ສະວິດເຊີແລນ ໃຫ້ການຊ່ວຍເຫລືອດ້ານສະບຽງອາຫານ ໃຫ້ແກ່ແຮງງານລາວ ຢູ່ສູນຈຳກັດບໍລິເວນ

ໃນວັນທີ 12 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກ, ອົງການເພື່ອການພັດທະ ນາ ແລະ ຮ່ວມມືສະວິດເຊີແລນ ມອບການຊ່ວຍເຫລືອດ້ານສະບຽງອາຫານ ມູນຄ່າເກືອບ 790.000 ໂດລາສະຫະລັດ ໃຫ້ແກ່ບັນດາສູນຈຳກັດບໍລິເວນ ໃນ 6 ແຂວງ ຄື ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ, ບໍ່ແກ້ວ, ສະຫວັນນະເຂດ ແລະ ຈຳປາສັກ.

May be an image of 9 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ການມອບການຊ່ວຍເຫລືອໃນຄັ້ງນີ້, ຈະຊ່ວຍໃຫ້ອົງການອາຫານໂລກ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດ ເພື່ອສືບຕໍ່ສະໜອງອາຫານທີ່ມີໂພຊະນາການ 3 ຄາບໃນແຕ່ລະມື້ ໃຫ້ແກ່ແຮງງານປະມານ 8.000 ຄົນ ທີ່ເດີນທາງມາຈາກປະເທດເພື່ອນບ້ານ ກັບຄືນສູ່ບ້ານເຮືອນຂອງເຂົາເຈົ້າ, ເຊິ່ງຈະສາມາດສະໜອງອາຫານຫລາຍກວ່າ 335.000 ຄາບອາຫານ ໃນໄລຍະເວລາປະມານ 2 ເດືອນເຄິ່ງ.

May be an image of 11 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ຕາງໜ້າລົງນາມຄັ້ງນີ້, ໂດຍທ່ານ ຈອນ ຟລັງຊົວ ຄິວໂນດ ຜູ້ອຳນວຍການພາກພື້ນແມ່ນໍ້າຂອງ, ອົງການເພື່ອການພັດທະນາ ແລະ ຮ່ວມມີ ສະວິດເຊີແລນ ແລະ ທ່ານ ດຣ. ບຸນແຟງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ມີ ທ່ານ ນາງ ແຈັກເກີລີນ ເດີ ກຣູດ ຮອງຜູ້ອຳນວຍການ ອົງການອາຫານໂລກ ປະຈຳ ສປປ ລາວ.ທ່ານ ດຣ. ບຸນແຟງ ພູມມະໄລສິດ ໄດ້ກ່າວວ່າ: ອີງຕາມຂໍ້ຕົກລົງທີ່ໄດ້ລົງນາມຮ່ວມດັ່ງກ່າວ, ແມ່ນຈະໄດ້ການສະໜອງອາຫານໃນແຕ່ລະມື້ ໃຫ້ກັບແຮງງານທີ່ກັບມາຈາກປະເທດເພື່ອນບ້ານ ຢູ່ໃນສູນຈຳກັດບໍລິເວນ, ແມ່ນເຮັດໃຫ້ພວກເຂົາສາມາດຢູ່ໃນສູນຈໍາກັດບໍລິເວນ ຄົບຕາມໄລຍະເວລາກໍາ ນົດ 14 ວັນ ເພື່ອຊ່ວຍຮັກສາສຸຂະພາບ ແລະ ການເປັນຢູ່ທີ່ດີ ແລະ ຍັງເປັນການຫລຸດພາລະທາງດ້ານການເງິນ ແລະ ຄອບຄົວຂອງພວກເຂົານຳອີກ.

