Author Archives: admin target

ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ສປປ ລາວ

ໃນວັນທີ 23 ມິຖຸນາ 2021 ທີ່ນະຄອນຫລວງວຽງຈັນ, ລັດຖະບານ ແຫ່ງ ສາທາ ລະນະລັດ ເກົາຫລີ ໄດ້ນຳເອົາເຂົ້າສານຈ້າວ ຈຳນວນ 1.320 ໂຕນ ມູນຄ່າປະມານ 1,26 ລ້ານໂດລາສະຫະລັດ ມອບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫລືອຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິ ບັດທໍາມະຊາດ ທີ່ເກີດຂຶ້ນ ໃນ ສປປ ລາວ, ໂດຍຜ່ານອົງການອາຫານໂລກ. ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະບໍລິຫານໄພພິບັດໃນລະດັບຊາດ ແລະ ທ້ອງຖິ່ນ ໃນວຽກງານແຈກຢາຍອາຫານສຸກເສີນ, ເຊິ່ງລວມທັງການກໍານົດເປົ້າໝາຍ ບັນດາຜູ້ທີ່ຈະໄດ້ຮັບຜົນປະໂຫຍດ, ລະບົບການ ແຈກຢາຍອາຫານ ລວມທັງລະບົບການຕິດຕາມນຳອີກ. ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາລາວ ໄດ້ກ່າວວ່າ: ເຂົ້າຈໍານວນໜຶ່ງ ຈະໄດ້ນໍາໃຊ້ເປັນເຂົ້າສໍາຮອງ ລວມໃນຂັ້ນສູນກາງ ໃນກໍລະນີທີ່ເກີດມີໄພພິບັດ ທີ່ບໍ່ທັນໄດ້ຄາດຄິດ, ເຂົ້າສໍາຮອງເຫລົ່ານີ້ ຈະຖືກນໍາໃຊ້ໂດຍອົງການອາຫານໂລກ ເພື່ອຮັບປະກັນວ່າ ບັນດາເຂົ້າເຫລົ່ານີ້ຈະເປັນປະໂຫຍດ ໃຫ້ແກ່ປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍເຫລືອຫລາຍທີ່ສຸດ ແລະ ສໍາລັບສ່ວນທີ່ເຫລືອຂອງເຂົ້າຈຳນວນໜຶ່ງ ແມ່ນຈະຖືກນໍາໃຊ້ເຂົ້າໃນກິດຈະກໍາຄວາມໝັ້ນຄົງທາງດ້ານສະບຽງອາຫານອື່ນໆ ຂອງອົງການອາຫານໂລກ ເປັນຕົ້ນ ເປັນເຂົ້າສໍາຮອງໃຫ້ແກ່ຊຸມຊົນໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ...

Read More »

