ງານມະຫາກຳບ້ານທີ່ໃຫຍ່ທີ່ສຸດໃນປະຫວັດສາດລາວກັບມາອີກຄັ້ງແລ້ວ!!!

ງານມະຫາກຳດ້ານອະສັງຫາ, ລົດ ແລະ ໄລຟສະໄຕລທີ່ດີທີ່ສຸດໃນລາວກັບມາອີກຄັ້ງແລ້ວ! ກຽມພົບກັບງານມະຫະກຳບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020 ທີ່ຈະຈັດຂຶ້ນໃນວັນທີ 4, 5, 6 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ.  

ຖ້າວ່າທ່ານກຳລັງຊອກຫາບ້ານໃໝ່, ດິນ ຫຼື ຕ້ອງການສິນເຊື່ອ, ກຳລັງພິຈາລະນາໃນການລົງທຶນດ້ານອະສັງຫາລິມະຊັບ ຫຼື ສິນເຊື່ອບ້ານເປັນຄັ້ງທຳອິດ ຫຼື ຕ້ອງການນາຍໜ້າອະສັງຫາ, ການຈັດການດ້ານອະສັງຫາ,ປະກັນໄພ, ການປະເມີນຊັບສິນ ຫຼື ຜູ້ແນະນຳທາງດ້ານກົດ ໝາຍ. ຕ້ອງການລົງທຶນກັບຕ່າງປະເທດລວມທັງໂອກາດໃນການອາໄສຢູ່ທີ່ນັ້ນ. ຢາກຮູ້ທາງເລືອກສຳລັບຄົນຕ່າງປະເທດໃນການມີກຳມະ ສິດເປັນເຈົ້າຂອງ ຫຼື ເຊົ່າອະສັງຫາໃນນະຄອນຫຼວງ?

ຕ້ອງການຕິດຕາມຜະລິດຕະພັນລົດໃຫຍ່, ລົດຈັກ, ອຸປະກອນເຄື່ອງໃຊ້ໄຟຟ້າ, ເຟີນິເຈີ້, ເຄື່ອງອອກກຳລັງກາຍ, ເຄື່ອງປະດັບ ແລະ ເຄື່ອງໃຊ້ພາຍໃນບ້ານໃນບ່ອນດຽວ, ຕ້ອງການພາຄອບຄົວອອກມາທ່ຽວຫຼິ້ນ. ພ້ອມທີ່ຈະພົບກັບງານອະສັງຫາລິມະຊັບທີ່ໃຫຍ່ທີ່ສຸດໃນປະເທດລາວທີ່ຈະຈັດຂຶ້ນ ພຽງແຕ່ 3 ມື້ແລ້ວຫຼືຍັງ? ຢ່າພາດ, ເພາະໂອກາດມາເຖິງແລ້ວ!  ສອບຖາມຂໍ້ມູນເພີ່ມຕື່ມ ແລະ ເຂົ້າຮ່ວມງານຟຣີ!

ຂໍເຊີນເຂົ້າຮ່ວມ ”ງານມະຫະກຳບ້ານ banlao.la ບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020” ທີ່ຈະຈັດຂຶ້ນໃນວັນທີ 4, 5 ແລະ 6  ທັນວາ 2020 ທີ່ ຫໍປະຊຸມແຫ່ງຊາດ (ຫຼັກ 6), ນະຄອນຫຼວງວຽງຈັນ, ເຊິ່ງຈະລວມເອົາທຸກໆຢ່າງທີ່ໄດ້ກ່າວມາ ແລະ ອີກຫຼາກຫຼາຍລາຍການໄວ້ທີ່ນີ້ທີ່ດຽວ!

ຫຼັງຈາກທີ່ປະສົບຜົນສຳເລັດຄັ້ງຍິ່ງໃຫຍ່ຈາກການຈັດງານ ຄັ້ງແລກໃນເດືອນມີນາທີ່ຜ່ານມາ, ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 4,000 ຄົນ ໃນນັ້ນມີທັງຄົນລາວ ແລະ ຄົນຕ່າງປະເທດທີ່ມາຈາກທົ່ວພາກພື້ນອາຊຽນ ແລະ ມີຍອດຂາຍຫຼາຍກວ່າ 10 ລ້ານ ໂດລາສະຫະລັດ ຈາກການຂາຍອະສັງຫາລິມະຊັບ. ທີມງານ banlao.la ແລະ yula.la ໂດຍຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ບໍລິສັດ ໂຄຄາໂຄລາ ລາວ ຈຶ່ງກັບມາສ້າງງານຄັ້ງໃໝ່ທີ່ຈະດີກວ່າເກົ່າ, ໃຫຍ່ກວ່າເກົ່າພ້ອມຂໍ້ສະເໜີທີ່ພິເສດກວ່າເກົ່າຈາກບໍລິສັດອະສັງຫາລິມະຊັບ, ບໍລິສັດເຊົ່າສິນເຊື່ອ ແລະ ປະກັນໄພຊັ້ນນຳໃນລາວ!

