ສະມາຄົມສົ່ງເສີມຊາກໍແມນ ໄດ້ຮັບໃບຢັ້ງຢືນຖິ່ນກຳເນີດຊາ…

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຖິ່ນກຳເນີດຊາກໍແມນ ໃຫ້ແກ່ສະມາຄົມສົ່ງເສີມຊາກໍແມນ ຂອງເມືອງຜົ້ງສາລີ ໃນວັນທີ 2 ພະຈິກ 2020 ຢູ່ແຂວງຜົ້ງສາລີ, ໂດຍມີ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ, ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມນຳ, ເຊິ່ງຕາງໜ້າຮັບໃບຢັ້ງຢືນຖິ່ນກຳເນີດຊາກໍແມນ ແລະ ໃບອະນຸຍາດນຳໃຊ້ກາໝາຍຖິ່ນກຳເນີດແຫ່ງຊາດ ທ່ານ ຄຳພັນ ຈັງຕິງຢົງ ປະທານສະມາຄົມສົ່ງເສີມຊາກໍແມນ.

ໂອກາດນີ້, ທ່ານ ຄຳຜອຍ ວັນນະສານ ແລະ ທ່ານ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕ່າງກໍໄດ້ມີຄຳເຫັນວ່າ: ການຈົດທະບຽນຢັ້ງຢືນຖິ່ນກຳເນີດຊາກໍແມນ ແນໃສ່ປົກປ້ອງຊື່ສຽງ ແລະ ອະນຸລັກຮັກສາຄຸນນະພາບ ທີ່ມີເອກະລັກສະເພາະຂອງຊາກໍແມນ ທີ່ມີປະຫວັດຄວາມເປັນມາອັນຍາວນານ ຕິດພັນກັບວັດທະນະທຳ ແລະ ວິຖີຊີວິດຂອງປະຊາຊົນ ເມືອງຜົ້ງສາລີ ມາໄດ້ຫລາຍສະຕະວັດແລ້ວ ແລະ ສົ່ງເສີມໃຫ້ມີການສືບທອດພູມປັນຍາທ້ອງຖິ່ນ ຈາກບັນພະບູລຸດສູ່ຄົນຮຸ່ນປັດຈຸບັນ ແລະ ໄດ້ຮັບການອະນຸລັກຕໍ່ໆໄປຢ່າງຢືນຍົງ.

ນໍ້າມັນທີ່ ຈຳ ເປັນ ສຳ ລັບຕຸ່ມ - ຂາຍສົ່ງນ້ ຳ ມັນທີ່ ຈຳ ເປັນ | ກິ່ນຫອມ

ພ້ອມນີ້, ຍັງຮຽກຮ້ອງມາຍັງສະມາຄົມສົ່ງເສີມຊາກໍແມນ ຈົ່ງຮ່ວມໃຈກັນຮັກສາພູມປັນຍາທ້ອງຖິ່ນແບບດັ່ງເດີມ ທີຕິດພັນກັບການຜະລິດຊາ, ຮັກສາຄວາມອຸດົມສົມບູນຂອງລະບົບນິເວດ ທີ່ຖືເປັນປັດໄຈຕົ້ນຕໍເຮັດໃຫ້ຊາກໍແມນ ມີເອກະລັກສະ ເພາະ ແລະ ມີຊື່ສຽງມາໄດ້ຫລາຍສະຕະວັດແລ້ວໃຫ້ຍືນຍົງຄົງຕົວ, ສົ່ງເສີມໃຫ້ຊາກໍແມນ ໃຫ້ເປັນທີ່ຮັບຮູ້ທັງພາຍໃນ ແລະ ຕ່າງປະເທດ ແນໃສ່ສ້າງມູນຄ່າເພີ່ມ ແລະ ກາຍເປັນແຫລ່ງທ່ອງທ່ຽວແບບອະນຸລັກ ແລະ ຂະຫຍາຍສະມາຊິກໃຫ້ທົ່ວເຖິງ, ພ້ອມທັງບໍລິຫານຄຸ້ມຄອງສະມາຄົມໃຫ້ເຂັ້ມແຂງ, ໝັ້ນຄົງ ແລະ ຍືນຍົງຕະຫລອດໄປ.

ปักพินในบอร์ด Laos ethnic cloth

ພິທີໃນຄັ້ງນີ້, ຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງຜົ້ງສາລີ ໃຫ້ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ໃນການກະກຽມການຈົດທະບຽນຖິ່ນກຳເນີດຊາກໍແມນ ໃຫ້ 2 ກົມກອງ ແລະ 14 ທ່ານ. ຈາກນັ້ນ, ຜູ້ເຂົ້າຮ່ວມງານ ໄດ້ເລາະຊົມຮ້ານວາງສະແດງສິນຄ້າ ທີ່ຜະລິດຈາກຊາກໍແມນ ແລະ ໄດ້ລົງຢ້ຽມຢາມເຂດການຜະລິດຊາ ຂອງສະມາຄົມສົ່ງເສີມຊາກໍແມນ ຕື່ມອີກ.

ແຫຼ່ງຂໍ້ມູນ: ຂປລ

Comments