Author Archives: admin target

ກອງປະຊຸມສຸກເສີນ ການຄຸ້ມຄອງໄພພິບັດ ຂັ້ນສູນກາງເພື່ອຕອບໂຕ້ໄພພິບັດ…

ກອງ​ປະຊຸມ​ສຸກ​ເສີນຂອງ ​ຄະ​ນະ​ກໍາ​ມະ​ການ​ຄຸ້ມ​ຄອງໄພ ພິບັດ​ຂັ້ນ​ສູນ​ກາງ ເພື່ອ​ຕອບ​ ໂຕ້​ໄພ​ພິບັດ​ນ້ໍາ​ຖ້ວມຢູ່່ບັນດາ​ ແຂວງ​ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໄດ້ຈັດຂຶ້ນໃນ ວັນ​ ທີ 20 ຕຸລາ​ນີ້ ທີ່ກະຊວງແຜນ ການ ແລະ ການ​ລົງທຶນ ໂດຍ​ການ​ເປັນ​ປະທານ​ຂອງທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ແຜນການ ແລະ ການ​ ລົງທຶນ ປະທານ​ຄະນະກຳມະ ການ​ຄຸ້ມ​ຄອງ​ໄພພິບັດ​ຂັ້ນ​ສູນ​ກາງ, ມີ​ບັນດາ​ຮອງ​ລັດຖະມົນຕີ, ຮອງ​ປະທານ ແລະ ຄະ​ນະກໍາ​ມະ​ການ​ຄຸ້ມຄອງ​ໄພພິບັດ​ຂັ້ນ​ສູນ​ກາງ ແລະ ພາກສ່ວນ​ກ່ຽວ ຂ້ອງ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ​ທ່ານ ສອນໄຊ ສີ​ພັນ​ດອນໄດ້​ກ່າວວ່າ: ບັນຫາ​ໄພພິບັດ​ແມ່ນ​ເກີດ​ຈາກ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ​ເປັນຕົ້ນ ໄພ​ນ້ໍາ​ຖ້ວມ, ແຜ່ນດິນ​ໄຫວ, ລົມ​ພາຍຸ​ພັດ, ພະຍາດ​ລະບາດ ແລະ ອື່ນໆ ໄດ້​ກາຍເປັນ​ສິ່ງ​ທ້າ​ທາຍຢ່າງໃຫຍ່​ຫຼວງຕໍ່​ພາກ​ພື້ນ ແລະ ສາກົນ ເພາະ​ບັນຫາ​ໄພພິບັດ​ດັ່ງກ່າວ ໄດ້​ເກີດ​ຂຶ້ນ​ເປັນ​ປະ​ຈໍາ ແລະ ເພີ່ມຄວາມ​ຮຸນ​ແຮງ​ຂຶ້ນເລື້ອຍໆ, ສ້າງ​ຜົນ​ກະທົບ ແລະ ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງຫຼາຍຊີວິດ,ເສດຖະກິດ, ຊັບ​ສິນຂອງ​ລັດ, ປະຊາຊົນໃນ​ສັງຄົມທັງ​ໃນ​ໄລຍະ​ສັ້ນ ...

Read More »

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຈະໄຂຂຶ້ນໃນວັນທີ 27 ຕຸລານີ້…

ໃນວັນທີ 20 ຕຸລາ 2020  ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສຳຮອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຕໍ່ສື່ມວນຊົນທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດວ່າ: ຂ້າພະເຈົ້າ ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ມີຄວາມຍິນດີ ແລະຖືເປັນກຽດແຈ້ງມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດຮັບຊາບ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ດັ່ງນີ້: ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນອັງຄານ ວັນທີ 27 ຕຸລາ ແລະ ຈະດໍາເນີນໄປເຖິງວັນອັງຄານ ວັນທີ 17 ພະຈິກ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6) ນະຄອນຫຼວງວຽງຈັນ ...

