ລາວ ຄືບໜ້າການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ…

ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ (ສປຊ) ປະຈຳລາວ ສປປ ລາວ ແລະ ຄູ່ຮ່ວມພັດທະນາໃນລາວ ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບຄວາມຄືບໜ້າ ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຂຶ້ນ ໃນວັນທີ 13 ຕຸລາ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມເຜີຍແຜ່ໃນຄັ້ງນີ້, ແມ່ນຈັດຂຶ້ນເປັນຄັ້ງທີ 4 ຂອງການຈັດກອງປະຊຸມເຜີຍແຜ່ ການສົ່ງເສີມ ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປັນຄວາມພະຍາຍາມ ໃນການສົ່ງເສີມການເຜີຍແຜ່ ແລະ ໂຄສະນາ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ນະໂຍບາຍ ແລະ ແຜນພັດທະນາຂອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ. ພ້ອມນັ້ນ, ກອງປະຊຸມກໍນັບວ່າເປັນໜຶ່ງໃນບາດກ້າວທໍາອິດ ໃນການກະກຽມການຮ່າງບົດລາຍງານແຫ່ງຊາດ ແບບສະໝັກໃຈ ສະບັບທີ 2 ຂອງ ສປປ ລາວ ທີ່ ລັດຖະບານແຫ່ງ ສປປ ລາວ ມີແຜນຈະນໍາສະເໜີ ທີ່ກອງປະຊຸມການເມືອງລະດັບສູງ ຂອງອົງການ ສປຊ ໃນ ປີ 2021.

ໃນໂອກາດດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ເນັ້ນໜັກ ເຖິງຄວາມສໍາຄັນຂອງການຮ່ວມມືຮອບດ້ານ ກັບທຸກພາກສ່ວນທີ່ກ່ຽວຂ້ອງໃນສັງຄົມ ທັງສາຍຕັ້ງ ແລະ ສາຍຂວາງ ໂດຍສະເພາະ ແມ່ນໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນຂອງອົງການ ສປຊ ແລະ ຄູ່ຮ່ວມພັດທະນາ ໃນຖານະທີ່ເປັນຄູ່ຮ່ວມພັດທະນາຫລັກ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອດ້ານທຶນຮອນ ແລະ ເຕັກນິກ ໃນວຽກງານການພັດທະນາໃນຫລາຍຂະແໜງການ ຢູ່ພາຍໃນປະເທດ. ສະນັ້ນ, ຍິ່ງກວ່າເວລາໃດໝົດ ພວກເຮົາຈໍາເປັນຕ້ອງເພີ່ມທະວີການຮ່ວມມືຫລາຍຝ່າຍ ແລະ ການຮ່ວມມືຮອບດ້ານໃນທຸກລະດັບ ເພື່ອພ້ອມກັນແກ້ໄຂບັນດາສິ່ງທ້າທາຍ ແລະ ຊອກຫາແນວທາງ ແລະ ວິທີແກ້ໄຂ ເພື່ອສາມາດບັນລຸໄດ້ເປົ້າໝາຍ ການພັດທະນາແບບຍືນຍົງ, ຄຽງຄູ່ກັບການປະກອບສ່ວນ ໃຫ້ແກ່ການກະກຽມກ້າວອອກຈາກ ສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນອະນາຄົດ.ໂອກາດນີ້, ທ່ານ ນາງ ຊາຣາ ເຊເກັນເນສ ກ່າວວ່າ: ວາລະ 2030 ໄດ້ສະແດງໃຫ້ເຫັນເຖິງແນວ ທາງການຟື້ນຟູ ຈາກສິ່ງທ້າທາຍ ທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19, ກໍຄື ການມີສ່ວນຮ່ວມ ແລະ ແນວທາງການແກ້ໄຂບັນຫາດ້ວຍວິທີ ທີ່ຍືນຍົງ.

ທ່ານກ່າວຕື່ມວ່າ: ເນື້ອໃນຈິດໃຈຫລັກ ຂອງວາລະດັ່ງ ກ່າວແມ່ນການສ້າງຄວາມຍືນຍົງ, ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ການເຮັດວຽກຮ່ວມກັນ ເພື່ອຮັບປະ ກັນວ່າ ພວກເຮົາຈະກ້າວໄປພ້ອມກັນໃນປັດຈຸບັນ ແລະ ໃນອະນາຄົດ. ສິ່ງດັ່ງກ່າວນີ້, ໄດ້້ສ້າງພື້ນຖານອັນສໍາຄັນໃຫ້ແກ່ພວກເຮົາ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ: ບັນຫາໂລກລະບາດທີ່ເກີດຂຶ້ນໃນປັດຈຸບັນ.ກອງປະຊຸມ, ຜູ້ເຂົ້າຮ່ວມໄດປະກອບຄໍາຄິດຄໍາເຫັນ ເພື່ອຊອກຫາແນວທາງແກ້ໄຂບັນຫາສິ່ງທ້າທາຍທີ່ ສປປ ລາວ ກໍາລັງປເຊີຍຢູ່ໃນປັດຈຸບັນ, ລວມທັງບັນຫາຄວາມທຸກຍາກ, ການປ່ຽນແປງດິນຟ້າອາກາດ, ຄວາມບໍ່ເທົ່າທຽມກັນ ລະຫວ່າງ ຍິງ-ຊາຍ ແລະ ບັນຫາຄວາມແຕກໂຕນກັນດ້ານການເງິນ, ພາຍໃຕ້ຫົວຂໍ້ “ ພວກເຮົາຈະສາມາດຮັບປະກັນ ການຮ່ວມມືທີ່ມີປະສິດທິພາບແນວໃດ ເພື່ອສາມາດບັນລຸວາລະ 2030 ເພື່ອການພັດທະນາແບບຍືນຍົງ ຢູ່ ສປປ ລາວ ”. ສປປ ລາວ ເປັນໜຶ່ງໃນບັນດາປະເທດທຳອິດ ທີີ່ໄດ້ເຊື່ອມສານເອົາບັນດາ ປພຍ ເຂົ້າໃນວາລະພັດທະ ນາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແມ່ນໄດ້ຮີບໂຮມເອົາບັນດາ ປພຍ ເຂົ້າໃນສາມວຽກງານຈຸດສຸມ, ຊຶ່ງແຕ່ລະວຽກງານຈຸດສຸມ ແມ່ນສອດຄ່ອງກັບສາມເສົ້າຄໍ້າ ຂອງ ວາລະ 2030 ຄື: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ບັນດາຕົວຊີ້ບອກ ປພຍ ທີ່ຍັງເຫລືອຈະສືບຕໍ່ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX. ປັດຈຸບັນ ສປປ ລາວ ກໍໄດ້ສືບຕໍ່ປະຕິບັດວຽກງານຢ່າງໃກ້ຊິດ ກັບບັນດາອົງການເຄືອຂ່າຍ ສປຊ ແລະ ບັນດາຄູ່ຮ່ວມພັດທະນາອື່ນໆ ເພື່ອຮັບປະກັນໃນການຮັບເອົາການຊ່ວຍເຫລືອ ທີ່ຈຳເປັນໃນການເລັ່ງລັດ ການຈັດຕັ້ງປະຕິບັດວາລະ 2030 ຢູ່ປະເທດເຮົາໃນຕໍ່ໜ້າ.

ແຫຼ່ງຂໍ້ມູນ: ຂປລ

Comments