ພາຍໃນງານ banlao.la ບ້ານ, ສິນເຊື່ອ ແລະ ໄລຟສະໄຕລ, ທ່ານຈະໄດ້ພົບກັບ 100 ກວ່າບໍລິສັດເຂົ້າຮ່ວມທີ່ ຫໍປະຊຸມແຫ່ງຊາດ (ຫຼັກ6) ໃນນະຄອນຫຼວງວຽງຈັນ ເຊິ່ງຈະມີຜູ້ເຂົ້າຊົມຫຼາຍກວ່າ 10,000 ຄົນ, ທັງຄົນລາວ ແລະ ຄົນທົ່ວພາກພື້ນອາຊີ ລວມທັງຄົນຈີນອີກດ້ວຍ. ງານແມ່ນຈະຈັດຂຶ້ນເປັນ ເວລາ 3 ວັນ ໃນນັ້ນແມ່ນຈະມີການຈັດສຳມະນາທີ່ມີທັງພາສາລາວ, ອັງກິດ ແລະ ຈີນ ກວມເອົາຫົວຂໍ້ກ່ຽວ ກັບນັກລົງທຶນອະສັງຫາລິມະຊັບທັງພາຍໃນລາວ ແລະ ຕ່າງປະເທດ.

ໃນຂະນະດຽວກັນ, ສຳລັບຜູ້ຂາຍອະສັງຫາໃນລາວ ແລະ ຕ່າງປະເທດ, ບູທ໌ ແລະ ຜູ້ສະໜັບສະໜູນສຳລັບງານ ໃນເດືອນ ທັນວາ ທີ່ຈະມານີ້ ແມ່ນຖືກຈັບຈອງໄປແລ້ວເຖິງ 85%. ຕົວເລືອກຕ່າງໆເຫຼົ່ານີ້ຈະຊ່ວຍໃຫ້ບໍລິສັດ ຂອງທ່ານມີໂອກາດໃນການນຳສະເໜີຜະລິດຕະພັນໃຫ້ແກ່ຜູ້ທີ່ຈະເຂົ້າຊົມຫຼາຍກວ່າ 10,000 ຄົນ, ເພື່ອສົ່ງ ເສີມແບຣນ ແລະ ເປັນໜຶ່ງໃນຜູ້ສະໜັບສະໜຸນພາກສ່ວນອະສັງຫາລິມະຊັບໃນລາວ. ຕິດຕໍ່ຫາ Yula.la ໄດ້ແລ້ວມື້ນີ້ ຖ້າທ່ານຕ້ອງການຈອງບູທ໌ສຸດທ້າຍທີ່ຍັງເຫຼືອຢູ່!

ທາງ Banlao.la ຂໍຂອບໃຈຢ່າງສູງມາຍັງທາງ ບໍລິສັດ ໂຄຄາໂຄລາລາວ ໃນການເປັນຜູ້ສະະໜັບສະໜູນຫຼັກຂອງງານ ໃນເດືອນ ທັນວາ ນີ້. ຖ້າປາສະຈາກການສະໜັບສະໜູນຂອງທ່ານ ງານໃນຄັ້ງນີ້ກໍບໍ່ສາມາດເກີດຂຶ້ນໄດ້. ພາຍໃນງານທາງໂຄ໊ກເອງແມ່ນຈະມີກິດຈະກຳໜ້າສົນໃຈຕ່າງໆ ແລະ ຂອງແຈກຂອງແຖມອີກຢ່າງຫຼວງຫຼາຍ. ນອກນັ້ນກໍຂໍຂອບໃຈມາຍັງທາງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທີ່ໃຫ້ກຽດໃນການສະໜັບສະໜູນງານທັງໃນຄັ້ງທຳອິດ ແລະ ຄັ້ງທີ 2 ທີ່ກຳລັງຈັດຂຶ້ນໃນໄວໆນີ້. ນອກຈາກນີ້, ຂໍຂອບໃຈມາຍັງຜູ້ສະ ໜັບສະໜູນຊິວເວີ້ກໍຄື: ບໍລິສັດ ໂທລະຄົມມະນາຄົມ ລາວ ໃນການສະໜັບສະໜູນໃຫ້ບໍລິການອິນເຕີເນັດຟຣີພາຍໃນງານທັງໝົດ 3 ມື້ , ໂຮງແຮມແລນມາກ, ບໍລິສັດຍ່ອຍໃນເຄືອຂອງບໍລິສັດກິດຕະພົງ, ຕັງຈະເລີນ ກຣຸບ ແລະ ຮ້ານຄ້າຕັງຈະເລີນ ໂຮມສະຕຼໍ, ເຂດເສດຖະກິດສະເພາະ ບຶງທາດຫຼວງ, ໂຄງການວຽງຈັນສີຂຽວ ພາຍໃຕ້ເຂດເສດຖະກິດສະເພາະ, Grand Florida Beachfront Condo Resort Pattaya ພັດທະນາໂຄງການໂດຍ Blue Sky Asset Plus Co.,Ltd., ແລະ Ocean Horizon Beachfront Condo Pattaya