Read More »

3 ບໍລິສັດ ລົງນາມການຮ່ວມມືພັດທະນາພາຫານະທີ່ແລ່ນດ້ວຍໄຟຟ້າ…

ພິທີເຊັນລົງນາມຮ່ວມມືເບື້ອງຕົ້ນໃນການພັດທະນາລະບົບພາຫານະທີ່ແລ່ນດ້ວຍໄຟຟ້າ ຈັດຂຶ້ນ ໃນວັນທີ 20 ຕຸລາ 2020 ຢູ່ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ. ລະຫວ່າງ ລັດວິສາຫະກິດໄຟຟ້າລາວ, ບໍລິສັດ Geely ຈໍາກັດ ແລະ ບໍລິສັດ ກຣິດຕິພົງ ກຣູບ ຈໍາກັດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ຈຸດປະສົງຂອງພິທີລົງນາມຮ່ວມມືກັນພັດທະນານໍາໃຊ້ພາຫານະທີ່ແລ່ນດ້ວຍກະແສໄຟຟ້າ ແລະ ສົ່ງເສີມການນໍາໃຊ້ໄຟຟ້າເຂົ້າລະບົບຄົມມະນາຄົມ-ຂົນສົ່ງ ໃນຄັ້ງນີ້ ເພື່ອສົ່ງເສີມການນໍາໃຊ້ພະລັງງານທີ່ສະອາດ ຫຼຸດຜ່ອນມົນລະຜິດ, ຕິດພັນກັບຄຸນນະພາບຊີວິດ ເປັນມິດກັບສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ສປປລາວ ໄປຕາມທິດສີຂຽວ ແລະ ຍືນຍົງ. ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳເຫັນວ່າ: ໂດຍຕາງໜ້າໃຫ້ ການນຳກະຊວງພະລັງງານ ແລະ ບໍແຮ່ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ລັດວິສາຫະກິດໄຟຟ້າລາວ, ກຸ່ມບໍລິສັດວິທະຍາສາດ-ເຕັກໂນໂລຊີ GEELY ແລະ ກຸ່ມບໍລິສັດກິດຕິພົງ ທີ່ໄດ້ມີແນວຄວາມຄິດລິເລີ່ມ, ຮ່ວມກັນປຶກສາຫາລື, ເກັບກຳຂໍ້ມູນມາເປັນເວລາດົນພໍສົມຄວນ ແລະ ມາຮອດມື້ນີ້, ...

Read More »