ນະຄອນຫລວງວຽງຈັນ ມີແຜນສືບຕໍ່ສັກວັກຊິນໃຫ້ຄົບທຸກຄົນ

ປັດຈຸບັນ ການສັກຢາວັກຊິນ ປ້ອງກັນພະຍາດໂຄວິດ-19 ໃນນະຄອນຫລວງວຽງຈັນ, ແມ່ນເປັນທີ່ຕ້ອງການຂອງພໍ່ແມ່ປະຊາຊົນ ເປັນຈຳນວນຫລາຍ, ເຊິ່ງໄລຍະຜ່ານມາເຮັດໃຫ້ບາງຈຸດ ບໍລິການສັກວັກຊິນ ມີຄວາມແອອັດ, ສັບສົນຫລາຍ ແລະ ເກີດມີຫາງສຽງຕ່າງໆນາໆທີ່ບໍ່ດີ ຢູ່ໃນສັງຄົມ ໂດຍສະເພາະ ແມ່ນສື່ສັງຄົມອອນລາຍ. ຂະນະດຽວກັນ, ນະຄອນຫລວງວຽງຈັນ ກໍໄດ້ມີການຢືນຢັນວ່າ ຍັງມີແຜນສືບຕໍ່ສັກວັກຊິນ ເປັນແຕ່ລະໄລຍະໃຫ້ພໍ່ແມ່ປະຊາຊົນຈົນກວ່າຈະຄົບທຸກຄົນ. ທ່ານ ດຣ. ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກ ສາທາລະນະສຸກນະ ຄອນຫລວງວຽງຈັນ, ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອທ້າຍອາທິດຜ່ານມາວ່າ: ວຽກງານການໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19 ໃນນະຄອນຫລວງວຽງຈັນ ແມ່ນໄດ້ຈັດຕັ້ງປະຕິບັດສັກວັກຊິນຮອບທີ 2 ເຂັມທີ 1 ແຕ່ວັນທີ 15-25 ມິຖຸນາ 2021 ແລະ ຈະມີແຜນສືບຕໍ່ສັກ ໃຫ້ພໍ່ແມ່ປະຊາຊົນເປັນແຕ່ລະໄລຍະ ຈົນກວ່າຈະຄົບທຸກຄົນ, ເຊິ່ງມີວັກຊິນ 3 ຊະນິດຄື: ຊີໂນຟາມ (Sinopharm), ແອັດສຕາຊີເນກາ (AstraZeneca) ແລະ ໄຟເຊີ (Pfizer) ໂດຍສະເພາະ ແມ່ນວັກຊິນ Pfizer ທີ່ສັກໃຫ້ກຸ່ມຄົນສູງອາຍຸ 60 ປີຂຶ້ນໄປ ແລະ ຜູ້ມີພະຍາດຊໍາເຮື້ອເທົ່ານັ້ນ, ...

Read More »

ມີກຸ່ມຄົນສວຍໂອກາດຮັບແລ່ນເອກະສານ ແລະ ເຮັດບັດສັກຢາກັນພະຍາດໂຄວິດປອມ

ໃນສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນທົ່ວໂລກ ຍັງບໍ່ມີແນວໂນ້ມທີ່ຈະຫລຸດລົງ ແລະ ຍັງມີການລະບາດເປັນວົງກວ້າງ ລວມທັງ ສປປ ລາວ, ແຕ່ປັດຈຸບັນ ໄດ້ມີກຸ່ມຄົນຈຳ ນວນໜຶ່ງສວຍໂອກາດຫາຜົນປະໂຫຍດໃຫ້ກັບຕົນເອງ ແບບຜິດລະບຽບກົດໝາຍໃນໄລຍະທີ່ມີການລະບາດຂອງເຊື້ອພະຍາດດັ່ງກ່າວ, ໂດຍສະເພາະການຮັບເຮັດ ຫລື ແລ່ນເອກະສານ ກ່ຽວກັບໃບຢັ້ງ ຢືນກວດໂຄວິດ-19 ເຮັດບັດຂຽວ ຫລື ບັດສັກຢາກັນພະຍາດໂຄວິດປອມ ຂຶ້ນເປັນຈໍານວນຫລາຍ, ເຊິ່ງໄດ້ໂພສລົງເຟສບຸກ ຫລື ໃນສື່ສັງຄົມອອນລາຍ. ທ່ານ ດຣ. ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ, ທັງເປັນຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 18 ມິຖຸນາ 2021 ຜ່ານມານີ້ວ່າ: ພາຍຫລັງທີ່ລັດຖະບານ ໄດ້ມີມາດຕະການ ແລະ ມີຄຳສັ່ງທີ່ເຂັ້ມງວດ ໂດຍສະເພາະ ຄຳສັ່ງເລກທີ 959/ສນຍ ໄດ້ລະບຸວ່າ ຖ້າມີການເດີນທາງເຂົ້າ-ອອກ ລະຫວ່າງແຂວງຕໍ່ແຂວງ ຫລື ອອກຕ່າງປະເທດ ແມ່ນທຸກຄົນຕ້ອງໄດ້ຮັບການສັກວັກແຊງຄົບ 2 ເຂັມ ຈຶ່ງສາມາດເດີນທາງໄປໄດ້ ໂດຍແມ່ນສູນແມ່ ແລະ ເດັກ, ແລະ ...

