ກາແດງ ສ ເກົາຫລີ ມອບເຄື່ອງຊ່ວຍເຫລືອ ມູນຄ່າ 2 ລ້ານກວ່າໂດລາ ໃຫ້ອົງການກາແດງລາວ

ໃນລະຫວ່າງເດືອນກັນຍາ-ຕຸລາ 2021 ນີ້, ສະພາກາແດງ ສ ເກົາຫລີ ໄດ້ຈັດສົ່ງເຄື່ອງນຸ່ງຫົ່ມ ໃຫ້ອົງການກາແດງລາວ ເພື່ອໄປຊ່ວຍເຫລືອປະຊາຊົນຜູ້ທຸກຍາກ ໃນເຂດຫ່າງໄກຊອກຫລີກ, ເຊິ່ງມີຈຳນວນທັງໝົດ 26 ຕູ້ຄອນທີເນີ, ມີ 14.173 ກ່ອງ, ລວມມູນຄ່າ 2.758.363 ໂດລາສະຫະລັດ, ໃນນັ້ນປະກອບມີ: ເກີບ, ໂສ້ງ ແລະ ເສື້ອ ເຊິ່ງເປັນຍີ່ຫໍ້ ຟີລາ (FILA).

May be an image of ຢືນ

ເຄື່ອງຊ່ວຍເຫລືອດັ່ງກ່າວ, ອົງການກາແດງລາວ ຈະໄດ້ນຳໄປແຈກຢາຍໃຫ້ແກ່ພໍ່ແມ່ປະຊາຊົນ ໃນເຂດຫ່າງໄກສອກຫລີກ, ເຊິ່ງໄລຍະຜ່ານມາອົງການກາແດງ ສ ເກົາຫລີ ກໍເຄີຍໃຫ້ການຊ່ວຍເຫລືອປະເພດ ເຄື່ອງປ້ອງກັນໂຄວິດ-19 ໃຫ້ແກ່ອົງການກາແດງລາວ ແລະ ການຊ່ວຍເຫລືອໃນຄັ້ງນີ້ ພາຍໃຕ້ການຮ່ວມມື ແລະ ເສີມຂະຫຍາຍສາຍພົວພັນ ຂອງທັງສອງກາແດງໃຫ້ແໜ້ນແຟ້ນ, ຍ້ອນເຫັນໄດ້ເຖິງຄວາມສຳຄັນອົງການກາແດງ ສ ເກົາຫລີ ຈຶ່ງໄດ້ລະດົມເຄື່ອງຈຳນວນດັ່ງກ່າວ ສົ່ງມາໃຫ້ອົງການກາແດງລາວ ໃນນາມອົງ ການທາງດ້ານມະນຸດສະທຳ ເພື່ອນຳເອົາເຄື່ອງດັ່ງກ່າວ ໄປມອບເຖິງມືຂອງກຸ່ມເປົ້າໝາຍ ແລະ ປະຊາຊົນໃນເຂດຫ່າງໄກ

May be an image of ຢືນ ແລະ outdoors
May be an image of 1 ຄົນ

Comments