Mark Zuckerberg ປະກາດປ່ຽນຊື່ບໍລິສັດ ຈາກ ‘Facebook’ ເປັນ ‘Meta’

ໃນລະຫວ່າງ ງານ Connect ປະຈຳປີຂອງ Facebook, ມາກ ຊັກເຄີເບີກ, ໄດ້ແບ່ງປັນວິໄສທັດຂອງເຂົາກ່ຽວກັບ Metaverse ແລະ ວິທີທີ່ບໍລິສັດຈະມີສ່ວນ ໃນການສ້າງອະນາຄົດໃນຄັ້ງນີ້.

Metaverse ຈະເປັນສັງຄົມຂອງພື້ນທີ່ 3 ມິຕິ ທີ່ທ່ານສາມາດແບ່ງປັນປະສົບການສະເໝືອນຈິງກັບຄົນອື່ນໆໄດ້, ເຖິງແມ່ນວ່າທ່ານຈະບໍ່ໄດ້ຢູ່ນຳກັນ ແລະເຮັດສິ່ງທີ່ຕ່າງໆ ທີ່ທ່ານບໍ່ສາມາດເຮັດໄດ້ໃນໂລກທາງກາຍະພາບ (ໂລກຄວາມເປັນຈິງ) ຮ່ວມກັນ.

ມາກ ຊັກເຄີເບີກ, ໄດ້ແນະນຳ Meta ເຊິ່ງໄດ້ນໍາເອົາແອັບ ແລະ ເທັກໂນໂລຢີ ລວມເຂົ້າກັນພາຍໃຕ້ແບຣນຂອງບໍລິສັດໃໝ່. ຈຸດສຸມຂອງ Meta ຈະເປັນການສ້າງໂລກສະເໝືອນຈິງ (Metaverse) ໃຫ້ເປັນຈິງ. ແລະ ຊ່ວຍເຊື່ອມຕໍ່ຜູ້ຄົນ, ຄົ້ນຫາຊຸມຊົນ ແລະ ຂະຫຍາຍທຸລະກິດອີກດ້ວຍ.

ໂລກສະເໝືອນຈິງ ຈະເບິ່ງແລ້ວຄ້າຍຄືກັບສັງຄົມອອນລາຍ ທີ່ເຮົາໃຊ້ງານຢູ່ໃນປັດຈຸບັນໃນຮູບແບບປະສົມປະສານ, ເຊິ່ງບາງຄັ້ງກໍຂະຫຍາຍອອກໄປໃນຮູບແບບສາມມິຕິ ຫຼື ສາຍອອກສູ່ໂລກທາງກາຍະພາບ. ສິ່ງນີ້ຈະຊ່ວຍໃຫ້ທ່ານແບ່ງປັນປະສົບການສະ         ເໝືອນຈິງກັບຄົນອື່ນໆ ເຖິງແມ່ນວ່າຈະບໍ່ໄດ້ຢູ່ນຳກັນ ແລະເຮັດສິ່ງຕ່າງໆ ທີ່ທ່ານບໍ່ສາມາດເຮັດໄດ້ໃນໂລກທາງກາຍະພາບຮ່ວມກັນ. ນີ້ແມ່ນວິວັດທະນາການຂັ້ນຕໍ່ໄປຂອງສາຍສັງຄົມເທັກໂນໂລຢີ ແລະ ກ້າວເຂົ້າສູ່ເລື່ອງລາວໃໝ່ຂອງບໍລິສັດອີກດ້ວຍ.

“ຂ້າພະເຈົ້າ ພູມໃຈໃນສິ່ງທີ່ພວກເຮົາສ້າງມາຈົນຮອດຕອນນີ້ ແລະຕື່ນເຕັ້ນກັບສິ່ງທີ່ກຳລັງຈະເກີດຂຶ້ນຕໍ່ໄປ, ໃນຂະນະທີ່ພວກເຮົາກຳລັງກ້າວຂ້າມສິ່ງທີ່ເປັນໄປໄດ້ໃນມື້ນີ້, ຂ້າມຂໍ້ຈຳກັດຂອງໜ້າຈໍ, ຂ້າມຂໍ້ຈຳກັດຂອງໄລຍະທາງ ແລະ ຟິຊິກ ໄປສູ່ອະນາຄົດທີ່ທຸກຄົນສາມາດຢູ່ຮ່ວມກັນ, ສ້າງໂອກາດໃໝ່ໆ ແລະ ສຳພັດສິ່ງໃໝ່ໆ. ມັນເປັນອະນາຄົດທີ່ຢູ່ເໜືອບໍລິສັດໃດໜຶ່ງ ແລະພວກເຮົາທຸກຈະເປັນຜູ້ສ້າງຂຶ້ນ.” ທ່ານ ມາກ ຊັກເຄີເບີກ ກ່າວ.

