ວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ ໂອກາດ ວັນຢຶດອຳນາດ 23 ສິງຫາ

ຕອນເຊົ້າວັນທີ 24 ສິງຫາ 2020 ນີ້ ຄະນະພັກ, ອົງການປົກຄອງແຂວງຈໍາປາສັກ ນໍາໂດຍ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມວາງພວງມາລາ ທີ່ອະນຸສາວະລີ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານ ຮູບປັ້ນຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ເນື່ອງໃນໂອກາດ ວັນຢຶດອຳນາດ ຄົບຮອບ 45 ປີ (23 ສິງຫາ 1975-23 ສິງຫາ 2020).

ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ຮູ້ບຸນຄຸນ ຕໍ່ຜູ້ນຳ, ສະຫາຍສະມາຊິກພັກ, ພະນັກງານນັກຮົບ ທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ ສະຕິປັນຍາ ໃຫ້ແກ່ພາລະກິດປະຕິວັດ ແລະປະເທດຊາດ ອັນນຳຄວາມສົມບູນພູນສຸກ ມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວ ບັນດາເຜົ່າ, ເປັນແບບຢ່າງໃນການດຳລົງຊີວິດ ປອດໃສ ແລະ ຂ່າວສະອາດ, ເປັນບົດຮຽນອັນປະເສີດໃຫ້ຄົນລຸ້ນຫລັງ ໄດ້ຮຽນຮູ້ ແລະ ປະຕິບັດຕາມ

ແຫຼ່ງຂ່າວ: ຂປລ

Comments