ພິທີເຊັນສັນຍາ “ຄູ່ຮ່ວມຍຸດທະສາດ ເພື່ອພັດທະນາຂະແຫນງການກະສິກຳໃນ ສປປ ລາວ”

ວັນທີ 28 ຕຸລາ 2021 ທີ່ທະນາຄານ ພັດທະນາລາວ ສໍານັກງານໃຫຍ່, ໄດ້ມີພິທີເຊັນສັນຍາວ່າດ້ວຍ “ຄູ່ຮ່ວມຍຸດທະສາດ ເພື່ອການພັດທະນາຂະແຫນງການກະສິກຳໃນ ສປປ ລາວ” ລະຫວ່າງ ທະນາຄານພັດທະນາລາວ ແລະ ບໍລິສັດ ສຸກຈະເລີນຟາມ ຈໍາກັດ, ໂດຍການເຂົ້າຮ່ວມຂອງທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານ ແລະ ທ່ານ ຈັນທະຫນອມ ພົມມະນີ ປະທານຄະນະຜູ້ບໍລິຫານງານທະນາຄານພັດທະນາລາວ, ທ່ານ ບຸນຍະລິດ ສຸກຈະເລີນ  ປະທານກຸ່ມບໍລິສັດ ສຸກຈະເລີນ ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານງານຂອງທັງຝ່າຍ.

ຂະແໜງການກະສິກຳ ແມ່ນຂະແໜງການໜຶ່ງທີ່ມີບົດບາດສຳຄັນ ຕາມວີຖິຊີວິດຂອງປະຊາຊົນລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ, ເປັນຕົ້ນແມ່ນການຜະລິດສະບຽງອາຫານ ເພື່ອປ້ອນຕະຫລາດພາຍໃນ ແລະ ເພື່ອຕອບສະໜອງໃຫ້ແກ່ ການສົ່ງອອກຕາມແລວເສດຖະກິດຂອງເສັ້ນທາງລາວ-ຈີນ ໃຫ້ມີຄວາມຫມັ້ນຄົງ ພ້ອມທັງສາມາດສ້າງອາຊີບວຽກເຮັດງານທໍາ ໃຫ້ແກ່ປະຊາຊົນໃນ ສປປ ລາວ. ນອກຈາກນັ້ນ ການຜະລິດກະສິກໍາ ຍັງເປັນແຫຼ່ງລາຍຮັບທີ່ສໍາຄັນ ໃນການລົບລ້າງຄວາມທຸກຍາກ ແລະ ປະກອບສ່ວນເຂົ້າໃນການເພີ່ມ GDP ໃຫ້ແກ່ລັດຖະບານ. ບົນພື້ນຖານການຫັນປ່ຽນໃຫມ່, ແນວທາງນະໂຍບາຍ ແລະ ການໃຫ້ການສະຫນັບສະຫນຸນຈາກພາກລັດ ກ່ຽວກັບການໝູນໃຊ້ ເຕັກນິກວິທະຍາສາດທີ່ທັນສະໄໝ ເຂົ້າໃສ່ພື້ນຖານການຜະລິດ ໃຫ້ນັບມື້ນັບກວ້າງຂວາງ, ຍົກລະດັບສະມັດຕະພາບດ້ານການຜະລິດໃຫ້ສູງຂຶ້ນ; ເນື່ອງຈາກວ່າ ການຜະລິດກະສິກໍາໃນ ສປປ. ລາວ ຜ່ານມາ ຍັງເປັນແບບປະຖົມປະຖານ, ສ່ວນໃຫຍ່ ຍັງແມ່ນການຜະລິດແບບຄອບຄົວ ແລະ ຂະໜາດນ້ອຍ, ການນໍາໃຊ້ວິທະຍາສາດ ເຕັກໂນໂລຊີທີ່ກ້າວໜ້າ ແລະ ທັນສະໄໝເຂົ້າຮັບໃຊ້ການຜະລິດ ຍັງຢູ່ໃນລະດັບຕໍ່າ, ຊຶ່ງເປັນຜົນເຮັດໃຫ້ຜະລິດຕະພາບ ຂອງການຜະລິດ ແລະ ຄຸນນະພາບຍັງຕໍ່າ; ແຕ່ກົງກັນຂ້າມ ການແຂ່ງຂັນຂອງຕະຫຼາດ ເປັນຕົ້ນແມ່ນຄວາມຕ້ອງການ ທາງດ້ານຜະລິດຕະພັນທີ່ມີມາດຖານ ແລະ ຄຸນນະພາບສູງ ແມ່ນນັບມື້ນັບເພີ່ມຂຶ້ນ.

