ແຂວງໄຊຍະບູລີ ເສຍຫາຍເກືອບ 100 ຕື້ກີບ ຈາກໄພນໍ້າຖ້ວມ

ເລີ່ມແຕ່ວັນທີ 11-14 ມິຖຸນາ 2021 ໄດ້ເກີດມີສະພາບຝົນຕົກໜັກ ເນື່ອງຈາກຜົນກະທົບຂອງພາຍຸດິເປຣຊັນ (ພາຍຸໂຄກຸມະ) ແລະ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ໄດ້ພັດປົກຄຸມແຂວງໄຊຍະບູລີ ດ້ວຍກຳລັງແຮງເຮັດໃຫ້ເກີດນໍ້າໄຫລຊຸ, ດິນຖະຫລົ່ມ, ນໍ້າຖ້ວມເຮືອນປະຊາຊົນ, ຖ້ວມເນື້ອທີ່ການຜະລິດ, ເສັ້ນທາງຈໍານວນໜຶ່ງຂາດ, ເສົາໄຟຟ້າຫັກ, ມີ 7 ເມືອງທີ່ໄດ້ຮັບຜົນກະທົບຄື: ເມືອງໄຊຍະບູລີ, ເມືອງພຽງ, ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ, ເມືອງຫົງສາ ແລະ ເມືອງໄຊສະຖານ ລວມມູນຄ່າເສຍຫານທັງໝົດເກືອບ 100 ຕື້ກີບ. ໃນນັ້ນ ເມືອງໄຊຍະບູລີ ໄດ້ຮັບຜົນກະທົບຫລາຍກວ່າໝູ່. ມາໃນວັນທີ 16 ມິຖຸນາ 2021 ນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະ ມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະ ໄດ້ລົງກວດກາພື້ນທີ່ນໍ້າຖ້ວມຢູ່ເມືອງໄຊຍະບູລີ, ໂດຍໃຫ້ການຕ້ອນຮັບຈາກ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ແລະ ເມືອງໄຊຍະບູລີ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ໂອກາດນີ້, ທ່ານ ເພັດພິໄຊ ສູນວິໄວ ຮອງເຈົ້າແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລາຍງານສະພາບຄວາມເສຍຫາຍຂອງໄພນໍ້າຖ້ວມ ທ່ານໄດ້ກ່າວວ່າ: ການຈັດຕັ້ງປະຕິບັດໃນການແກ້ໄຂຊ່ວຍເຫລືອສຸກເສີນໄພພິບັດ, ທາງຄະນະນໍາຂອງແຂວງ, ຂອງເມືອງ ກໍຄືຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ສົມທົບກັບກອງກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຊາວໜຸ່ມພາຍໃນເມືອງ ຮ່ວມກັບພະແນກການອ້ອມຂ້າງແຂວງ ລົງຊ່ວຍ ເຫລືອໃນການຕອບໂຕ້ໄພພິບັດໃນເບື້ອງຕົ້ນ ເຊັ່ນ: ເຄື່ອນຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ວັດຖຸສິ່ງຂອງທີ່ຈໍາເປັນຈໍານວນໜຶ່ງ ໄປຢູ່ຈຸດປອດໄພ, ເຊິ່ງມີກໍາລັງພົນຊ່ວຍເຫລືອທັງໝົດ 1.250 ຄົນ, ມີພາຫະນະຮັບໃຊ້ປະເພດລົດບັນທຸກ ຈໍານວນ 30 ຄັນ, ເຮືອກູ້ໄພ-ເຮືອກູ້ຊີບ-ເຮືອທ້ອງແບນ ຈໍານວນ 7 ລໍາ. ພ້ອມກັນນັ້ນ, ການນໍາຂອງແຂວງຫລວງພະບາງ ກໍໄດ້ສົ່ງທີມງານຄຸ້ມຄອງໄພພິບັດ ແລະ ໜ່ວຍກູ້ໄພ, ກໍາລັງກອງບັນຊາການທະຫານເມືອງນານ ພ້ອມລົດລາກ ແລະ ລົດບັນທຸກມາຊ່ວຍ, ໄດ້ແກ້ໄຂບັນເທົາທຸກເບື້ອງຕົ້ນ ເປັນປະເພດເຄື່ອງນຸ່ງຫົ່ມ, ເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ ແລະ ໄດ້ລະດົມທຶນຈາກທຸກພາກສ່ວນ ເພື່ອໃຫ້ການຊ່ວຍເຫລືອໃນເບື້້ອງຕົນ.

