Author Archives: admin target

ທົ່ວໂລກ ບໍ່ມີວຽກເຮັດງານທຳ ຫຼາຍ ເນື່ອງມາຈາກ…

ອົງການແຮງງານ ສາກົນ(ໄອແອລໂອ) ພາຍໃຕ້ ອົງການ ສະຫະ ປະຊາຊາດ ລະບຸວ່າ: ປັດຈຸບັນ ພາກທຸລະກິດ ປັບຫລຸດ ການຈ້າງງານ ຫລື ຫລຸດຊົ່ວໂມງ ການເຮັດວຽກ ເພື່ອຫລຸດຕົ້ນທຶນ ຊຸກຍູ້ທຸລະກິດ ສາມາດດຳເນີນ ຕໍ່ໄປໄດ້, ຊຶ່ງສະເລ່ຍແລ້ວ ຊົ່ວໂມງ ການເຮັດວຽກ ຂອງແຮງງານ ທົ່ວໂລກໃນໄຕມາດ 2 ປີ 2020 ຫລຸດລົງ ປະມານ 17,3% ຈາກລະດັບ ກ່ອນເກີດການ ແຜ່ລະບາດ ຫລືທຽບເທົ່າ ການສູນເສຍ ຕຳແໜ່ງ ວຽກເຮັດ ງານທຳ ປະຈຳ(ເຮັດວຽກ 48 ຊົ່ວໂມງ ຕໍ່ອາທິດ) ປະມານ 495 ລ້ານຕຳແໜ່ງ ຫລັງຈາກ ສະຖານະການ ແຮງງານ ທົ່ວໂລກ ບໍ່ຄ່ອຍດີ ຈາກການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ທີ່ສົ່ງຜົນໃຫ້ ພາກທຸລະກິດ ຕ້ອງປັບຫລຸດ ຊົ່ວໂມງ ການເຮັດວຽກ ແລະ ເລິກຈ້າງ ...

Read More »

ກາເຟ ແລະ ຊາ ໄດ້ຮັບໃບຢັ້ງຢືນຖິ່ນກຳເນີດ ….

ໃນວັນທີ 25 ກັນຍາ 2020 ທີ່ເມືອງປາກຊ່ອງ ແຂວງຈຳປາສັກ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມອບຮັບໃບຢັ້ງຢືນຖິ່ນກຳເນີດ ເລກທີ LA/GI/03 ໃຫ້ແກ່ສະມາຄົມ ກາເຟບໍລະເວນ ແລະ ໃບຢັ້ງຢືນຖິ່ນກຳເນີດເລກທີ LA/GI /04, ລົງວັນທີ 14 ກັນຍາ 2020 ໃຫ້ຊາປາກຊ່ອງ(ຖິ່ນກຳເນີດຢູ່ລາວ LAO GEOGRA PHICAL INDICATION) ຊຶ່ງໃບຢັ້ງຢືນນີ້ໄດ້ຈົດເຂົ້າຢູ່ໃນການຂຶ້ນທະບຽນຖິ່ນກຳເນີດແຫ່ງຊາດ. ທ່ານ ບໍ່ວຽງຄຳ ວົງດາລາ ກ່າວວ່າ: ການຈົດທະບຽນປົກປ້ອງຖິ່ນກຳເນີດຊາປາກຊ່ອງ ແລະ ກາເຟບໍລະເວນ ແມ່ນແນໃສ່ປົກປ້ອງຊື່ສຽງ ແລະ ອະນຸລັກ ຮັກສາຄຸນນະພາບທີ່ມີເອກະລັກສະ ເພາະຂອງຊາປາກຊ່ອງ ແລະ ກາເຟບໍລະເວນ, ມີປະຫວັດຄວາມເປັນມາທີ່ຍາວນານ ຕິດພັນກັບວັດທະນະທໍາ ແລະ ວິຖີການດໍາລົງຊີວິດຂອງປະຊາຊົນຢູ່ພູພຽງບໍລະເວນ ມາໄດ້ຫລາຍສະຕະວັດແລ້ວ, ການປົກປ້ອງພູມປັນຍາທອ້ງຖິ່ນແບບດັ້ງເດີມ ໃຫ້ເປັນຊັບສິນທາງປັນຍາຂອງທ້ອງຖິ່ນນັ້ນ ທີ່ເປັນການສົ່ງເສີມໃຫ້ມີການສືບທອດພູມປັນຍາທ້ອງຖິ່ນ ຈາກບັນພະບູລຸດສູ່ຄົນລຸ້ນປັດຈຸບັນ ແລະ ຈະອະນຸລັກ ຕໍ່ໆໄປຢ່າງຍືນຍົງ. ພ້ອມດຽວກັນນັ້ນ, ການອະນຸລັກດັ່ງກ່າວຍັງຈະເປັນການສົ່ງເສີມ ການທ່ອງທ່ຽວ, ...

Read More »

ອັດຕາເງິນເຟີ້ ເດືອນສິງຫາ ເພີ່ມຂຶ້ນຢູ່ທີ່ 5,84%

ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2020 ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 291/ສຖຕ2.2 ລົງວັນທີ 23 ກັນຍາ 2020 ໃຫ້ຮູ້ວ່າ: ດັດຊະນີລາຄາຊົມໃຊ້ ແລະ ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2020 ເພີ່ມຂຶ້ນຢູ່ໃນລະດັບ 5,84% ສູງກວ່າເດືອນຜ່ານມາເລັກໜ້ອຍ ( ເດືອນກໍລະກົດ 2020 ຢູ່ລະດັບ 5,12% ), ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ໃນເດືອນນີ້ປັບຕົວສູງຂຶ້ນນັ້ນ ແມ່ນມາຈາກການເໜັງຕີງເພີ່ມຂຶ້ນຂອງໝວດສິນຄ້າຄື: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າທຽບປີຕໍ່ປີ ເພີ່ມຂຶ້ນ 9,91%, ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນຢ່າງກະໂດດ ຈາກ 0,80% ໃນເດືອນກໍລະກົດ ມາເປັນ 7,96%; ໝວດເຄື່ອງນຸ່ງ ແລະ ເກີບ ປັບຕົວສູງຂຶ້ນເລັກໜ້ອຍ 5,33%, ໝວດສິນຄ້າ ແລະ ບໍລິການອື່ນໆຢູ່ລະດັບ 10,65%. ສໍາລັບໝວດຄົມມະນາຄົມ ແລະ ຂົນສົ່ງແມ່ນ ...

Read More »

ຄຳເຫັນ ຂອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນກອງປະຊຸມ ສປຊ ສະໄໝ ທີ 75…

ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝ ທີ 75 ພາກອະພິປາຍທົ່ວໄປ ໃນປີນີ້ ຈັດຂຶ້ນໃນວັນທີ 22-29 ກັນຍາ 2020, ທີ່ສຳນັກງານໃຫຍ່ອົງການ ສປຊ ທີ່ນິວຢອກ, ສະຫະລັດອາເມລິກາ ພາຍໃຕ້ຫົວຂໍ້ “ອະນາຄົດທີ່ພວກເຮົາຢາກໄດ້, ອົງການ ສປຊ ທີ່ພວກເຮົາຕ້ອງມີ: ຢືນຢັນຄືນຄວາມໝາຍໝັ້ນຮ່ວມກັນຕໍ່ຂອບການຮ່ວມມືຫລາຍຝ່າຍ” (The future we want, the United Nations we need: reaffirming our collective commitment to multilateralism). ແຕ່ເນື່ອງຈາກສະພາບການແພ່ລະບາດຂອງ ພະຍາດ ໂຄວິດ-19, ຈຶ່ງເຮັດໃຫ້ຄະນະຜູ້ແທນຂອງບັນດາປະເທດຕ່າງໆ ບໍ່ສາມາດເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ດ້ວຍຕົນເອງ. ດັ່ງນັ້ນ ອົງການ ສປຊ ຈຶ່ງຈັດກອງປະຊຸມໃນຮູບແບບທາງໄກ ແລະ ໃຫ້ບັນດາຜູ້ນໍາຂອງປະເທດຕ່າງໆກ່າວຄຳເຫັນ ໂດຍຜ່ານການບັນທຶກວີດີໂອ ແທນການເຂົ້າຮ່ວມແບບປົກກະຕິ. ວີດີໂອບົດປາໄສ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ຖືກນໍາສະເໜີ ...

