ທະນາຄານໂລກ ປັບຫລຸດການຂະຫຍາຍຕົວເສດຖະກິດ ຂອງລາວຈາກ 4,0% ເປັນ 2,2% ຍ້ອນຜົນກະທົບຈາກໂຄວິດ-19

ທະນາຄານໂລກ ລະບຸວ່າການຟື້ນຟູເສດຖະກິດຢູ່ພາກພື້ນອາຊີ ຕາເວັນອອກ ແລະ ປາຊີຟິກ ໄດ້ຖືກຈໍາກັດ ຈາກບັນຫາການແພ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນສາຍພັນເດວຕາ ເຮັດໃຫ້ຄົວເຮືອນ ແລະ ວິສາຫະກິດ ຍັງສືບຕໍ່ປະສົບກັບສະພາບຄວາມຫຍຸ້ງຍາກ ແລະ ເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດຊ້າລົງ, ເຊິ່ງ ທະຄານໂລກ ໄດ້ປັບຫລຸດການຂະຫຍາຍຕົວຂອງເສດຖະກິດ ສປປ ລາວ ໃນປີ 2021 ຈາກ 4,0% ຂອງການຄາດຄເນໃນເດືອນເມສາ 2021 ມາເປັນ 2,2% ຈາກການຄາດຄະເນຄັ້ງຫລ້າສຸດ ໃນເດືອນກັນຍາຜ່ານມາ ແລະ ຄາດວ່າປີ 2022 ຈະຂະຫຍາຍຕົວ 4,5% ເພີ່ມຂຶ້ນຈາກ 4,0% ຂອງການຄາດຄະເນໃນເດືອນເມສາ.

ໃນປີນີ້ ເສດຖະກິດຂອງ ສປປ ລາວ ຈະຕິດລົບ ຊຶ່ງເປັນຄັ້ງທຳອິດໃນ 4 ທົດສະວັດ |  ມີເດຍລາວ Media LAOS

ທ່ານ ມານູແອວລາ ເຟີໂຣ (Manuela Ferro) ຮອງປະທານທະນາຄານໂລກ ທີ່ີຮັບຜິດຊອບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ກ່າວວ່າ: ບັນຫາການລະບາດຂອງພະຍາດໂຄວິດ-19 ທີ່ທົ່ວໂລກກໍາລັງພົບຄວາມຫຍຸ້ງຍາກ, ແຕ່ກໍລະນີການຕິດເຊື້ອທີ່ເພີ່ມສູງຂຶ້ນໃນປີ 2021 ໄດ້ເຮັດໃຫ້ໂອກາດຂະຫຍາຍຕົວຂອງເສດຖະກິດພາກພື້ນນີ້ຫລຸດລົງ. ເຖິງຢ່າງໃດກໍຕາມ, ພາກພື້ນນີ້ ເຄີຍຜ່ານພົ້ນວິກິດຕ່າງໆໃນໄລຍະຜ່ານມາໄດ້ຢ່າງເຂັ້ມ ແຂງ, ສະນັ້ນ ດ້ວຍນະໂຍບາຍທີ່ຖືກຕ້ອງ ຈະສາມາດຟື້ນຕົວໄດ້ອີກຄັ້ງ. ທ່ານ ອາດິດຢາ ມັດທູ (Aaditya Mattoo) ຫົວໜ້ານັກເສດຖະສາດ ທະນາຄານໂລກປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ກ່າວວ່າ: “ການເລັ່ງສັກວັກຊິນ ແລະ ການກວດຫາເຊື້ອ ເພື່ອຄວບຄຸມການຕິດຕໍ່ຂອງພະຍາດໂຄວິດ-19 ຈະສາມາດຟື້ນຟູກິດຈະກໍາເສດຖະກິດໃຫ້ແກ່ບັນດາປະເທດ ທີ່ກໍາລັງພົບກັບສະພາບຄວາມຫຍຸ້ງຍາກທາງເສດຖະກິດໄດ້ໄວສຸດພາຍໃນ 6 ເດືອນຕົ້ນປີຂອງປີ 2022 ແລະ ສາມາດເຮັດໃຫ້ອັດຕາການຂະຫຍາຍຕົວຂອງເຂດຖະກິດ ເພີ່ມເປັນສອງທົບໄດ້ໃນປີໜ້າ. ແຕ່ໃນໄລຍະຍາວ, ມີພຽງການປະຕິຮູບລວງເລິກເທົ່ານັ້ນ ທີ່ຈະສາມາດປ້ອງກັນບໍ່ໃຫ້ເກີດສະພາບເສດຖະກິດຂະຫຍາຍຕົວຊ້າ ແລະ ບໍ່ໃຫ້ຄວາມສະເໝີພາບໃນສັງຄົມເພີ່ມຂຶ້ນ, ເຊິ່ງເປັນຮູບການປະສົມປະສານການປະຕິຮູບແກ້ໄຂບັນຫາສອງສົ້ນ ທີ່ຍັງບໍ່ທັນປະກົດໃຫ້ເຫັນເທື່ອຢູ່ໃນພາກພື້ນນີ້.

ເຖິງຢ່າງໃດກໍຕາມ, ພາກພື້ນດັ່ງກ່າວ ຍັງຈະຕ້ອງເພີ່ມຄວາມພະຍາຍາມຢ່າງເອົາຈິງເອົາຈັງໃນ 4 ດ້ານ ເພື່ອແກ້ໄຂພະຍາດໂຄວິດ-19 ໃນໄລຍະຍາວຄື: ແກ້ໄຂບັນຫາຄວາມລັງເລບໍ່ໄປສັກວັກຊິນ ແລະ ແກ້ທຸກຂໍ້ຈໍາກັດດ້ານຄວາມສາມາດ ກະຈາຍວັກຊິນໃຫ້ທົ່ວເຖິງ ເພື່ອປ້ອງກັນບໍ່ໃຫ້ເກີດສະພາບທີ່ບໍ່ສາມາດເພີ່ມຂອບເຂດການປົກຄຸມຂອງ ການສັກວັກຊິນໄດ້; ປັບປຸງການກວດຫາເຊື້ອ, ການຕິດຕາມ, ແລະ ການແຍກປ່ຽວ ເພື່ອຄວບຄຸມການຕິດເຊື້ອ; ເພີ່ມການຜະລິດວັກແຊິນພາຍໃນພາກພື້ນ ເພື່ອຫລຸດຜ່ອນການເອື່ອຍອີງໃສ່ການນໍາເຂົ້າວັກຊິນຈາກພາກພື້ນອື່ນ; ສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ເພື່ອໃຫ້ສາມາດຮັບມືກັບການສືບຕໍ່ຂອງພະຍາດດັ່ງກ່າວ.

ຂໍ້ມູນ: ເສດຖະກິດ-ການຄ້າ

Comments