Author Archives: admin target

ປາຖະກະຖາວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ສ.ເກົາຫຼີ…

ວັນທີ 15 ຕຸລາ 2020 ສະຖາບັນການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດປາຖະກະຖາ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ສ.ເກົາຫຼີ ຄົບຮອບ 25 ປີ (25 ຕຸລາ 1995-25 ຕຸລາ 2020), ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໃຫ້ກຽດບັນຍາຍໂດຍ ທ່ານ ຊິນ ຊັງຊູນ, ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ແລະ ກ່າວເປີດພິທີໂດຍ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ. ຜູ້ເຂົ້າຮ່ວມຮັບຟັງປາຖະກະຖາໃນຄັ້ງນີ້ມິີ ບັນດາຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງອ້ອມຂ້າງສູນກາງ, ນັກສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ ແລະ ນັກສຶກສາຈາກ ຄະນະນິຕິສາດ ແລະ ...

Read More »

Koica ຊ່ວຍ 2,5 ລ້ານໂດລາ ແກ້ໄຂຜົນກະທົບຈາກລະເບີດບໍ່ທັນແຕກ ຢູ່ 2 ແຂວງ..

ລະເບີດບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ຢັ່ງຢາຍຢູ່ຕາມພື້ນທີ່ທຳການຜະລິດ, ພື້ນທີ່ທຳມາຫາກິນ, ໄຮ່ນາ, ຮົ້ວສວນ ຂອງປະຊາຊົນລາວບັນດາເຜົ່າ ຢູ່ບາງແຂວງ ໃນຂອບເຂດທົ່ວປະເທດ ຍັງສືບສົໍ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເປັນຈຳນວນຫລວງຫລາຍ, ເຊິ່ງແຕ່ລະປີ ໄດ້ມີອຸປະຕິເຫດເກີດຂຶ້ນ ແລະ ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ເປັນຈຳນວນຫລາຍ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ, ເສຍອົງຄະ, ພິການ ແລະ ເສຍຊີວິດ, ໂດຍສະເພາະຢູ່ແຂວງຊຽງຂວາງ ມີປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກຫລາຍກວ່າ 1.800 ຄົນ. ປັດຈຸບັນ ປະຊາຊົນຈຳນວນດັ່ງກ່າວ, ພວມໄດ້ຮັບການຊ່ວຍເຫລືອຢ່າງຕໍ່ເນື່ອງ ຈາກລັດຖະບານ ກໍຄື ຜູ້ໃຫ້ທຶນຊ່ວຍ ເຫລືອຈາກສາກົນ. ໃນວັນທີ 15 ຕຸລາ 2020 ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກຳ ມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ ໄດ້ນຳພາຜູ້ຕາງໜ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ອົງການກອຍກາ (ຜູ້ສະໜອງທຶນຊ່ວຍເຫລືອ) ລົງເຄື່ອນໄຫວຢ້າມຢາມປະຊາຊົນທີ່ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ຢູ່ບ້ານນາດີ ເມືອງແປກ ແຂວງຊຽງຂວາງ ເພື່ອສຳຫລວດ ແລະ ເບິ່ງວິຖີການດຳລົງຊີວິດ, ການທຳມາຫາກິນ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ພາຍຫລັງທີ່ໄດ້ໃຫ້ການຊ່ວຍເຫລືອໃນໄລຍະຜ່ານມາ, ທັງສຶກສາຄວາມເປັນໄປໄດ້ ...

Read More »

ນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນໃນລາວແລ້ວ 785 ໂຄງການ…

ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ເປັນປະເທດທີ່ເຂົ້າມາລົງທຶນຢູ່ໃນ ສປປ ລາວ ອັນດັບ 1 ຊຶ່ງ ມີຈຳນວນການລົງທຶນເຖິງ 785 ໂຄງການ ລວມມູນຄ່າ 12 ຕື້ໂດລາສະຫະລັດ ແລະ ເປັນປະເທດຄູ່ຄ້າລາຍໃຫຍ່ ອັນດັບ 2 ຂອງ ສປປ ລາວ , ມີມູນຄ່າການຄ້າບັນລຸໄດ້ 3.540 ລ້ານໂດລາສະຫະລັດ. ໃນໄລຍະປີ 2019 ຜ່ານມາ ເພີ່ມຂຶ້ນ 8,9% ເມື່ອທຽບໄລຍະດຽວກັນຂອງປີຜ່ານມາ; ສ່ວນໃຫຍ່ການລົງທຶນແມ່ນທາງດ້ານເສດຖະກິດພິເສດ ແລະ ອື່ນໆ. ນອກຈາກນີ້, ຍັງມີໂຄງການຮ່ວມມືອື່ນໆທີ່ສຳຄັນເຊັ່ນ: ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ທີ່ໄດ້ກໍ່ສ້າງສຳເລັດແລ້ວ 60% ແລະ ຄາດວ່າຈະສຳເລັດການກໍ່ສ້າງໃນປີ 2021, ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນປັດຈຸບັນມີຄວາມຄືບໜ້າຫຼາຍກວ່າ 90,7% ຄາດວ່າຈະສຳເລັດປີ 2021, ໂຄງການທາງດ່ວນ ວຽງຈັນ-ວັງວຽງ ແມ່ນມີຄວາມຄືບໜ້າຫຼາຍກວ່າ 90% ຄາດວ່າຈະເປີດນຳໃຊ້ໃນວັນທີ 2 ທັນວາ 2020 ນີ້ ແລະ ...

Read More »

ເຜີຍແຜ່ ປພຍ ບັນດາອົງການເຄືອຂ່າຍ ສປຊ ແລະ ຄູ່ຮ່ວມພັດທະນາຢູ່ລາວ…

ກະຊວງການຕ່າງປະເທດ ໃນນາມເປັນກອງເລຂາເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ( ປພຍ ) ຮ່ວມກັບ ຫ້ອງການຜູ້ປະສານງານ   ອົງການສະຫະປະຊາຊາດ ( ສປຊ ) ຢູ່ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ( ປພຍ ) ຮ່ວມກັບບັນດາອົງການເຄືອຂ່າຍສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ຢູ່ ສປປ ລາວ ໃນວັນທີ 13 ຕຸລາ ຜ່ານມາ ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ. ມີຜູ້ເຂົ້າຮ່ວມ ຕາງໜ້າຈາກບັນດາຈຸດປະສານງານ ປພຍ ແຫ່ງຊາດ ປະຈໍາກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ສະຖານທູດ, ບັນດາອົງການເຄືອຂ່າຍ ສປຊ ແລະ ຄູ່ຮ່ວມພັດທະນາ ປະຈໍາ ...

Read More »

ຄວາມສຳຄັນຂອງວຽກງານມາດຕະຖານວັດແທກ ຕໍ່ຜູ້ປະກອບການ SME

ກອງປະຊຸມສຳມະນາ ພາຍຫົວຂໍ້ ຄວາມສຳຄັນຂອງວຽກງານມາດຕະຖານ ແລະ ວັດແທກ ຕໍ່ຜູ້ປະກອບການ SME ຂອງ ສປປ ລາວ ໃນໂອກາດການສະເຫຼີມສະຫຼອງ ວັນມາດຕະຖານໂລກ ຄົບຮອບ 73 ປີ ໃນວັນທີ 14 ຕຸລາ 2020 ທີ່ຫ້ອງປະຊຸມ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ (ກວຕ), ມີບັນດາທ່ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ບັນດາຜູ້ປະກອບການຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມ ກວຕ ໄດ້ກ່າວວ່າ: ການຈັດກອງປະຊຸມສຳມະນາໃນຄັ້ງນິ້ ແມ່ນເພື່ອສ້າງຈິດສຳນຶກໃຫ້ແກ່ ຜູ້ປະກອບການລົງທຶນ, ນັກທຸລະກິດ, ຜູ້ຜະລິດ ແລະ ຜູ້ຊົມໃຊ້ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານ ຕໍ່ການພັດທະນາເສດຖະກິດ-ສັງຄົມໃນລະດັບຊາດ, ພາກພື້ນ ແລະ ສາກົນ ທີ່ຈະອໍານວຍຄວາມສະດວກຊຸກຍູ້ສົ່ງເສີມດ້ານການຄ້າ, ...

Read More »