Read More »

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ເຂົ້າຢ້ຽມອໍາລາ

ໃນວັນທີ 18 ມິຖຸນາ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານເຢັນ ເປີເຕີ ລຸດເຄິນເຮັມ (Jens Peter Litkenherm) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາ ລະນະລັດ ສະຫະພັນ ເຢຍລະມັນ ປະຈຳລາວ ໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດປະຈຳ ສປປ ລາວ. ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ຂອງ ທ່ານ ເຢັນ ເປີເຕີ ລຸດເຄິນເຮັມ ແລະ ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນຢ່າງຫ້າວຫັນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດລາວ-ເຢຍລະມັນ ຕະຫລອດໄລຍະເວລາ 4 ປີ ທີ່ປະຈໍາການ ຢູ່ ສປປ ລາວ ເປັນຕົ້ນ ລະດົມຂົນຂວາຍທຶນຊ່ວຍເຫລືອລ້າ ຈາກລັດຖະບານເຢຍລະມັນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ; ...

Read More »

ຮອງລັດຖະມົນຕີກະຊວງສາທາລະນະສຸກ ຢ້ຽມຢາມ ແລະ ໃຫ້ກໍາລັງໃຈພະນັກງານແພດໝໍທີ່ກໍາລັງປະຕິບັດໜ້າທີ່

ເນື່ອງໃນໂອກາດ ແລະ ຊົມເຊີຍວັນແພດລາວ 18 ມິຖຸນາ ຮອງລັດຖະມົນຕີກະຊວງສາທາລະນະສຸກ ດຣ. ສະໜອງ ທອງຊະນະ ໄດ້ລົງຢ້ຽມຢາມ ແລະ ໃຫ້ກໍາລັງໃຈພະນັກງານແພດໝໍທີ່ກໍາລັງປະຕິບັດໜ້າທີ່ ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ກັບພໍ່ແມ່ປະຊາຊົນ ຢູ່ທີ່ສູນການຄ້າລາວ-ໄອເຕັກ ເມືອງໄຊເສດຖາ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 17 ມິຖຸນາ 2021 ໃນລົງໄປຄັ້ງນີ້ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທີມງານແພດໝໍທີ່ໄດ້ສຸມເຫື່ອເທແຮງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງຢ່າງບໍ່ຮູ້ອິດຮູ້ເມື່ອຍ

Read More »

ລາວ ສໍາເລັດການເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 15 ແລະ ກອງປະຊຸມປິ່ນອ້ອມ

ຕາມຂ່າວຈາກຫນັງສືພິມ ກອງທັບປະຊາຊົນລາວ, ໃນວັນທີ 15-16 ມິຖູນາ 2021 ນີ້, ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນ ຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດເຂົ້າຮ່ວມກອງປະຊຸມທາງໄກ ລັດຖະ ມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 15, ກອງປະຊຸມທາງໄກ ລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 8 ແລະ ກອງປະຊຸມປິ່ນອ້ອມ. ກອງປະຊຸມໃນຄັ້ງນີ້ ແມ່ນດຳເນີນພາຍໃຕ້ການເປັນປະທານຂອງທ່ານ ດາໂຕະ ປາດູຄາ ເຊີຣີ ຮາຈິ ອາຫວາງ ຮາລບີ ບິນ ຮາຈິ ໂມດ ຢັດໂຊຟ, ລັດຖະມົນຕີກະຊວງປ້ອງກັນປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ, ມີບັນດາທ່ານລັດຖະມົນຕີປ້ອງກັນປະເທດ ຈາກ 10 ປະເທດສະມາຊິກອາຊຽນ ແລະ 08 ປະເທດອາຊຽນ-ບວກ ລວມທັງ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ຜົນສຳເລັດຂອງກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສປ້ອງກັນປະ ...

