​ຊີ້ແຈງປະເດັນ ການປະຕິບັດ ນະໂຍບາຍ 3 ເປີດ​ຂອງ​ລັດຖະບານເພື່ອ​ດຶງ​ດູດ​ການ​ລົງທຶນ ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ ຂອງ​ປະຊາ​ຊົນ…

ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ​ແຜນການ ແລະ ການ​ລົງທຶນ ຕາງໜ້າ​ໃຫ້​ລັດຖະບານ ຂຶ້ນ​ຊີ້​ແຈງຕໍ່​ຄຳ​ຊັກ​ຖາມຂອງ​ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ (ສສຊ) ໃນ​ຫຼາຍ​ປະເດັນ ໂດຍ​ສະເພາະ​ການຈັດຕັ້ງປະຕິບັດ ນະໂຍບາຍ 3 ເປີດ​ຂອງ​ລັດ ຖະບານ, ການ​ສ້າງ​ສິ່ງແວດລ້ອມ ເພື່ອ​ດຶງ​ດູດ​ການ​ລົງທຶນ ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ ຂອງ​ປະຊາ​ຊົນ.

ທ່ານ ສອນ​ໄຊ ສີ​ພັນ​ດອນ ກ່າວ​ວ່າ: ເພື່ອ​ສືບຕໍ່​ປະຕິບັດ​ນະໂຍບາຍ 3 ເປີດ ຄື ເປີດ​ໃຈ, ເປີດ​ປະຕູ ແລະ ເປີດ​ສິ່ງ​ກີດຂວາງ ໃຫ້​ເປັນ​ຮູບ​ປະ​ທຳ ແລະ ໝາກຜົນ​ຕົວ​ຈິງ​ນັ້ນ, ລັດຖະບານ​ຈະ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ບັນດາ​ນະໂຍບາຍ, ຄາດໝາຍ, ມາດ​ຕະການ ແລະ ວຽກ​ງານ​ຈຸດ​ສຸມ​ຕ່າງໆ ໃຫ້​ມີ​ປະສິດທິພາບ ແລະ ປະສິດ​ທິ​ຜົນ​ຫຼາຍ​ຂຶ້ນ, ພ້ອມ​ເລັ່ງ​ໃສ່​ແກ້​ໄຂບັນດາ​ຂໍ້ຄົງຄ້າງ ແລະ ສິ່ງ​ກີດຂວາງ​ຕ່າງໆ ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ ທີ່​ເອື້ອ​ອຳນວຍ ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະເທດ ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ແນໃສ່​ສ້າງ​ຜົນ​ປະໂຫຍດໃຫ້​ກັບ​ປະເທດ​ຊາດ ກໍ​ຄືປະກອບສ່ວນ ເຂົ້າ​ໃນ​ການ​ແກ້​ໄຂ​ຫຼຸດຜ່ອນຄວາມທຸກ​ຍາກ​ຂອງ ປະຊາຊົນ​ບັນດາ​ເຜົ່າ.

ຜັກປອດສານຜິດ vegitable orgranicl — Steemit

ສຳລັບ​ຄາດໝາຍໃນ​ການ​ລົງທຶນ ແມ່ນ​ຈະ​ເລັງ​ໃສ່​ຂະແໜງທີ່​ເປັນ​​ບຸລິ​ມະ​ສິດ​ຕາມທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ​ສົ່ງເສີມ​ການ​ລົງທຶນ (ປີ 2016) ຊຶ່ງ​ລັກສະນະ​ຂອງ​ໂຄງການ​ຕ້ອງ​ເປັນ​ຫົວໃຈ​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດຂອງ​ປະເທດ ແລະ ເປັນ​ການ​ລົງທຶນ ທີ່​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ນະ​ວັດຕະ​ກຳ​ໃໝ່ ທີ່​ຕິດ​ພັນ​ກັບ​ການ​ຫັນເປັນ​ອຸດ​ສາ​ຫະ​​ກຳທັນ​ສະໄໝ ໃນ​ຍຸກ 4.0 ຕາມ​ຂະແໜງການ​ທີ່​ມີ​ເງື່ອນໄຂ, ລວມ​ທັງ​ເປັນ​ການ​ສ້າງ​ຕ່ອງ​ໂສ້ ເພື່ອ​ເພີ່ມ​ມູນ​ຄ່າໃນ​ການ​ຜະລິດ​ສິນຄ້າໃຫ້​ມີ​ຄຸນ​ນະ​ພາບ ແລະ ມີ​ຄວາມ​ຫຼາກ​ຫຼາຍ, ທັງ​ກ້າວ​ໄປ​ສູ່​ມາດຕະຖານ​ສາກົນ ແລະ ປັບ​​ຕົວເຂົ້າ​ກັບ​ຍຸກ​ສະໄໝ​ແຫ່ງ​ປັນຍາ​ປະ​ດິດ. ພ້ອມ​ກັນ​ນັ້ນ, ກໍ​ເປັນ​ການ​ລົງທຶນ ເພື່ອ​ຜະລິດ​ສິນຄ້າ ທີ່​ຈຳເປັນ​ຕໍ່​ການ​ບໍລິໂພກ ແລະ ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ກັບ​ປະຊາຊົນ ເປັນ​ຈຳນວນ​ຫຼາຍ ເປັນຕົ້ນ​ແມ່ນ ກະສິກຳ​ສະ​ອາດ-​ປອດ​ສານພິດ, ອຸດສາຫະກຳ​ປຸງ​ແຕ່ງອາຫານ, ອຸດ​ສາ​ຫະ​ກໍາ​ຜະລິດ ເຄື່ອງ​ອຸປະ​ໂພ​ກ-​ບໍລິໂພກ, ການທ່ອງທ່ຽວ, ການ​ສຶກສາ, ການ​ສ້າງ​ໂຮງໝໍ​ທັນ​ສະໄໝ ແລະ ການ​ຜະລິດ​ຢາ, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​-​ເສັ້ນທາງ, ການ​ບໍລິການ​ຂົນສົ່ງ​ສິນຄ້າ, ການ​ບໍລິການ​ທາງ​ຜ່ານ ແລະ ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດລະຫວ່າງ​ປະ​ເທດ.

