ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນພົບປະກັບການນຳຂັ້ນສູງຂອງ ລັດຖະບານ ສປປ ລາວ

ໃນວັນທີ 23 ສິງຫາ, ພະນະທ່ານ ໂມເຕງິ ໂທຊິມິຊຶ, ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ພົບປະກັບການນຳຂັ້ນສູງຂອງ ລັດຖະບານ ສປປ ລາວ. ເຊິ່ງລາຍລະອຽດການພົບປະແມ່ນດັ່ງລຸ່ມນີ້:

1. ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ-ລາວ 23 ສິງຫາ  2020,  ເວລາ 14:00 (ຕາມເວລາໃນທ້ອງຖິ່ນ), ທ່ານລັດຖະມົນຕີ ໂມເຕງິ ໄດ້ຈັດ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ຮ່ວມກັບ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນເວລາປະມານ 1 ຊົ່ວໂມງ 15 ນາທີ.

1) ລັດຖະມົນຕີ ໂມເຕງິ ໄດ້ເນັ້ນໜັກວ່າປີນີ້ ແມ່ນຊ່ວງເວລາອັນສຳຄັນຢ່າງຍິ່ງ ເນື່ອງຈາກເປັນປີແຫ່ງການສະເຫຼີມສະຫຼອງວາລະຄົບຮອບ 65 ປີຂອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ, ພ້ອມທັງຍັງເປັນວາລະຄົບຮອບ 5 ປີແຫ່ງ ສາຍພົວພັນ “ຄູ່ຮ່ວມຍຸດທະສາດ” ນຳອີກ. ທ່ານ ລັດຖະມົນຕີຍັງໄດ້ກ່າວໃຫ້ຊາບເຖິງຄວາມຕັ້ງໃຈໃນການພັດທະນາສາຍພົວພັນການຮ່ວມມືລະຫວ່າງສອງປະເທດໃນຫຼາກຫຼາຍຂົງເຂດເພື່ອໃຫ້ມີຄວາມແໜ້ນແຝ້ນຍິ່ງຂຶ້ນຕື່ມ.ອີກດ້ານໜຶ່ງ, ທ່ານລັດຖະມົນຕີ ສະເຫຼີມໄຊ ໄດ້ກ່າວວ່າເປັນທີ່ຍິນດີຫຼາຍ ທີ່ໄດ້ຕ້ອນຮັບລັດຖະມົນຕີຕ່າງປະເທດຍີ່ປຸ່ນ  ໃນຊ່ວງໄລຍະການແຜ່ລະບາດຂອງເຊື້ອພະຍາດ COVID-19 ນີ້ . ນອກຈາກນີ້, ທ່ານຍັງກ່າວອີກວ່າ ຍ້ອນການຊ່ວຍເຫຼືອ ຂອງປະເທດຍີ່ປຸ່ນ ສປປ ລາວ ສາມາດຕ້ານການຕິດເຊື້ອພະຍາດ COVID-19ໄດ້ ແລະ ຂໍຂອບໃຈປະເທດຍີ່ປຸ່ນທີ່ໄດ້ໃຫ້ການສະໜັບສະໜູນ ໃນຂະນະທີ່ປະຊາຊົນຍີ່ປຸ່ນກຳລັງຕອບໂຕ້ເພື່ອປ້ອງກັນການແຜ່ລະບາດ ຂອງເຊື້ອພະຍາດ COVID-19 ນີ້.

