ຫົວໜ້າອົງການ WHO ເຂົ້າສູ່ການກັກໂຕ ສ່ຽງຕິດໂຄວິດ…

ຫົວໜ້າອົງການອະນາໄມໂລກ (WHO) ໄດ້ເຂົ້າສູ່ການກັກໂຕ ຫຼັງຈາກມີຄົນທີ່ທ່ານໄດ້ສຳພັດມີຜົນການທົດສອບຂອງ ໂຄວິດ-19 ທີ່ອອກມາເປັນບວກ.

ເມື່ອເຊື້ອໄວຣັດດັ່ງກ່າວໄດ້ແຜ່ລາມຢ່າງໄວວາໃນທົ່ວເອີຣົບ ແລະ ບ່ອນອື່ນໆ, Tedros Adhanom Ghebreyesus, ຢູ່ນະຄອນເຈນີວາ, ໄດ້ກ່າວຜ່ານ Twitter ສ່ວນຕົວ ໃນຕອນຄໍ່າວັນທີ 1 ພະຈິກ ຜ່ານມາ. ແຕ່ກໍໄດ້ເນັ້ນ ວ່າລາວບໍ່ມີອາການຫຍັງເກີດຂຶ້ນເລີຍ.

Tedros ກ່າວໃນ Twitter​ ຂອງລາວວ່າ “ຂ້ອຍໄດ້ຖືກກຳນົດວ່າເປັນກໍລະນີສົງໃສວ່າຕິດເຊື້ອ Covid-19 ຕໍ່ຈາກຜູ້ທີ່ໄດ້ຜົນທົດສອບອອກມາເປັນບວກ”.

Message from WHO Director-General Dr Tedros Adhanom Ghebreyesus - YMCA  International - World Alliance of YMCAs

ທ່ານກ່າວຕື່ມວ່າ “ຂ້າພະເຈົ້າສະບາຍດີ ແລະ ບໍ່ມີອາການຫຍັງ ແຕ່ຈະສືບຕໍ່ກັກກັນຕົວເອງໃຫ້ຄົບຕາມກຳນົດວັນໃນຕໍ່ໜ້າ, ໃຫ້ສອດຄ່ອງກັບລະບຽບການ@WHO ແລະ ຈະເຮັດວຽກຈາກເຮືອນ,”

ອີງຕາມຕົວເລກຈາກມະຫາວິທະຍາໄລ Johns Hopkins ກ່າວວ່າ: Tedros ໄດ້ຈັດຢູ່ໃນອັນດັບຕົ້ນໆໃນຄວາມພະຍາຍາມຕໍ່ສູ້ກັບໂລກລະບາດ Covid-19 ຂອງອົງການສາທາລະນະສຸກ ຂອງສະຫະປະຊາຊາດ , ຊຶ່ງໄດ້ເອົາຊີວິດຜູ້ຄົນ 1,2 ລ້ານຄົນ ແລະ ຕິດເຊື້ອຫຼາຍກວ່າ 46,6 ລ້ານຄົນ ໃນທົ່ວໂລກນັບຕັ້ງແຕ່ເກີດຂຶ້ນໃນປະເທດຈີນໃນທ້າຍປີທີ່ຜ່ານມາ.

UN Live United Nations Web TV - Dr. Tedros Adhanom (WHO) - Public Health  Systems (Geneva, 7 September 2020)


ທ່ານ Tedros ກ່າວເນັ້ນໃນ Twitter ວ່າ: “ມັນເປັນສິ່ງສຳຄັນຢ່າງຍິ່ງທີ່ພວກເຮົາທຸກຄົນຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບສຸຂະພາບ. ນີ້ແມ່ນວິທີທີ່ພວກເຮົາຈະທຳລາຍລະບົບຕ່ອງໂສ້ຂອງການແຜ່ລະບາດຂອງ Covid-19, ເພື່ອຈະສະກັດກັ້ນເຊື້ອໄວຣັດ ແລະ ປົກປ້ອງສຸຂະພາບ.”

Comments