ເມືອງນອງໄດ້ຮັບຜົນກະທົບ ໜັກກວ່າຄັ້ງຜ່ານມາ…

ເມືອງນອງແມ່ນໜຶ່ງໃນ 8 ເມືອງຂອງແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງໜັກໜ່ວງກວ່າຄັ້ງທີ່ຜ່ານມາ ເຊິ່ງມັນໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງລັດ ແລະ ຂອງປະຊາຊົນເປັນຈຳນວນບໍ່ໜ້ອຍ ເປັນຕົ້ນແມ່ນ ທາງດ້ານພື້ນຖານໂຄງລ່າງ, ຜົນຜະລິດ ແລະ ອື່ນໆ ທີ່ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້ໃນປັດຈຸບັນ. ຕໍ່ສະພາບການດັ່ງກ່າວນີ້ ທາງການນຳເມືອງນອງພ້ອມດ້ວຍຄະນະ ກໍ່ໄດ້ລົງຕິດຕາມສະພາບຜົນກະທົບຈາກໄພນ້ຳຖ້ວມ ເຊິ່ງນຳພາໂດຍ ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງ ໃນການລົງຕິດຕາມຄັ້ງນີ້ແມ່ນໄດ້ໃຊ້ເຮືອຂີ່ເລາະເບິ່ງຜົນເສຍຫາຍລຽບຕາມແຄມເຊລະນອງ ແລະ ເຊລູເຂດປູນຍາງ ເພາະທຸກເຂດຂອງເມືອງນອງແມ່ນບໍ່ສາມາດໄປທາງລົດໄດ້. ສະພາບນ້ຳຖ້ວມແມ່ນໄດ້ກວາດເອົາເນື້ອທີ່ເຂົ້ານາປີຂອງປະຊາຊົນທີ່ສຸກ ແລະ ພວມຈະເກັບກ່ຽວດ້ວຍກະແສນ້ຳທີ່ໄຫຼແຮງໄດ້ພັດເອົາກໍເຂົ້າລົ້ມເປັນຮາບພຽງ, ສວນກ້ວຍ, ສວຍຫວາຍ, ມັນຕົ້ນຖືກນ້ຳຖ້ວມຂັງ ຈົມຢູ່ພື້ນນ້ຳ, ຂົວເຊລູທາງໄປຈຸດສຸມຕັງອາໄລ ບໍລິເວນຫົວຂົວຖືກນ້ຳກັດເຊາະ ແລະຍຸບຕົວລົງເລິກ ແລະເປັນວົງກວ້າງ ,ເລິກ 3 ແມັດ,ຍາວ 25 ແມັດ,ກວ້າງ 15 ແມັດ ດ້ວຍຄວາມແຮງຂອງນ້ຳໄຫລຜ່ານເສັ້ນທາງເຮັດໃຫພື້ນໜ້າ້ທາງລອກອອກ, ຂົວຫ້ວຍລະຜຽກແຕ່ເທດສະບານເມືອງໄປຫາ ບ້ານ ອາລັອງ ຖືກຕັດຂາດເປ້ເພ ຍາວ 15 ແມັດ,ກວ້າງ 3 ແມັດປະຈຸບັນທາງຫ້ອງການ ຍທຂ ພ້ອມປະຊາຊົນກຳລັງສ້ອມແປງເພື່ອນຳໃຊ້ໄດ້ໃນເບື້ອງຕົ້ນ ແລະລົດຈັກສາມາດທຽວໄດ້,ເສົາໄຟຢູເຂດບ້ານາລົງເກົ່າຖືກນ້ຳເໍຊາະເຮັດໃຫ້ເສົາໄຟກົ່ນ ໄຟດັບແຕ່ວັນທີ 17-19 ແລະກຳລັງໄດ້ຮັບການສ້ອມແປງຢູ່ໃນປະຈຸບັນ. ແຫຼ່ງຂໍ້ມູນ: ...

Read More »

ອັດຕາຄວາມທຸກຍາກຂອງລາວສືບຕໍ່ຫຼຸດລົງ ໃນໄລຍະ 25 ປີຜ່ານມາ…

ສປປ ລາວ ໄດ້ມີຄວາມຄືບໜ້າທີ່ສະແດງອອກໄດ້ຊັດເຈນໃນການຫຼຸດຜ່ອນຄວາມທຸກຍາກດ້ວຍໄລຍະເວລາ 25 ປີຜ່ານມາ ໂດຍອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງ ຈາກ 46% ໃນປີ 1993 ມາເປັນ 18% ໃນປີ 2019. ຜົນການວິໄຈນີ້ໄດ້ຈາກບົດລາຍງານສອງສະບັບຂອງ ສະຖາບັນສະຖິຕິແຫ່ງຊາດລາວ ແລະ ທະນາຄານໂລກ. ແຕ່ດ້ານດີບາງຢ່າງທີ່ໄດ້ມາໃນການຫຼຸດຜ່ອນຄວາມທຸກຍາກ ອາດມີຜົນກະທົບຕໍ່ເສດຖະກິດລາວ ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19. ຂໍ້ມູນດັ່ງກ່າວ ໄດ້ຖືກເປີດເຜີຍໃນກອງປະຊຸມເຜີຍແຜ່ບົດລາຍງານຜົນການວິໄຈສະພາບຄວາມທຸກຍາກໃນ ສປປ ລາວ ທີ່ຈັດຂຶ້ນໃນຕອນເຊົ້າທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງ ທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ແລະ ທ່ານ ນິໂຄລາ ພອນທາຣາ ຜູ້ອຳນວຍການທະນາຄານໂລກ ປະຈຳລາວ ໃນກອງປະຊຸມໄດ້ເປີດເຜີຍວ່າ: ຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ໂດຍພື້ນຖານແລ້ວ ແມ່ນອີງໃສ່ ການສຳຫຼວດລາຍຈ່າຍ ແລະ ການບໍລິໂພກໃນລາວ (LECS), ທີ່ດຳເນີນໃນຂອບເຂດທົ່ວປະເທດໃນລະຫວ່າງປີ 2018-2019, ບົດລາຍງານດັ່ງກ່າວ ໄດ້ເລີ່ມຕົ້ນເຮັດພ້ອມກັບບົດປະເມີນຄວາມທຸກຍາກປີ 2020 ຊຶ່ງໃນບົດຄວາມ Catching Up ...

