Author Archives: admin target

ພິທີເຊັນສັນຍາ ໂຄງການປະຕິຮູບລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານຂອງ ທະນາຄານ ແຫ່ງ ສປປ ລາວ

ໃນຕອນບ່າຍຂອງວັນທີ 14 ຕຸລາ 2020 ທະນາຄານແຫ່ງ ສປປລາວ ( ທຫລ) ແລະ ບໍລິສັດ ສິສເມຕິກ ໄອທີ ໂຊລູຊັນ ຈຳກັດ ໄດ້ຮ່ວມກັນ ເຊັນສັນຍາໂຄງການປະຕິຮູບລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານ ຂຶ້ນທີ່ ໂຮງແຮມ ເສດຖາປາລາດ ໂດຍເປັນປະທານຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໂດຍມີຜູ້ຕາງໜ້າຈາກສຳນັກງານທະນາຄານ, ບໍລິສັດ ສິສເມຕິກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ໄຂ່ແກ້ວ ຫຼວງສີວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ທະນາຄານແຫ່ງ ສປປ ລາວ ເປັນສູນກາງການເຊື່ອມຕໍ່ລະບົບເຕັກໂນໂລຊີຂໍ້ມູນຂ່າວສານທາງດ້ານການເງິນໃນທົ່ວປະເທດ ເພື່ອສະໜັບສະໜູນການເຄື່ອນໄຫວວຽກງານການບໍລິຫານທຸລະກຳທາງການເງິນມີຄວາມຄ່ອງຕົວ ແລະ ຮັບປະກັນຄວາມຕໍ່ເນືື່ອງທາງດ້ານທຸລະກິດ. ສະນັ້ນ, ບັນດາອຸປະກອນລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານທີ່ນຳໃຊ້ໃນປັດຈຸບັນ ແມ່ນມີອາຍຸການນຳໃຊ້ຂ້ອນຂ້າງດົນ; ດັ່ງນັ້ນ, ທຫລ ຈຶ່ງມີຄວາມຈຳເປັນຕ້ອງປະຕິຮູບລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານໃໝ່ທັງໝົດ ເພື່ອເຮັດໃຫ້ລະບົບດັ່ງກ່າວມີຄວາມສະຖຽນລະພາບ ແລະ ຮັບຮອງຕໍ່ກັບການຂະຫຍາຍຕົວທຸລະກຳທາງດ້ານການເງິນ ທັງໃນປັດຈຸບັນ ແລະ ອະນາຄົດ. ນອກຈາກນັ້ນ, ...

Read More »

ເປີດ ສະໂມສອນນັກການທູດລາວ…

ສະໂມສອນນັກການທູດ ທີ່ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດຈະເປັນບ່ອນເຕົ້າໂຮມ ແລະ ເປັນເວທີປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ , ຕີລາຄາຕໍ່ສະພາບການທີ່ພົ້ນເດັ່ນຢູ່ໃນພາກພື້ນ ແລະ ສາກົນລະຫວ່າງບັນດາອະດີດເອກອັກຄະລັດຖະທູດ ແລະ ບັນດານັກການທູດລາວ ແລະ ເປັນເວທີແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງນັກການທູດອາວຸໂສບຳນານ ແລະ ນັກການທູດຮຸ່ນໜຸ່ມກໍຄືພະນັກງານກະຊວງການຕ່າງປະເທດ ນອກຈາກນີ້ ເພື່ອເປັນຖານຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ພະນັກງານກະຊວງການຕ່າງປະເທດນຳໄປໝູນໃຊ້ເຂົ້າໃນການຄົ້ນຄວ້າວິໄຈ ແລະ ເປັນຂໍ້ມູນລາຍງານຄະນະນຳກະຊວງການຕ່າງປະເທດ. ພິທີເປີດສະໂມສອນດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ອະດີດກົມການເມືອງສູນກາງພັກ ອະດີດຮອງນາຍົກລົດຖະມົນຕີກະຊວງການຕ່າງປະເທດ ທ່ານ ສົມສະຫວາດ ເລັງສະຫວັດ, ມິບັນດາຄະນະນຳກະຊວງການຕ່າງປະເທດ, ອະດີດຄະນະການນຳກະຊວງ, ຄະນະກົມ, ບັນດາທ່ານທູດອາວຸໂສບຳນານ ແລະ ພະນັກງານກະຊວງການຕ່າງປະເທດເຂົ້າຮ່ວມ 70 ກວ່າທ່ານ. ແລ່ງຂໍ້ມູນ: ວຽງຈັນທາຍ

