Author Archives: Paeng KC

ສະຫະລັດອາເມລິກາ ມອບອຸປະກອນຕ້ານພະຍາດໂຄວິດ-19

ສະຫະລັດອາເມລິກາ ໄດ້ມອບອຸປະກອນທາງການແພດເພີ່ມຕື່ມອີກຈໍານວນໜຶ່ງເພື່ອຊ່ວຍເຫຼືອ ສປປ ລາວ ໃນວັນທີ 26 ພຶດສະພາ 2020 ເພື່ອນໍາໃຊ້ເຂົ້າໃນວຽກງານຄວບຄຸມການລະບາດຂອງພະຍາດໂຄວິດ-19. ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ມອບອຸປະກອນທາງການແພດດັ່ງກ່າວ ໃຫ້ທ່ານ ຮສ. ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ລວມມີນໍ້າຢາລ້ຽງເຊື້ອໄວຣັສ ສຳລັບເກັບຕົວຢ່າງສົ່ງຫ້ອງວິເຄາະ ຫຼື viral transport mediums ຈຳນວນໜຶ່ງ, ສະໜອງໃຫ້ໂດຍ ອົງການ (Spirit of America), ເຊິ່ງເປັນອົງການທາງການກຸສົນຂອງອາເມລິກາ, ເຄື່ອງກັ່ນຕອງອາກາດແບບພິເສດສຳລັບຫ້ອງທົດລອງ ຫຼື specialized laboratory air filters ແລະ ເຄື່ອງອົບຂ້າເຊື້ອ, ເຊິ່ງສະໜອງໃຫ້ໂດຍ ລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການຫຼຸດຜ່ອນໄພຂົ່ມຄູ່ທາງດ້ານໄພພິບັດ ຫຼື Defense Threat Reduction Agency ແລະ ອຸປະກອນທົດລອງສຳລັບກວດຫາຜູ້ຕິດເຊື້ອ ໃນນີ້ລວມມີເຄື່ອງ RT-PCR ທີ່ສະໜອງໂດຍ ...

Read More »

ເກົາຫຼີໃຕ້ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນສູງສຸດໃນຮອບ 2 ເດືອນ…

ຕໍ່ເນື່ອງກັບສະຖານະການໂຄວິດ-19 ທີ່ປັດຈຸບັນ ຜູ້ຕິດເຊື້ອໂຄວິດ-19 ສະສົມທົ່ວໂລກພຸ່ງຮອດ 5.7 ລ້ານຄົນແລ້ວ ຫຼັງຈາກທີ່ແຜ່ລະບາດນານກວ່າ 5 ເດືອນ ມີຜູ້ເສຍຊີວິດແລ້ວ 3​ ແສນກວ່າຄົນ… ໂດຍປະເທດທີ່ພົບຜູ້ຕິດເຊື້ອຫຼາຍທີ່ສຸດ 3 ອັນດັບທໍາອິດຄື ສະຫະລັດອາເມລິກາ (1,745,803 ຄົນ) ບຣາຊິວ 414,661 ຄົນ) ແລະ ຣັສເຊຍ (370,680ຄົນ). ຫຼ້າສຸດ ວັນທີ 28 ພຶດສະພາ 2020 ສູນກາງຄວບຄຸມ ແລະ ປ້ອງກັນພະຍາດຂອງເກົາຫຼີໃຕ້ (KCDC) ລາຍງານວ່າ: ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 79 ຄົນ ສູງສຸດໃນຮອບ 2 ເດືອນ ຫຼັງຈາກທີ່ຍອດຜູ້ຕິດເຊື້ອຄົນໃໝ່ເພີ່ມຂຶ້ນພຽງແຕ່ສິບກວ່າຄົນຕະຫຼອດໄລຍະຜ່ານມາ ເຊິ່ງສົ່ງຜົນໃຫ້ຍອດຜູ້ຕິດເຊື້ອສະສົມໃນປະເທດເກົາຫຼີໃຕ້ຢູ່ທີ່ 11,344 ຄົນ, ປິ່ນປົວດີແລ້ວ 91% ແລະ ເສີຍຊີວິດປະມານ 269 ຄົນ, ຫຼັງຈາກທີ່ກວດເຊື້ອໄປແລ້ວປະມານ 8,6 ແສນກວ່າຄົນທົ່ວປະເທດ. ຈໍານວນຜູ້ຕິດເຊື້ອໃໝ່ ສ່ວນໃຫຍ່ອາໄສຢູ່ໃນ ກຸງໂຊ ຮວມໄປເຖິງບັນດາແຂວງທີ່ຢູ່ໃກ້ຄຽງ.  ດັ່ງນັ້ນ, ລັດຖະບານເກົາຫຼີໃຕ້ຈື່ງໄດ້ເລັ່ງຕິດຕາມກຸ່ມສ່ຽງ ແລະ ກວດຫາເຊື້ອຢ່າງຈິງຈັງຫຼາຍຂຶ້ນ. ...