Read More »

ຢູນິເຊັບ ມອບອຸປະກອນການສື່ສານ ໃຫ້ແກ່ ສປປ ລາວ ເພື່ອຊ່ວຍແກ້ໄຂ ການລະບາດຂອງໂຄວິດ-19…

ໃນວັນທີ 20 ຕຸລາ 2020 ນີ້ ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວອົງການຢູນິເຊັບປະຈຳ ສປປ ລາວ ໄດ້ມອບອຸປະກອນໄອທີ ໃຫ້ແກ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອົງການຢູນິເຊັບ ໄດ້ມອບອຸປະກອນການສື່ສານ ໃຫ້ແກ່ ລັດຖະບານແຫ່ງ ສປປ ລາວ ເພື່ອສືບຕໍ່ເພີ່ມທະວີການຮ່ວມມື ສົ່ງເສີມສິດທິຄວາມເປັນຢູ່ທີ່ດີຂອງເດັກ ແລະ ແມ່ຍິງ ໃນໄລຍະການຄວບຄຸມ ການລະບາດຂອງພະຍາດໂຄວິດ-19. ອຸປະກອນ ທີ່ມອບໃຫ້ໃນຄັ້ງນີ້ ປະກອບມີ ອຸປະກອນ ສຳລັບນໍາໃຊ້ ໃນການຈັດກອງປະຊຸມທາງໄກ ດ້ວຍໂທລະສັບ ແລະ ວີດີໂອ (Teleconference equipment) ຈໍານວນ 5 ຊຸດໃຫ້ແກ່ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເຊິ່ງໄດ້ມອບໃຫ້ກົມສື່ມວນຊົນ, ໂທລະພາບແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ, ໜັງສືພິມປະເທດລາວ ແລະ ໜັງສືພິມປະຊາຊົນ. ພິທີມອບ-ຮັບ ເຄື່ອງອຸປະກອນດັ່ງກ່າວ ໄດ້ຈັດຂື້ນທີ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ...

Read More »

ເປີດໂຕ Application ໃໝ່ ກັບການຮັກສາສຸຂະພາບທີ່ງ່າຍຂຶ້ນ Pulse by Prudential…

19 ຕຸລາ 2020. ບໍ​ລິ​ສັດ ພຣູເດັນໂຊລ໌ ປະກັນໄພຊີວິດລາວ ຈຳ​ກັດ ໄດ້ມີການເປິດໂຕ ເພົ້າສ໌ ແອັບ​ພິເຄເຊິນ ຢ່າງເປັນທາງການ ເຊິ່ງຈະເປັນ ແອັບ​ພິເຄເຊິນໃນລາວທີ່ຊ່ວຍຜູ້ໃຊ້ ໃນການຈັດການດ້ານສຸຂະພາບ​ໂດຍບໍ່​ມີ​ການ​ເສຍ​ຄ່າ​ໃຊ້ຈ່າຍ​ໃດໆ. ເພົ້າສ໌ ເປັນແອັບພິເຄເຊີນທີ່ນຳໃຊ້ລະບົບ ປັນຍາປະດິດ ຫຼື AI ເປັນເຄື່ອງມືໃນການ ໃຫ້ຂໍ້ມູນຢ່າງຖືກ​ຕ້ອງ​ຊັດ​ເຈນໃຫ້ກັບຜູ້ໃຊ້ຕະຫຼອດເວ​ລາ. ຜູ້ໃຊ້ສາມາດເຂົ້າເຖິ່ງຂໍ້ມູນດ້ານສຸຂະພາບ ແລະ ສາມາດຊອກຫາຂໍ້ມູນ ໂຮງໝໍ ແລະ ຄິລນິກ ທີ່ໃກ້ຄຽງໃນຍາມສຸກເສີນ. ງານເປິດໂຕແມ່ນໄດ້ຈັດຂຶ້ນຢູ່ທີ່ໂຮງແຮມ ຄຣາວ ພລາຊາ ພາຍໃຕ້ການນຳພາໂດຍ ທ່ານ ວິເຈ ມັດດາວັນ, ຜູ້ອຳນວຍການໃຫຍ່ຂອງ ພຣູເດັນໂຊລ໌ ລາວ ແລະ ໄດ້ຮັບກຽດ ຈາກ ທ່ານ H.E. Jonh Pearson ເອກອັກຄະລັດຖະທູດ ຣາດສະອານາຈັກອັງກິດປະຈຳປະເທດລາວ, ທ່ານ ດຣ. ເນົາ ບຸດຕາ ຕາງໜ້າ ກະຊວງສາທາລະນະສຸກ, ​ຕາງ​ໜ້າກະຊວງການເງິນ, ຕາງຫນ້າກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ...