Read More »

ລາວ-ຈີນ ສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ…

ໃນວັນທີ 14 ຕຸລາ 2020, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ສະຫາຍ ສະເຫຼີມໄຊ ກົມມະສິດ,ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ, ໄດ້ມີການພົບປະສອງຝ່າຍກັບ ສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ. ໃນໂອກາດນີ້,ສະຫາຍລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງທີ 2 ຂອງ ສະຫາຍ ລັດຖະມົນຕີ ຫວັງ ອີ້ ໃນປີ 2020 ນີ້. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ລະຫວ່າງ ສອງພັກ ແລະ ສອງລັດຖະບານ ກໍຄືປະຊາຊົນສອງຊາດ ຊຶ່ງນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ ໂດຍໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະສະໜັບສະໜູນຕໍ່ຂໍ້ລິເລີ່ມທີ່ ...

Read More »

ທຸລະກິດຫັດຖະກໍາຕ້ອງໄດ້ປັບຕົວ ເພື່ອຄວາມຢູ່ລອດກັບການປ່ຽນແປງທີ່ເບິ່ງບໍ່ເຫັນ…

ການລະບາດຂອງໂຄວິດ – 19 ກະທົບໂດຍກົງຕໍ່ເສດຖະກິດມະຫາພາກ ບໍ່ວ່າໃນລະດັບສາກົນ ແລະ ພາຍໃນປະເທດເຮົາ. ສະເພາະທຸລະກິດດ້ານຫັດຖະກໍາຕໍ່າແຜ່ນກໍໄດ້ຮັບຜົນກະທົບຈາກການປ່ຽນແປງຂອງກໍາລັງຊື້ທີ່ຫຼຸດລົງ. ສະນັ້ນ, ເພື່ອຄວາມຍືນຍົງ ແລະ ຮັກສາຖານຕະຫຼາດໄວ້ ລະບົບໄອທີຊີ ມີສ່ວນສໍາຄັນຊ່ວຍພາກທຸລະກິດດໍາເນີນການດ້ານຕະຫຼາດ ລວມທັງການຄົ້ນຄິດເຄື່ອງກົນຈັກເຂົ້າມາຊ່ວຍຜະລິດສິນຄ້າທີ່ມີຄຸນນະພາບຕົ້ນທຶນຕໍ່າໃຫ້ສິນຄ້າສາມາດແຂ່ງຂັນໄດ້. ທ່ານ ນາງ ກົງທອງ ນັນທະວົງລືສີ ເຈົ້າຂອງຫັດຖະກໍາແພງໄໝ ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ປັດຈຸບັນທຸລະກິດຫັດຖະກໍາ ໂດຍສະເພາະແພໄໝ ກຳລັງປະເຊີນກັບຄວາມປ່ຽນແປງທີ່ຫຼີກລ້ຽງບໍ່ໄດ້ ເພື່ອຄວາມຢູ່ລອດເຮົາຕ້ອງເບິ່ງໃນຈຸດທີ່ໄດ້ປຽບ ແລະ ຮຽນຮູ້ຈາກການປ່ຽນແປງ ເຊິ່ງມັນເຮັດໃຫ້ຊາວຊ່າງຫັດຖະກໍາມີຄວາມຄິດພັດທະນາສິນຄ້າຫັດຖະກໍາໃຫ້ມີຄຸນນະພາບ ແລະ ແທດເໝາະກັບ ຄວາມຕ້ອງການຂອງຕະຫຼາດ, ມີມາດຕະຖານ. ພ້ອມດຽວກັນ ກໍເປັນການສືບຕໍ່ມູນເຊື້ອ, ປົກປັກຮັກສາພູມປັນຍາຂອງບັນພະບຸລຸດໃຫ້ຍືນຍົງຕໍ່ໄປ ແລະ ໃນປັດຈຸບັນເປັນຍຸກທີ່ໄອທີຊີພວມມາແຮງ, ສະນັ້ນ ຜູ້ປະກອບການຫັດຖະກໍາໄດ້ນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ເພື່ອເປັນກໍາລັງແຮງສໍາຄັນ, ຫຼຸດຕົ້ນທຶນ, ເຮັດການຕະຫຼາດອອນລາຍເຂົ້າເຖິງເປົ້າໝາຍໄດ້ຢ່າງວ່ອງໄວ ສະເພາະຫັດຖະກໍາແພງໄໝ ເປັນຜູ້ທໍາອິດເອົາລາຍລາວຈາກປຶ້ມລາຍລາວເຂົ້າໃນຄອມພິວເຕີ ( ເຄື່ອງກົນຈັກ ) ແລ້ວເຮັດໃຫ້ມັນສາມາດຕໍ່າໄດ້ທຸກລວດລາຍ. ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ບໍລິສັດເຮົາຍັງຮັກສາຖານລູກຄ້າທີ່ເປັນຄົນຕ່າງປະເທດໄດ້ ເຖິງຈະມີຕົວເລກຫຼຸດລົງກໍຕາມ ແຕ່ກໍຍັງມີລາຍຮັບຢູ່ ສ່ວນລູກຄ້າພາຍໃນແມ່ນຫຼຸດລົງໃນລະດັບ 50%, ທ່ານ ...

Read More »

ຫລວງພະບາງ ປະຕິບັດໂຄງການຫລຸດລາຄາ ແຕ່ຮັກສາກໍາໄລ …….

ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວແຂວງຫລວງພະບາງ ຮ່ວມກັບບັນດາຂະແໜງ ການກ່ຽວຂ້ອງ ເລັ່ງຟື້ນຟູຫົວໜ່ວຍທຸລະກິດທ່ອງທ່ຽວພາຍໃນແຂວງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃຫ້ຟື້ນໂຕໂດຍໄວ. ຂະນະດຽວກັນ ໄດ້ແນະນໍາໃຫ້ທຸກຫົວໜ່ວຍທຸລະກິດທ່ອງທ່ຽວປະຕິບັດໂຄງການຫລຸດລາຄາແຕ່ຮັກສາກໍາໄລ ເພື່ອໃຫ້ສາມາດຢູ່ລອດໄດ້ຕໍ່ໄປ. ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງຫລວງພະບາງ ໃຫ້ສໍາພາດວ່າ: ເພື່ອຊ່ວຍໃຫ້ຫົວໜ່ວຍທຸລະກິດທ່ອງທ່ຽວພາຍໃນແຂວງຟື້ນຕົວນັບມື້ດີຂຶ້ນ ພະແນກ ຖວທ ແຂວງ ໄດ້ຈັດກອງປະຊຸມປຶກສາຫາ ລືກັບສະມາຄົມໂຮງ ແຮມ, ເຮືອນພັກ ແລະ ຮ້ານອາຫານ ຈັດຕັ້ງປະຕິບັດກິດຈະກໍາເພື່ອສົ່ງເສີມການທ່ອງທ່ຽວ ເປັນຕົ້ນ: ໄດ້ຮ່ວມກັບລັດວິສາຫະກິດການບິນລາວຈັດກິດຈະກໍາສົ່ງເສີມການທ່ອງທ່ຽວ ຄື: ການຫລຸດຄ່າປີ້ຍົນໄປ-ກັບ ແລະໃຫ້ພັກຢູ່ໂຮງແຮມ 2 ຄືນຢູ່ຫລວງພະບາງ, ຈັດເທດສະການກາເຟລາວ ແລະ ກິດຈະກໍາໄຫລເຮືອໄຟໃນມື້ອອກພັນສາສໍາເລັດແລ້ວ, ສ່ວນໃນຕໍ່ໜ້າຈະຈັດອີກຫລາຍກິດຈະກໍາ ເປັນຕົ້ນ: ເທດ ສະການອາຫານລາວ, ການແຂ່ງ ຂັນຖີບລົດເພື່ອສຸຂະພາບ ແລະ ອື່ນຯ. ທ່ານ ນາງ ສຸດາພອນ ຄົມທະວົງ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບການຈັດກິດຈະກໍາຕ່າງຯ ທາງແຂວງໄດ້ແນະນໍາໃຫ້ຜູ້ປະກອບການທ່ອງທ່ຽວ ຫັນປ່ຽນວິທີດໍາເນີນກິດຈະການ ໂດຍແນໃສ່ນັກທ່ອງທ່ຽວພາຍໃນເປັນຕົ້ນຕໍ ດ້ວຍການປະຕິບັດໂຄງການຫລຸດລາ ຄາແຕ່ຮັກສາກໍາໄລ ...