ພັດທະນາໂຄງການໂດຍ Ocean Horizon Pattaya Co.,Ltd., ແລະ foodpanda ຜູ້ທີ່ໃຫ້ການສະໜັບສະໜູນດ້ານໂຊນອາຫານຕໍ່ໜ້າທາງເຂົ້າໃນງານ.

ຜູ້ສະໜັບສະໜູນບອນຊ໌ ກໍຄື: ບໍລິສັດ ສະກູນາ ພັດທະນາທີ່ດິນ ແລະ ອະສັງຫາລິມະຊັບ, ບໍລິສັດ Aristo Developers Cyprus, ບໍລິສັດ Modern Lao Homes, ບໍລິສັດ Harvey Law Group, ບໍລິສັດ ອາລິອັນສ໌ ປະກັນໄພລາວ (AGL), ວີເຄ ໂອໂຕ, Big blue ແລະ ຂໍນຳສະເໜີ GAC Motor & Volkswagen, ສູນການຄ້າວຽງຈັນເຊັນເຕີ້ ແລະ ອາຄານຫ້ອງການ, King Leasing Real Estate ແລະ ໂຄງການຄອນໂດພາກວິວ (the Parkview Condo project).

ສຸດທ້າຍນີ້ຂໍຂອບໃຈມາຍັງບັນດາສື່ຂອງພວກເຮົາກໍຄື: The American Lao Business Association, Lao post, Austcham Laos, Loca Laos, Alipay, Yula.la, The Laotian Times, Talatlao Magazine, Realestate.com.kh, 108jobs, CV Connect, Lines magazine, Silkroad Media, Kuanjai magazine, Target magazine, J&C, KHB Media Cambodia, European Business Chamber of Laos, the Asean Contact Center (ACC), Bluegrass Guru, Big Blue Media, Good Media ແລະ Laowotong page Laos ແລະ Construction & Property Magazine (Cambodia).  ສຸດທ້າຍແລ້ວຂໍຂອບໃຈມາຍັງທາງ DPro, ຄູ່ຮ່ວມງານດ້ານການຜະລິດຂອງພວກເຮົາ. ເຂົ້າເບິ່ງຄຣິບວິດີໂອພິທີຖະແຫຼງຂ່າວຂອງງານໄດ້ ທີ່ນີ້.

ການນັບຖອຍຫຼັງແມ່ນໄດ້ເລີ່ມຂຶ້ນແລ້ວສຳລັບງານມະຫະກຳບ້ານ banlao.la ບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020 ຢ່າພາດຂອງລາງ ວັນທີ່ຈະແຈກພາຍໃນງານບໍ່ວ່າຈະເປັນປີ້ຍົນທ່ຽວຕ່າງປະເທດ, ຫ້ອງພັກໃນໂຮງແຮມ, ໂທລະພາບ, ລົດຈັກ, ເຄື່ອງປັບອາກາດ, ເຟີນິເຈີ້ຕົບແຕ່ງ ແລະ ຂອງລາງວັນອີກຫຼາກຫຼາຍລາຍການ – ລົງທະບຽນຟຣີເພື່ອເຂົ້າຮ່ວມໃນການຊິງໂຊກ. ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບງານ banlao.la, ສາມາດຕິດຕໍ່ໄດ້ທາງອີເມວ [email protected] ຫຼື ໂທ +856 2055550906. ເຂົ້າຮ່ວມຟຣີ, ໂດຍບໍ່ຈຳເປັນຕ້ອງລົງທະ ບຽນ. ງານແມ່ນເລີ່ມເວລາ 9 ໂມງເຊົ້າ ທັງໃນວັນທີ 4, 5 ແລະ 6 ທັນວາ 2020 ນີ້!

ຢ່າລໍຊ້າ! ຂາຍຫຍັງກໍໄດ້  ໃນລາວ ທີ່ Yula.la ແລະ Banlao.la ໄດ້ແລ້ວມື້ນີ້! 

ເຂົ້າເບິ່ງລາຍລະອຽດຂອງງານທັງໝົດ ແລະ ລົງທະບຽນເຂົ້າຮ່ວມງານເພື່ອລຸ້ນຮັບລາງວັນອີກຫຼາກຫຼາຍຟຣີ!

Comments