ຄະນະຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງ ລະດັບສູງ ປະຈໍາປີ 2021 ແບບທາງໄກ ຈັດຂຶ້ນທີ່ນິວຢອກ

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງ (High-Level Political Forum), ເຊິ່ງຈັດຂຶ້ນແບບທາງໄກ (Virtual) ໃນລະຫວ່າງວັນທີ 13-15 ກໍລະກົດ 2021 ທີ່ນີວຢອກ ສ ອາເມລິກາ ໂດຍມີບັນດາປະເທດສະມາຊິກ ອົງການ ສປຊ ເຂົ້າຮ່ວມ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: ການຟື້ນຟູຢ່າງຍືນຍົງ ແລະ ທົນທານຈາກຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19 ເພື່ອສົ່ງເສີມການພັດທະນາແບບຍືນຍົງ ທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດ ລ້ອມ: ການສ້າງແລວທາງທີ່ກວມລວມ ແລະ ມີປະສິດທິພາບເພື່ອການບັນລຸວາລະ 2030 ໃນທົດສະວັດການຈັດຕັ້ງປະຕິບັດ ແລະ ການຂັບເຄື່ອນເພື່ອການພັດທະນາແບບຍືນຍົງ.

ກອງປະຊຸມ ໄດ້ມີການຕິດຕາມ ແລະ ທົບທວນຄືນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍສະເພາະໃນສະພາບການທີ່ຫລາຍປະເທດໃນທົ່ວໂລກກໍາລັງຮັບມື, ຕອບໂຕ້ ແລະ ຟື້ນຟູຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງໃນປີນີ້ ກອງປະຊຸມໄດ້ລົງເລິກ 9 ເປົ້າໝາຍການພັດທະນາແບບຍືນຍົງ(ປພຍ) ຄື: ປພຍ 1: ລຶບລ້າງຄວາມທຸກຍາກ; ປພຍ 2: ລຶບລ້າງໄພອຶດຫິວ; ປພຍ 3: ມີສຸຂະພາບ ແລະ ການເປັນຢູ່ທີ່ດີ; ປພຍ 8: ມີວຽກເຮັດງານທໍາທີ່ມີກຽດ ແລະ ມີເສດຖະກິດຂະຫຍາຍຕົວ; ປພຍ 10: ຫລຸດຜ່ອນຄວາມບໍ່ສະເໝີພາບ; ປພຍ 12: ສົ່ງເສີມການອຸປະໂພກບໍລິໂພກ ແລະ ການ ຜະລິດຢ່າງມີຄວາມຮັບຜິດຊອບ; ປພຍ 13: ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ; ປພຍ 16: ມີສັນຕິພາບ, ຄວາມຍຸຕິທໍາ ແລະ ສະຖາບັນທີ່ເຂັ້ມແຂງ ແລະ ປພຍ 17: ເປັນຄູ່ຮ່ວມມືເພື່ອເປົ້າໝາຍການພັດທະນາແບບຍືນຍົງ.

ໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວຄໍາເຫັນໃນພາກອະພິ ປາຍທົ່ວໄປຂອງກອງປະຊຸມປີນີ້ ໂດຍໄດ້ເນັ້ນໜັກເຖິງຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ການຈັດຕັ້ງປະຕິບັດວາລະ 2030 ກໍຄື ບັນດາເປົ້າໝາຍການພັດທະ ນາແບບຍືນຍົງແຕ່ລະເປົ້າໝາຍ ແລະ ການພັດທະນາເສດຖະກິດ-ສັງຄົມໂດຍລວມ ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຍົກລະດັບການຮ່ວມມືຢ່າງຮອບດ້ານ ແລະ ສະໜອງການຊ່ວຍເຫລືອດ້ານຕ່າງໆ ກໍຄື ການເຂົ້າເຖິງວັກຊິນຢ່າງທົ່ວເຖິງ ໂດຍສະເພາະການຊ່ວຍເຫລືອບັນດາປະເທດທີ່ມີຄວາມບອບບາງ ແລະ ດ້ອຍພັດທະນາ ເພື່ອຟື້ນຟູຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຄຽງຄູ່ກັບການຂັບເຄື່ອນການຈັດ ຕັ້ງປະຕິບັດແຜນພັດທນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອບັນລຸ ປພຍ ພາຍໃນປີ 2030 ແລະ ພ້ອມກັນກ້າວໄປເພື່ອການພັດທະນາຢ່າງຍືນຍົງໃນອະນາຄົດ.

