ແຂວງຫົວພັນ ເລີ່ມເປີດການຮຽນ-ສອນ ທຸກຂັ້ນເລີ່ມ 18 ຕຸລານີ້

 ຫົວພັນປະກາດຈະໄດ້ອະນຸຍາດໃຫ້ເປີດການຮຽນ-ສອນຄືນແລ້ວໃນທົ່ວແຂວງ :

ພະແນກສຶກສາ ແລະ ກິລາແຂວງ ຫົວພັນອອກແຈ້ງການເລກທີ 169/ສກຂ ລົງວັນທີ 15 ຕຸລາ 2021 ໃຫ້ເປີດການຮຽນ-ການສອນ ການສຶກສາກ່ອນໄວຮຽນ, ສາຍສາມັນສຶກສາ, ການສຶກສານອກ
ໂຮງຮຽນ, ອະຊີວະສຶກສາ ແລະ ວິທະຍາໄລຄືນໃຫມ່ໃນທົ່ວແຂວງ.

ແຈ້ງການລະບຸວ່າ: ຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງ ຂໍແຈ້ງການເຖິງທ່ານຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ 10 ເມືອງ, ໂຮງຮຽນອ້ອມຂ້າງແຂວງ ທັງພາກລັດ ແລະ ເອກະຊົນ ໃຫ້ເປີດການຮຽນ ການສອນ ຄືນໃຫມ່ລາຍລະອຽດມີດັ່ງນີ້:
1. ໃຫ້ສືບຕໍ່ການຮຽນ-ການສອນ ການສຶກສາກ່ອນໄວຮຽນ, ສາຍສາມັນສຶກສາ, ການສຶກສານອກໂຮງຮຽນ, ອະຊີວະສຶກສາ ແລະ ວິທະຍາໄລ ເລີ່ມແຕ່ວັນທີ 18 ຕຸລາ 2021 ເປັນຕົ້ນໄປ
2. ໃຫ້ປະຕິບັດຕາມຫຼັກສູດພື້ນຖານ 80% ຊ່ວງໄລຍະການລະບາດພະຍາດໂຄວິດ-19 ສໍາລັບຊັ້ນປະຖົມສຶກສາແລະ ມັດທະຍົມສຶກສາ, ສ່ວນຊັ້ນຮຽນອະນຸບານແມ່ນໃຫ້ປະຕິບັດຕາມຫຼັກສູດເກົ່າ, ບໍ່ປ່ຽນແປງ

3. ການຈັດຕັ້ງການປະຕິບັດແຜນການສອນ ແລະ ປະທິທຶນແມ່ນໃຫ້ປະຕິບັດຕາມຄໍາສັ່ງແນະນໍາຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 934/ສສກ, ລົງວັນທີ 17 ກັນຍາ 2021 ແລະ ຄໍາສັ່ງແນະນໍາຂອງພະ ແນກສຶກທິການ ແລະ ກິລາ ແຂວງ ສະບັບເລກທີ 166/ສກຂ, ລົງວັນທີ 01 ຕຸລາ 2021 ແລະ ປະຕິບັດຕາມເອກະສານທີ່ແຈກຍາຍໃຫ້ຫ້ອງການສຶກສາທິການ ແລະ ກິລາ ເມືອງ ແລະ ໂຮງຮຽນ
4. ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາ ເມືອງ ແຈ້ງໃຫ້ຄະນະນໍາຂັ້ນເມືອງ, ຂັ້ນບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງຕົນຮັບຊາບດ້ວຍ

5. ໃຫ້ຫ້ອງການສຶກສາທິການ ແລະ ກິລາ ເມືອງແນະນໍາຄູ, ນັກຮຽນໃຫ້ປະຕິບັດມາດຕະການປ້ອງກັນສະກັດກັ້ນຕ້ານພະຍາດໂຄວິດ-19 ເຊັ່ນ: ປະຕິບັດໄລຍະຫ່າງໃນຫ້ອງຮຽນ ແລະ ນອກຫ້ອງຮຽນຕາມສະພາບຄວາມ ເປັນຈິງຂອງໂຮງຮຽນ, ໃຊ້ຜ້າອັດປາກ-ດັງ ແລະ ຫມັ້ນລ້າງມືໃສ່ສະບຸ ຫຼື ເຈວ ເປັນປົກກະຕິ ແລະ ການແນະນໍາຂອງແພດ
6. ອະນຸຍາດໃຫ້ພະນັກງານ ແລະ ຄູ-ອາຈານ ມາປະຈໍາການ ແລະ ສິດສອນເປັນປົກກະຕິ, ແຕ່ຕ້ອງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ, ສໍາລັບຜູ້ທີ່ບໍ່ທັນໄດ້ສັກວັກຊິນໃຫ້ປະຕິບັດດັ່ງນີ້:

ພະນັກງານ ແລະ ຄູ – ອາຈານຜູ້ໃດບໍ່ທັນໄດ້ສັກວັກຊິນຍ້ອນເຫດຜົນ (ຜູ້ຍິງຖືພາ, ລູກອ່ອນ), ມີພະຍາດປະຈໍາຕົວແມ່ນໃຫ້ມີໃບຢັ້ງຢືນຈາກແພດ ແລະ ໃຫ້ມາປະຈໍາການ, ສິດສອນໄດ້
ຜູ້ທີ່ບໍ່ມີເຫດຜົນອ້າງອິງແມ່ນໃຫ້ຫ້ອງການສຶກສາ – ກິລາເມືອງ ແລະ ໂຮງຮຽນ, ເອີ້ນຜູ້ກ່ຽວມາສັກວັກຊິນຖ້າຜູ້ກ່ຽວບໍ່ຍອມມາສັກວັກຊິນ, ຖ້າແມ່ນພະນັກງານບໍລິຫານແມ່ນບໍ່ໃຫ້ມາປະຈໍາການ ແລະ ໃຫ້ລາຍງານ ຄະນະສະເພາະກິດຂັ້ນເທິງຂອງຕົນເພື່ອປະຕິບັດຕາມລະບຽບ, ຄູ – ອາຈານສອນແມ່ນໃຫ້ລາຍງານຄະນະສະເພາະກິດຂັ້ນເທິງຂອງຕົນຄົ້ນຄວ້າພິຈາລະນາ ແລະ ປະຕິບັດຕາມລະບຽບ.
7. ມອບໃຫ້ຄູ-ອາຈານຊີ້ນໍາ, ຕິດຕາມນັກຮຽນຜູ້ທີ່ມີອາການໄຂ້, ໄອຈາມ ຫຼື ຜູ້ທີ່ມີອາການອື່ນໆ ແມ່ນໃຫ້ລາຍ ງານຜູ້ອໍານວຍການ, ຜູ້ປົກຄອງນັກຮຽນໃຫ້ນໍາພາໄປກວດພະຍາດໃຫ້ທັນຕາມການເວລາ.

Comments