາດຈີນທີ່ຕົກຄ້າງກັບຄືນປະເທດຈໍານວນ 300 ກວ່າຄົນ. ທີ່ສຳຄັນປັດຈຸບັນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ປິດກິດຈະການຊົ່ວຄາວມາໄລຍະໜຶ່ງ ໂດຍສະເພາະແມ່ນເພື່ອປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. Cr: Laos 360°C / ລາວ 360 ອົງສາ

Read More »

ທະນາຄານທຸລະກິດ 21 ແຫ່ງ ທີ່ມີລູກຄ້າສິນເຊື່ອໄດ້ຮັບຜົນກະທົບຈາກໂຄວິດ-19

ທະນາຄານທຸລະກິດທັງໝົດ 43 ແຫ່ງ ແລະ ມີພຽງແຕ່ 21 ແຫ່ງ ທີີ່ໄດ້ລາຍງານໃຫ້ທະນາຄານ ແຫ່ງ ສປປ ລາວ ວ່າລູກຄ້າສິນເຊື່ອຂອງຕົນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19, ຫຼັງຈາກຄະນະສະເພາະກິດນະໂຍບາຍ ດ້ານເງິນຕາເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດ COVID-19 ໄດ້ອອກແຈ້ງການໃນບໍ່ດົນມານີ້ ເຖິງທະ ນາຄານ ຫຼື ສະຖາບັນການເງິນ ໃຫ້ປະຕິບັດນະໂຍບາຍຜ່ອນຜັນຕໍ່ລູກຄ້າທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19. ສ່ວນທະນາຄານທຸລະກິດ ອີກ 15 ແຫ່ງ ໄດ້ລາຍງານວ່າລູກຄ້າສິນເຊື່ອຂອງຕົນບໍ່ໄດ້ຮັບຜົນກະທົບ ແລະ ຍັງມີທະນາຄານທຸລະກິດ 5 ແຫ່ງທີ່ຍັງຢູ່ໃນຂັ້ນຕອນ ການຕິດຕາມລູກຄ້າ, ນອກນັ້ນ ຍັງມີທະນາຄານທຸລະກິດ ອີກ 2 ແຫ່ງ ທີ່ບໍ່ທັນໄດ້ລາຍງານຂໍ້ມູນມາຍັງກົມຄຸ້ມຄອງທະນາຄານທຸລະກິດ. ຈໍານວນລູກຄ້າທີ່ໄດ້ຮັບຜົນກະທົບມີທັງໝົດ 4.918 ຄົນ ລວມເປັນມູນຄ່າ 13.009,30 ຕື້ກີບ (ກວມເອົາ 16,89% ຂອງ ຍອດເງິນກູ້ທົົ່ວລະບົບ). ໃນນັ້ນ, ໄດ້ຮັບການເລື່ອນຊໍາລະຕົ້ນທຶນ ແລະ ດອກເບ້ຍແລ້ວມູນຄ່າ 566,75 ຕື້ກີບ (ລູກຄ້າຈໍານວນ 202 ຄົນ), ປັບຫຼຸດຄ່າທໍານຽມ ດອກເບ້ຍມູນຄ່າ ...

Read More »

ລັດຖະບານອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ 1.​290 ໂຕນ ໃຫ້ລັດຖະບານລາວ 

ລັດຖະບານອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ 1.​290 ໂຕນ ໃຫ້ລັດຖະບານລາວ ຜ່ານໂຄງການອາຫານໂລກ (WFP) ເພື່ອນຳໄປຈັດຕັ້ງປະຕິບັດໂຄງການອາຫານທ່ຽງສຳລັບເດັກນ້ອຍຢູ່ເຂດຊົນນະບົດ. ໃນວັນທີ 19 ພຶດສະພາ 2020​ ນີ້ ເຂົ້າສານ ແລະ ໝາກຖົ່ວທີ່ ລັດຖະບານສະຫະລັດອາເມລິກາ ໃຫ້ການສະໜັບສະໜູນມາຮອດປະເທດລາວແລ້ວໃນອາທິດນີ້ ເຊິ່ງບັນດາການຊ່ວຍເຫຼືອນີ້ ແມ່ນຈະໄດ້ສົ່ງໄປຍັງໂຮງຮຽນປະຖົມ 925 ແຫ່ງໃນທົ່ວປະເທດທີ່ອົງການອາຫານໂລກ (WFP) ໄດ້ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດກິດຈະກຳອາຫານທ່ຽງໃນໂຮງຮຽນ ເຊິ່ງ ທ່ານ ດຣ. ປີເຕີ ເອັມ ເຮມອນ ເອກອັກຄະລັດສະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ໃຫ້ກຽດຮັບສິນຄ້າຢູ່ສາງຂອງອົງການອາຫານໂລກ ທີ່ນະຄອນຫຼວງວຽງຈັນ. ປັດຈຸບັນການຂົນສົ່ງເຂົ້າສານ ຈຳນວນ 68 ຕູ້ຄອນເທນເນີ ແລະ ໝາກຖົ່ວ 4 ຕູ້ຄອນເທນເນີ້ ລວມທັງໝົດ 1.​290 ໂຕນ ເຖິງ ສປປ ລາວ ແລ້ວ ແລະ ເຄື່ອງເຫຼົ່ານີ້ຈະຖືກນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງໃນໂຮງຮຽນ ສຳລັບເດັກນ້ອຍນັກຮຽນຊັ້ນປະຖົມຈຳນວນ 90.000 ຄົນ ...

Read More »