Read More »

ກອງປະຊຸມ ການກ້າວໄປສູ່ອະນາຄົດຮ່ວມກັນ ໃນການລືບລ້າງຄວາມທຸກຍາກ …

ໃນຕອນແລງຂອງວັນທີ 26 ກັນຍາ 2020, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງທາງໄກ ກ່ຽວກັບການລືບລ້າງຄວາມທຸກຍາກ ແລະ ການຮ່ວມມືຂອບໃຕ້-ໃຕ້ ຫລື ຂອບການຮ່ວມມື ລະຫວ່າງ ປະເທດກຳລັງພັດທະນາ, ໃນຫົວຂໍ້: “ການກ້າວໄປສູ່ອະນາຄົດຮ່ວມກັນ ຂອງບັນດາປະເທດກຳລັງພັດທະນາ, ສົ່ງເສີມການລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ໂດຍຜ່ານການຮ່ວມມືໃນຂອບໃຕ້-ໃຕ້ (Toward a Shared Future for Developing Countries: Promoting Poverty Eradication and Sustainable Development through Deepened South-South Cooperation)”, ຈຸດປະສົງຕົ້ນຕໍ ແມ່ນເພື່ອຮ່ວມກັນປຶກສາຫາລື ບາງບັນຫາສໍາຄັນ ຄື: ການຮ່ວມຕໍ່ສູ້ຕ້ານກັບ ໂຄວິດ-19 ແລະ ແກ້ໄຂບັນດາສິ່ງທ້າທາຍຮ່ວມກັນ ໃນການພັດທະນາເສດຖະກິດ-ສັງຄົມ; ການລຶບລ້າງຄວາມທຸກຍາກ ໂດຍຜ່ານການແລກປ່ຽນປະສົບການ ແລະ ລົງເລິກການຮ່ວມມືໃນຂອບໃຕ້-ໃຕ້; ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງ ລະຫວ່າງ ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ...

Read More »

ລ້ານຊ້າງ ມິເນໂຣນສ໌ ເລີ່ມຂຸດຄົ້ນ, ປຸງແຕ່ງ, ຫຼອມຄຳຄືນໃໝ່ໃຫ້ໄດ້ 250.000 ອອນຕໍ່ປີ

ພິທີເປີດໂຮງງານຫຼອມຄຳຄືນໃໝ່ ຂອງໂຄງການຂຸດຄົ້ນ, ປຸງແຕ່ງຄຳ-ທອງ ເຊໂປນ ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ 2020 ຢູ່ໂຄງການຂຸດຄົ້ນ, ປຸງແຕງ ຄຳ-ທອງ ເຊໂປນ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່; ທ່ານ ປອ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານຍົກ, ໂຄສົກລັດຖະບານ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆ ສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ພາບປະກອບ ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມີເຕັດ ກ່າວວ່າ: ພວກເຮົາສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນໂຄງການຄຳ-ທອງເຊໂປນ ສະເໝີມາ ເຊິ່ງໄດ້ຊ່ວຍໃຫ້ ບໍລິສັດ ບັນລຸຂີດໝາຍສຳຄັນຫຼາຍປະການ ໃນການກັບຄືນມາຜະລິດຄຳ ໄວກວ່າແຜນການທີ່ວາງໄວ້. ພາບປະກອບ ທ່ານວ່າ ຕັ້ງແຕ່ເລີມດຳເນີນຂຸດຄົ້ນ-ຜະລິດຄຳ-ທອງ ໃນປີ 2002 ...

Read More »

ກອງປະຊຸມໃຫຍ່ ສຄອຊ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ…

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ (ສຄອຊ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຕົນຂຶ້ນ ໃນວັນທີ 25 ກັນຍາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີ ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານກິດຕິມະສັກ ສຄອຊ ແລະ ທ່ານ ສູນທອນ ພົມມະຈັກ ປະທານທີ່ປຶກສາ ສຄອຊ ພ້ອມດ້ວຍສະມາຊິກ ສຄອຊ, ຕາງໜ້າຈາກພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ. ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບຜົນງານການເຄື່ອນໄຫວວຽກງານ ຂອງຄະນະບໍລິຫານງານ ສຄອຊ ຊຸດທີ VII ແລະ ກໍານົດແຜນຍຸດທະສາດການພັດທະນາພາກທຸລະກິດ 5 ປີຕໍ່ໜ້າ ພ້ອມທັງ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່. ທ່ານ ...

Read More »

ໜ້າພູມໃຈ ລາວ ຄົ້ນພົບວັດຖຸບູຮານ ຫຼາຍກວ່າ 7 000 ກວ່າອັນ….

ວັດຖຸບູຮານເກົ່າແກ່ຈຳນວນ 7.800 ອັນໄດ້ຖືກຄົ້ນພົບ ໃນທ້າຍເດືອນກັນຍາ 2020 ນີ້ ຈາກການຂຸດຄົ້ນພາຍໃນເຂດໂຄງການບໍ່ຄຳເຊໂປນ ແຂວງສະຫວັນນະເຂດ, ບໍລິສັດລ້ານຊ້າງມີ ເນໂຣນສ໌ ໄດ້ໂອນມອບໃຫ້ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ເກັບຮັກສາ ແລະ ຄຸ້ມຄອງ.” ປັດຈຸບັນມອບໃຫ້ພາກລັດຄຸ້ມຄອງຄື: ຫໍພິພິທະພັນແຫ່ງຊາດ , ຫໍພິພິທະພັນສະຫວັນນະເຂດ ແລະ ຫໍວັດທະນະທຳເມືອງວິລະບູລີ ວັດຖຸບູຮານທີ່ມາມອບປະກອບມີວັດຖຸພັນປະເພດທອງແດງ, ທອງເຫລືອງ, ເຫລັກ, ດິນເບົ້າຫລໍ່, ແກ້ວປະດັບ-ເຈຍລະໄນ, ເຄື່ອງປັ້ນດິນເຜົາ ແລະ ໄມ້ (ມີອາຍຸເກົ່າແກ່ແຕ່ 1,000-3,000 ປີ) ການສົ່ງເສີມ ແລະ ອະນຸລັກຮັກສາຄວາມມໍລະດົກອັນລໍ້າຄ່າ ແມ່ນມີຄວາມໝາຍສຳຄັນຕໍ່ປະຫວັດສາດຂອງຊາດ, ສະແດງເຖິງຄວາມຮັ່ງມີ, ມູນເຊື້ອແນວຄິດປະດິດສ້າງ ແລະ ອາລະຍະທຳອັນເກົ່າແກ່, ເປັນສິ່ງເອກອ້າງທະນົງໃຈຂອງປວງຊົນລາວ, ເຮັດໃຫ້ສັງຄົມໂລກໄດ້ຮັບຮູ້ ເຖິງຄວາມອຸດົມສົມບູນດັ່ງກ່າວ, ໃນອະນາຄົດ, ສະຖານທີ່ຄົ້ນພົບວັດຖຸບູຮານນີ້ອາດກາຍເປັນແລ່ງທ່ອງທ່ຽວອັນສຳຄັນຂອງລາວເຮົາ ແລະ ກາຍເປັນມໍລະດົກໂລກທີ່ຈະສ້າງຊື່ສຽງໃຫ້ຊາດເຮົາອີກດ້ວຍ. ແຫຼ່ງຂໍ້ມູນ: Sourioudong Sundara

Read More »

ອັນຕະລາຍ…!!! ອະຫິວາໝູອະຟຣິກາ ສ້າງຄວາມເສນຫາຍຫຼາຍກວ່າ 200 ລ້ານ…..

ພະຍາດອະຫິວາໝູອາຟຣິກາ ລະບາດຢູ່ເມືອງຊຽງຮ່ອນ ໝູຕາຍແລ້ວທັງໝົດ 195 ໂຕ ທຳລາຍໝູແລ້ວ 200 ກວ່າໂຕ ມາຮອດປັດຈຸບັນວິຊາການທີ່ໄດ້ລົງເກັບກຳຂໍ້ມູນ ການລະບາດຂອງພະຍາດ ດັ່ງກ່າວໃຫ້ຮູ້ວ່າ: ການລະບາດຂອງພະຍາດໄດ້ແຜ່ລາມໄວທີສຸດ ແລະ ແຜ່ລາມແລ້ວ 13 ບ້ານພາຍໃນເມືອງຊຽງຮ່ອນຄື: ບ້ານ ແກ່ນ, ບ້ານສາມັກຄີໄຊ, ບ້ານ ດອນເຟືອງ, ບ້ານ ຂິ່ງ, ບ້ານ ລາວສະໂນ, ບ້ານ ນໍ້າກອກ, ບ້ານ ນາອອນ, ບ້ານ ຫົວນາ, ບ້ານ ດົງ, ບ້ານ ຫ້ວຍຮາກ, ບ້ານ ຊ້າງ, ບ້ານ ຄໍ້າ ແລະ ບ້ານ ນ້ຳຄ່ອມ ປັດຈຸບັນທາງວິຊາການສັດຕະວະແພດ ແລະ ການນຳຂັ້ນເມືອງ ໄດ້ລົງລະດົມແນວຄິດ ຜູ້ທີ່ລ້ຽງໝູ ໃຫ້ການຮ່ວມມືກັບວິຊາການ ແລະ ອອກນິຕິກຳຕ່າງໆ ເພື່ອເປັນການສະກັດກັ້ນການແຜ່ລາມອອກເປັນວົງກວ້າງ ພ້ອມທັງທຳລາຍໝູທີ່ຕິດເຊື້ອຢູ່ບ້ານແກ່ນ ຈຳນວນ 216 ໂຕ ນ້ຳໜັກ 5.393 ກິໂລກຼາມ ແລະ ບ້ານສາມັກຄີໄຊ ...