ເປີດຝຶກອົບຮົມຫຼັກສູດບໍລິຫານການເງິນຈຸລະພາກ…

ສະມາຄົມການເງິນຈຸລະພາກ ( ສມກຈ ) ໂດຍການຮ່ວມມືກັບທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານການເງິນຈຸລະພາກ ລຸ້ນທີ 19 ຂຶ້ນ ໃນວັນທີ 12 ຕຸລາ 2020 ຜ່ານມາ ທີ່ຫ້ອງປະຊຸມຊັ້ນ 7 ຕະຫຼາດຫຼັກຊັບລາວ ເພື່ອເພີ່ມຄວາມສາມາດໃຫ້ກັບຜູ້ຈັດການຂອງບັນດາສະຖາບັນການເງິນ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດໃນທົ່ວປະເທດໃຫ້ມີຄວາມເຂັ້ມແຂງ. ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານ ແຫ່ງ ສປປ ລາວ ໄດ້ກ່າວຄຳເຫັນບາງຕອນວ່າ: ຊຸດອົບຮົມການບໍລິຫານການເງິນຈຸລະພາກທີ່ຈັດຂຶ້ນໃນຄັ້ງນີ້ ຈະເປັນການເພີ່ມແນວທາງໃນການບໍລິຫານຂອງແຕ່ລະສະຖາບັນໃຫ້ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວໃນອະນາຄົດ. ຂະນະທີ່ ທ່ານ ນາງ ເຂັມມະນີ ສຸທຳມະວົງ ຮອງປະທານສະພາບໍລິຫານ ສມກຈ ມີຄໍາເຫັນເພີ່ມຕື່ມວ່າ: ໃນຍຸກປັດຈຸບັນການຫັນເປັນດິຈິຕອນໄດ້ຮັບ ຄວາມສົນໃຈຈາກທຸກພາກສ່ວນ ເຊິ່ງໃນຂະແໜງການເງິນຈຸລະພາກເອງ ກໍໄດ້ນຳໃຊ້ລະບົບເຕັກໂນໂລຊີດັ່ງກ່າວເຂົ້າມາບໍລິການ ເພື່ອໃຫ້ເຂົ້າເຖິງກຸ່ມລູກຄ້າຫຼາຍຂຶ້ນ, ທັງເປັນການຫຼຸດຜ່ອນຕົ້ນທຶນ ແລະ ເປັນການເພີ່ມຊ່ອງທາງທີ່ຫຼາກຫຼາຍ. ໃນໂອກາດຕໍ່ໄປການປະເມີນປ່ອຍສິນເຊື່ອໃຫ້ກັບລູກຄ້າຈະເປັນເລື່ອງງ່າຍ ເນື່ອງຈາກລະບົບທັນສະໄໝຈະເປັນຕົວເກັບກໍາຂໍ້ມູນ ເຮັດໃຫ້ເຮົາສາມາດວິເຄາະການປ່ອຍສິນເຊື່ອໄດ້ງ່າຍ, ມີຄວາມຮັດກຸມ ແລະ ວ່ອງໄວ. ...

Read More »

ສປ ຈີນ ໃຫ້ໂຄງການຊ່ວຍເຫຼືອລ້າ 3 ສະບັບ ໃຫ້ແກ່ ສປປ ລາວ…

ໃນວັນທີ 14 ຕຸລາ 2020 ຢູ່ຫໍປະຊຸມແຫ່ງຊາດ, ພາຍຫຼັງການພົບປະ 2 ຝ່າຍ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າລັດຖະບານລາວ, ທ່ານ ສະເຫຼີມໄຊ ກົມມະສິດ ກັບ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ທ່ານ ຫວັງ ອີ້, ໄດ້ມີການແລກປ່ຽນ ໂຄງການຊ່ວຍເຫຼືອລ້າ 3 ສະບັບ ໃຫ້ແກ່ ສປປ ລາວ ປະກອບມີ: 1) ໂຄງການຊ່ວຍເຫຼືອລ້າ ກ່ຽວກັບອຸປະກອນຕ້ານໄຂ້ເລືອດອອກ 2) ໂຄງການພື້ນຖານໂຄ່ງລ່າງ ພັດທະນາຊົນນະບົດ ໄລຍະ 2 3) ໂຄງການແລກປ່ຽນລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສປ ຈີນ ກ່ຽວກັບການຮັບເອົາ ສິດທິພິເສດ ທາງດ້ານພາສີ (0%) ໃຫ້ແກ່ 97% ຂອງລາຍການສິນຄ້າທັງໝົດ GSP 97%. ແຫຼ່ງຂໍ້ມູນ: LAO ...

Read More »

ຜູ້ນຳຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ…

ໃນວັນທີ 14 ຕຸລາ 2020, ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫວັງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 13-14 ຕຸລາ 2020 ນີ້. ໃນໂອກາດນີ້. ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ຫວັງອີ້ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງເປັນການປະ ກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ, ທັງເປັນການປະກອບສ່ວນສຳຄັນ ໃນການເສີມຂະຫຍາຍມູນເຊື້ອແຫ່ງການພົວພັນມິດຕະພາບ ແລະ ການ ຮ່ວມມືຍຸດທະສາດຮອບດ້ານ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລະຫວ່າງ ສອງພັກ, ...