อาจเป็นรูปภาพของ 4 คน, ผู้คนกำลังยืน, ถนน และต้นไม้
อาจเป็นรูปภาพของ แหล่งน้ำ, ธรรมชาติ และสะพาน

ສຳລັບຜົນເສຍຫາຍ ຈາກການເອົາຂໍ້ມູນເບື້ອງຕົ້ນ ລວມມີ 56 ບ້ານ, 5.248 ຄອບຄົວ, 20.992 ຄົນ, ຍິງ 8.920 ຄົນ (ສະເພາະເມືອງໄຊຍະບູລີໄດ້ຮັບຜົນກະທົບ 39 ບ້ານ), ລວມມູນຄ່າເສຍຫາຍທັງໝົດໃນທົ່ວແຂວງ 94 ຕື້ກີບ, ມີເຮືອນປະຊາຊົນເປເພເສຍຫາຍ 4.221 ຫລັງ, ໃນນັ້ນ ມີເຮືອນປະຊາຊົນ 19 ຫລັງໄດ້ຖືກນໍ້າຊູໜີ, ໄຟຟ້າໄດ້ຖືກຕັດຂາດ 16 ບ້ານ (ສາມາດແກ້ໄຂໄດ້ແລ້ວ 7 ບ້ານ, ຍັງ 9 ບ້ານແກ້ໄຂບໍ່ທັນສໍາເລັດ), ໝໍ້ນັບໄຟຖືກນໍ້າຖ້ວມເສຍຫາຍ 6.050 ໜ່ວຍ (ໃນນີ້ບໍ່ສາມາດໃຊ້ໄດ້ 3.500 ໜ່ວຍ), ເສົາໄຟຟ້າລົ້ມ 7 ຕົ້ນ ແລະ ຕາຂາຍໄຟຟ້າຖືກຕັດຂາດ 3 ຈຸດ, ສ້ອມແປງຄືນໄດ້ແລ້ວ 1 ຈຸດ, ຈັກສູບນໍ້າປະປາຖືກນໍ້າຖ້ວມເປເພ ເຮັດໃຫ້ທົ່ວເມືອງໄຊຍະບູລີບໍ່ສາມາດນໍາໃຊ້ນໍ້າປະປາໄດ້, ເສັ້ນທາງຖືກຕັດຂາດເສຍຫາຍທັງໝົດ 25 ເສັ້ນ, ຂົວເບຕົງ 5 ແຫ່ງ, ທໍ່ດາໂລ 3 ແຫ່ງ, ຂົວອູ່ເປ່ເພ 1ແຫ່ງ, ມີລົດໃຫຍ່ຈົມນໍ້າເປເພ 472 ຄັນ, ລົດຈັກ 4.840 ຄັນ, ເຂົ້າສານເສຍຫາຍ 300 ໂຕນ, ໜອງປາ 240 ໜອງ ແລະ ບໍ່ມີຄົນເສຍຊີວິດ.ໂອກາດດັ່ງກ່າວ, ທ່ານ ນາງ ໃບຄໍາ ຂັດທິຍະ ກໍໄດ້ໃຫ້ທິດຊີ້ນຳໃນການແກ້ໄຂ ແລະ ໃຫ້ການຊ່ວຍເຫລືອປະຊາຊົນໃນເບື້ອງຕົ້ນ ເພື່ອໃຫ້ແຂວງ ກໍຄື ບັນດາເມືອງທີ່ຖືກຜົນກະທົບຄັ້ງນີ້ ໃຫ້ກັບມາສູ່ສະພາບປົກກະຕິ. ຈາກນັ້ນກໍໄດ້ລົງເບິ່ງຕົວຈິງຢູ່ບັນດາບ້ານ ແລະ ໄດ້ມອບເງິນຈໍານວນໜຶ່ງໃຫ້ແຂວງເພື່ອຊ່ວຍເຫລືອ ແລະ ຟື້ນຟູຕໍ່ໄປ.

อาจเป็นรูปภาพของ 1 คน, กำลังยืน และถนน
อาจเป็นรูปภาพของ 8 คน และผู้คนกำลังยืน

Comments