Read More »

ການຟື້ນຟູວິສາຫະກິດແມ່ນຫຍັງ? (ຕອນທີ 1)

ກົດໝາຍວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍຂອງວິສາຫະກິດມີຜົນສັກສິດແຕ່ເດືອນມິຖຸນາ 2020. ມື້ນີ້ ຂ້າພະເຈົ້າຂໍແລກປ່ຽນບາງພື້ນຖານທີ່ສຳຄັນຂອງກ່ຽວກັບການຟື້ນຟູວິສາຫະກິດຕາມກົດໝາຍດັ່ງກ່າວ ຄື: 1. ການຟື້ນຟູວິສາຫະກິດ ແມ່ນຫຍັງ? ການຟື້ນຟູວິສາຫະກິດ ແມ່ນການແກ້ໄຂບັນຫາຂອງວິສາຫະກິດ ທີ່ປະສົບຄວາມຫຍຸ້ງຍາກທາງດ້ານການເງິນ ຊຶ່ງບໍ່ສາມາດຊຳລະໜີ້ສິນໄດ້ຂອງຕົນໄດ້. ຕົວຢ່າງ: ບໍລິສັດບໍລິການຈັດງານປະຊາສຳພັນແຫ່ງໜຶ່ງປະສົບຄວາມຫຍຸ້ງຍາກຈາກການຂາດສະພາບຄ່ອງຂອງທາງດ້ານການເງິນຢ່າງໜັກໜ່ວງ ຍ້ອນສະພາບການລະບາດຂອງພະຍາດປອດອັກເສບໂຄວິດ-19 ຊຶ່ງເຮັດໃຫ້ມີຜົນກະທົບຕໍ່ການດໍາເນີນທຸລະກິດຂອງບໍລິສັດ, ລູກຄ້າຂອງບໍລິສັດຍົກເລີກ ງານປະຊາສຳພັນສິນຄ້າ, ບໍລິສັດຕ້ອງໄດ້ຊໍາລະເງິນກູ້ຢືມຈາກທະນາຄານ, ບໍລິສັດຕ້ອງແບກຫາບເງິນເດືອນກຳມະກອນ ແລະ ພະນັກງານບໍລິສັດ ແລະ ອືື່ນໆ ນີ້ເປັນສະພາບຄວາມຫຍຸ້ງຍາກທາງດ້ານການເງິນ ຊຶ່ງບໍລິສັດ ກຳລັງປະສົບບັນຫາ ແລະ ເຫັນວ່າຕົນເອງອາດຈະຕົກຢູ່ໃນ “ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ”. ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ ແມ່ນສະພາບທີ່ວິສາຫະກິດຍັງບໍ່ທັນຢູ່ໃນສະພາວະລົ້ມລະ ລາຍ ແຕ່ວິສາຫະກິດດັ່ງກ່າວຮູ້ວ່າຕົ້ນມີຄວາມຫຍຸ້ງຍາກທາງດ້ານເງິນ ຈະບໍ່ສາມາດໃຊ້ແທນໜີ້ສິນໄດ້ ແລະ ອາດຈະລົ້ມລະລາຍໃນອະນາຄົດອັນໃກ້ໆນີ້. ເມື່ອມີຄວາມຫຍຸ້ງຍາກທາງດ້ານການເງິນ ຫຼື ຢູ່ໃນສະພາບທີ່ໃກ້ຈະຢູ່ໃນສະພາວະລົ້ມລາຍລາຍດັ່ງກ່າວ ວິສາຫະກິດເອງ, ເຈົ້າໜີ້ຂອງວິສາຫະກິດ, ບັນດາກຳມະກອນ, ຫຼື ພະນັກງານ/ກຳມະກອນຂອງວິສາຫະກິດສາມາດຮ້ອງຂໍຕໍ່ສານໃຫ້ຟື້ນຟູວິສາຫະກິດດັ່ງກ່າວ. 2. ເປັນຫຍັງຈຶ່ງຕ້ອງຂໍຟື້ນຟູວິສາຫະກິດ? ການຟື້ນຟູວິສາຫະກິດຈະຊ່ວຍ: (1). ເຮັດໃຫ້ເຈົ້າຂອງກິດຈະການ ຫຼື ບໍລິສັດໃດໜຶ່ງໄດ້ສາມາດສືບຕໍ່ດຳເນີນທຸລະກິດຂອງຕົນໄດ້ຕາມ “ແຜນຟື້ນຟູວິສາຫະກິດ”, ຖ້າໄດ້ຮັບການອະນຸມັດຈາກບັນດາເຈົ້າໜີ້; ແລະ (2). ໄດ້ຮັບການປົກປ້ອງຊັບສິນຂອງຕົນຈາກການດຳເນີນການທາງດ້ານກົດໝາຍຂອງເຈົ້າໜີ້ ເພື່ອເຮັດໃຫ້ລູກໜີ້ໄດ້ສືບຕໍ່ດຳເນີນກິດຈະການຂອງຕົນຕາມແຜນຟື້ນຟູວິສາຫະກິດ, ...

