IHC ແລະ AMAZINGLAO ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ກະຊວງ ຖວທ….

ບໍລິສັດທີ່ປືກສາດ້ານການລົງທຶນເຂື່ອນໄຟຟ້າຈຳກັດຜູ້ດຽວ (IHC) ແລະ ບໍລິສັດອາເມຊິງລາວຈຳກັດຜູ້ດຽວ (AMAZINGLAO) ມອບເງິນສົດຈໍານວນ 300 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ກ່າວມອບໂດຍ ທ່ານ ປິຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດ IHC ແລະ AMAZINGLAO ກ່າວຮັບໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ ພິທີມອບຮັບຈັດຂຶ້ນໃນຕອນບ່າຍມື້ນີ້ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ໂອກາດນີ້ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ແຈ້ງສະພາບການກະກຽມກອງປະຊຸມໃຫຍ່ຄັ້ງທີ່ 5 ຂອງອົງຄະນະພັກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ປະທານບໍລິສັດ IHC ແລະ AMAZINGLAO ໄດ້ຮັບຊາບ ຊຶ່ງປະຈຸບັນໄດ້ກະກຽມດ້ານເນື້ອໃນລວມທັງບຸກຄະລາກອນ ແລະ ວຽກງານອື່ນແລ້ວ.

ຈາກນັ້ນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈບໍລິສັດ IHC ແລະ AMAZINGLAO ທີ່ໃຫ້ການອຸປະຖໍາເງິນສົດເພື່ອນໍາໃຊ້ເຂົ້າໃນກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຈະນໍາໃຊ້ເງິນຈໍານວນນີ້ໃຫ້ເກີດຜົນປະໂຫຍດສູງສຸດ.

ແຫຼ່ງຂໍ້ມູນ: ປະເທດລາວ

Comments