ບໍລິສັດ ພູເບ້ຍ ມາຍນິງ ບັນລຸຂີດໝາຍດ້ານຄວາມປອດໄພທີ່ສຳຄັນ…

ເມື່ອບໍ່ດົນມານີ້, ໂຮງງານ ບ້ານຫ້ວຍຊາຍ ຂອງ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ສະ ຫລອງ 365 ວັນປາສະຈາກການບາດເຈັບ ແລະ ບໍ່ມີການບາດເຈັບ ທີ່ສາມາດບັນທຶກໄດ້ຫລາຍກວ່າ 1.018 ວັນ, ເຊິ່ງເປັນຂໍ້ພິສູດໄດ້ຢ່າງຊັດເຈນ ເຖິງຫລັກການດຳເນີນງານໂດຍປາສະຈາກການບາດເຈັບຂອງບໍລິສັດ ນັບແຕ່ປີ 2017 ເປັນຕົ້ນມາ,

ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ຕັ້ງມາດຖານດ້ານຄວາມປອດໄພຄືນ ພາຍຫລັງຜົນດຳເນີນງານດ້ານຄວາມປອດໄພ ມີທ່າອ່ຽງທີ່ບໍ່ໜ້າພໍໃຈ ແລະ ໃນປີຜ່ານມາ, ທີມງານໂຮງງານບ້ານຫ້ວຍຊາຍ ກໍໄດ້ມີການປັບປຸງຮອບດ້ານ ໃນການດຳເນີນງານດ້ານຄວາມປອດໄພ, ມາຮອດປັດຈຸບັນ ສາມາດຮັກສາບໍ່ໃຫ້ມີການບາດເຈັບໄດ້ເປັນເວລາ 12 ເດືອນ.

ການປ່ຽນແປງນີ້, ໄດ້ເຮັດໃຫ້ບໍລິສັດ ແລະ ພະນັກງານ ມີທັງຄວາມມຸ້ງໝັ້ນ ແລະ ມີເປົ້າໝາຍການດຳເນີນງານໂດຍປາສະຈາກການບາດເຈັບຢ່າງແທ້ຈິງ. ຜົນສຳເລັດດ້ານຄວາມປອດໄພຂອງທີມງານໃນ 12 ເດືອນຜ່ານມາ ເຫັນວ່າມີການຫລຸດອັດຕາຄວາມຖີ່ ການບາດເຈັບທີ່ສາມາດບັນທຶກໄດ້ທັງໝົດເຫລືອສູນຕະຫລອດ 12 ເດືອນ ແລະ ຮັກສາອັດຕາຄວາມຖີ່ການບາດເຈັບ ທີ່ສູນເສຍເວລາເຮັດວຽກຕົວຈິງເທົ່າ 0.

ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ກ່າວວ່າ: ຄວາມປອດໄພແມ່ນບູລິມະສິດອັນດັບໜຶ່ງຂອງພວກເຮົາ ແລະ ຜົນສຳເລັດດ້ານຄວາມປອດໄພນີ້ແມ່ນຂໍ້ພິສູດຊັດເຈນທີ່ພົວພັນກັບການເຮັດວຽກໜັກ ແລະ ຈຸດສຸມອັນເຂັ້ມແຂງດ້ານຄວາມປອດໄພ ທີ່ພະນັກງານ ແລະ ຜູ້ຮັບ ເໝົາທັງໝົດໃນສະໜາມສະແດງໃຫ້ເຫັນ.

ສິ່ງເຫລົ່ານີ້ສະແດງໃຫ້ເຫັນວ່າ ວິທີການນຳໃຊ້ທັກສະຫລາຍດ້ານສາມາດຜ່ານຜ່າສະພາບທີ່ໜັກໜ່ວງ ເຊິ່ງຍັງຄົງສ້າງວັດທະນະທຳໃນການເຮັດວຽກເປັນທີມ ແລະ ການເບິ່ງແຍງເຊິ່ງກັນ ແລະ ກັນຢ່າງມີຜົນສຳເລັດ. ແນ່ນອນ ພວກເຮົາຍັງຈະຕ້ອງເຮັດໃຫ້ປອດໄພຂຶ້ນຕື່ມ ເພາະເສັ້ນທາງຄວາມປອດໄພບໍ່ມີມື້ສິ້ນສຸດ. ໃນແຕ່ລະມື້ ພວກເຮົາຕ້ອງມີສະຕິ ແລະ ຢູ່ກັບລະບຽບຢ່າງເຄັ່ງຄັດ ເພື່ອຮັບປະກັນດ້ານຄວາມປອດໄພ.

ແຫຼ່ງຂໍ້ມູນ: ຂປລ

Comments