Read More »

ກອງປະຊຸມໃຫຍ່ ສະມາຄົມນັກທຸລະກິດຫນຸ່ມ ແຂວງຫຼວງພະບາງ……..

ວັນທີ16 ຕຸລາ 2020 ຢູ່ໂຮງແຮມຫຼວງພະບາງວີວ, ນະຄອນຫລວງພະບາງ ໄດ້ມີກອງປະຊຸມໃຫຍ່ສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ຄັ້ງທີ IV ໂດຍການເປັນປະທານຂອງທ່ານຄັດຕະພອນ ພົມມະປັນຍາ ປະທານສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົງ ຫົວໜ້າຄະນະຈັດຕັ້ງແຂວງຫລວງພະບາງ. ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາຮ່າງບົດລາຍ ງານການເມືອງທັງສອງພາກ ທີ່ສະເໜີໂດຍ ທ່ານ ຄັດຕະພອນ ພົມມະປັນຍາ ທີ່ໄດ້ຕີລາຄາຄືນຫມາກຜົນຂອງຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ສະມາຄົມທຸລະກິດໜຸ່ມແຂວງຫລວງພະບາງ ຄັ້ງທີ III ຜ່ານມາ. ພ້ອມນີ້, ກອງປະຊຸມເປັນເອກະພາບກັນຮັບຮອງເອົາຄາດໝາຍສູ້ຊົນ ແລະທິດທາງລວມ ຂອງສະມາຄົມນັກທຸລະກິດໜຸ່ມແຂວງ ແຕ່ປີ 2020-2024 ແນໃສ່ສ້າງໃຫ້ການຈັດຕັ້ງສະມາຄົມນັກທຸລະກິດໜຸ່ມແຂວງມີຄວາມເຕີບໃຫ່ຍແຂງແຮງ, ເປັນທີ່ຍອມຮັບຂອງສັງຄົມ ແລະວົງການທຸລະກິດທັງພາຍໃນ ແລະຕ່າງປະເທດ; ສ້າງທຸກເງື່ອນໄຂໃຫ້ສະມາຊິກ ຂອງສະມາຄົມນັກທຸລະກິດໜຸ່ມພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຊຸກຍູ້ ແລະອໍານວຍຄວາມສະດວກໃຫ້ແກ່ສະມາຊິກດໍາເນີນທຸລະກິດຢ່າງຄ່ອງຕົວ. ພາຍໃຕ້ເງື່ອນໄຂເສດຖະກິດຕະຫຼາດ ທີ່ຖືກຕ້ອງຕາມລະບຽບກົດໝາຍ. ຈາກນັ້ນ, ຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕປ່ອນ ບັດເລືອກຕັ້ງເອົາຄະນະບໍລິຫານງານສະມາ ຄົມນັກທຸລະກິດໜຸ່ມແຂວງ ຊຸດທີ IV ມີຜູ້ສະໝັກເລືອກຕັ້ງທັງໝົດ 17 ທ່ານ ເລືອກເອົາ 15 ທ່ານ. ກອງປະຊຸມປະຖົມມະລຶກ ເລືອກໄດ້ຄະນະປະຈໍາສະມາຄົມນັກທຸລະກິດໜຸ່ມແຂວງ ຈຳນວນ ...