Read More »

ສີຈິ້ນຜິງ ຮຽກຮ້ອງໃຫ້ທົ່ວໂລກຟື້້ນຕົວແບບທິດສີຂຽວ ໃນຍຸກຫຼັງ COVID…

ສຳນັກຂ່າວ xinhua ກ່າວວ່າ: ໃນໂອກາດເຂົ້າຮ່ວມການສະເຫຼີມສະຫຼອງອົງການສະຫະປະຊາຊາດ ຄົບຮອບ 75 ຜ່ານກອງປະຊຸມທາງໄກ ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ຮຽກຮ້ອງໃຫ້ທຸກໆປະເທດບັນລຸການຟື້ນຕົວຂອງເສດຖະກິດໂລກ ໃນຍຸກຫຼັງ ໂຄວິດ.​ ທ່ານໄດ້ຍົກໃຫ້ເຫັນວ່າ ຂໍ້ຕົກລົງປາຣີກ່ຽວກັບການປ່ຽນແປງດິນຟ້າອາກາດແມ່ນຫຼັກເກນ ສຳລັບໂລກ ທີ່ຈະຫັນປ່ຽນໄປສູ່ການພັດທະນາກາກບອນສີຂຽວ ແລະ ກາກບອນຕ່ຳ. ທ່ານກ່າວວ່າ “ມັນໄດ້ ກຳ ນົດຂັ້ນຕອນຂັ້ນຕ່ຳສຸດ ທີ່ຕ້ອງປະຕິບັດເພື່ອປົກປ້ອງໂລກ, ບ້ານເກີດເມືອງນອນຮ່ວມກັນຂອງພວກເຮົາ, ແລະ ທຸກປະເທດຕ້ອງມີບາດກ້າວທີ່ຕັດສິນໃຈ ເພື່ອໃຫ້ກຽດແກ່ຂໍ້ຕົກລົງນີ້”. ມະນຸດຊາດບໍ່ສາມາດທີ່ຈະບໍ່ສົນໃຈຄຳ ເຕືອນຊ້ຳແລ້ວ ຊ້ຳອີກ ຂອງ ທຳມະຊາດແລະ ກ້າວໄປສູ່ເສັ້ນທາງທີ່ຖືກທຸບຕີກັບຈາກການຂຸດຄົ້ນຊັບພະຍາກອນ, ໂດຍບໍ່ລົງທຶນໃນການອະນຸລັກ, ສືບຕໍ່ການພັດທະນາທີ່ມີຄ່າໃຊ້ຈ່າຍໃນການປົກປ້ອງ, ແລະ ຂຸດຄົ້ນຊັບພະຍາກອນໂດຍບໍ່ມີການຟື້ນຟູ. ທ່ານໄດ້ຮຽກຮ້ອງໃຫ້ທຸກໆປະເທດ ດຳເນີນການພັດທະນາທີ່ມີຫົວຄິດປະດິດສ້າງ, ການປະສານງານ, ສີຂຽວ ແລະ ເປີດກວ້າງ ສຳລັບທຸກຄົນ, ຍຶດເອົາໂອກາດທາງປະຫວັດສາດທີ່ ນຳ ສະເໜີ ໂດຍການປະຕິວັດວິທະຍາສາດ ແລະ ເຕັກໂນໂລຢີ ແລະ ການຫັນເປັນອຸດສາຫະກຳ ຮອບໃໝ່ ແລະ ບັນລຸການຟື້ນຟູສີຂຽວຂອງເສດຖະກິດໂລກໃນປີຫຼັງຍຸກ COVID.​ ສຳລັບປະເທດຈີນຕັ້ງເປົ້າໝາຍວ່າ ...

Read More »