ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ

ວັນທີ 23 ສິງຫາ 2020 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 22-24 ສິງຫາ 2020.

ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ໂມເຕງິ ໂທຊິມິດຊຶ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບ ສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະ ການພົວພັນຮ່ວມມື ໃນຫລາຍຂົງເຂດວຽກງານ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນບົດຮຽນ ແລະ ປະສົບການໃນດ້ານຕ່າງໆ ເຊິ່ງກັນ ແລະ ກັນ ຕະຫລອດໄປ ໃນອະນາຄົດ ແລະ ຍາວນານ. ພ້ອມນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ປະຊາຊົນ ຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ແກ່ ສປປ ລາວ ຫລາຍດ້ານ ໃນໄລຍະຜ່ານມາ ເປັນຕົ້ນ ດ້ານການສຶກສາ, ສາທາລະນາສຸກ, ແກ້ໄຂຄວາມທຸກຍາກ, ລວມເຖິງໄພພິບັດຕ່າງໆ ທີ່ເກີດຂຶ້ນ ຢູ່ ສປປ ລາວ ແລະ ອື່ນໆ.

ໂອກາດດຽວກັນ ທ່ານ ໂມເຕງິ ໂທຊິມິດຊຶ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.

ແຫຼ່ງຂໍ້ມູນ: ຂປລ.

Comments