ລັດຖະບານຍີ່ປຸ່ນ ໄດ້ລົງນາມ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ມູນຄ່າ 36 ລ້ານກວ່າໂດລາ…

ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 22-24 ສິງຫາ 2020. ໃນວັນທີ 23 ສິງຫາ 2020 ທີ່ຜ່ານມາ ທີ່ ກະຊວງການຕ່າງປະເທດ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂມເຕງິ ໂທຊິມິດຊຶ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງເປັນນິມິດໝາຍສຳຄັນໃນການສືບຕໍ່ເພີ່ມທະວີ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະ ການຢ້ຽມຢາມໃນຄັ້ງນີ້ ເປັນການປະກອບສ່ວນສໍາຄັນ ໃນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ (05 ມິຖຸນາ 1955) ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດລາວ ແລະ ຍີ່ປຸ່ນ ຄົບຮອບ 5 ປີ ໃນປີ 2020 ນີ້.

ພ້ອມນີ້, ທ່ານ ຍັງໄດ້ສະແດງຄວາມຊົມເຊີຍ ທ່ານ ໂມເຕງິ ໂທຊິມິດຊຶ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີ ຕ່າງປະເທດຍີ່ປຸ່ນ ຄົນໃໝ່ ໃນເດືອນກັນຍາ 2019 ຜ່ານມາ ແລະ ໄດ້ສະແດງຄວາມເຫັນໃຈ ໄປຍັງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໂດຍສະເພາະຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການນ້ຳຖ້ວມ ແລະ ດິນເຈື່ອນຢ່າງໜັກໜ່ວງ ຢູ່ພາກຕາເວັນຕົກສ່ຽງໃຕ້ ຂອງປະເທດຍີ່ປຸ່ນ ໃນຕົ້ນເດືອນກໍລະກົດຜ່ານມາ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດລາວ-ຍີ່ປຸ່ນ ໃນຖານະເປັນຄູ່ຮ່ວມຍຸດທະສາດທີ່ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງກວ້າງ, ລວງເລິກ ແລະ ເປັນຮູບປະທຳຢ່າງຕໍ່ເນື່ອງ; ສອງຝ່າຍ ໄດ້ສະແດງຄວາມຍິນດີທີ່ສອງປະເທດ ໄດ້ມີການຮ່ວມມືເພື່ອພັດທະນາ ສປປ ລາວ ແບບຍືນຍົງຮ່ວມກັນ, ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດ ນັບແຕ່ປີ 2016 ເປັນຕົ້ນມາ, ແຜນການຮ່ວມມືດັ່ງກ່າວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງ ສປປ ລາວ ແລະ ໄດ້ນໍາເອົາໝາກຜົນທີ່ເປັນຮູບປະທຳ ມາສູ່ປະຊາຊົນລາວຢ່າງແທ້ຈິງ. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບການປັບປຸງແຜນປະຕິບັດງານການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ແທດເໝາະກັບສະພາບຕົວຈິງ ແນໃສ່ຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນການພົວພັນຮ່ວມມືໃຫ້ໃກ້ຊິດ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ຄວາມອາດສາມາດ ແລະ ເງື່ອນໄຂໃນການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ສຳລັບພົນລະເມືອງຂອງສອງປະເທດ ຜູ້ທີ່ໄດ້ຮັບອະນຸຍາດມາຢູ່ໄລຍະຍາວ ທີ່ມີທີ່ຕັ້ງພູມລຳເນົາແລ້ວ ແລະ ສໍາລັບພາກທຸລະກິດ, ເຊິ່ງຈະໄດ້ສືບຕໍ່ເຮັດວຽກຮ່ວມກັນ ເພື່ອໃຫ້ມີການຈັດຕັ້ງປະຕິບັດຊ່ອງທາງດັ່ງກ່າວໃນອະນາຄົດ, ພ້ອມນີ້, ຝ່າຍລາວ ຍັງໄດ້ເຊີນຊວນ ແລະ ຊຸກຍູ້ຝ່າຍຍີ່ປຸ່ນ ຂົນຂວາຍນັກລົງທຶນຍີ່ປຸ່ນ ໃຫ້ມາລົງທຶນຢູ່ ສປປ ລາວ ນັບມື້ນັບເພີ່ມຂຶ້ນ; ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືດ້ານວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ການພັດທະນາລະບົບພື້ນຖານໂຄງລ່າງ (ສຶກສາຄວາມເປັນໄປໄດ້ ໃນການອອກແບບກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ) ແລະ ອື່ນໆ.

ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດດັ່ງກ່າວນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດມາ ໂດຍສະເພາະການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ຕໍ່ ສປປ ລາວ, ການສົ່ງອາສາສະໝັກ ແລະ ຊ່ຽວຊານ ຂອງ ຍີ່ປຸ່ນ ມາຊ່ວຍເຫລືອ ສປປ ລາວ ໃນທຸກໆປີ ລວມທັງໃຫ້ການຊ່ວຍເຫລືອລັດຖະບານລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19. ໃນຂະນະດຽວກັນ, ທ່ານ ໂມເຕງິ ໂທຊິມິດຊຶ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ; ພ້ອມທັງສະແດງຄວາມຍິນດີສືບຕໍ່ໃຫ້ການຮ່ວມມືກັບຝ່າຍລາວ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.

ໃນໂອກາດດຽວກັນ, ລັດຖະບານຍີ່ປຸ່ນ ໄດ້ລົງນາມ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ລວມມູນຄ່າ 36 ລ້ານກວ່າໂດລາ ແລະ ໄດ້ມີພິທີລົງນາມເອກະສານແລກປ່ຽນ 2 ໂຄງການ ຄື: ໂຄງການປັບປຸງວິທະຍາໄລສ້າງຄູ ໃຫ້ແກ່ ສປປ ລາວ ມູນຄ່າ 1.922 ລ້ານເຢັນ ຫລື ປະມານ 18 ລ້ານໂດລາສະຫະລັດ ແລະ ໂຄງການຊ່ວຍເຫລືອລົດເມ, ອາໄຫລ່ ແລະ ອຸປະກອນສຳລັບສ້ອມແປງລົດເມ ມູນຄ່າ 500 ລ້ານເຢັນ ຫລື ປະມານ 4,6 ລ້ານໂດລາສະຫະລັດ. ນອກຈາກນັ້ນ, ກໍໄດ້ມີພິທີມອບ-ຮັບ ອຸປະກອນການແພດຈຳນວນໜຶ່ງ ຂອງໂຄງການຊ່ວຍເຫລືອອຸປະກອນການແພດໃຫ້ແກ່ ສປປ ລາວ ເພື່ອຕ້ານການແພ່ລະບາດຂອງພະຍາດ ໂຄວິດ-19 ມູນຄ່າ 1,5 ຕື້ເຢັນ ຫລື ປະມານ 13,7 ລ້ານໂດລາສະຫະລັດ.

Comments