Author Archives: admin target

ທູດອົດສະຕຣາລີ ປະຈຳ ລາວ ເຂົ້າຢ້ຽມອຳລາ…

ໂອກາດທີ່ສຳເລັດໜ້າທີ່ການທູດຢູ່ ສປປ ລາວ ທ່ານ Jean Bernard Carrasco, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາ ໃຫ້ກຽດຕ້ອນຮັບຂອງທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃນວັນທີ 22 ຕຸລາ 2020. ໂອກາດດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຂອງ ທ່ານ Jean Bernard Carrasco ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ອົດສະຕຣາລີ ໃຫ້ນັບມື້ນັບແຕກດອກອອກຜົນ ແລະ ໂຄງການຊ່ວຍເຫລືອດ້ານຕ່າງໆ ຂອງລັດຖະບານອົດສະຕຣາລີ ທີ່ມີຕໍ່ ສປປ ລາວ ເປັນຕົ້ນ ໂຄງການຊ່ວຍເຫລືອທາງການດ້ານການສຶກສາ, ສາທາລະນະສຸກ, ການຊ່ວຍເຫລືອດ້ານມະນຸດສະທໍາໃຫ້ແກ່ ສປປ ລາວ ...

Read More »

ງານມະຫາກຳບ້ານທີ່ໃຫຍ່ທີ່ສຸດໃນປະຫວັດສາດລາວກັບມາອີກຄັ້ງແລ້ວ!!!

ງານມະຫາກຳດ້ານອະສັງຫາ, ລົດ ແລະ ໄລຟສະໄຕລທີ່ດີທີ່ສຸດໃນລາວກັບມາອີກຄັ້ງແລ້ວ! ກຽມພົບກັບງານມະຫະກຳບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020 ທີ່ຈະຈັດຂຶ້ນໃນວັນທີ 4, 5, 6 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ.   ຖ້າວ່າທ່ານກຳລັງຊອກຫາບ້ານໃໝ່, ດິນ ຫຼື ຕ້ອງການສິນເຊື່ອ, ກຳລັງພິຈາລະນາໃນການລົງທຶນດ້ານອະສັງຫາລິມະຊັບ ຫຼື ສິນເຊື່ອບ້ານເປັນຄັ້ງທຳອິດ ຫຼື ຕ້ອງການນາຍໜ້າອະສັງຫາ, ການຈັດການດ້ານອະສັງຫາ,ປະກັນໄພ, ການປະເມີນຊັບສິນ ຫຼື ຜູ້ແນະນຳທາງດ້ານກົດ ໝາຍ. ຕ້ອງການລົງທຶນກັບຕ່າງປະເທດລວມທັງໂອກາດໃນການອາໄສຢູ່ທີ່ນັ້ນ. ຢາກຮູ້ທາງເລືອກສຳລັບຄົນຕ່າງປະເທດໃນການມີກຳມະ ສິດເປັນເຈົ້າຂອງ ຫຼື ເຊົ່າອະສັງຫາໃນນະຄອນຫຼວງ? ຕ້ອງການຕິດຕາມຜະລິດຕະພັນລົດໃຫຍ່, ລົດຈັກ, ອຸປະກອນເຄື່ອງໃຊ້ໄຟຟ້າ, ເຟີນິເຈີ້, ເຄື່ອງອອກກຳລັງກາຍ, ເຄື່ອງປະດັບ ແລະ ເຄື່ອງໃຊ້ພາຍໃນບ້ານໃນບ່ອນດຽວ, ຕ້ອງການພາຄອບຄົວອອກມາທ່ຽວຫຼິ້ນ. ພ້ອມທີ່ຈະພົບກັບງານອະສັງຫາລິມະຊັບທີ່ໃຫຍ່ທີ່ສຸດໃນປະເທດລາວທີ່ຈະຈັດຂຶ້ນ ພຽງແຕ່ 3 ມື້ແລ້ວຫຼືຍັງ? ຢ່າພາດ, ເພາະໂອກາດມາເຖິງແລ້ວ!  ສອບຖາມຂໍ້ມູນເພີ່ມຕື່ມ ແລະ ເຂົ້າຮ່ວມງານຟຣີ! ຂໍເຊີນເຂົ້າຮ່ວມ ”ງານມະຫະກຳບ້ານ banlao.la ບ້ານ, ສິນເຊື່ອ ແລະ ...

