ການຄ້າຂາຍສັດປ່າແບບຊະຊາຍ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດປ່າຫຼາຍຊະນິດ…

ການລັກລອບຄ້າຂາຍສັດປ່າແບບຊະຊາຍ ແມ່ນໜຶ່ງໃນທຸລະກິດທີ່ຜິດກົດໝາຍໃນທົ່ວໂລກ , ໂດຍສະເພາະໃນລະຫວ່າງປີ 2011 ແລະ 2012 ຢູ່ ສປປ ລາວ ໄດ້ດຳເນີນການກວດກາການຊື້-ຂາຍ ສັດປ່າທີ່ຜິດກົດໝາຍ, ເຊິ່ງສາມາດຍຶດສັດປ່າທີ່ຫວງຫ້າມຈຳນວນ 1,218 ໂຕ ລວມມີ 39 ຊະນິດ, ຊິ້ນສ່ວນສັດປ່າຫຼາຍກວ່າ 1 ໂຕນ ແລະ ຜະລິດຕະພັນເຄື່ອງປ່າຂອງດົງ ຈຳນວນ 287 ໂຕນ.​

ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ການພັດທະນາພື້ນຖານໂຄງລ່າງ ແລະ ການຂຸດຄົ້ນນຳໃຊ້ຊັບພະຍາກອນທຳມະຊາດ ຍັງຕິດພັນກັບການຄ້າຂາຍສັດປ່າແບບຊະຊາຍ ໂດຍບໍ່ໄດ້ເອົາໃຈໃສ່ຄຸ້ມຄອງໃດໆ ໃນຜ່ານມາ.​

ໃນນັ້ນ,​ຂະບວນການສຳປະທາານຂຸດຄົ້ນໄມ້ ຍັງມີກຳມະກອນຕັດໄມ້ຫຼາຍຄົນ ຍັງມີລາຍຮັບເສີມຈາກການລ່າສັດ ແລະ ການຄ້າຂາຍສິ້ນສ່ວນສັດປ່ານຳອີກ.

ສິ່ງເຫຼົ່ານີ້ເກີດຂຶ້ນຍ້ອນວ່າ, ຍັງມີເຄືອຂ່າຍລັກລອບຊື້-ຂາຍສັດປ່າ ທີ່ຜິດກົດໝາຍຈົນກາຍເປັນຄວາມຊຳນານທີ່ຖືເປັນອາຊີບຫຼັກ ແລະ ຮູ້ວິທີໃນການເຂົ້າເຖິງຖິ່ນຢູ່ອາໄສຂອງສັດປ່າທີ່ຢູ່ຫ່າງໄກ, ເຊິ່ງເປັນສາເຫດຫຼັກໆກໍ່ໃຫ້ເກີດການສູນພັນຂອງສັດປ່າຫຼາຍຊະນິດ.

ແຫຼ່ງຂໍ້ມູນ:​ ວຽງຈັນທາຍ

Comments