Read More »

New Normal ຊີວິດທີ່ປ່ຽນໄປ ທາງດ້ານການແພດ ແລະ ຄວາມສະອາດ

ໃນໄລຍະໂຄວິດ-19 ລະບາດ ຫຼາຍເດືອນມານີ້!!! ຫຼາຍໆຄົນອາດເຄີຍໄດ້ຍິນ ຄຳວ່າ  ’’ ເຊິ່ງຄວາມໝາຍຂອງມັນຖ້າແປແບບແຍກຄຳ “New” ທີ່ແປວ່າ “ໃຫມ່” ແລະ “Normal” ທີ່ແປວ່າ “ປົກກະຕິ” ເມື່ອລວມເຂົ້າກັນກໍຈະໄດ້ ຄວາມໝາຍວ່າ ຄວາມປົກກະຕິໃນຮູບແບບໃຫມ່ ຫຼືອະທິບາຍເຂົ້າໃຈງ່າຍໆກໍຄື ພຶດຕິກຳທີ່ເກີດຂຶ້ນໃຫມ່ ແລະ ກຳລັງຈະກາຍເປັນເລື່ອງປົກກະຕິໃນອະນາຄົດອັນໃກ້ໆ. ເຊິ່ງແນ່ນອນວ່າ ສິ່ງທີ່ເຮົາຈະກາຍເປັນຄວາມຊິນເຄີຍ ແລະ ຈະເຮັດເຮັດປົກກະຕິໃນຮູບແບບໃຫມ່ບໍ່ຕ້ອງແມ່ນຫຼີກລ້ຽງບໍ່ໄດ້ຄືເລື່ອງດ້ານການແພດ ຕ້ອງຄູ່ກັບການໃຊ້ຊີວິດປັດຈຸບັນກັບທຸກໆຄົນແນ່ນອນດັ່ງນີ້: 1. ປະຊາຊົນສ່ວນຫຼາຍຍັງໃສ່ຜ້າປິດປາກເປັນປົກກະຕິຫຼາຍກວ່າເກົ່າ      ສ່ວນໜຶ່ງມາຈາກຄວາມລື້ງເຄີຍດ້ານພຶດຕິກຳ ເຊີ່ງພຶດຕິກຳເຫຼົ່ານີ້ກໍໄດ້ສ້າງຄວາມໝັ້ນໃຈບໍ່ຫຼາຍກໍ່ນ້ອຍ ໃນຄວາມປອດໄພ ຮັກສາສຸຂະພາບ ອີກທັ້ງຍັງບໍ່ລໍາບາກທີ່ຈະເຮັດພຶດຕິກຳນີ້ (ໃສ່ຜ້າປິດປາກ) ອີກຕໍ່ໄປ. 2. ຜ້າປິດປາກຈະກາຍເປັນ “ ສິນຄ້າແຟຊັ່ນ “ ເນື່ອງຈາກຜ້າປິດປາກເປັນສິ່ງທີ່ທຸກຄົນຫັນມາໃຊ້ເປັນເລື່ອງປົກກະຕິ ເຮັດໃຫ້ມັນກາຍເປັນສິນຄ້າທີ່ນໍາມາໃສ່ ເພື່ອຄວາມສວຍງາມໄດ້ອີກທັງມີປະໂຫຍດທາງການແພດ ນັບວ່າເປັນການກ້າວໄປອີກຂັ້ນຂອງວົງການແຟຊັ່ນໂລກ. 3. ທຸກເຮືອນຈະມີຜະລິດຕະພັນທໍາຄວາມສະອາດທາງການແພດເປັນເລື່ອງປົກກະຕິ ເຈວລ້າງມື ແອລກໍຮໍ ຫຼື ແມ່ນແຕ່ຖົງມືສິ່ງເຫຼົ່ານີ້ຈະກາຍເປັນອຸປະກອນທົ່ວໄປທີ່ທຸກຄົວເຮືອນຕ້ອງມີ ຄືກັບຢາສາມັນປະຈໍາບ້ານ ແລະ ຍັງໄດ້ໃຊ້ກັບຊີວິດປະຈໍາວັນໃນເຮືອນເປັນເລື່ອງປົກກະຕິເຊັ່ນດຽວກັນ. 4. ອາການເຈັບປ່ວຍພຽງແບບເບົາບາງ ຈະບໍ່ເປັນເລື່ອງທຳມະດາອີກຕໍ່ໄປ ຫາກມີອາການເຈັບໄຂ້ໄດ້ປ່ວຍ ແບບເບົາບາງ ທີ່ຄິດວ່າສາມາດຮັກສາໄດ້ດ້ວຍຕົວເອງ, ກິນຢາພັກຜ່ອນຢູ່ບ້ານກໍສາມາດເຊົາດີເອງໄດ້ນັ້ນ ຈະບໍ່ເປັນແບບນັ້ນອີກຕໍ່ໄປ, ...