Read More »

koica ຊ່ວຍເຫຼືອລ້າ 11 ລ້ານໂດລາ ໃນໂຄງການສ້າງລະບົບຄຸ້ມຄອງນ້ຳງື່ມ…

ອົງການຮ່ວມມືສາກົນ ສ.ເກົາຫຼີ ຫຼື koica ໄດ້ຕົກລົງໃຫ້ການຊ່ວຍເຫຼືອລ້າ 11 ລ້ານໂດລາສະຫະລັດ ສຳລັບໂຄງການສ້າງລະບົບຄຸ້ມຄອງນ້ຳທີ່ມີປະສິດທິຜົນ ແລະ ເສີມຂະຫຍາຍຄວາມພ້ອມໃນການຮັບມືກັບໄພພິບັດຂອງນ້ຳງື່ມ ຊຶ່ງໂຄງການດັ່ງກ່າວຈະດຳເນີນການແຕ່ປີ 2020-2025. ໂຄງການດັ່ງກ່າວ ຈະສ້າງຄວາມເຂັ້ມແຂງໃຫ້ໜ່ວຍງານທີ່ກ່ຽວຂ້ອງໂດຍລວມເຊັ່ນ: ອົງການທີ່ກ່ຽວຂ້ອງກັບນ້ຳ ແລະ ປະຊາຊົນອາໄສຢູ່ລຽບຕາມນ້ຳງື່ມ ເພື່ອການຄຸ້ມຄອງຊັບພະຍາກອນນ້ຳ, ຮັບມືກັບໄພພິບັດ, ສ້າງ ແລະ ນຳໃຊ້ລະບົບຄຸ້ມຄອງນ້ຳແບບຢ່າງ. ນອກຈາກນີ້ ຍັງມີການທົດລອງ ແລະ ການຝຶກຊ້ອມ ເພື່ອປ້ອງກັນຄວາມປອດໄພໃນກໍລະນີ ນ້ຳຖ້ວມແທ້ ເພື່ອຄວາມປອດໄພ ແລະ ຫຼຸດຜ່ອນຄວາມເສຍຫາຍຂອງຊັບສິນຂອງປະຊາຊົນ. ອົງການ koica ໄດ້ຈັດຕັ້ງປະຕິບັດໂຄງການສ້າງແຜນແມ່ບົດ ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳແບບປະສົມປະສານ ຂອງນ້ຳງື່ມຢູ່ ສປປ ລາວ ຈາກປີ 2016-2019 ເພື່ອການຄຸ້ມຄອງທີ່ມີປະສິດທິຜົນຂອງແຫຼ່ງນ້ຳ ແລະ ເພີ່ມທະວີການຮັບມືໄພພິບັດ ພ້ອມທັງສ້າງລະບົບຄຸ້ມຄອງແມ່ນ້ຳ, ການເຕືອນໄພນ້ຳຖ້ວມ ແລະ ແຜນການໃຫ້ຂໍ້ມູນກ່ຽວກັບສະພາບສຸກເສີນການຍົກຍ້າຍໃນກໍລະນີ ນ້ຳຖ້ວມ ແລະ ໄພແຫ້ງແລ້ງ ຢູ່ນ້ຳງື່ມ. ພິທີເຊັນບົດບັນທຶກການຮ່ວມມືດັ່ງກ່າວ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ ລະຫວ່າງອົງການ koica ປະຈຳ ສປປ ລາວ ແລະ ...

Read More »

ຄະນະກໍາມາທິການຍຸຕິທໍາ ຫາລືບາງບັນຫາ ທີ່ຈະນໍາເຂົ້າຜ່ານໃນກອງປະຊຸມສະພາແຫ່ງຊາດ…

ກອງປະຊຸມຄົບຄະນະ ຂອງກຳມາທິການຍຸຕິທຳ ປະຈຳປີ 2020 ແລະ ແຜນວຽກງານຈຸດສຸມຕໍ່ໜ້າ ໄດ້ຈັດຂຶ້ນ ວັນທີ 22-23 ຕຸລາ 2020 ທີ່ຫ້ອງປະຊຸມຄະນະກໍາມະການຄຸ້ມຄອງຫລັກຊັບໂດຍການເປັນປະທານຂອງ ທ່ານ ນາງ ບົວຄຳ ທິບພະວົງ ປະທານກຳມາທິການຍຸຕິທຳ, ທ່ານ ຄຳແພງ ວິລະພັນ ຮອງປະທານກຳມາທິການຍຸຕິທຳ, ມີບັນດາທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານສານປະຊາຊົນສູງສຸດ, ຮອງປະທານອົງການກວດກາລັດຖະບານ ເຂົ້າຮ່ວມ. ທ່ານ ນາງ ບົວຄຳ ທິບພະວົງ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ຈະໄດ້ພ້ອມກັນຕີລາຄາ, ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ບາງບັນຫາເປັນຕົ້ນແມ່ນ 1) ການສະຫລຸບຕິລາຄາການເຄື່ອນໄຫວວຽກງານ 5 ປີ (2016-2020), ວຽກງານຈຸດສຸມ ປີ 2020 ແລະ ທິດທາງການເຄື່ອນໄຫວວຽກງານ 5 ປີ (2021-2025), ວຽກງານຈຸດສຸມປີ 2021 ຂອງກໍາມາທິການຍຸຕິທໍາ. 2) ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2016-2020), ວຽກງານຈຸດສຸມ ປີ 2020 ແລະ ...

Read More »

ກອງປະຊຸມທາງໄກ ITU ໃນການພັດທະນາເສດຖະກິດ ດິຈີຕອນ…

ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ລະດັບລັດຖະມົນຕີ ຂອງອົງການ ສະຫະພາບໂທລະຄົມມະນາຄົມສາກົນ (ITU) ໃນງານ ໄອທີຢູ ດິຈີຕອນ ໂລກ 2020 (ITU Virtual Digital World 2020) ຜ່ານລະບົບກອງປະຊຸມທາງໄກ, ໃນລະຫວ່າງວັນທີ 20-22 ຕຸລາ 2020. ເຊິ່ງານດັ່ງກ່າວແມ່ນຈັດຂຶ້ນໂດຍ ອົງການ ITU ຮ່ວມກັບ ກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ສສ.ຫວຽດນາມ. ງານ ITU Virtual Digital World ຈັດຂຶ້ນພາຍໃຕ້ຫົວຂໍ້ “ການສ້າງໂລກດິຈີຕອນດ້ວຍກັນ” ເພື່ອສຳຫຼວດການຫັນເປັນດິຈີຕອນ ໃນພາກພື້ນ ແລະ ທົ່ວໂລກ. ໂດຍເປັນເວທີສຳລັບພາກລັດ, ຜູ້ວາງນະໂຍບາຍ ໄອຊີທີ, ຜູ້ປະກອບການ ແລະ ສະຕາດອັບຕ່າງໆ ໄດ້ມາພົບປະ, ສົນທະນາກັນ, ແລກປ່ຽນຄວາມຄິດເຫັນ ໂດຍສຸມໃສ່ບັນຫາ ...

