ນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນໃນລາວແລ້ວ 785 ໂຄງການ…

ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ເປັນປະເທດທີ່ເຂົ້າມາລົງທຶນຢູ່ໃນ ສປປ ລາວ ອັນດັບ 1 ຊຶ່ງ ມີຈຳນວນການລົງທຶນເຖິງ 785 ໂຄງການ ລວມມູນຄ່າ 12 ຕື້ໂດລາສະຫະລັດ ແລະ ເປັນປະເທດຄູ່ຄ້າລາຍໃຫຍ່ ອັນດັບ 2 ຂອງ ສປປ ລາວ , ມີມູນຄ່າການຄ້າບັນລຸໄດ້ 3.540 ລ້ານໂດລາສະຫະລັດ. ໃນໄລຍະປີ 2019 ຜ່ານມາ ເພີ່ມຂຶ້ນ 8,9% ເມື່ອທຽບໄລຍະດຽວກັນຂອງປີຜ່ານມາ; ສ່ວນໃຫຍ່ການລົງທຶນແມ່ນທາງດ້ານເສດຖະກິດພິເສດ ແລະ ອື່ນໆ.

ວາງສີລາລືກ ກໍ່ສ້າງທາງລົດໄຟ ລາວ-ຈີນ

ນອກຈາກນີ້, ຍັງມີໂຄງການຮ່ວມມືອື່ນໆທີ່ສຳຄັນເຊັ່ນ: ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ທີ່ໄດ້ກໍ່ສ້າງສຳເລັດແລ້ວ 60% ແລະ ຄາດວ່າຈະສຳເລັດການກໍ່ສ້າງໃນປີ 2021, ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນປັດຈຸບັນມີຄວາມຄືບໜ້າຫຼາຍກວ່າ 90,7% ຄາດວ່າຈະສຳເລັດປີ 2021,

ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຄືບໜ້າແລ້ວ 55.69% - Tonamcha

ໂຄງການທາງດ່ວນ ວຽງຈັນ-ວັງວຽງ ແມ່ນມີຄວາມຄືບໜ້າຫຼາຍກວ່າ 90% ຄາດວ່າຈະເປີດນຳໃຊ້ໃນວັນທີ 2 ທັນວາ 2020 ນີ້ ແລະ ຍັງມີໂຄງການແລວທາງເສດຖະກິດ ລາວ-ຈີນ, ໂຄງການສ້າງສູນກວດພະຍາດໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ ແລະ ໂຄງການຮ່ວມມືທີ່ສຳຄັນອື່ນໆອີກ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments