ອົງການ FAO ມອບອຸປະກອນ ແລະ ເຄື່ອງ ໃຊ້ທີ່ຈຳເປັນ ແກ່ລາວ ເພື່ອຕອບໂຕ້ໂຄວິດ-19

ອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (UN FAO) ໄດ້ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອຕອບໂຕ້ພະຍາດໂຄວິດ-19 ມູນຄ່າ ປະມານ 370 ລ້ານກີບ (37.810 ໂດລາສະຫະລັດ) ປະກອບມີ ຕູ້ເກັບຕົວຢ່າງ, ຊຸດນໍ້າຢາ ແລະ ເຄື່ອງໃຊ້ເພື່ອກວດຫາພະຍາດໂຄວິດ-19 ໃຫ້ແກ່ສູນວິເຄາະ ແລະ ລະບາດວິທະຍາ ຂອງກົມຄວບຄຸມພະຍາດຕິດຕໍ່, ກະ ຊວງສາທາລະນະສຸກ ແລະ ໂຮງໝໍ ຫລື ແຂວງຕາມຄວາມຕ້ອງການ.

May be an image of 9 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

ພິທີມອບ-ຮັບເຄື່ອງໃນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2012 ທີ່ນະຄອນຫລວງວຽງຈັນ, ຕາງໜ້າມອບໂດຍ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າຂອງອົງການ FAO ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງ ສາທາລະນະສຸກ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

ທ່ານ ນາຊາ ຮາຢັດ ໄດ້ກ່າວວ່າ: ການສະໜອງອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນດັ່ງກ່າວ,ເພື່ອສະແດງໃຫ້ເຫັນເຖິງວຽກທີ່ສຳຄັນ ທີ່ອົງການ FAO ກຳລັງຈັດຕັ້ງປະຕິບັດຢູ່, ເຊິ່ງເປັນສ່ວນໜຶ່ງຂອງແຜນງານຕອບໂຕ້ດ້ານມະນຸດສະທຳ ຂອງສະຫະປະຊາຊາດ. ແຜນງານນີ້ມີເປົ້າໝາຍ ເພື່ອສະໜັບສະໜູນລັດຖະບານບັນດາປະເທດສະມາຊິກ ເພື່ອໂຕ້ຕອບການລະບາດຂອງພະຍາດ ໂຄວິດ-19. ພວກເຮົາໄດ້ເພີ່ມຄວາມພະຍາຍາມ ໃນການຊ່ວຍເຫລືອບັນດາປະເທດຕ່າງໆ ນອກເໜືອຈາກໜ້າທີ່ ໃນການປັບປຸງໂພຊະນາການ, ເພີ່ມພູນປະສິດທິພາບຜົນຜະລິດທາງດ້ານກະສິກຳ, ຍົກລະດັບມາດຕະ ຖານຊີວິດການເປັນຢູ່ ຂອງປະຊາຊົນໃນຊົນນະບົດ ແລະ ການປະກອບສ່ວນໃນການເຕີບໂຕຂອງເສດຖະກິດໃນທົ່ວໂລກ. ໃນໄລຍະຜ່ານມາ, ອົງການ FAO ໄດ້ສະໜັບສະໜູນທາງດ້ານວິຊາການ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ເພື່ອຫລຸດຜ່ອນຜົນກະທົບຈາກໂຄວິດ-19 ໂດຍສະເພາະແມ່ນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຊີວິດການເປັນຢູ່. ນອກຈາກນີ້, ຍັງໄດ້ສະໜັບສະໜູນຊ່ຽວ ຊານທາງດ້ານວິຊາການ ໃນຂະແໜງສຸຂະພາບສັດ ໃນການສືບສວນ, ການວິເຄາະພະຍາດ ແລະ ການຕິດຕາມບັນດາກໍລະນີ ໂຄວິດ-19 ເພື່ອຫລຸດຜ່ອນຄວາມສ່ຽງຂອງການຕິດເຊື້ອໂຄວິດ-19 ໃນສັດ ແລະ ຄວາມເປັນໄປໄດ້ການແຜ່ລະບາດ ຂອງໄວຣັດຕໍ່ໄປ.

ທ່ານ ນາຊາ ຮາຢັດ ກ່າວຕື່ມວ່າ: ສຳລັບວຽກງານປ້ອງກັນຊາຍແດນ, ອົງການ FAO ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ USAID ໄດ້ຈັດຝຶກອົບຮົມໃຫ້ເຈົ້າໜ້າທີ່ປະຈຳດ່ານຊາຍແດນ ຢູ່ບັນດາແຂວງພາກເໜືອ, ພາກກາງ, ແລະ ພາກໃຕ້ ໃນການການເຝົ້າລະວັງ, ການຄົ້ນຫາພະຍາດ, ການເກັບຕົວຢ່າງ, ການປ້ອງກັນ, ຄວບຄຸມ ແລະ ການປະຕິບັດອະນາໄມຂ້າເຊື້ອພະຍາດ ໂຄວິດ-19, ຈັດກອງປະຊຸມຖອດຖອນບົດຮຽນ ແລກປ່ຽນປະສົບການກ່ຽວກັບການປ້ອງກັນ ແລະ ໂຕ້ຕອບພະຍາດໂຄວິດ-19 ລະຫວ່າງພະນັກງານສາທາລະນະສຸກ, ສັດຕະວະແພດ ແລະ ຕຳຫລວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົນ. ນອກຈາກນີ້, ອົງການ FAO ຍັງໄດ້ໃຫ້ການສະໜັບສະໜູນ ການຢັ້ງຢືນ ແລະ ກວດສອບຄວາມຖືກຕ້ອງ ຂອງຕູ້ຄວາມປອດໄພ ທາງດ້ານຊີວະວິທະຍາ ໃນ ສປປ ລາວນຳອີກ.

ຂໍ້ມູນ: ອົງການ FAO

Comments