Read More »

IMF ຄາດການ GDP ໂລກເຫຼືອ -4,4% ຫຼັງເສດຖະກິດມີການຟື້ນຕົວ…

ອ້າງຈາກສຳນັກຂ່າວບຣູມເບິກລາຍງານວ່າ: ກອງທຶນການເງິນສາກົນ (IMF) ໄດ້ປັບເພີ່ມຄາດການເສດຖະກິດໂລກໃນປີ 2020 ຫຼຸດລົງ -4,4% ເພີ່ມຂຶ້ນຈາກການຄາດຄະເນໃນເດືອນມິຖຸນາທີ່ ຫຼຸດລົງ -4,9%. IMF ເປີດເຜີຍວ່າ: ປັດໃຈສຳຄັນທີ່ເຮັດໃຫ້ IMF ປັບເພີ່ມຄາດການໃນຄັ້ງນີ້ ເປັນຜົນມາຈາກ ເສດຖະກິດໂລກໄດ້ກັບມາຂະຫຍາຍຕົວຢ່າງແຂງແກ່ນໃນໄຕມາດ 2 ໂດຍສະເພາະໃນປະເທດຈີນ ແລະ ບັນດາປະເທດທີ່ພັດທະນາແລ້ວໃນທະວີບເອີຣົບ ແລະ ປະເທດອາເມຣິກາ ເຊິ່ງເປັນສັນຍານສຳຄັນວ່າ ເສດຖະກິດໂລກກຳລັງຈະກັບມາຟື້ນຕົວໃນໄຕມາດທີ 3 ພາຍໃນປີນີ້. ນອກຈາກນີ້ IMF ຍັງໄດ້ປັບເພີ່ມຄາດການເສດຖະກິດໃນທຸກທະວີບທົ່ວໂລກ ໂດຍປັບເພີ່ມເສດຖະກິດຂອງອາເມຣິກາຈາກທີ່ເຄີຍຫຼຸດລົງ -8,0% ລົງເຫຼືອພຽງ -4,3% ກ່ອນຈະຂະຫຍາຍຕົວເພີ່ມເປັນ 3,1% ປີໜ້າ, ໃນຂະນະທີ່ຂອບການໃຊ້ເງິນເອີໂຣ (EU) ຈາກທີ່ເຄີຍຫຼຸດລົງ -10,2% ໄດ້ຫຼຸດມາເປັນຢູ່ -8,3% ກ່ອນຈະຂະຫຍາຍຕົວ 5,2% ໃນປີ 2021 ແລະ ປັບເພີ່ມຄາດການເສດຖະກິດຈີນ ຈາກທີ່ເຄີຍຂະຫຍາຍຕົວ 1,0% ໄດ້ປັບເພີ່ມເປັນ 1,9% ກ່ອນຈະຂະຫຍາຍຕົວເພີ່ມເປັນ 8,2% ໃນປີຕໍ່ໄປ. ເຖິງຢ່າງໃດກໍຕາມ IMF ກ່າວເຕືອນວ່າ: ເຖິງວ່າເສດຖະກິດໂລກຈະກັບມາຂະຫຍາຍຕົວໃນໄຕມາດ ...

Read More »

ປະຊາຊົນຄວນເອົາໃຈໃສ່ ປະຕິບັດ 5 ປ ເພື່ອປ້ອງກັນການສູນເສຍຄົນທີ່ທ່ານຮັກ…

ສະພາບຂອງພະຍາດໄຂ້ຍຸງລາຍ ຢູ່ໃນປະເທດລາວເຮົາ ໃນວັນທີ 13 ຕຸລາ 2020 ສປປ ລາວ ແມ່ນ ມີຜູ້ຕິດເຊື້ອທັງໝົດ 33 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ. ໃນຕອນເຊົ້າວັນທີ 14 ຕຸລາ 2020 ທີ ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວລາຍງານກ່ຽວກັບສະພາບຂອງພະຍາດໄຂ້ຍຸງລາຍວ່າ: ນັບແຕ່ວັນທີ 1 ມັງກອນ 2020 – 13 ຕຸລາ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 7.198 ຄົນ (ມີລາຍງານກໍລະນີໃນ 18 ແຂວງ, ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 1.659 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 832 ຄົນ, ບໍ່ແກ້ວ 700 ຄົນ ແລະ ສະຫວັນນະເຂດ 686 ຄົນ). ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍມີ ...

Read More »