Read More »

“ໂບອິ້ງ” ປະກາດປົດພະນັກງານຫຼາຍກວ່າ 6,000 ຄົນພາຍໃນມື້ດຽວ ຍ້ອນວິກິດໂຄວິດ…

ໃນວັນທີ 27 ພຶດສະພາ 2020 ຜ່ານມາ ບໍລິສັດ “ໂບອິ້ງ” (Boeing)  ບໍລິສັດທີ່ຜະລິດເຄື່ອງບິນທີ່ມີລາຍໄດ້ຫຼາຍທີ່ສຸດໃນໂລກ  ປະກາດປົດພະນັກງານອອກຫຼາຍກວ່າ 6,770 ຄົນ ພາຍໃນມື້ດຽວ.  ເນື່ອງມາຈາກ, ອຸດສາຫະກຳການບິນໄດ້ຮັບຜົນກະທົບຈາກມາດຕະການ Lock down ຂອງລັດຖະບານ ເຊິ່ງເຮັດໃຫ້ການເດີນທາງລະຫວ່າງປະເທດມີຂອບເຂດທີ່ຈໍາກັດ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ນອກຈາກນີ້,  “ໂບອິ້ງ” ຍັງເຜີຍວ່າ:  ທາງບໍລິສັດຍັງໄດ້ອະນຸມັດໃຫ້ພະນັກງານຈໍານວນ  5,520 ຄົນ. ທີ່ຢູ່ໃນສະຫະລັດອາເມລິກາລາອອກຕາມໂຄງການລາອອກດ້ວຍຄວາມສະມັກໃຈ ແລະ ປັດຈຸບັນ ໂບອິ້ງມີພະນັກງານທັງໝົດຫຼາຍກວ່າ 160,000 ຄົນ. ແຫລ່ງຂໍ້ມູນ: https://www.facebook.com/pg/thaitribune1/posts/?ref=page_internal

Read More »

ໍຊົມເຊີຍ!!! ສ.ເກົາຫລີ ມອບເຂົ້າສານ-ອາຫານແຫ້ງ ຊ່ວຍເຫຼືອແຮງງານລາວ ຢູ່ສູນຈໍາກັດບໍລິເວນ

ອົງການຮ່ວມມືສາກົນ ສ.ເກົາຫລີ (KOICA) ປະຈຳ ສປປ ລາວ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງປ້ອງກັນພະຍາດ ໂຄວິດ-19 ໃຫ້ແກ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເພື່ອນຳໄປແຈກຢາຍ ໃຫ້ບັນດາສູນຈໍາກັດບໍລິເວນສໍາລັບຜູ້ອອກແຮງງານລາວ ທີ່ເດີນທາງມາຈາກຕ່າງປະເທດ. ເຄື່ອງທີ່ນຳມອບໃນຄັ້ງນີ້ ປະກອບມີ ເຂົ້າສານ, ອາຫານແຫ້ງຈຳນວນ 3,5 ໂຕນ, ເຈວລ້າງມື 3,600 ຕຸກ, ໜ້າກາກອະນາໄມ ຈຳນວນ 17,000 ພັນອັນ ແລະ ເຄື່ອງໃຊ້ອື່ນໆອີກຈຳນວນໜຶ່ງ. ໃຫ້ກຽດເຂົ້າຮ່ວມໃນພິທີມອບ-ຮັບເຄື່ອງດັ່ງກ່າວໃນມື້ວານນີ້ ມີທ່ານ ອາລຸນໄຊ  ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ຊອງຊຸນ ຊິນ ເອກອັກຄະລັດຖະທູດ ສ. ເກົາຫຼີ, ທ່ານ ຊອງຊູ ໂອ ຜູ້ຕາງໜ້າອົງການ KOICA ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ. ທ່ານ ອາລຸນໄຊ  ສູນນະລາດ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໃນຄັ້ງນີ້, ເຊີ່ງໃນໄລຍະຜ່ານມາ ...

