ປະເທດ ບຣາຊິວ ຄາດວ່າຈະເຂົ້າສູ່ປີໜ້າໂດຍມີໜີ້ເປັນປະຫວັດສາດ ໂດຍຈະມີຍອດໜີ້ສິນ 95% ທຽບໃສ່ GDP ແລະ ຍອດຂາດດຸນໃນປີ 2020 ນີ້ແມ່ນ 12% ຂອງ GDP ເນື່ອງຈາກມີຄ່າໃຊ້ຈ່າຍສຸກເສີນຈຳນວນຫຼາຍໃນປີນີ້ ເພື່ອແກ້ໄຂບັນຫາການລະບາດຂອງພະຍາດໂຄວິດ-19./

ລັດຖະບານກ່າວໃນດຳລັດໃໝ່ວ່າ “ເສດຖະກິດມະຫາພາກມີສະຖຽນລະພາບ, ການດຳເນີນການຕາມວາລະການດັບປັບງົບປະມານໄລຍະຍາວ ແລະ ການດຸ່ນດ່ຽງນະໂຍບາຍການເງິນ ແມ່ນເງື່ອນໄຂທີ່ຈຳເປັນສຳລັບການກັບຄືນສູ່ການເຕີບໂຕແບບຍືນຍົງ”ອີງຕາມແຜນຍຸດທະສາດ ຊຶ່ງລົງນາມໂດຍປະທານາທິບໍດີ Jair Bolsonaro ແລະ ລັດຖະມົນຕີກະຊວງເສດຖະກິດ Paulo Guedes,

ຫຼັງເກີດຄວາມເສຍຫາຍທາງການເງິນ ຈາກການລະບາດຂອງພະຍາດ COVID-19 “ຖ້າການປະຕິຮູບທີ່ຈຳເປັນບໍ່ໄດ້ຮັບການຈັດຕັ້ງປະຕິບັດ ໂອກາດທີ່ຈະເກີດວິກິດການເງິນ ແລະ ວິກິດການເຕີບໂຕທາງເສດຖະກິດໃນຊຸມປີຕໍ່ໜ້າຈະເພີ່ມຂຶ້ນຢ່າງຫຼວງຫຼາຍ.
ສະຖານະການຈຳລອງໃນການວິເຄາະຮູບແບບທີ່ສາມ ແລະ ອ່ອນທີ່ສຸດຂອງການບໍ່ມີການປັບຄ່າງົບປະມານ ຫຼືການປະຕິຮູບທີ່ເປັນມິດກັບຕະຫຼາດ ຈະເຮັດໃຫ້ເສດຖະກິດ ແລະ ການເງິນຂອງປະຊາຊົນເສຍຫາຍຢ່າງຮ້າຍແຮງ.