ຢ່າ ລືມ ພົບ ກັນ ທີ່ ເດີນ ຈອດ ລົດ ສູນ ການ ຄ້າ ລາວ-ໄອ ເຕັກ  ທ່ຽວຊົມງານຕະຫລາດນັດຜະລິດຕະພັນກະສິກຳ | ມີເດຍລາວ Media LAOS

ນອກຈາກ​ນັ້ນ, ກໍ​ຈະ​ໄດ້​ເອົາໃຈໃສ່​ດຶງ​ດູດ​ການ​ລົງທຶນ​ເຂົ້າ​ໃສ່​ຂົງເຂດ​ເສດຖະກິດ​ພິເສດ, ເຂດ​ນິຄົມ​ອຸດສາຫະກຳ, ໂຄງການ​ຂະໜາດ​ນ້ອຍ ແລະ ຂະໜາດ​ກາງ ແລະ ບັນດາ​ໂຄງການ​ທີ່​ນຳ​ໃຊ້ ເຕັກນິກ​ວິທະຍາສາດ ທີ່​ທັນ​ສະໄໝ ແລະ ຈຳເປັນ, ສົ່ງເສີມ​ການ​ລົງທຶນ​ດ້ວຍ​ຮູບ​ແບບ BOT ແລະ PPP ເພື່ອ​ຊຸກຍູ້ ແລະ ສົ່ງເສີມ​ການ​ລົງທຶນ ພາກ​ເອກະ​ຊົນ ໃຫ້​ບັນລຸ​ຄາດໝາຍ​ທີ່​ວາງ​ໄວ້, ລັດຖະບານ ຈະ​ໄດ້​ສຸມ​ໃສ່ ໃນ​ການ​ປະສານ​ສົມ​ທົບ ກັບ​ຂະແໜງການ​ທີ່​ກ່ຽວຂ້ອງ ເພື່ອ​ປັບປຸງ​ລະບຽບ​ການ, ກົນ​ໄກ, ການ​ປະສານ​ງານ ແລະ ວຽກ​ງານ​ອື່ນໆ​ທີ່​ກ່ຽວຂ້ອງ ເພື່ອ​ສ້າງ​ສະພາບ ແວດ​ລ້ອມ​ທີ່​ເອື້ອ​ອຳນວຍໃນ​ການ​ດຳເນີນທຸລະ​ກິດ​ຢູ່​ໃນ ສປປ ລາວ, ທັງ​ຮັບປະກັນ​ໃຫ້​ມີຄວາມ​ໂປ່​ງ​ໃສ ແລະ ວ່ອງ​ໄວ. ໃນ​ຂະນະ​ທີ່ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ເປັນ​ວຽກ​ບຸລິ​ມະ​ສິດ​ທີ່​ພັກ ແລະ ລັດຖະບານ ໄດ້​ໃຫ້​ຄວາມ​ສຳຄັນ ແລະ ເອົາໃຈໃສ່​ຕະຫຼອດ​ມາ​ ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ ແລະ ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ ຊຶ່ງ​ສະແດງ​ອອກ​ຄື: ເອົາໃຈໃສ່​ປັບປຸງ ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ​ທີ່​ຈຳເປັນ​ຄື: ໂຮງຮຽນ, ໂຮງໝໍ, ສຸກສາລາ, ຊົນລະປະທານ, ບຸກເບີກ​ເນື້ອທີ່​ການ​ຜະລິດ, ສະໜອງ​ວັດຖຸ​ອຸປະກອນ, ຊ່ວຍເຫຼືອ​ທາງ​ດ້ານ​ວິຊາ​ການ ແລະ ອື່ນໆ. ອີງ​ຕາມ​ຜົນ​ການ​ສຳຫຼວດ​ການ​ໃຊ້​ຈ່າຍ ແລະ ຊົມໃຊ້​ຄົວ​ເຮືອນ​ໃນ​ປີ 2018-2019 ທີ່​ສຳເລັດ​ໃນ​ປີ 2019 ຊຶ່ງ​ໃນ​ການ​ສຳຫຼວດ​ລະດັບ​ປະເທດ​ທີ່​ນຳ​ໃຊ້​ມາດຕະຖານ​ສາກົນ​ເຫັນ​ອັດຕາຄວາມທຸກ​ຍາກ​ຂອງ​ປະຊາຊົນ​ຍັງ​ເຫຼືອ 18,3%.

ທ່ານກ່າວໃນກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 10 ຂອງ​ສະພາແຫ່ງ​ ຊາດ ຊຸດ​ທີ VIII ໃນ​ວັນ​ທີ 2 ພະຈິກນີ້ ພາຍ​ໃຕ້ການ​ເປັນ​ປະທານ​ຂອງທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ໂດຍ​ການເຂົ້າຮ່ວມ ​ຂອງທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ.

Comments