ກາເຟ ແລະ ຊາ ໄດ້ຮັບໃບຢັ້ງຢືນຖິ່ນກຳເນີດ ….

ໃນວັນທີ 25 ກັນຍາ 2020 ທີ່ເມືອງປາກຊ່ອງ ແຂວງຈຳປາສັກ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມອບຮັບໃບຢັ້ງຢືນຖິ່ນກຳເນີດ ເລກທີ LA/GI/03 ໃຫ້ແກ່ສະມາຄົມ ກາເຟບໍລະເວນ ແລະ ໃບຢັ້ງຢືນຖິ່ນກຳເນີດເລກທີ LA/GI /04, ລົງວັນທີ 14 ກັນຍາ 2020 ໃຫ້ຊາປາກຊ່ອງ(ຖິ່ນກຳເນີດຢູ່ລາວ LAO GEOGRA PHICAL INDICATION) ຊຶ່ງໃບຢັ້ງຢືນນີ້ໄດ້ຈົດເຂົ້າຢູ່ໃນການຂຶ້ນທະບຽນຖິ່ນກຳເນີດແຫ່ງຊາດ.

ທ່ານ ບໍ່ວຽງຄຳ ວົງດາລາ ກ່າວວ່າ: ການຈົດທະບຽນປົກປ້ອງຖິ່ນກຳເນີດຊາປາກຊ່ອງ ແລະ ກາເຟບໍລະເວນ ແມ່ນແນໃສ່ປົກປ້ອງຊື່ສຽງ ແລະ ອະນຸລັກ ຮັກສາຄຸນນະພາບທີ່ມີເອກະລັກສະ ເພາະຂອງຊາປາກຊ່ອງ ແລະ ກາເຟບໍລະເວນ, ມີປະຫວັດຄວາມເປັນມາທີ່ຍາວນານ ຕິດພັນກັບວັດທະນະທໍາ ແລະ ວິຖີການດໍາລົງຊີວິດຂອງປະຊາຊົນຢູ່ພູພຽງບໍລະເວນ ມາໄດ້ຫລາຍສະຕະວັດແລ້ວ,

มูลนิธิศุภนิมิตแห่งประเทศไทย : เด็ก ครอบครัว ชุมชน อยู่ดีมีสุข

ການປົກປ້ອງພູມປັນຍາທອ້ງຖິ່ນແບບດັ້ງເດີມ ໃຫ້ເປັນຊັບສິນທາງປັນຍາຂອງທ້ອງຖິ່ນນັ້ນ ທີ່ເປັນການສົ່ງເສີມໃຫ້ມີການສືບທອດພູມປັນຍາທ້ອງຖິ່ນ ຈາກບັນພະບູລຸດສູ່ຄົນລຸ້ນປັດຈຸບັນ ແລະ ຈະອະນຸລັກ ຕໍ່ໆໄປຢ່າງຍືນຍົງ. ພ້ອມດຽວກັນນັ້ນ, ການອະນຸລັກດັ່ງກ່າວຍັງຈະເປັນການສົ່ງເສີມ ການທ່ອງທ່ຽວ, ສ້າງມູນຄ່າເພີ່ມໃຫ້ສິນຄ້າເອກະລັກຂອງທ້ອງຖິ່ນ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ໄດ້ຊີ້ໃຫ້ເຫັນວ່າ: ຄຸນນະພາບທີ່ມີເອກະລັກສະເພາະຂອງຊາປາກຊ່ອງ ແລະ ກາເຟບໍລະເວນ ແມ່ນຍ້ອນປັດໄຈທາງລະບົບນິເວດທີ່ອຸ ດົມສົມບູນ ຕິດພັນກັບພູມປັນຍາທ້ອງຖິ່ນແບບດັ້ງເດີມ, ວິຖີການດໍາລົງຊີວິດ, ມີປະຫວັດຄວາມເປັນມາ ແລະ ຊື່ສຽງອັນເປັນທີ່ຮັບຮູ້ຂອງຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ ມາໄດ້ຫລາຍສະຕະວັດແລ້ວນັ້ນ

ແລກປ່ຽນບົດຮຽນ ການສ້າງຄວາມເຂັ້ມແຂງໃຫ້ ສະຫະກອນກະເຟ - thankhao

ຈຶ່ງເຮັດໃຫ້ຜູ້ຜະລິດ-ຜູ້ປະກອບການ ຊາປາກຊ່ອງ ແລະ ກາເຟບໍລະເວນ ຂອງແຂວງຈໍາປາສັກ, ແຂວງເຊກອງ ແລະ ແຂວງສາລະວັນ ເຕົ້າໂຮມກັນ ເປັນສະມາຄົມ ສົ່ງເສີມຊາປາກຊ່ອງ ແລະ ສະມາຄົມສົ່ງເສີມກາເຟບໍລະເວນ ກໍານົດເອົາຊາ 4 ລາຍການ ຄື: ຊາຂຽວ, ຊາແດງ, ຊາດໍາ ແລະຊາຂາວ; ສ່ວນກາເຟ ມີ 8 ລາຍການຄື: ກາເຟນ້ອຍໝາກຊ້ອມ ປຸງແຕ່ງແບບປຽກ, ກາເຟນ້ອຍໝາກຊ້ອມປຸງແຕ່ງແບບແຫ້ງ, ກາເຟກາງໝາກຊ້ອມ ປຸງແຕ່ງແບບປຽກ, ກາເຟກາງໝາກຊ້ອມ ປຸງແຕ່ງແບບແຫ້ງ, ກາເຟນ້ອຍຂົ້ວ, ກາເຟກາງຂົ້ວ, ກາເຟຂົ້ວ ທີ່ໄດ້ມາຈາກການປະສົມກາເຟໝາກຊ້ອມ, ກາເຟຂົ້ວ ແລະ ຂົ້ວບົດ ທີ່ໄດ້ມາຈາກການເຟໝາກຊ້ອມ ປົກປ້ອງເປັນສິນຄ້າຖິ່ນກໍາເນິດ.

ແຫຼ່ງຂໍ້ມູນ: ຂປລ

Comments