ບໍລິສັດລົດໄຟລາວ-ຈີນ ຕ້ອງການພະນັກງານລາວ 600 ຫາ 700 ກວ່າຄົນ

ບໍລິສັດທາງລົດໄຟລາວ-ຈີນຕ້ອງ ການພະນັກງານໃນລະຫວ່າງ 600 ຫາ 700 ກວ່າຄົນ ອັນນີ້ນັບວ່າ ເປັນຂ່າວດີສໍາລັກນັກຮຽນ ນັກສຶກສາລາວທີ່ຮຽນຈົບ ແລະ ບໍ່ທັນມີວຽກເຮັດ ຫຼື ກໍາລັງຊອກ ວຽກເຮັດງານທໍາ ຫຼັງຈາກທີ່ ບໍລິ ສັດດັ່ງກ່າວ ໄດ້ປະກາດຮັບສະ ໜັກພະນັກງານຈໍານວນຫຼາຍຄື ແນວນີ້. ການຮັບສະໜັກພະນັກງານດັ່ງກ່າວຈະໄດ້ແບ່ງອອກເປັນ 3 ໄລຍະຄື ໄລຍະທີ່ 1 ແມ່ນຈະຮັບເອົາ ປະມານ 300 ຄົນ ໂດຍເຮັດວຽກຢູ່ ໃນ 4 ຕໍາແໜ່ງງານຄື: ຄົນຂັບລົດໄຟ, ຜູ້ຄຸມການເດີນ ລົດໄຟ, ຊ່າງສ້ອມແປງຫົວຈັກ ລົດໄຟ ແລະ ຊ່າງສ້ອມແປງສິ່ງຕິດ ຕັ້ງພື້ນຖານໂຄງລ່າງ.

ບໍລິສັດລົດໄຟລາວ-ຈີນ ຕ້ອງການພະນັກງານລາວຫຼາຍຮ້ອຍຄົນ

ສະເພາະໄລຍະເວລາທີ່ຈະເປີດຮັບສະໝັກພະນັກງານໄລຍະທີ 2 ແລະ 3 ຍັງບໍ່ທັນມີໄລຍະເວລາ ຫຼື ລາຍລະອຽດທີ່ສັດເຈນ.

ທ່ານໃດສົນໃຈຢາກໄປເຮັດວຽກຢູ່ ນໍາໂຄງການທາງລົດໄຟ ລາວ-ຈີນສາມາດໄປເອົາແບບຟອມ ຢູ່ບໍລິສັດທາງລົດໄຟລາວ-ຈີນຈໍກັດ ຢູ່ ທີ່ຕຶກວຽງຈັນເຊັນເຕີ ຊັ້ນ 06. ສາມາດສົ່ງປະຫວັດຫຍໍ້ ແລະ ຂໍ້ມູນສ່ວນໂຕ ໄປທີ່ເວັບໄຊ www.lcrc.ltd ຫຼື  [email protected] ຫຼື ສາມາດຕິດຕໍ່ໂດຍກົງກັບບໍລິສັດ ທາງລົດໄຟລາວ-ຈີນຈໍກັດ.

ຜູ້ທີ່ຖືກຄັດເລືອກຈະໄດ້ຮັບການ ຝຶກອົບຮົມເປັນເວລາ 13-18 ເດືອນ, ສໍາລັບຜູ້ທີ່ມີເງື່ອນໄຂເໝາະ ສົມຈະໄດ້ສົ່ງໄປຝຶກອົບຮົມຢູ່ນະຄອນຫຼວງຄຸນໝິງ ສປ ຈີນ, ການເປີດຮັບສະໝັກແມ່ນໄດ້ ເລີ່ມແຕ່ວັນທີ 27 ພຶດສະພາ ເປັນຕົ້ນໄປ.

ການເປີດຮັບສະໝັກພະນັກງານໃນຄັ້ງນີ້ກໍ່ເພື່ອກະກຽມພະນັກງານທີ່ ເຮັດວຽກຢູ່ໂຄງການທາງລົດໄຟລາວ-ຈີນ ທີ່ຈະມີການກໍ່ສ້າງສໍາເລັດ ໃນປີ 2021 ນີ້.

ຂ່າວ: ວຽງຈັນທາຍ

ພາບ: ບໍລິສັດທາງລົດໄຟລາວ-ຈີນ

Comments