(2) ທັງສອງລັດຖະມົນຕີໄດ້ເຫັນດີຮ່ວມກັນທີ່ຈະລິເລີ່ມເປີດ “ການໄປມາຫາສູ່ກັນລະຫວ່າງປະຊາຊົນ” ໂດຍໄວທີ່ສຸດໃນຊ່ວງຕົ້ນ ເດືອນກັນຍາ, ເຊິ່ງແມ່ນການອານຸຍາດໃຫ້ປະຊາຊົນທີ່ພັກອາໄສໄລຍະຍາວສາມາດເດີນທາງໄປມາລະຫວ່າງສອງປະເທດໄດ້ ໂດຍຍັງຄົງໄວ້ມາດຕະການກັກໂຕ 14 ວັນທີ່ສະຖານທີ່ພັກເຊົາ ຫຼື ສະຖານທີ່ອື່ນໆທີ່ລັດກຳນົດໃຫ້. ນອກຈາກນັ້ນ, ທັງສອງລັດຖະມົນຕີຍັງໄດ້ຕົກລົງເຫັນດີໃຫ້ມີການເລັ່ງລັດການປະສານງານໂດຍຜ່ານຊ່ອງທາງການທູດເພື່ອສາມາດເປີດ “ການໄປມາຫາສູ່ກັນລະຫວ່າງນັກທຸລະກິດ” ໃຫ້ໄດ້ໂດຍໄວ, ເຊິ່ງຂະບວນການດັ່ງກ່າວແມ່ນການອານຸຍາດໃຫ້ນັກທຸລະກິດສາມາດເຄື່ອນໄຫວທຸລະກິດໃນຂອບເຂດທີ່ຈໍາກັດໄວ້ໂດຍທີ່ບໍ່ຈໍາເປັນຕ້ອງກັກໂຕ.ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີ ໂມເຕງິຍັງ ໄດ້ປະກາດການອານຸມັດ ໃຫ້ມີການເດີນທາງໄປປະເທດຍີ່ປຸ່ນໂດຍໄວຂອງນັກຮຽນລາວທີ່ໄດ້ຮັບທຶນຈາກລັດຖະບານຍີ່ປຸ່ນ. ຕໍ່ເລື່ອງດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກໍ່ໄດ້ຕອບກັບດ້ວຍການສະແດງຄວາມຂອບໃຈ.

(3) ອີງຕາມ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ທີ່ຈະເລີ່ມຕົ້ນຈັດຕັ້ງປະຕິບັດໃນປີໜ້າ, ທ່ານລັດຖະມົນຕີ ໂມເຕງິ ໄດ້ກ່າວວ່າ ຍີ່ປຸ່ນ ຕັ້ງໃຈທີ່ຈະປະກອບສ່ວນເພີ່ມຕື່ມເຂົ້າໃນການສ້າງແຜນດັ່ງກ່າວໃຫ້ມີປະສິດທິພາບ ລວມທັງຄວາມສະຖຽນລະພາບດ້ານການເງິນ, ການຂະຫຍາຍໂຕຢ່າງມີຄຸນນະພາບສູງ ມາດຕະການຕໍ່ຕ້ານການແຜ່ລະບາດຂອງພະຍາດ ແລະ ໄພທຳມະຊາດອື່ນໆ. ນອກຈາກນັ້ນ, ລັດຖະມົນຕີ ໂມເຕງິ ຍັງໄດ້ກ່າວວ່າ ຍີ່ປຸ່ນ ຈະສືບຕໍ່ສະໜັບສະໜຸນ ການເພີ່ມທະວີການເຊື່ອມຈອດ, ເປັນຕົ້ນແມ່ນ ແລວເສດຖະກິດຕາເວັນອອກ-ຕາເວັນຕົກ.ດ້ານຝ່າຍລາວ, ລັດຖະມົນຕີ ສະເຫຼີມໄຊ ໄດ້ກ່າວສະແດງຄວາມຂອບໃຈໂດຍຕາງໜ້າໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ ສຳລັບການຊ່ວຍເຫຼືອຂອງ ຍີ່ປຸ່ນ ໃນຊ່ວງຫຼາຍປີທີ່ຜ່ານມາ, ໄດ້ຕີລາຄາສູງຕໍ່ການລົງທຶນທີ່ມີຄຸນນະພາບສູງຂອງບໍລິສັດຍີ່ປຸ່ນໃນ ລາວ ແລະ ທ່ານຍັງໄດ້ຄາດຫວັງວ່າ ບັນດາບໍລິສັດຍີ່ປຸ່ນຈະເພີ່ມຂຶ້ນເລື້ອຍໆໃນ ລາວ.

(4) ພາຍຫຼັງພົບປະກັນແລ້ວ, ທັງສອງລັດຖະມົນຕີກໍໄດ້ເຂົ້າຮ່ວມພິທີລົງນາມໃນສັນຍາແລກປ່ຽນກ່ຽວກັບທຶນຊ່ວຍເຫຼືອລ້າຂອງ 2 ໂຄງການກໍ່ຄື (1)  ໂຄງການປັບປຸງສິ່ງອຳນວຍຄວາມສະດວກ ແລະ ອຸປະກອນໃຫ້ແກ່ໂຮງຮຽນສ້າງຄູ ແລະ ບັນດາໂຮງຮຽນຕ່າງໆທີ່ກ່ຽວຂ້ອງທັງໝົດ  8 ແຫ່ງໃນ ສປປ ລາວ ແລະ (2) ໂຄງການສະໜອງລົດເມໃໝ່ໄວ້ຮັບໃຊ້ພາຍໃນຕົວເມືອງ ນະຄອນຫຼວງວຽງຈັນ ແລະ ບ່ອນອື່ນໆ. ໃນພິທີ, ຍັງໄດ້ມີການມອບຮັບອຸປະກອນການແພດ ເພື່ອນຳໃຊ້ເຂົ້າໃນການຕອບໂຕ້ຕໍ່ເຊື້ອພະຍາດ COVID-19 ນຳອີກ.