May be an image of 10 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

ທ່ານກ່າວຕື່ມວ່າ: ຄື້ນການລະບາດຂອງພະຍາດໂຄວິດ-19 ຢູ່ໃນປະເທດລາວໃນປັດຈຸບັນ ອາດຈະເກີດຍ້ອນການຕິດເຊື້ອເພີ່ມຂຶ້ນຢູ່ ໃນປະເທດເພື່ອນບ້ານ. ບັນດາສູນຈຳກັດບໍລິເວນ ແມ່ນມີບົດບາດໜ້າທີ່ ທີ່ສຳຄັນເປັນຢ່າງຍິ່ງ ໃນການປ້ອງກັນ ແລະ ຄວບຄຸມການແຜ່ກະຈາຍ ຂອງເຊື້ອພະຍາດຜ່ານທາງຊາຍແດນຂອງປະເທດ. ພວກເຮົາດີໃຈທີ່ປະຊາ ຊົນລາວທຸກຄົນ ສາມາດກັບຄົນບ້ານເຮືອນຕົນເອງໄດ້ ໃນຂະນະທີ່ປະຊາຊົນຢູ່ໃນປະເທດ ແມ່ນສາ ມາດດຳລົງຊີວິດຢ່າງປອດໄພ ຈາກການແຜ່ລະບາດຂອງພະຍາດ ແລະ ພ້ອມທັງຊ່ວຍຄວບຄຸມການແຜ່ກະຈາຍ ການລະບາດຂອງພະຍາດດັ່ງກ່າວ.ທ່ານ ຈອນ ຟລັງຊົວ ກ່າວວ່າ: ການໃຫ້ຄວາມຊ່ວຍເຫລືອ ສປປ ລາວ ໂດຍຜ່ານອົງການອາຫານໂລກໃນຄັ້ງນີ້, ແມ່ນເປັນສ່ວນໜຶ່ງຂອງຄວາມມຸ້ງໝັ້ນ ລວມຈາກປະເທດສະວິດເຊີແລນ ເພື່ອຊ່ວຍເຫລືອ ສປປ ລາວ ໃນການຕໍ່ສູ້ກັບພະຍາດໂຄວິດ-19 ແລະ ໃນການຟື້ນຟູຈາກວິກິດທາງດ້ານເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ.

ໄລຍະຜ່ານມາ ປະເທດສະວິດເຊີແລນ ໄດ້ມອບການຊ່ວຍເຫລືອເປັນມູນຄ່າລວມ 3,5 ລ້ານໂດລາສະຫະລັດ, ໂດຍຜ່ານຫລາຍໆໂຄງການ ໂດຍອີງໃສ່ຍຸດທະສາດການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ- 19 ຂອງລັດຖະບານ ແຫ່ງ ສປປ ລາວ.ໂອກາດດຽວກັນນີ້, ທ່ານ ນາງ ແຈັກເກີລີນ ໄດ້ສະແດງຄວາມຊົມເຊີຍ ທີ່ລັດຖະບານແຫ່ງປະເທດສະວິດເຊີແລນ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ບັນດາແຮງງານ ທີ່ກັບຈາກປະເທດເພື່ອນບ້ານເຫລົ່ານີ້ ຜູ້ທີ່ໄດ້ປະເຊີນໜ້າກັບຫລາຍສິ່ງທ້າທາຍ ໂດຍສະເພາະແມ່ນເລື່ອງລາຍຮັບ ແລະ ຊີວິດການເປັນຢູ່ຂອງພວກເຂົາ.

ນັບຕັ້ງແຕ່ເດືອນມິຖຸນາ 2020, ກິດຈະກຳການຊ່ວຍເຫລືອທາງດ້ານສະບຽງອາຫານຂອງພວກເຮົາ, ໂດຍການຮ່ວມງານກັບອົງການກາແດງ ແຫ່ງປະເທດສະວິດ, ອົງການ ກາ ແດງລາວ ແລະ ອົງການສຸພັນນິມິດສາກົນ ແມ່ນໄດ້ສະໜອງອາຫານ ປະມານ 1 ລ້ານຄາບ, ຜູ້ໄດ້ຮັບຜົນປະໂຫຍດຫລາຍກວ່າ 42.000 ຄົນ ດ້ວຍມູນຄ່າການຊ່ວຍເຫລືອ ຈາກອົງການເພື່ອການພັດ ທະນາ ແລະ ຮ່ວມມືສະວິດສະແລນ. ໃນຄັ້ງນີ້, ພວກເຮົາສາມາດສືບຕໍ່ປະຕິບັດກິດຈະກໍາອັນຈໍາເປັນນີ້ໄດ້

Comments