ຫັດຖະກຳແຜ່ນແຜ ຍ້ອມສີເປືອກດູ່ ລາຍດອກນໍ້າໄຫຼ ໄດ້ຖືກຮັບຮອງເປັນສິນຄ້າ ODOP….

ຫັດຖະກຳແຜ່ນແພຜ້າຝ້າຍທຳມະຊາດ ຍ້ອມສີເປືອກດູ່ ລາຍລື້ນາອອນ-ດອນເຟືອງ ບ້ານໃໝ່ໜອງຊາງ ເມືອງຊຽງຮ່ອນ ເປັນຜະລິດຕະພັນທີ່ເຮັດດ້ວຍຝ້າຍໂດຍຜ່ານກຳມະວິທີຍ້ອມສີດ້ວຍທຳມະຊາດ ມີລວດລາຍດັ່ງເດີ່ມ ແລະ ລວດລາຍປະຍຸກໃໝ່ ທີ່ເປັນເອກະລັກຄື: ລາຍດອກນໍ້າໄຫຼ ເປັນອີກໜຶ່ງຜະລິດຕະພັນຂອງ ແຂວງໄຊຍະບູລີ ທີ່ໄດ້ຮັບຮອງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ (ODOP) ຢ່າງເປັນທາງການ ໃນວັນທີ 31 ຕຸລາ 2020 ນີ້ ໂດຍການເຂົ້າເປັນປະທານຂອງທ່ານ ຄຳໄຊເລົາ ລືເຕຊາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີທ່ານ ບຸນລ້ວນ ຊົມສີຫາປັນຍາ ເຈົ້າເມືອງໆຊຽງຮ່ອນ ພ້ອມດ້ວຍບັນດາອຳນາດການປົກຄອງເມືອງ, ແຂກຖືກເຊີນ, ອຳນາດການປົກຄອງບ້ານ ແລະ ຫົວໜ່ວຍທຸລະກິດ ຕະຫຼອດຮອດມວນຊົນພາຍໃນເມືອງເຂົ້າຮ່ວມ.

ທ່ານ ສີເມືອງ ອິນທະວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຊຽງຮ່ອນ ກ່າວໃນພິທີວ່າ: ການຊຸກຍູ້ສົ່ງເສີມ ແລະ ປະເມີນຫົວໜ່ວຍດັ່ງກ່າວ ເຫັນວ່າຄົບຕາມມາດຖານ ແລະ ເງື່ອນໄຂຂອງກະຊວງອຸດສາຫະກຳ ແລະ ການຄ້າວາງອອກ ຈາກນັ້ນ ຈຶ່ງໄດ້ສະເໜີພາກສ່ວນທີ່ກ່ຽວຂ້ອງພິຈາລະນາອອກໃບອະນຸຍາດໃຫ້ ກຸ່ມຫັດຖະກຳຕໍ່າແຜ່ນແພຜ້າຝ້າຍທຳມະຊາດຍ້ອມສີເປືອກດູ່ ລາຍລື້ນາອອນ-ດອນເຟືອງ ບ້ານໃໝ່ໜອງຊາງ ເມືອງຊຽງຮ່ອນ ນຳໃຊ້ກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ.

ຈຸດເດັ່ນຂອງຜະລິດຕະພັນ ເປັນຜະລິດຕະພັນທີ່ເຮັດດ້ວຍຝ້າຍໂດຍຜ່ານກຳມະວິທີຍ້ອມສີດ້ວຍທຳມະຊາດທີ່ເປັນເອກະລັກ ໂດຍສະເພາະແມ່ນຜະລິດຕະພັນ ແຜ່ນແພຕົບແຕ່ງປະດັບ ແລະ ໃຊ້ສອຍປະຈຳວັນ ເຊິ່ງເປັນທີ່ຍອມຮັບຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ຈຸດເດັ່ນອີກດ້ານໜຶ່ງ ແມ່ນວັດຖຸດິບທີ່ເອົາມາຜະລິດລ້ວນແຕ່ເປັນວັດຖຸດິບຈາກພາຍໃນເຊັ່ນ: ຝ້າຍ, ສ່ວນສີ ສາມາດຊອກຫາໄດ້ຕາມທຳມະຊາດ ໂອກາດນີ້ ທ່ານ ຄຳໄຊເລົາ ລືເຕຊາ ຮອງຫົວໜ້າພະແນກ ອຸດສາຫະກຳແລະ ການຄ້າ ແຂວງໄຊຍະບູລີ ໄດ້ມອບໃບຢັ້ງຍືນ ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດຢ່າງເປັນທາງການ.

ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນເປັນເຈົ້າການຊຸກຍູ້ສົ່ງເສີມ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ຫົວໜ່ວຍດັ່ງກ່າວໄດ້ຮັບການພັດທະນາ ແລະ ເຂັ້ມແຂງຂື້ນກ່າວເກົ່າ ພ້ອມທັງ ສືບຕໍ່ຕິດຕາມສົ່ງເສີມຫົວໜ່ວຍທຸລະກິດຢູ່ພາຍໃນເມືອງ ເພື່ອສ້າງໃຫ້ແຕ່ລະຫົວໜ່ວຍໄດ້ຮັບ ກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນໃຫ້ເພີ່ມຫລາຍຂື້ນ.

ແຫຼ່ງຂໍ້ມູນ: ວສລ

Comments