Read More »

ແຂວງໄຊຍະບູລີ ເສຍຫາຍເກືອບ 100 ຕື້ກີບ ຈາກໄພນໍ້າຖ້ວມ

ເລີ່ມແຕ່ວັນທີ 11-14 ມິຖຸນາ 2021 ໄດ້ເກີດມີສະພາບຝົນຕົກໜັກ ເນື່ອງຈາກຜົນກະທົບຂອງພາຍຸດິເປຣຊັນ (ພາຍຸໂຄກຸມະ) ແລະ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ໄດ້ພັດປົກຄຸມແຂວງໄຊຍະບູລີ ດ້ວຍກຳລັງແຮງເຮັດໃຫ້ເກີດນໍ້າໄຫລຊຸ, ດິນຖະຫລົ່ມ, ນໍ້າຖ້ວມເຮືອນປະຊາຊົນ, ຖ້ວມເນື້ອທີ່ການຜະລິດ, ເສັ້ນທາງຈໍານວນໜຶ່ງຂາດ, ເສົາໄຟຟ້າຫັກ, ມີ 7 ເມືອງທີ່ໄດ້ຮັບຜົນກະທົບຄື: ເມືອງໄຊຍະບູລີ, ເມືອງພຽງ, ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ, ເມືອງຫົງສາ ແລະ ເມືອງໄຊສະຖານ ລວມມູນຄ່າເສຍຫານທັງໝົດເກືອບ 100 ຕື້ກີບ. ໃນນັ້ນ ເມືອງໄຊຍະບູລີ ໄດ້ຮັບຜົນກະທົບຫລາຍກວ່າໝູ່. ມາໃນວັນທີ 16 ມິຖຸນາ 2021 ນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະ ມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະ ໄດ້ລົງກວດກາພື້ນທີ່ນໍ້າຖ້ວມຢູ່ເມືອງໄຊຍະບູລີ, ໂດຍໃຫ້ການຕ້ອນຮັບຈາກ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ແລະ ເມືອງໄຊຍະບູລີ. ໂອກາດນີ້, ທ່ານ ເພັດພິໄຊ ...

Read More »

ຫ້ອງການສຳນັກງານນາຍົກປະກາດການຈັດຕັ້ງໃໝ່ 8 ຕຳແໜ່ງ ແລະອອກບຳນານ 6 ທ່ານ

ໃນຕອນບ່າຍ ວັນທີ 14 ມິຖຸນາ 2021 ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ (ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງ, ໂດຍການເປັນປະທານ ຂອງທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ; ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ, ຫົວໜ້າກົມ, ຮອງຫົວ ໜ້າກົມ ແລະ ທຽບເທົ່າ ເຂົ້າຮ່ວມ. ໃນພິທີ, ທ່ານ ຄົມສັນ ໄຊຍະສານ, ຫົວ ໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄື: ຂໍ້ຕົກລົງວ່າດ້ວຍການອະນຸມັດ ໃຫ້ພະນັກງານອອກພັກການຮັບອຸດໜູນບຳນານ ຈຳນວນ 6 ທ່ານ, ໃນນີ້ ແມ່ນຫົວໜ້າພະແນກ 4 ທ່ານ, ເປັນ ຍິງ 3 ທ່ານ ແລະ ຮອງຫົວໜ້າພະແນກ 2 ທ່ານ; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມ ຈຳນວນ 8 ທ່ານ, ...

Read More »

ແຂວງໄຊຍະບູລີ ເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນ ຫຼັງນໍ້າຖ້ວມ