Read More »

ມອບເຄື່ອງຊ່ວຍເຫຼືອໃຫ້ກັບຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງ ສອງຄອນ …

ວັນທີ 21 ຕຸລາ ນີ້ ຄອບຄົວການນຳ ແລະ ສະມາຄົມນັກທຸລະກິດຍິງແຂວງສະຫວັນນະເຂດ ນໍາໂດຍທ່ານ ນາງ ວິລາວັນ ພົມວິຫານ ພັນລະຍາທ່ານເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ນາງ ສາຍສະໝອນ ອິນທິຈັກ ຮອງປະທານສະມາຄົມນັກທຸລະກິດຍິງ ແຂວງສະຫວັນນະເຂດພ້ອມຄະນະ, ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ກັບປະຊາຊົນຜູ້ປະສົບໄພນ້ຳຖ້ວມທີ່ເມືອງສອງຄອນ ການລົງມອບເຄື່ອງທາງຄອບຄົວການນໍາແຂວງພ້ອມຄະນະ ກໍ່ໄດ້ພາກັນຂີ່ເຮືອໄປທີ່ບ້ານວິໄຊສົງ ເຊິ່ງເປັນຈຸດພັກເຊົາຊົ່ວຄາວຂອງປະຊາຊົນທີ່ອົບພະຍົບມາຈາກບ້ານສິງທ່າ, ສອງຄອນ ແລະ ບ້ານດົງສະຫວ່າງ ໃນນີ້ມີປະຊາຊົນທີ່ຍ້າຍມາຈາກບ້ານສອງຄອນຈຳນວນ 207 ຄອບຄົວ, ມີພົນລະເມືອງ 1.164 ຄົນ, ຍິງ 589 ຄົນ, ບ້ານດົງສະຫວ່າງ 386 ຄອບຄົວ, ພົນລະເມືອງ 2.349 ຄົນ, ຍິງ 1.151 ຄົນ ແລະ ບ້ານສິງທ່າ ມີ 109 ຄອບຄົວ, ພົນລະເມືອງ 658 ຄົນ, ຍິງ 462 ຄົນ ເຄື່ອງທີ່ນຳໄປມອບປະກອບມີ ເຂົ້າສານ 720 ຖົງ, ນ້ຳດື່ມ ...

Read More »

ຍີ່ປຸ່ນ ເຫັນດີຈະຊ່ວຍເຫຼືອວັກແຊງປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ ໃນອະນາຄົດ…

ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ສົ່ງເສີມການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ລວງເລິກ. ໃນວັນທີ 21 ຕຸລາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ລົມໂທລະສັບທາງໄກຮ່ວມກັນ ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການຜັນຂະຫຍາຍຜົນການຢ້ຽມຢາມ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ໂມເຕງິ ໂທຊິມິດຊຶ ໃນເດືອນສິງຫາ 2020 ຜ່ານມາ ໂດຍສະເພາະ ແມ່ນການກະກຽມໃຫ້ແກ່ ການນໍາສອງປະເທດ ຮັບຮອງເອົາແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນອະນາຄົດອັນໃກ້ນີ້, ເຊິ່ງຈະເປັນຂີດໝາຍອັນສໍາຄັນໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ (05 ມີນາ 1955) ແລະ ການເປັນຄູ່ຮ່ວມຍຸດທະສາດ ...

Read More »

ພູເບ້ຍ ມາຍນິງ ມອບລົດເກັບຕົວຢ່າງກວດເຊື້ອ ໂຄວິດ-19 ໃຫ້ກະຊວງສາທາ…

ໃນວັນທີ 19 ຕຸລາ 2020 ຜ່ານມານີ້ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິ ສັດ ພູເບ້ຍ ມາຍນິງ (PBM) ໄດ້ມອບລົດເກັບຕົວຢ່າງກວດຫາເຊື້ອພະຍາດ ໂຄວິດ-19 ຄັນທໍາອິດໃນລາວ ມູນຄ່າ 68.000 ໂດລາສະຫະລັດ ມອບໃຫ້ກະຊວງສາທາລະນະສຸກ ຕາງໜ້າຮັບໂດຍແມ່ນທ່ານ ຮສຈ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ລົດເກັບຕົວຢ່າງດັ່ງກ່າວ ຈະຖືກນໍາໃຊ້ໂດຍ ສູນວິເຄາະ ແລະ ລະບາດວິທະຍາ ເພືີ່ອລົງເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ແລະ ຕົວຢ່າງອືີ່ນໆ ເພື່ອການກວດວິເຄາະ ໃນທົ່ວປະເທດ ໂດຍສະເພາະຜູ້ທີ່ອາໄສຢູ່ໃນແຂວງທີ່ຫ່າງໄກ. ລົດເກັບຕົວຢ່າງຄັນນີ້ ທີີ່ຖືກຕິດຕັ້ງອຸປະກອນຄົບຊຸດເທິງ ແລະ ອອກແບບຢ່າງທັນສະໄໝເຊິີ່ງລວມມີເຄື່ອງກວດວິເຄາະ, ແອເຢັນ, ດອກໄຟ, ເຄືີ່ອງຂ້າເຊື້ອແບບໂອໂຊນ, ກ້ອງວົງຈອນປິດ ແລະ ໄມສືີ່ສານ ໂດຍມີ ການຄວບຄຸມຢ່າງລວມສູນ. ການອອກແບບຂອງໂຕລົດເກັບຕົວຢ່າງຍັງມີ ອຸປະກອນປ້ອງກັນສ່ວນບຸກຄົນເຊິື່ງເຮັດໃຫ້ບຸກຄະລາກອນທາງການແພດ ສາມາດເກັບຕົວຢ່າງຈາກພາຍໃນໂຕລົດຜ່ານຜ້າປ້ອງກັນແຂນ. ທ່ານ ຈັນເພັງ ບຸນນະຜົນ ໄດ້ກ່າວເຖີງຄວາມມຸ່ງໝັ້ນຂອງບໍລິສັດ ພູເບ້ຍ ມາຍນິງ ...

Read More »

ສປປ ລາວ ທົບທວນການປະຕິບັດ ໄລຍະຂ້າມຜ່ານ ການໂຕ້ຕອບພະຍາດໂຄວິດ-19…

ເພື່ອທົບທວນຄືນການຈັດຕັ້ງປະຕິບັດໄລຍະຂ້າມຜ່ານ ໃນການໂຕ້ຕອບ ທັງເປັນການຮຽນຮູ້ ແລະ ແລກປ່ຽນປະສົບການ ເຊິ່ງກັນ ແລະ ກັນ ໃນການກຳນົດຈຸດດີ, ຂໍ້ຄົງຄ້າງນຳໄປຜັນຂະຫຍາຍເປັນແຜນຮອງຮັບຕໍ່ການໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ໃນຕໍ່ໜ້າຢູ່ໃນ ສປປ ລາວ ແລະ ເພື່ອກະກຽມຄວາມພ້ອມ ໃນການຮັບມືກັບການລະບາດທີ່ອາດຈະເກີດຂຶ້ນ ໂດຍສະເພາະ ເອົາໃຈໃສ່ຜູ້ທີ່ເດີນທາງຈາກປະເທດ ທີ່ມີການລະບາດເຂົ້າມາປະເທດເຮົາ. ໃນວັນທີ 21 ຕຸລາ 2020 ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມທົບທວນຄືນການ ຈັດຕັ້ງປະຕິບັດໄລຍະຂ້າມຜ່ານ ໃນການໂຕ້ຕອບພະຍາດໂຄວິດ-19 ຂັ້ນສູນກາງ ໃນ ສປປ ລາວ. ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ດຣ.ພູທອນ ເມືອງປາກ ຮອງລັດ ຖະມົນຕີ ກະຊວງສາທາລະນະສຸກ, ທ່ານ Eric Seastedt ຜູ້ຕາງໜ້າອົງການສາກົນ ບໍລິການປະຊາຊົນປະຈຳພາກພື້ນ ແລະ ດຣ.ມາກ ແອນດີວ ຈາຄອບ ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ, ໂດຍມີຜູ້ຕາງໜ້າ ຈາກກະຊວງ, ສະຖານເອກອັກຄະລັດຖະທູດ, ອົງການຈັດຕັ້ງສາກົນ ແລະ ຂະແໜງ ການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຈະໄດ້ດຳເນີນການຄົ້ນຄວ້າ, ...

Read More »

ເປີດປ້າຍໂຮງຮຽນ ມສ ດົງບັງມິດຕະພາບລາວ-ກູບາ…

ໃນ​​ວັນທີ 20 ຕຸລາ ນີ້ ຊຶ່ງ​ແມ່ນ​ວັນ​ວັດທະນະທຳ​ແຫ່ງ​ຊາດ​ ກູ​ບາ, ຄະນະ​ສະມາຄົມ​ມິດຕະພາບ ລາວ​-​ກູ​ບາ ໄດ້​ຈັດ​ພິທີ ເປີດ​ປ້າຍໂຮງຮຽນ​ມັດທະຍົມ​ສົມບູນ​ບ້ານ​ດົງ​ບັງ​ເມືອງ​ໄຊ​ທານີ ນະ​ຄອນ​ຫຼ​ວງ​ວຽງຈັນ ເປັນ​ໂຮງຮຽນ​ມັດທະຍົມ​ສົມບູນ ດົງ​ບັງ ມິດຕະພາບ ລາວ​-​ກູ​ບາ ທັງ​ຮັບ​ເປັນ​ສາຂາ ແລະ ສະມາຊິກ​ລວມ​ໝູ່​ຂອງ​ສະມາຄົມ​ມິດຕະພາບ ລາວ​-​ກູ​ບາ. ເຂົ້າ​ຮ່ວມ​ໃນ​ພິທີ​ດັ່ງກ່າວ​ມີ ທ່ານ ນາງ ສູນ​ທອນ ໄຊ​ຍະ​ຈັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະເທດ​ສູນ​ກາງ​ພັກ; ທ່ານ ຈະເລີນ ເຢຍ​ປາວ​ເຮີ ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ ປະທານ​ສະມາຄົມ​ມິດຕະພາບ ລາວ​-​ກູ​ບາ ແລະ ທ່ານ ປາ​ໂບລ ອັງ​ໂຕ​ນີ​ໂອ ໂລ​ຕ​ລີ​ເ​ກັສ ວິ​ດານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ ສ.ກູ​ບາ ປະ​ຈໍາ​ລາວ. ນອກຈາກ​ນັ້ນ​ຍັງ​ມີ​ທ່ານ​ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ, ຮອງ​ລັດຖະມົນຕີ, ອຳນາດ​ການ​ປົກຄອງ​ບ້ານ​-​ເມືອງ​ໄຊ​ທານີ, ຄູ​-ອາຈານ ແລະ ນັກຮຽນ ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ. ຂ່າວ​ແຈ້ງ​ອີກວ່າ: ໃນ​ວັນ​ທີ 9 ຕຸ​ລາ ຜ່ານ​ມາ ທີ່​ໂຮງ​ຮຽນ​ດັ່ງ​ກ່າວ​ກໍ​ໄດ້​ຈັດ​ພິ​ທີ​ປະ​ດິດ​ສະ​ຖານ​ຮູບຫຼ່ໍ​ຂອງ​ທ່ານ ໂຮ​ເຊ ມາກ​ຕີ ວິ​ລະ​ຊົນ​ແຫ່ງ​ຊາດ ກູ​ບາ ຂຶ້ນ​ໄວ້​ແທ່ນ​ໃນ​ບໍ​ລິ​ເວນ​ເດີ່ນ​ໂຮງ​ຮຽນ. ແຫຼ່ງຂໍ້ມູນ: ປະຊາຊົນ

Read More »