Read More »

ນາງສາວ Jacinda Ardern ຊະນະການເລືອກຕັ້ງ ສືບຕໍ່ດຳລົງຕຳແໜ່ງສະໄໝທີ 2…

ຈາກການນັບຄະແນນສຽງທັງໝົດ ພັກແຮງງານ ຂອງນາງສາວ Jacinda Ardern ໄດ້ຮັບໄຊຊະນະ 49.1% ໂດຍມີຄະແນນສຽງ 64 ບ່ອນນັ່ງ ແລະ ສຽງສ່ວນຫຼາຍໃນລັດຖະສະພາ. ສ່ວນພັກປະຊາຊາດທີ່ຢູ່ເຄິ່ງກາງຝ່າຍຄ້ານ ຍາດໄດ້ສຽງ 26.8%. ຜ່ານການສຳຫຼວດຄວາມຄິດເຫັນ ໃນວັນທີ 17 ທີ່ຜ່ານມາ ມີພຽງ 35 ບ່ອນນັ່ງ ຈາກ 120 ບ່ອນນັ່ງ. ການສຳຫຼວດຄວາມຄິດເຫັນເກົ່າ ໄດ້ຈັດຂຶ້ນໃນເດືອນກັນຍາ ແຕ່ຖືກເລື່ອນອອກໄປໜຶ່ງເດືອນ ຫຼັງຈາກການລະບາດຂອງພະຍາດໂຄວິດ-19.ກ່ອນການລົງຄະແນນໃນວັນທີ 17 ຕຸລາ 2020 ຜູ້ຄົນຫຼາຍກວ່າ 1 ລ້ານຄົນໄດ້ລົງຄະແນນໄປແລ້ວ. ໂດຍການລົງຄະແນນກ່ອນກຳນົດ ຊຶ່ງເປີດເມື່ອວັນທີ 3 ຕຸລາ ຊາວນິວຊີແລນຍັງຖືກຂໍໃຫ້ລົງຄະແນນສຽງໃນການລົງປະຊາມະຕິສອງຄັ້ງຄວບຄູ່ໄປກັບການເລືອກຕັ້ງທົ່ວໄປ. ສ່ວນຂອງ Ardern ຜົນລວມສຸດທ້າຍຂອງຄະນະກຳມະການການເລືອກຕັ້ງຍັງໃຫ້ຄະແນນ ACT New Zealand 8% (ຄາດການ 10 ບ່ອນນັ່ງ), ພັກກຣີນ 7.6% (10), ພັກເມົາຣີ 1% (1) ແລະ ອື່ນໆ 7.7% (0). ...

Read More »