ເພື່ອເປັນການຕອບໂຕ້ກັບໄພນໍ້າຖ້ວມໂດຍສະເພາະແມ່ນການອະນາໄມບ້ານເຮືອນຂອງປະຊາຊົນພາຍຫຼັງນໍ້າຖ້ວມໃຫ້ກັບສູ່ສະພາບປົກກະຕິນັ້ນ, ການນໍາພັກ-ລັດທຸກພາກສ່ວນຂອງແຂວງ ໄຊຍະບູລີ ໄດ້ມີການປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນແຂວງໃນການລົງຊ່ວຍ ເຫຼືອປະຊາຊົນບ້ານຕ່າງໆທີ່ຖືກຜົນກະທົບຈາກໄພນໍ້າຖ້ວມເປັນຕົ້ນແມ່ນ ໃຫ້ເລັ່ງໃສ່ໃນການເກັບກໍາຂໍ້ມູນຜົນເສຍຫາຍຢູ່ແຕ່ລະຄອບຄົວ-ແຕ່ລະບ້ານຢ່າງລະອຽດ, ວ່ອງໄວ, ຊັດເຈນ, ສ້ອມແປງລະບົບໄຟຟ້າ, ນໍ້າປະປາໃຫ້ໃຊ້ໄດ້ປົກກະຕິ, ຊ່ວຍອະນາໄມບ້ານ-ເຮືອນປະຊາຊົນ, ເບິ່ງແຍງດ້ານສຸຂະພາບ, ສ້ອມ ແປງທາງທີ່ເປ່ເພໃຫ້ທຽວໄດ້ຊົ່ວຄາວ, ຊ່ວຍເຫຼືອດ້ານອາຫານການກິນທີ່ຈໍາເປັນເຊັ່ນ: ນໍ້າດື່ມ-ນໍ້າໃຊ້, ເຂົ້າ ສານ, ອາຫານແຫ້ງທີ່ສາມາດບໍລິໂພກງ່າຍ, ສະເພາະວັນທີ 15 ມິຖຸນາ ປີນີ້ ທີ່ຫ້ອງວ່າການແຂວງ ກໍໄດ້ເຕົ້າໂຮມກໍາລັງເພື່ອເຂົ້າຊ່ວຍປະຊາຊົນໃນການອະນາໄມເຮືອນຊານບ້ານຊ່ອງ ຊຶ່ງມີກໍາລັງ ທັງໝົດ 1.000 ກວ່າຄົນ ໃນນັ້ນ: ຈາກກໍາລັງ ປກສ ແຂວງ, ທະຫານແຂວງ, ກອງພົນທະຫານຮາບທີ 2, ທະຫານຈາກແຂວງຫຼວງພະບາງ ແລະ ກໍາລັງຊາວໜຸ່ມຈາກບັນດາພະແນກການອ້ອມຂ້າງແຂວງ, ໂດຍໄດ້ແບ່ງລົງບ້ານທີ່ຖືກນໍ້າຖ້ວມໜັກ ຈໍານວນ 16 ບ້ານ ຈາກ 39 ບ້ານທີ່ຖືກນໍ້າຖ້ວມໃນທົ່ວເມືອງ ໄຊຍະບູລີ ຊຶ່ງແຕ່ລະບ້ານແມ່ນມີການນໍາຂອງແຂວງ ແລະ ເມືອງ ໄຊຍະບູລີ ລົງຕິດຕາມ ແລະ ນໍາພາຕົວຈິງ. ນອກນີ້ຍັງມີຜູ້ປະກອບການພາຍໃນແຂວງ ແລະ ແຂວງຫຼວງພະບາງ ນໍາລົດຜະລິດນໍ້າດື່ມເຄື່ອນທີ່ເພື່ອແຈກຈ່າຍນໍ້າດື່ມໃຫ້ປະຊາຊົນ, ...

Read More »

ກອງປະຊຸມ ກະຊວງແຜນການ ແລະ ການລົງທຶນ (ຜທ)

ວັນທີ 15-16 ມິຖຸນາ 2021, ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ກອງປະຊຸມຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃຫ້ສະມາຊິກພັກ-ພະນັກງານ ພາຍໃນກະຊວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງ ຜທ. ບັນດາເອກະສານສຳຄັນ ທີ່ເຜີຍໃນກອງປະຊຸມຄັ້ງນີ້, ປະກອບມີ: ລາຍງານການເມືອງກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ສະບັບຄົບຖ້ວນ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ສະບັບຫຍໍ້ ຕິດພັນກັບວຽກງານຈຸດສຸມ ກະຊວງ ຜທ, ກົດລະບຽບຂອງພັກ ສະໄໝທີ XI, ມະຕິຂອງກົມການເມືອງສູນກາງພັກ ເລກທີ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໄລຍະໃໝ່, ມະຕິຂອງກົມການເມືອງສູນກາງພັກ ເລກທີ 25/ກມສພ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່ ແລະ ບົດສະຫລຸບວຽກງານກວດກາທົ່ວປະເທດ ...

Read More »