ທົ່ວໂລກ ບໍ່ມີວຽກເຮັດງານທຳ ຫຼາຍ ເນື່ອງມາຈາກ…

ອົງການແຮງງານ ສາກົນ(ໄອແອລໂອ) ພາຍໃຕ້ ອົງການ ສະຫະ ປະຊາຊາດ ລະບຸວ່າ: ປັດຈຸບັນ ພາກທຸລະກິດ ປັບຫລຸດ ການຈ້າງງານ ຫລື ຫລຸດຊົ່ວໂມງ ການເຮັດວຽກ ເພື່ອຫລຸດຕົ້ນທຶນ ຊຸກຍູ້ທຸລະກິດ ສາມາດດຳເນີນ ຕໍ່ໄປໄດ້,

pn2 - KaoToday

ຊຶ່ງສະເລ່ຍແລ້ວ ຊົ່ວໂມງ ການເຮັດວຽກ ຂອງແຮງງານ ທົ່ວໂລກໃນໄຕມາດ 2 ປີ 2020 ຫລຸດລົງ ປະມານ 17,3% ຈາກລະດັບ ກ່ອນເກີດການ ແຜ່ລະບາດ ຫລືທຽບເທົ່າ ການສູນເສຍ ຕຳແໜ່ງ ວຽກເຮັດ ງານທຳ ປະຈຳ(ເຮັດວຽກ 48 ຊົ່ວໂມງ ຕໍ່ອາທິດ) ປະມານ 495 ລ້ານຕຳແໜ່ງ ຫລັງຈາກ ສະຖານະການ ແຮງງານ ທົ່ວໂລກ ບໍ່ຄ່ອຍດີ ຈາກການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ທີ່ສົ່ງຜົນໃຫ້ ພາກທຸລະກິດ ຕ້ອງປັບຫລຸດ ຊົ່ວໂມງ ການເຮັດວຽກ ແລະ ເລິກຈ້າງ ພະນັກງານ ຈຳນວນຫລວງຫລາຍ.

ລັດຖະມົນຕີ ຍອມຮັບວ່າ ແຮງງານ ລາວ ທີ່ກັບຈາກ ໄທ ໃນລະຫວ່າງ COVID-19  ແມ່ນແຮງງານຜິດກົດໝາຍ

ເຮັດໃຫ້ລາຍໄດ້ ແຮງງານ ຫລຸດລົງ ແບບບໍ່ເຄີຍ ມີມາກ່ອນ, ເຖິງວ່າຈະມີ ມາດຕະການ ກະຕຸ້ນການຈ້າງງານ ໃນພາກລັດ ແຕ່ກິດຈະກຳ ທາງເສດຖະກິດ ທີ່ຍັງອອ່ນແອ ກໍ່ເປັນອຸປະສັກ ສຳຄັນ ທີ່ເຮັດໃຫ້ ການຈ້າງງານ ສຳຄັນ ບໍ່ສາມາດ ຟື້ນຕົວໄດ້ ໃນໄວໆນີ້. ໂດຍໄລຍະ 9 ເດືອນທີ່ຜ່ານມາ ນັບຕັ້ງແຕ່ ເກີດການແຜ່ລະບາດ ຂອງພະຍາດ ໂຄວິດ-19, ລາຍໄດ້ຂອງ ແຮງງານທົ່ວໂລກ ຫລຸດລົງສະເລ່ຍ 10,7% ເມື່ອທຽບກັບ ໄລຍະດຽວກັນ ຂອງປີກາຍ, ຊຶ່ງຄິດເປັນ ຄວາມສູນເສຍ ສູງເຖິງ 3,5 ຕື້ໂດລາ ສະຫະລັດ ຫລືປະມານ 5,5% ຂອງລວມຍອດ ຜະລິດຕະພັນ ພາຍໃນປະເທດ (ຈີດີພີ)ໂລກ.

ແຫລ່ງຂໍ້ມູນ: ຂປລ

Comments