ກຸ່ມບໍລິສັດ ສຸກຈະເລີນ ປະກອບມີບໍລິສັດໃນເຄືອທຸລະກິດ ເຊັ່ນ: ຕ໋ອງ ຈໍາປາການກະເສດ, ບໍລິສັດ ສຸກຈະເລີນ ຟາມ ແລະ ບໍລິສັດ ສຸກຈະເລີນ ອຸດສະຫະກຳ ເຫຼັກ, ໄດ້ຮັບການສ້າງຕັ້ງຂື້ນ ເພື່ອຮັບໃຊ້ແຜນພັດທະນາເສດຖະກິດຂອງປະເທດ ກໍຄືໃນບັນດາແຂວງພາກໃຕ້ໃນໄລຍະທີ່ຜ່ານມາ  ໂດຍໄດ້ມີການພັດທະນາ ແລະ ຂະຫຍາຍຕົວຕາມບາດກ້າວເສດຖະກິດຂອງປະເທດ. ໃນໄລຍະເບື້ອງຕົ້ນ ບໍລິສັດເລີ່ມດໍາເນີນທຸລະກິດ ໂດຍການຈຳໜ່າຍສິນຄ້າການກະເສດ, ສະ  ໜອງສິນຄ້າທີ່ມີຄຸນນະພາບໃຫ້ແກ່ຊາວກະສິກອນ ແລະ ສົ່ງເສີມໃຫ້ຊາວກະສິກອນ ສາມາດນໍາໃຊ້ຜະລິດຕະພັນ ແລະ ຮັບປະກັນຄຸນນະພາບ ເຊິ່ງໄດ້ຮັບການຕອບຮັບ ແລະ ສະໜັບສະໜູນເປັນຢ່າງດີ ຈາກບັນດາລູກຄ້າພາຍໃນແຂວງພາກໃຕ້; ເຮັດໃຫ້ກິດຈະການຂະຫຍາຍຕົວຢ່າງຕໍ່ເນື່ອງຕະຫຼອດມາ ຈຶ່ງໄດ້ລິເລີ່ມສ້າງຟາມລ້ຽງໄກ່ໄຂ່ຂຶ້ນ ເປັນຟາມປິດດ້ວຍລະບົບການຈັດການບໍລິຫານຟາມແບບແບບທັນສະໄໝ ພາຍໃຕ້ການສະໜັບສະໜຸນຢ່າງຈິງຈັງ ຕາມນະໂຍບາຍຂອງລັດ ໂດຍສະເພາະໃນຊ່ວງໄລຍະຫຼາຍປີມານີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ທະນາຄານພັດທະນາລາວ.