Read More »

ASEM ຊຸກຍູ້ສິດອຳນາດດ້ານເສດຖະກິດຂອງແມ່ຍິງ…

ວິທະຍຸ​ກະຈາຍສຽງ​ຫວຽດ ນາມ​ລາຍ​ງານ​ວ່າ: ມີ​ຜູ້​ແທນ​ເກືອບ 130 ທ່ານ ຢູ່ ສະຖານທີ່​ເຊື່ອມ​ຕໍ່ກວ່າ 40 ແຫ່ງ ຈາກ 41 ປະເທດ​ສະມາຊິກ ASEM ແລະ 7 ອົງການ​ຈັດ​ຕັ້ງ​ສາກົນ ແລະ ພາກ​ພື້ນ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ. ຂ່າວ​ລະບຸ​ວ່າ: ວັນ​ທີ 12 ເດືອນ​ຕຸລາ​ຜ່ານ​ມາ, ການ​ໂອ້​ລົມ​ສົນທະນາ​ຂັ້ນ​ສູງ​ຂອງ ເວທີ​ປາ​ໄສ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ – ເອີ​ຣົບ (ASEM) ກ່ຽວ​ກັບ​ການ “ຊຸກຍູ້​ສິດ​ອຳນາດ​ດ້ານ​ເສດຖະກິດ​ຂອງ​ແມ່ຍິງ ໃນ​ສະພາບ​ການ​ເກີດ​ໂລກ​ລະບາດ Covid – 19” ໂດຍ​ກະຊວງ​ການ​ຕ່າງປະເທດ​ຫວຽດນາມ ສົມທົບ​ກັບ​ກະຊວງ​ແຮງ​ງານ – ທະຫານ​ເສຍ​ອົງຄະ ແລະ ສັງຄົມ ຫວຽດນາມ ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ມີ​ຜູ້​ແທນ​ເກືອບ 130 ຄົນ ຂອງ​ສະຖານທີ່​ເຊື່ອມ​ຕໍ່​ກວ່າ 40 ແຫ່ງ ຈາກ 41 ປະເທດ​ສະມາຊິກ ASEM ແລະ 7 ອົງການ​ຈັດ​ຕັ້ງ​ສາກົນ ແລະ ພາກ​ພື້ນ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ. ໂດຍກາຍກ່າວ​ຄຳ​ເຫັນ​ໃນ​ວາ​ລະ​ດໍາ​ເນີນ​ການ​ໂອ້​ລົມ​ສົນທະນາ ...