(5) ລັດຖະມົນຕີທັງສອງທ່ານມີແຜນທີ່ຈະໄປຮັບປະທານອາຫານຄ່ຳໃນເວລາ 18:30 ແລະ ມີແຜນທີ່ຈະແລກປ່ຽນທັດສະນະກ່ຽວກັບການຮ່ວມມືໃນເວທີພາກພື້ນ ແລະ ສາກົນລວມທັງສະຖານະການ  ເກົາຫຼີເໜືອ ແລະ ບັນຫາທະເລຈີນໃຕ້.2. ເຂົ້າຢ້ຽມຄຳນັບ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ23 ສິງຫາ 2020, ເວລາ 15:30 (ຕາມເວລາໃນທ້ອງຖິ່ນ) , ທ່ານລັດຖະມົນຕີ ໂມເຕງິ ໄດ້ເຂົ້າຢ້ຽມຄຳນັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ(ເປັນເວລາປະມານ 45 ນາທີ).

(1) ທ່ານລັດຖະມົນຕີ ໂມເຕງິ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາຍົກ ທີ່ຕ້ອນຮັບການຢ້ຽມຢາມຂອງຄະນະຍີ່ປຸ່ນ ແລະ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງ ລັດຖະບານລາວ ພາຍໃຕ້ການນຳພາຂອງ ທ່ານນາຍົກ ທອງລຸນ ໃນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວຕ້ານການແຜ່ລະບາດຂອງເຊື້ອພະຍາດ COVID-19.ທ່ານນາຍົກ ທອງລຸນ ໄດ້ກ່າວຕ້ອນຮັບ ລັດຖະມົນຕີ ໂມເຕງິ ຕໍ່ການມາຢ້ຽມຢາມເຖິງວ່າຈະແມ່ນຊ່ວງໄລຍະການແຜ່ລະບາດຂອງເຊື້ອພະຍາດ COVID-19 ກໍ່ຕາມ, ແລະ ຍັງສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ຍີ່ປຸ່ນ ທີ່ມີຕໍ່ ສປປ ລາວ ໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ COVID-19.

(2) ທ່ານ ລັດຖະມົນຕີ ໂມເຕງິ ໄດ້ ລາຍງານການປຶກສາຫາລືກ່ຽວກັບການເປີດການໄປມາຫາສູ່ກັນຄືນຂອງ 2 ປະເທດໃນລະຫວ່າງ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ທີ່ຖືກຈັດຂຶ້ນກ່ອນໜ້ານີ້, ເຊິ່ງ ທ່ານນາຍົກ ທອງລຸນ ກໍໄດ້ໃຫ້ການສະໜັບສະໜຸນແຜນການດັ່ງກ່າວ.

(3) ທ່ານ ລັດຖະມົນຕີ ໂມເຕງິ ແລະ ທ່ານ ນາຍົກ ທອງລຸນ ໄດ້ແລກປ່ຽນທັດສະນະກ່ຽວກັບການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ສາຍພົວພັນສອງຝ່າຍ ແລະ ການຮ່ວມມືໃນຫຼາກຫຼາຍບັນຫາທັງໃນເວທີພາກພື້ນ ແລະ ສາກົນ, ເຊັ່ນບັນຫາຢູ່ ທະເລຈີນໃຕ້ ແລະ ສະຖານະການ ເກົາຫຼີເໜືອ. ທ່ານ ລັດຖະມົນຕີ ໂມເຕງິ ໄດ້ຂໍຄວາມເຂົ້າໃຈ ແລະ ການຮ່ວມມືຕໍ່ກັບການແກ້ໄຂບັນຫາການລັກພາໂຕໂດຍໄວ, ເຊິ່ງກໍ່ໄດ້ຮັບການສະໜັບສະໜຸນອັນດີຈາກ ທ່ານນາຍົກ ທອງລຸນ.

Cr. Japan Embassy in Laos

FM90

Comments