ສະເພາະຟາມໄກ່ພັນໄຂ່ຢູ່ພາກໃຕ້ ຂອງບໍລິສັດ ສຸກຈະເລີນ ຟາມ ປັດຈຸບັນຕັ້ງຢູ່ ບ້ານຫມື່ນຫລວງ, ເມືອງບາຈຽງ, ແຂວງຈໍາປາສັກ, ມີໄກ່ພັນໄຂ່ຈຳນວນ 300.000 ໂຕ ເປັນຟາມທີ່ໃຫຍ່ທີ່ສຸດໃນຂົງເຂດພາກໃຕ້ ແລະ ຮັບໃຊ້ບັນດາແຂວງພາກໃຕ້ ສາມາດສ້າງລາຍຮັບມີເງິນໝູນວຽນ ສະເລ່ຍປະມານ 170 ຕື້ກີບຕໍ່ປີ. ດ້ວຍເຫດຜົນດັ່ງກ່າວ, ບໍລິສັດສຸກຈະເລີນຟາມ ຈຶ່ງເຫັນຄວາມສຳຄັນໃນການຂະຫຍາຍທຸລະກິດ ແລະ ມີຄວາມພ້ອມໃນການຂະຫຍາຍຟາມແຫ່ງທີສອງ ຢູ່ທີ່ນະຄອນຫຼວງວຽງຈັນ ໂດຍເປັນຟາມປິດແບບທັນສະໄໝ ຈະມີໄກ່ຈໍານວນ 500.000 ໂຕ ເຊິ່ງຈະເປັນຟາມທີ່ໃຫຍ່ທີ່ສຸດໃນປະເທດ. ໃນນັ້ນ, ຈະດໍາເນີນການຂະຫຍາຍຟາມເປັນ 2 ໄລຍະ ຄື: ໄລຍະທີ 1 ຈຳນວນ 250.000 ໂຕ ແລະ ໄລຍະທີ 2 ຈໍານວນ 250.000 ໂຕ ເພື່ອຮັບໃຊ້ພາຍໃນ ແລະ ຮອງຮັບໃຫ້ແກ່ການສົ່ງອອກ ຕອບສະໜອງຕາມນະໂຍບາຍຜະລິດກະສິກຳ ແລະ ສົ່ງອອກຕາມແລວເສັ້ນທາງລົດໄຟລາວ-ຈີນ.

ເຫັນໄດ້ເຖິງທ່າແຮງ ແລະ ກຸນແຈສຳຄັນ ຕໍ່ທຸລະກິດຂະແຫນງການກະສິກຳ ຂອງຄະນະຜູ້ບໍລິຫານງານໃນຍຸກໃຫມ່ ຂອງທະນາຄານພັດທະນາລາວ ຈຶ່ງໄດ້ໃຫ້ການສະຫນັບສະຫນຸນຢ່າງຕໍ່ເນື່ອງ ດ້ວຍຄວາມຄ່ອງໂຕຂອງທຸລະກິດຕໍ່ກັບການສົ່ງເສີມຂະແຫນງກະສິກຳດັ່ງກ່າວນີ້ ພ້ອມທັງເປັນວຽກງານໃນແຜນຍຸດທະສາດ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ນອກຈາກນັ້້ນ ກຸ່ມບໍລິສັດສຸກຈະເລີນ ຟາມ ກໍ່ແມ່ນບໍລິສັດໜຶ່ງທີ່ມີບົດຮຽນ ປະສົບການ ແລະ ເປັນບໍລິສັດທີ່ຢູ່ໃນແຖວໜ້າຂອງປະເທດ ໃນການບໍລິຫານງານເລື່ອງຟາມໄກ່ພັນໄຂ່ແບບທັນສະໄໝ ແລະ ເປັນແບບມືອາຊີບໃນການບໍລິຫານຈັດການ ດ້ວຍການນຳເອົາເຕັກນິກວິທະຍາສາດ ເຂົ້າມາພັດທະນາການຜະລິດ.

ດັ່ງນັ້ນ, ລະຫວ່າງ ທະນາຄານ ພັດທະນາລາວ ແລະ ກຸ່ມບໍລິສັດ ສຸກຈະເລີນ ຈໍາກັດ ຈຶ່ງໄດ້ເຊັນສັນຍາຮ່ວມທຶນ ເປັນຄູ່ຮ່ວມຍຸດທະສາດ, ພ້ອມເປັນຫນຶ່ງໃນການສະໜັບສະໜູນຊຸກຍູ້ ໃຫ້ສາມາດເຕີບໃຫຍ່ກ້າວໄປ ສູ່ການຜະລິດແບບເປັນທີ່ຍອມຮັບທັງພາຍໃນປະເທດ ແລະ ພາກພື້ນ ທາງດ້ານຂະແໜງກະສິກຳ, ພ້ອມເປັນສ່ວນໜຶ່ງໃນການປະກອບສ່ວນຕໍ່ນະໂຍບາຍຂອງລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ກ້າວຂຶ້ນຢ່າງຫນັກແຫນ້ນ.

Comments