ລາວ-ໄທຮ່ວມກັນປືກສາ ເພື່ອຈັດສັນແຮງງານລາວຢູ່ໄທໃນໄລຍະການລະບາດຂອງໂຄວິດ-19

ເພື່ອເຮັດໃຫ້ວຽກງານບໍລິຫານຈັດການແຮງງານລາວ ທີ່ເຮັດວຽກຢູ່ປະເທດໄທໄດ້ຮັບການປົກປ້ອງຕາມກົດໝາຍແຮງງານ, ດັ່ງນັ້ນ ໃນວັນທີ 9 ກໍລະກົດ 2021ນີ້, ກົມພັດທະນສີມືແຮງງານ ແລະ ຈັດຫາງານ (ລາວ) ຮ່ວມກັບ ກົມການຈັດຫາງານ (ໄທ), ໄດ້ຈັດກອງປະຊຸມລະດັບວິຊາການລາວ-ໄທ ໃນຮູບແບບທາງໄກ ແນໃສ່ຮ່ວມຫາລືກ່ຽວກັບການບໍລິຫານຈັດການແຮງງານລາວໃນປະເທດໄທ ໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ກອງປະຊຸມວິຊາການດັ່ງກ່າວ, ຝ່າຍ ສປປລາວ ຮ່ວມເປັນປະທານໂດຍທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ, ສ່ວນຝ່າຍຣາຊະອານາຈັກໄທ ເປັນປະທານໂດຍທ່ານ ໄພໂຣດ ໂຊຕິກະສະຖຽນ ຫົວໜ້າກົມການຈັດຫາງານ, ກະຊວງແຮງງານ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.


ທ່ານ ອານຸສອນ ຄຳສິງສະຫວັດ ໄດ້ກ່າວວ່າ: ກອງປະຊຸມທາງໄກຄັ້ງນີ້ ແມ່ນຕາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານລາວ-ໄທສະບັບລົງວັນທີ 6 ກໍລະກົດ 2016, ຂໍ້ຕົກລົງວ່າດ້ວຍການຈ້າງແຮງງານລາວ-ໄທ ສະບັບລົງວັນທີ 1 ມີນາ 2017 ແລະ ສຶບເນື່ອງມາຈາກບົດບັນທຶກກອງປະຊຸມວິຊາການລາວ-ໄທ ທີ່ໜອງຄາຍ ຄັ້ງວັນທີ 4-6 ມິຖຸນາ 2019 ແລະ ການເຫັນດີຂອງກະຊວງ ຮສສ ແຫ່ງ ສປປ ລາວ ແລະ ກະຊວງແຮງງານແຫ່ງ ຣາຊອານາຈັກໄທ ແນໃສ່ເຮັດໃຫ້ຜູ້ອອກແຮງງານໄດ້ຮັບການປົກປ້ອງ ແລະ ຄຸ້ມຄອງສິດຜົນປະໂຫຍດຕາມກົດໝາຍຂອງສອງປະເທດ ໂດຍສະເພາະແມ່ນໄລຍະທີ່ມີການແຜ່ລະບາດຂອງເຊື້້ອພະຍາດໂຄວິດ 19.