Read More »

ໂອກາດໃນຊ່ວງວິກິດໂຄວິດທີ່ 10 ມະຫາເສດຖີຂອງໂລກຍາດມາໄດ້ໃນໄລຍະເວລາພຽງ 2 ເດືອນ…

ໃນວັນທີ 23 ພຶດສະພາ 2020 ທີ່ຜ່ານມາ ເວັບໄຊ Forbes ໄດ້ລາຍງານ ແລະ ຈັດອັນດັບ ບຸກຄົນທີ່ຮັ່ງມີທີ່ສຸດຂອງໂລກ 10 ອັນດັບທໍາອິດ  ໃນໄລຍະ 2 ເດືອນຜ່ານມາ ທີ່ທົ່ວໂລກພົບກັບວິກິດໂຄວິດ-19 ທີ່ກະທົບ  ແລະ ຕະຫຼາດຫຸ້ນຂອງສະຫະລັດອາເມລິກາຕົກຕໍ່າໃນໄລຍະກາງວັນທີ 23 ມິີນາ ທີ່ຜ່ານມາ. Mark Zuckerberg CEO ຂອງ  Facebook ເປັນຄົນທີ່ສ້າງລາຍໄດ້ຫຼາຍທີ່ສຸດໃນກຸ່ມ ຫຸ້ນ Facebook ສູງຂຶ້ນເກືອບ 60% ໃນໄລຍະ 2 ເດືອນຜ່ານມາ ເຮັດໃຫ້ມີສະຖິຕິສູງສຸດໃນວັນສຸກ ວັນທີ 22 ພືດສະພາ ທີ່ຜ່ານມາ ນັກລົງທຶນຕອບຮັບຢ່າງລົ້ນເຫຼືອຕໍ່ການເປີດຕົວຮ້ານຄ້າໃນວັນພຸດ ເຊິ່ງເປັນຄວາມພະຍາຍາມຂອງ Facebook  ໃນການຈັດໜ້າຮ້ານດິຈິຕ໋ອລໃຫ້ສຳລັບເຈົ້າຂອງທຸລະກິດຂະໜາດນ້ອຍ ເຮັດໃຫ້ຊັບສິນຂອງ Mark Zuckerberg ມີມູນຄ່າເພີ່ມ  86.5 ພັນລ້ານໂດລາສະຫະລັດ ເຮັດໃຫ້ໄດ້ກາຍເປັນບຸກຄົນທີ່ຮັ່ງມີທີ່ສຸດຂຶ້ນເປັນອັບດັບ 4 ຂອງໂລກ ຈາກອັນດັບທີ 7 ຈາກການຈັດອັນດັບຂອງ Forbes  ໃນປີ 2020 ແລະ ຕອນນີ້ ນັກທຸລະກິດໜຸ່ມອາຍຸ 36 ...

Read More »

ລັດຖະບານລາວ ລົງນາມສັນຍາເງິນກູ້ ເອດີບີ  ເພື່ອຕ້ານກັບການແຜ່ລະບາດພະຍາດໂຄວິດ-19

ລັດຖະບານລາວ ໄດ້ເງິນກູ້ຈາກທະນາຄານພັດທະນາອາຊີ ຫຼື ເອດີບີ(ADB) ເພີ່ມ ມູນຄ່າ 20 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນ ການປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ໃນປະເທດ. ພິທີລົງນາມເຊັນສັນຍາເງິນກູ້ດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2020 ທີ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ຢະຊູກິ ເນກິຊິ ຜູ້ຕາງໜ້າສຳນັກງານ ADB ປະຈຳ ສປປ ລາວ, ມີຜູ້ຕາງໜ້າ ຈາກກະຊວງສາທາລະນະສຸກ ແລະ ກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມເປັນສັກຂີພິຍານ. ເງິນກູ້ດັ່ງກ່າວ, ເປັນບ້ວງທຶນທີ່ສະໜອງເພີ່ມຕື່ມ ໃຫ້ກັບບ້ວງເງິນກູ້ ແລະ ທຶນຊ່ວຍເຫລືອລ້າ ມູນຄ່າ 12 ລ້ານໂດລາສະຫະລັດ ທີ່ໄດ້ສະໜອງໄປແລ້ວໃຫ້ແກ່ໂຄງການ ປະກັນສຸຂະພາບອານຸພາກພື້ນແມ່ນ້ຳຂອງທີ່ພວມຈັດຕັ້ງປະຕິບັດຢູ່ໃນ ສປປ ລາວ, ຈະຊ່ວຍກະຊວງສາທາລະນະສຸກໃນການຈັດຊື້ອຸປະກອນປ້ອງກັນໂຕຂອງບຸກຄະລາກອນການແພດ, ອຸປະກອນໃຊ້ໃນຫ້ອງທົດລອງ, ຊຸດເຄື່ອງກວດ, ອຸປະກອນການແພດ ແລະ ລົດຮັບສົ່ງຄົນເຈັບ. ພ້ອມກັນນີ້, ...