May be an image of 1 ຄົນ ແລະ ຂໍ້ຄວາມ

ພ້ອມກັນນັ້ນ, ກອງປະຊຸມໃນປີນີ້ຍັງມີການນໍາສະເໜີ ບົດລາຍງານແຫ່ງຊາດແບບສະໝັກໃຈ ຂອງບັນດາປະເທດສະມາຊິກ, ເຊິ່ງປີນີ້ມີທັງໝົດ 43 ປະເທດ ທີ່ໄດ້ນໍາສະເໜີບົດລາຍງານດັ່ງກ່າວ ໃນນັ້ນປະເທດທີ່ຈະລາຍງານເປັນຄັ້ງທີ 2 ມີ 25 ປະເທດ (ລວມທັງ ສປປ ລາວ). ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ນໍາສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 2 ຂອງ ສປປ ລາວ ໂດຍໄດ້ເນັ້ນໜັກເຖິງຄວາມໝາຍໝັ້ນອັນແຮງກ້າຂອງລັດຖະບານ ໃນການຈັດຕັ້ງວາລະ 2030 ຄຽງຄູ່ກັບ ເປົ້າໝາຍການພັດທະນາທີ່ເປັນບູລິມະສິດຂອງຊາດ. ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ແລະ ປພຍ, ສປປ ລາວ ໄດ້ຮັບຜົນສໍາເລັດທີ່ສຳຄັນໃນຫລາຍດ້ານ ເປັນຕົ້ນ ສາມາດສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຮັດໃຫ້ອັດຕາຄວາມທຸກຍາກຫລຸດລົງ ແລະ ມາດຖານຊີວິດການເປັນຢູ່ຂອງປະຊາຊົນບັນດາຊົນເຜົ່າ ໄດ້ຮັບການປັບປຸງດີຂຶ້ນ. ພວກເຮົາສາມາດຫລຸດອັນຕາຄວາມທຸກຍາກຈາກ 46% ໃນປີ 1992 ລົງມາເປັນ 18% ໃນປັດຈຸບັນ. ເຖິງຢ່າງໃດກໍຕາມ, ເນື່ອງຈາກຜົນກະທົບຈາກໄພພິບັດທໍາມະຊາດ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ບໍ່ເຄີຍມີມາກ່ອນນີ້ ໄດ້ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໃນປີ 2020 ຢູ່ໃນລະດັບຕໍ່າທີ່ສຸດ, ມັນຮຽກຮ້ອງໃຫ້ພວກເຮົາ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ພ້ອມກັນຕັດສິນໃຈຢ່າງກ້າຫານ ແລະ ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດນຳກັນ. ພ້ອມກັນນັ້ນ, ສປປ ລາວ ຈະສືບຕໍ່ພັດທະ ນາເສດຖະກິດ ຕາມແນວທາງຍຸດທະສາດການພັດທະນາແບບຍືນຍົງ ແລະ ສີຂຽວ, ຄຽງຄູ່ກັບການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ກໍຄື ການສ້າງພື້ນຖານເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະ ສ້າງເງື່ອນໄຂທີ່ເອື້ອອໍານວຍ ໃຫ້ແກ່ການນຳເອົາປະເທດຊາດ ອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດ ໃນທ່າມກາງຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.

May be an image of ໜຶ່ງຄົນຂຶ້ນໄປ, ຜູ້ຄົນກຳລັງຢືນຢູ່ ແລະ people sitting

ຂະບວນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ແມ່ນກົນໄກໜຶ່ງຂອງການລາຍງານຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ປພຍ ໃນແຕ່ລະໄລຍະ. ບົດລາຍງານສະບັບທີ 2 ຂອງ ສປປ ລາວ ແມ່ນຜົນງານການປະກອບສ່ວນດ້ານຂໍ້ມູນຈາກບັນດາຈຸດປະສານງານຂອງກະຊວງ ແລະ ອົງການລັດທຽບເທົ່າຂັ້ນສູນກາງ ພາຍໃຕ້ການນໍາພາ ແລະ ການປະສານງານຂອງ ກອງເລຂາ ປພຍ ແຫ່ງຊາດ, ເຊິ່ງເນື້ອໃນແມ່ນເນັ້ນໜັກເຖິງການວິເຄາະ ແລະ ວິໄຈ ຄວາມຄືບໜ້າອັນພົ້ນເດັ່ນ ແລະ ສິ່ງທ້າທາຍອັນສໍາຄັນໃນແຕ່ລະຂົງເຂດວຽກງານ, ລວມເຖິງ ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ. ສະເພາະດ້ານເນື້ອໃນຂອງບົດລາຍງານ ໄດ້ນໍາເອົາຜົນຂອງການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ທິດທາງການເຊື່ອມສານ ປພຍ ເຂົ້າໃນແຜນງານ 5 ປີ ຄັ້ງທີ IX ເຂົ້າໃນການລາຍງານ ແລະ ໄດ້ລົງເລິກການລາຍງານ 9 ເປົ້າໝາຍການພັດທະນາທີ່ເປັນບູລິມະສິດຂອງ ສປປ ລາວຄື: ປພຍ 1 ລຶບ ລ້າງຄວາມທຸກຍາກ, ປພຍ 2 ລຶບລ້າງຄວາມອຶດຫິວ, ປພຍ 3 ການມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ປພຍ 4 ມີການສຶກສາທີ່ມີຄຸນນະພາບ, ປພຍ 5 ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປພຍ 8 ການມີວຽກເຮັດງານທໍາທີ່ມີກຽດ ແລະ ເສດຖະກິດມີການຂະຫຍາຍໂຕ, ປພຍ 13 ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ, ປພຍ 17 ເປັນຄູ່ຮ່ວມມືເພື່ອເປົ້າໝາຍການພັດທະນາແບບຍືນຍົງ ແລະ ປພຍ 18 ຊີວິດປອດໄພຈາກລະເບີດບໍ່ທັນແຕກ ເຊິ່ງເປັນເປົ້າໝາຍແຫ່ງຊາດ. ສປປ ລາວ ມີແຜນຈະນໍາສະເໜີ ແລະ ສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບຕໍ່ໄປ ໃນປີ 2024, 2027 ແລະ 2030.

Comments