ການຮ່ວມມືຂອງສອງຝ່າຍແມ່ນມີຄວາມໝາຍຄວາມສຳຄັນ ແລະ ຈຳເປັນຢ່າງຫຍິ່ງ ເພາະບໍ່ພຽງແຕ່ ແນ່ໃສ່ການປົກປ້ອງສິດຜົນປະໂຫຍດອັບຊອບທຳຂອງແຮງງານເທົ່ານັ້ນ ແຕ່ຍັງຮັດແໜ້ນການຮ່ວມມືຂອງສອງປະເທດນຳອີກດ້ວຍ, ເຊິ່ງການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຫຼາຍປະເທດ, ການຫຼັ່ງໄຫຼກັບຄືນປະເທດຂອງຜູ້ອອກແຮງງານລາວທີ່ເຮັດວຽກຢູ່ປະເທດໄທ ໄດ້ເປັນພາລະໃຫ້ລັດຖະບານ ຕ້ອງຮັບພາລະໜັກສົມຄວນ ໂດຍໃຫ້ການຊ່ວຍເຫຼືອຜູ້ອອກແຮງງານທີ່ກັບຄືນປະເທດໃນດ້ານຕ່າງໆ, ດັ່ງນັ້ນ ການປຶກສາຫາລືດ້ານວິຊາການຂອງສອງຝ່າຍຈະຊ່ວຍໃຫ້ຜູ້ອອກແຮງງານລາວທີ່ຍັງຄ້າງຢູ່ປະເທດໄທ ແລະ ຜູ້ອອກແຮງງານລາວທີ່ຈະກັບຄືນໄປເຮັດວຽກຢູ່ໄທ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຈາກສອງລັດຖະບານ.


ຈາກນັ້ນ, ກົມການຈັດຫາງານ, ກະຊວງແຮງງານ ແຫ່ງຣາຊະອານາຈັກໄທ ກໍໄດ້ລາຍງານສະ ພາບພົນລະເມືອງລາວທີ່ຢູ່ຕ່າງປະເທດຫຼັ່ງໄຫຼກັບຄືນປະເທດເປັນຈຳນວນຫຼວງຫຼາຍ, ຈາກການເກັບກຳຂໍ້ມູນ ມາຮອດເດືອນພຶດສະພາ ມີພົນລະເມືອງທີ່ກັບຄືນປະເທດທັງໝົດ 246.757 ຄົນ, ເຊິ່ງປັດຈຸບັນກໍ່ໄດ້ຈັດສັນເຂົ້າສູ່ຕຳແໜ່ງງານວ່າງທີ່ມີຢູ່ພາຍໃນປະເທດ, ດັ່ງນັ້ນ ໃນກອງປະຊຸມດັ່ງກ່າວ ຝ່າຍຣາຊະອານາຈັກໄທ ຍັງໄດ້ຍົກເອົາບັນຫາ ການອໍານວຍຄວາມສະດວກຂອງປະເທດຕົ້ນທາງໃນການດໍາເນີນການຂະຫຍາຍອາຍຸໜັງສືເດີນທາງ, ລວມທັງ ການກະກຽມການຈັດສົ່ງ ຫຼື ນໍາເຂົ້າແຮງງານໃໝ່ເຂົ້າມາເຮັດວຽກຕາມລະບົບ MOU ແລະ ເພື່ອເຮັດໃຫ້ວຽກງານແຮງງານລະຫວ່າງ 2 ປະເທດ ເປັນໄປຕາມບົດບັນທຶກ.

ຂະນະທີ່ ຝ່າຍລາວ ກໍໄດ້ຍົກບັນຫາການໃຫ້ຄວາມຊ່ວຍເຫຼືອຜູ້ອອກແຮງງານລາວທີ່ໄດ້ຮັບຜົນກະທົບຈາກການປິດກິດຈະການຂອງຫົວໜ່ວຍແຮງງານ, ການຊຸກຍູ້ໃຫ້ຜູ້ອອກແຮງງານລາວທີ່ຈະກັບຄືນປະເທດ ຜ່ານຊ່ອງທາງທີ່ຖືກຕ້ອງ ແລະ ໄດ້ຮັບການກວດກາເຊື້ອພະຍາດໂຄວິດ 19 ກ່ອນເດີນທາງກັບຄືນປະເທດ ແລະ ການສະໜອງຂໍ້ມູນຂອງຜູ້ອອກແຮງງານລາວທີ່ຖືກເລີກຈ້າງ ແລະ ຈະເດີນທາງກັບຄືນປະເທດ ມາຮ່ວມກັນຫາລືເພື່ອຊອກທາງອອກທີ່ສອດຄ່ອງ ແລະ ກົງໄປກົງມາ.


(ຂ່າວສານ ຮສສ)

Comments