Read More »

ອຸດສາຫະກຳການບິນຈີນ ຂະຫຍາຍຕົວຕໍ່ເນື່ອງ…

ສຳນັກຂ່າວຊິນຮວາ ລາຍງານໂດຍອ້າງຂໍ້ມູນຈາກ ວາຣີຟາຍ ( VariFlight ) ເຊິ່ງເປັນອົງການບໍລິການຂໍ້ມູນການບິນພົນລະເຮືອນຂອງຈີນ ເປີດເຜີຍວ່າ: ອຸດສາຫະກຳການບິນພົນລະເຮືອນຂອງ ສປ ຈີນ ຟື້ນຕົວຢ່າງຕໍ່ເນື່ອງໃນເດືອນກັນຍາ ພາຍຫຼັງທີ່ສະໜາມບິນຫຼາຍແຫ່ງພາຍໃນປະເທດໄດ້ກັບມາໃຫ້ບໍລິການຖ້ຽວບິນກວ່າ 90% ຂອງປະລິມານຖ້ຽວບິນ ເມື່ອທຽບກັບປີຜ່ານມາ. ລາຍງານຍັງລະບຸວ່າ: ສະໜາມບິນທົ່ວປະເທດສາມາດຮອງຮັບຖ້ຽວບິນຂາອອກ ລວມ 375.300 ຖ້ຽວ ໃນເດືອນກັນຍາ ຫຼຸດລົງ 6,86% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແຕ່ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ເດືອນສິງຫາ. ລາຍງານຍັງໄດ້ສະແດງໃຫ້ເຫັນເຖິງຈຳນວນຖ້ຽວບິນເພີ່ມຂຶ້ນໃນເດືອນກັນຍາ, ຂະນະທີ່ຖ້ຽວບິນສາຍຕ່າງປະເທດກໍເພີ່ມຂຶ້ນເລັກໜ້ອຍ ເມື່ອທຽບກັບເດືອນສິງຫາ. ທັງນີ້, ເມື່ອເດືອນກັນຍາຜ່ານມາ ສະໜາມບິນສາກົນກວາງໂຈ, ໄປ໋ອວິ໋ນ ໃນແຂວງກວາງຕຸ້ງ ທາງພາກໃຕ້ຂອງ ສປ ຈີນ ຮອງຮັບຖ້ຽວບິນຂາອອກຫຼາຍທີ່ສຸດໃນບັນດາສະໜາມບິນຂອງ ສປ ຈີນ. ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Read More »

ສປປ ລາວ ສະໜັບສະໜູນ ຂໍ້ລິເລີ່ມ ແຫ່ງ ສປ ຈີນ…

ສປປ ລາວ ສະໜັບສະໜູນ ຂໍ້ລິເລິ່ມ ທີ່ສະເໜີໂດຍ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ທີ່ສະເໜີໃນກອງປະຊຸມສາກົນຜ່ານລະບົບທາງໄກ ກ່ຽວກັບຄວາມໝັ້ນຄົງທາງດ້ານຂໍ້ມູນຂ່າວສານສາກົນ ( Global Initiative on Data Security ) ໃນວັນທີ 8 ກັນຍາ 2020 ຜ່ານມາ, ເຊິ່ງເປັນຂໍ້ລິເລີ່ມທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນຜົນປະໂຫຍດຕໍ່ຫຼາຍປະເທດ ໃນພາກພື້ນ ແລະ ສາກົນ ໃນການພັດທະນາເສດຖະກິດ-ສັງຄົມ ເພື່ອຄວາມກ້າວໜ້າທາງດ້ານເຕັກໂນໂລຊີ, ຄວາມປອດໄພທາງດ້ານຂໍ້ມູນຂ່າວສານ ລວມທັງຄວາມໝັ້ນຄົງຂອງຊາດ ແລະ ຜົນປະໂຫຍດສ່ວນລວມ. ແຫຼ່ງຂໍ້ມູນ: ວສລ

