ບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທົບທວນຄືນ ໝາກຜົນຂອງການຮ່ວມມືໃນໄລຍະ 5 ປີ ຜ່ານມາ

ໃນຕອນເຊົ້າວັນທີ 24 ສິງຫາ 2020 ທີ່ນະຄອນຫລວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ ເພື່ອທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະ 5 ປີ ຜ່ານມານັບແຕ່ໄດ້ຮັບການສ້າງຂຶ້ນໃນປີ 2015 ຊຶ່ງເຫັນວ່າຜ່ານການຈັດຕັ້ງບັນດາແຜນງານ ແລະ ໂຄງການຕ່າງໆພາຍໃຕ້ຖະແຫລງການຊັນຢາ, ຖະແຫລງການພະນົມເປັນ ທີ່ໄດ້ຮັບຮອງເອົາຢູ່ໃນກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 1 ແລະ ຄັ້ງທີ 2 ໄດ້ມີຄວາມຄືບຫນ້າຢ່າງເປັນຮູບປະທຳຫລາຍດ້ານ ເຮັດໃຫ້ຂອບການຮ່ວມມືດັ່ງກ່າວ ໄດ້ເຕີບໃຫຍ່ຂະຫຍາຍສູ່ລວງກ້ວາງ ແລະ ລວງເລິກຢ່າງໄວວາ.


ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ຄໍາຂວັນ: “ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ (Enhancing Partnership for Shared Prosperity) ໂດຍການເປັນປະທານຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫລີ ເຄີ້ສຽງ ນາຍົກ ລັດຖະມົນຕີ ແຫ່ງ ສປ ຈີນ ແລະ ມີບັນດາຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທັງ 6 ປະເທດ ຄື: ກຳປູເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ.
ບັນດາຜູ້ນຳບັນດາປະເທດດັ່ງກ່າວ, ຍັງໄດ້ຕີລາຄາສູງຕໍ່ໝາກຜົນການຈັດຕັ້ງປະຕິບັດແຜນປະ ຕິບັດງານ 5 ປີ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (2018-2022) ໃນໄລຍະ 2 ປີກວ່າຜ່ານມາ ກໍ່ຄື ບັນດາໂຄງການຊ່ວຍເຫລືອ ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້າງຊ້າງ ທີ່ໄດ້ຮັບການສະໜັບສະໜູນທຶນຈາກ ສປ ຈີນ ຈໍານວນ 300 ລ້ານໂດລາສະຫະລັດ, ຊຶ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ. ໃນນີ້, ຫລາຍໂຄງການທີ່ໄດ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ແມ່ນໄດ້ຮັບຜົນເປັນຢ່າງດີ ໂດຍສະເພາະແມ່ນໃນຂົງເຂດການພັດ ທະນາພື້ນຖານໂຄງລ່າງ, ພັດທະນາຊົນນະບົດ ແລະ ການລຶບລ້າງຄວາມທຸກຍາກ.

ນອກຈາກນີ້, ບັນດາຜູ້ນຳຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ປຶກສາຫາລື ທິດທາງການຮ່ວມມືໃນຕໍ່ຫນ້າຫລາຍບັນຫາ, ໜຶ່ງໃນນັ້ນແມ່ນການເພີ່ມທະວີຮ່ວມມືກັນໃນຕໍ່ໜ້າ ເພື່ອຕໍ່ສູ້ກັບພະ ຍາດໂຄວິດ-19 ແລະ ວາງທິດທາງຟື້ນຟູເສດຖະກິດ-ສັງຄົມ ຕໍ່ໜ້າສະພາບທີ່ພະຍາດຮ້າຍແຮງດັ່ງ ກ່າວ ຍັງສືບຕໍ່ແຜ່ລະບາດຢູ່ຫລາຍພາກພື້ນ ລວມທັງພາກພື້ນແມ່ນໍ້າຂອງ.
ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາຖະແຫລງການວຽງຈັນ (Vientiane Declaration) ແລະ ເອກະສານກ່ຽວຂ້ອງຈໍານວນໜຶ່ງ ເພື່ອເປັນບ່ອນອີງສຳຄັນໃຫ້ແກ່ການຮ່ວມມື ລະຫວ່າງປະເທດແມ່ນໍ້າຂອງ ແລະ ສປ ຈີນ ກໍ່ຄື ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນອານະຄົດ ແລະ ໃນໄລ ຍະ 2 ປີ ຂ້າງໜ້າ (2020-2022) ແມ່ນສາທາລະນະລັດ ສະຫະພາບມຽນມາ ຈະໄດ້ເປັນປະທານຮ່ວມ ກັບ ສປ ຈີນ.

ແຫຼ່ງຂໍ້ມູນ:​ ຂປລ

Comments