ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫລວງ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນໃນປັດຈຸບັນນີ້, ພາຍຫລັງທີ່ມີສະມາຊິກສະພາແຫ່ງຊາດ (ສສຊ) ຫລາຍເຂດເລືອກຕັ້ງ ສົນໃຈບັນຫາການແກ້ໄຂຜົນຂອງການກວດກາ ຕາມຜົນຂອງການກວດສອບຂອງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເປັນຮູບປະທໍາໄດ້ມີມາດຕະການແນວໃດ, ຫລັງຈາກເຫັນວ່າ ຂອດແກ້ໄຂໄລຍະຜ່ານມາຍັງບໍ່ທັນເດັດຂາດເຂັ້ມງວດ, ເຊິ່ງສ່ວນຫລາຍມີແຕ່ການເກັບກູ້ຜົນເສຍຫາຍເກັບຄືນໃຫ້ລັດ ແຕ່ການແກ້ໄຂຕໍ່ການຈັດຕັ້ງ ແລະ ບຸກຄົນທີ່ລະເມີດບໍ່ໄດ້ຮັບການແກ້ໄຂຕາມກົດໝາຍ.

ທ່ານ ບຸນທອງ ຈິດມະນີ ກ່າວວ່າ: ການກວດກາຕາມຜົນຂອງການກວດສອບນັ້ນ ເປັນວຽກງານທີ່ມີຄວາມສັບສົນຫຍຸ້ງຍາກ ແລະ ຕ້ອງໃຊ້ເວລາໃນການສືບສວນ ຫລື ຊອກຫາຂໍ້ມູນຫລັກຖານ, ເຊິ່ງໃນໄລຍະຜ່ານມາ, ອົງການກວດກາລັດຖະບານ ໄດ້ເອົາໃຈໃສ່ກວດກາເປົ້າໝາຍຕາມຜົນກວດສອບຢ່າງເຂັ້ມງວດ, ສ່ວນການປະຕິບັດນັ້ນ ແມ່ນໄດ້ດໍາເນີນໄປໃນ 2 ວິທີ ຄື: ໄດ້ຮ່ວມກັບອົງການກ່ຽວຂ້ອງລົງເກັບກູ້ຄືນໂດຍກົງໃນພູດທີ່ພົບເຫັນ, ສ່ວນໜີ້ສີນຕ່າງໆ ແລະ ມູນຄ່າໂຄງການ ທີ່ອົງການຈັດຕັ້ງ ຫລື ບໍລິສັດທີ່ລະເມີດ ຫລື ສ້າງຄວາມເສຍຫາຍນັ້ນ ແມ່ນໄດ້ມອບໃຫ້ກະຊວງແຜນການ ແລະ ກະຊວງການເງິນຫັກລົບ ຫລື ລົບລ້າງອອກຈາກບັນຊີໂຄງການ ແລະ ວິທີສອງ ແມ່ນເມື່ອກວດກາສໍາເລັດແລ້ວ ມອບໃຫ້ອົງການກ່ຽວຂ້ອງ ເປັນຜູ້ແກ້ໄຂຕາມກົດໝາຍ ຕ້ານການສໍ້ລາດບັງຫລວງ ແລະ ກົດໝາຍການກວດກາລັດ, ເຊິ່ງຜ່ານມາກໍມີບາງອົງການ ແລະ ພະນັກງານຈໍານວນໜຶ່ງ ລະເມີດລະບຽບແຜນການ-ແຜນງົບປະ ມານ ແລະ ຈໍານວນໜຶ່ງຖືກດໍາເນີນລະບຽບວິໄນ ນັບແຕ່ຂັ້ນສຶກສາອົບຮົບ, ກ່າວເຕືອນ ໄປຈົນຮອດດໍາເນີນຄະດີທາງອາຍາ.
ແຫຼ່ງຂໍ້ມູນ: ປະເທດລາວ