Read More »

ຂ່າວດີ!!! ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວດີ ແລະ ອອກໂຮງໝໍມື້ນີ້ 2 ຄົນ

ຂ່າວດີ!!!  ຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີທີ 16 ເພດຍິງ ອາຍຸ 23 ປີ ບ້ານ ໜອງດ້ວງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 8/4/2020 ແລະ ກໍລະນີທີ 18 ເພດຍິງ ອາຍຸ 32 ປີ ບ້ານ ໜອງດ້ວງ ເມືອງສີໂຄດຕະບອງ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 10/4/2020. ທັງ 2 ຄົນ ແມ່ນໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍແລ້ວ ໃນວັນທີ 27 ພຶດສະພາ 2020.

Read More »

ມື້ອື່ນເຊົ້າ!!! ລາຄານໍ້າມັນປັບຂຶ້ນແລ້ວ ຟ້າວໄປຕື່ມດ່ວນ!!!!

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ລົງວັນທີ 27 ພຶດສະພາ 2020, ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ; ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ລາຄາໃຫ່ມແມ່ນໃຫ້ເລີ່ມປະຕິບັດວັນທີ 28 ພຶດສະພາ 2020 ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ ການປັບລາຄາໃໝ່ໃນຄັ້ງນີ້ ແມ່ນໄດ້ຫຼຸດການເກັບເງິນຄັງແຮ ແອັດຊັງພິເສດ 300 ຕໍ່ລິດ, ແອັດຊັງທຳມະດາ 300 ຕໍ່ລິດ ແລະ ກາຊວນ 100 ກີບຕໍ່ລິດ ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື: ແອັດຊັງພິເສດ ປັບຂຶ້ນ 980  ກີບຕໍ່ລິດ  ແອັດຊັງທໍາມະດາ ປັບຂຶ້ນ 750 ກີບຕໍ່ລິດ ກາຊວນປັບຂຶ້ນ 380 ກີບຕໍ່ລິດ 

Read More »

ລັດຖະບານລາວ ເປີດໂຕເວັບໄຊ ປັບປຸງຄວາມສະດວກການດຳເນີນທຸລະກິດ ຢູ່ ສປປ ລາວ

ເວັບໄຊ (http://db.investlaos.gov.la) ກ່ຽວກັບວຽກງານປັບປຸງຄວາມສະດວກໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ໄດ້ເປີດໂຕຢ່າງເປັນທາງການ  ໃນວັນທີ 25 ພຶດສະພາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ ໃນນາມເປັນໃຈກາງປະສານກັບຂະແໜງການກ່ຽວຂ້ອງເພື່ອຕິດຕາມຄວາມຄືບໜ້າໃນການແກ້ໄຂຂອດຂັ້ນຫຍຸ້ງຍາກໃນບັນດາ 10 ຕົວຊີ້ວັດ ກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດທີ່ທາງທະນາຄານໂລກວາງອອກໄດ້ເປີດໂຕເວັບໄຊກ່ຽວກັບວຽກງານປັບປຸງຄວາມສະດວກໃນການດຳເນີນທຸລະກິດ ຢູ່ ສປປ ລາວ ຂຶ້ນຢ່າງເປັນທາງການ (http://db.investlaos.gov.la) ໂດຍການສະໜັບສະໜູນຈາກອົງການ ການເງິນສາກົນ (International Finance Corporation-IFC) ເຊິ່ງເປັນຄູ່ຮ່ວມພັດທະນາໃນໂຄງການປັບປຸງສະພາບແວດລ້ອມການລົງທຶນຢູ່ ສປປ ລາວ (Lao Investment Climate Reform Project) ຈຸດປະສົງໃນການເປີດເວັບໄຊຄັ້ງນີ້ ເພື່ອເປັນການສະໜອງຂໍ້ມູນຄື: 1. ການປັບປຸງບັນດາລະບຽບການ,​ 2. ຂັ້ນຕອນ, 3. ເວລາ ແລະ ຄ່າໃຊ້ຈ່າຍໃນການດຳເນີນທຸລະກິດຢູ່ ສປປ ລາວ.  ພ້ອມດຽວກັນນີ້ ຍັງເປັນຊ່ອງທາງໜຶ່ງເພື່ອໃຫ້ພາກລັດກໍຄືພາກທຸລະກິດ ສາມາດຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ອີກດ້ວຍ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ...

Read More »