Read More »

ບໍລິສັດ ພູເບ້ຍ ມາຍນິງ ບັນລຸຂີດໝາຍດ້ານຄວາມປອດໄພທີ່ສຳຄັນ…

ເມື່ອບໍ່ດົນມານີ້, ໂຮງງານ ບ້ານຫ້ວຍຊາຍ ຂອງ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ສະ ຫລອງ 365 ວັນປາສະຈາກການບາດເຈັບ ແລະ ບໍ່ມີການບາດເຈັບ ທີ່ສາມາດບັນທຶກໄດ້ຫລາຍກວ່າ 1.018 ວັນ, ເຊິ່ງເປັນຂໍ້ພິສູດໄດ້ຢ່າງຊັດເຈນ ເຖິງຫລັກການດຳເນີນງານໂດຍປາສະຈາກການບາດເຈັບຂອງບໍລິສັດ ນັບແຕ່ປີ 2017 ເປັນຕົ້ນມາ, ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ຕັ້ງມາດຖານດ້ານຄວາມປອດໄພຄືນ ພາຍຫລັງຜົນດຳເນີນງານດ້ານຄວາມປອດໄພ ມີທ່າອ່ຽງທີ່ບໍ່ໜ້າພໍໃຈ ແລະ ໃນປີຜ່ານມາ, ທີມງານໂຮງງານບ້ານຫ້ວຍຊາຍ ກໍໄດ້ມີການປັບປຸງຮອບດ້ານ ໃນການດຳເນີນງານດ້ານຄວາມປອດໄພ, ມາຮອດປັດຈຸບັນ ສາມາດຮັກສາບໍ່ໃຫ້ມີການບາດເຈັບໄດ້ເປັນເວລາ 12 ເດືອນ. ການປ່ຽນແປງນີ້, ໄດ້ເຮັດໃຫ້ບໍລິສັດ ແລະ ພະນັກງານ ມີທັງຄວາມມຸ້ງໝັ້ນ ແລະ ມີເປົ້າໝາຍການດຳເນີນງານໂດຍປາສະຈາກການບາດເຈັບຢ່າງແທ້ຈິງ. ຜົນສຳເລັດດ້ານຄວາມປອດໄພຂອງທີມງານໃນ 12 ເດືອນຜ່ານມາ ເຫັນວ່າມີການຫລຸດອັດຕາຄວາມຖີ່ ການບາດເຈັບທີ່ສາມາດບັນທຶກໄດ້ທັງໝົດເຫລືອສູນຕະຫລອດ 12 ເດືອນ ແລະ ຮັກສາອັດຕາຄວາມຖີ່ການບາດເຈັບ ທີ່ສູນເສຍເວລາເຮັດວຽກຕົວຈິງເທົ່າ 0. ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ...

Read More »

ລາວ ຄືບໜ້າການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ…

ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ (ສປຊ) ປະຈຳລາວ ສປປ ລາວ ແລະ ຄູ່ຮ່ວມພັດທະນາໃນລາວ ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບຄວາມຄືບໜ້າ ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຂຶ້ນ ໃນວັນທີ 13 ຕຸລາ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມເຜີຍແຜ່ໃນຄັ້ງນີ້, ແມ່ນຈັດຂຶ້ນເປັນຄັ້ງທີ 4 ຂອງການຈັດກອງປະຊຸມເຜີຍແຜ່ ການສົ່ງເສີມ ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປັນຄວາມພະຍາຍາມ ໃນການສົ່ງເສີມການເຜີຍແຜ່ ແລະ ໂຄສະນາ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ນະໂຍບາຍ ແລະ ແຜນພັດທະນາຂອງທ້ອງຖິ່ນ ...

Read More »