ສຳລັບງານ Connect ປະຈຳປີ ຂອງ Facebook ນັ້ນ, ແມ່ນເປັນການລວມຕົວກັນຂອງນັກພັດທະນາດ້ານ AR ແລະ VR, ຜູ້ສ້າງເນື້ອຫາ, ນັກການຕະຫຼາດ, ແລະ ອື່ນໆ ເພື່ອສະເຫຼີມສະຫຼອງການຂັບເຄື່ອນ ແລະ ການເຕີບໂຕຂອງອຸດສະຫະກຳ. ງານໃນປີນີ້ ໄດ້ສະແດງໃຫ້ເຫັນວ່າ ປະສົບການການໃຊ້ງານໃນໂລກສະເໝືອນຈິງເປັນແນວໃດ ທີ່ຈະເກີດຂຶ້ນໃນທົດສະວັດທີ່ຈະມາເຖິງ  ຈາກການເຊື່ອມຕໍ່ກັນທາງສັງຄົມ ສູ່ຄວາມບັນເທີງ, ເກມ, ການອອກກຳລັງກາຍ, ການເຮັດວຽກ, ການສຶກສາ, ແລະ ການຄ້າ. ນອກຈາກນີ້, ພວກເຮົາຍັງໄດ້ປະກາດເຄື່ອງມືໃໝ່ໆເພື່ອຊ່ວຍຜູ້ຄົນໃນການສ້າງໂລກສະເໝືອນຈິງ ລວມມີ Presence Platform ທີ່ຈະເປີດປະສົບການໃໝ່ຂອງຄວາມເປັນຈິງແບບປະສົມປະສານ (Mixed Reality) ໃນ Quest 2 ແລະການລົງທຶນ 150 ລ້ານໂດລາ ໃນການຮຽນຮູ້ແບບປະສົມປະສານເພື່ອຝຶກຝົນຜູ້ສ້າງເນື້ອຫາລຸ້ນຕໍ່ໄປ.

ພວກເຮົາໄດ້ວາງແຜນທີ່ຈະລາຍງານ 2 ພາກສ່ວນປະຕິບັດການຄື: Family of Apps ແລະ Reality Labs. ນອກຈາກນີ້, ພວກເຮົາຍັງໄດ້ຕັ່ງໃຈທີ່ຈະເລີ່ມການຊື້ຂາຍພາຍໃຕ້ລາຄາຮຸ້ນໃໝ່ທີ່ພວກເຮົາໄດ້ສະຫງວນໄວ້, Meta, ໃນວັນທີ 1 ເດືອນທັນວາ. ເຊິ່ງການປະກາດໃນມື້ນີ້ຈະບໍ່ມີຜົນຕໍ່ວິທີທີ່ພວກເຮົາໃຊ້ ຫຼື ແບ່ງປັນຂໍ້ມູນ.

Meta ໄດ້ສ້າງເຕັກໂນໂລຊີທີ່ຊ່ວຍເຊື່ອມຕໍ່ຜູ້ຄົນ, ຄົ້ນຫາຊຸມຊົນ, ແລະຂະຫຍາຍທຸລະກິດ. ເມື່ອ Facebook ເປີດໂຕໃນປີ 2004, ມັນໄດ້ປ່ຽນວິທີທີ່ຜູ້ຄົນເຊື່ອມຕໍ່ກັນ. ແອັບຕ່າງໆເຊັ່ນ: Messenger, Instagram, ແລະ WhatsApp ໄດ້ເພີ່ມຂີດຄວາມສາມາດໃຫ້ກັບຜູ້ຄົນນັບພັນລ້ານຄົນໃນທົ່ວໂລກ. ຕອນນີ້, Meta ໄດ້ກ້າວໄປໄກກວ່າໜ້າຈໍ 2 ມິຕິ ໄປສູ່ປະສົບການທີ່ເລິກເຊິ່ງກວ່່າເຊັ່ນ: ການເພີ່ມ ແລະ ຄວາມເປັນຈິງສະເໝືອນ (AR, VR) ເພື່ອຊ່ວຍສ້າງວິວັດທະນາການຂັ້ນຕໍ່ໄປໃນສັງຄົມເຕັກໂນໂລຊີ.

ສາມາດເບິ່ງເພີ່ມຕື່ມທີ່: Building the Metaverse Responsibly, Expanding Horizon: New Funding to Support Creators, Introducing Our New Company Brand (2019)]

Comments