ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ? 💳 ໃນກໍລະນີທີ່ບັດ ATM ຂອງທ່ານ ຖືກຕູ້ກືນ ທ່ານຄວນປະຕິບັດ ຕາມຂັ້ນຕອນລຸ່ມນີ້: 1️⃣ ໂທຫາພະນັກງານ ຕາມເບີສາຍດ່ວນທີ່ຕິດໜ້າຕູ້ ATM: ແຈ້ງຊື່-ນາມສະກຸນ ແລະ ເບີໂທລະສັບ ຂອງເຈົ້າຂອງບັດ;ເລກລະຫັດຕູ້ ATM;ວັນທີ ທີ່ໃຊ້ຕູ້ ATM. 2️⃣ ລໍຖ້າພະນັກງານ ຕິດຕໍ່ຫາທ່ານ: ເພື່ອນັດໝາຍວັນເວລາ ໃຫ້ລູກຄ້າມາຮັບເອົາບັດ ATM ຄືນ. 3️⃣ ຫຼັງຈາກທ່ານໄດ້ຮັບແຈ້ງຈາກ ທພລ ທ່ານສາມາດໄປຮັບບັດ ATM ທີ່ຈຸດບໍລິການທີ່ທ່ານໄດ້ໂທແຈ້ງໄປເບື້ອງຕົ້ນ: ພ້ອມດ້ວຍເອກະສານຢັ້ງຢືນຕົວຕົນ ເຊັ່ນ: ບັດປະຈຳຕົວ ຫຼື ພາສປອດ ຫຼື ສຳມະໂນຄົວ.
Read More »News
ກຽມເຊື່ອມຕໍ່ທາງລົດໄຟລາວ-ຈີນ (ວຽງຈັນໃຕ້-ທ່າບົກທ່ານາແລ້ງ) ພາຍໃນເດືອນມິຖຸນາ ປີນີ້
ນັບແຕ່ເປີດບໍລິການຢ່າງເປັນທາງການໃນວັນທີ 4 ທັນວາ 2021 ມາຮອດເດືອນເມສາ 2022, ທ່າບົກທ່ານາແລ້ງຢູ່ນະຄອນຫລວງວຽງຈັນ ໄດ້ບໍລິການຂົນສົ່ງສິນຄ້າຜ່ານລົດໄຟລາວ-ຈີນ ແລ້ວ 11.000 ຕູ້ ແລະ ພາຍໃນທ້າຍເດືອນມິຖຸນາ ປີນີ້ ຈະເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ. ໃນຈໍານວນສິນຄ້າ 11.000 ຕູ້, 80% ແມ່ນເປັນສິນຄ້າຜ່ານແດນ ເຊີ່ງເປັນສິນຄ້າຈາກ ສປ ຈີນ ຜ່ານລາວໄປໄທ, ມຽນມາ, ກໍາປູເຈຍ, ຫວຽດນາມ ແລະ ມາເລເຊຍ. ໃນນີ້, ສ່ວນໃຫຍ່ແມ່ນສິນຄ້າອຸດສາຫະກໍາ ເປັນຕົ້ນ: ເຄື່ອງອຸປະກອບອີເລັກໂຕຣນິກ, ປຸ໋ຍ, ຊີ້ນສ່ວນປະ ກອບເຄື່ອງໃຊ້ໄຟຟ້າ, ສິນຄ້າຕັດຫຍິບ ແລະ ແຜ່ນແພ. ສ່ວນທີ່ເຫລືອແມ່ນການບໍລິການຂົນສົ່ງສິນຄ້າຈາກລາວ ແລະ ໄທ ໄປຈີນ, ໃນນີ້ ສະເພາະສິນຄ້າຈາກລາວສ່ວນໃຫຍ່ແມ່ນສົ່ງອອກແຮ່ເຫລັກ, ແປ້ງມັນຕົ້ນ, ຢາງພາລາ, ໝາກໄມ້ ແລະ ແຮ່ທາດ ອື່ນໆ, ສ່ວນສິນຄ້າຈາກໄທ ສ່ວນໃຫຍ່ແມ່ນການສົ່ງອອກ ເຂົ້າ, ໝາກໄມ້ ແລະ ຢາງພາລາ. ...
Read More »ການຈອງຖ້ຽວບິນ “ທ່ອງທ່ຽວ-ທຸລະກິດ” ທົ່ວໂລກເພີ່ມຂຶ້ນສູງ
ການຈອງຖ້ຽວບິນ “ທ່ອງທ່ຽວ-ທຸລະກິດ” ທົ່ວໂລກເພີ່ມຂຶ້ນສູງ ເປັນສັນຍານດີສຳລັບອຸດສະຫະກຳການເດີນທາງ. ສະຖາບັນເສດຖະກິດ ມາສເຕີກາດ ໄດ້ເຜິຍແຜ່ບົດລາຍງານການທ່ອງທ່ຽວ 2022 ດ້ານທ່າອ່ຽງ ແລະ ການຫັນປ່ຽນ (Travel 2022: Trends & Transitions) ໂດຍລະບຸວ່າ ຫຼັງຈາກການວິເຄາະຕະຫຼາດ 37 ແຫ່ງທົ່ວໂລກພົບວ່າ ໃນທ້າຍເດືອນມີນາ 2022 ການເດີນທາງຂ້າມປະເທດເພີ່ມຂຶ້ນລະດັບດຽວກັບໃນໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງເປັນຈຸດໝາຍສຳຄັນສຳລັບອຸດສາຫະກຳການເດີນທາງ. ຖ້ຽວບິນເພື່ອການພັກຜ່ອນ ແລະ ເພື່ອທຸລະກິດ ເພີ່ມຂຶ້ນສູງສຸດນັບຕັ້ງແຕ່ປີ 2019 ຊຶ່ງຖືວ່າເປັນການເພີ່ມຂຶ້ນຄັ້ງທຳອິດຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານ ເດວິດ ແມນ ຫົວໜ້ານັກເສດຖະສາດຝ່າຍກິດຈະການອາຊີ-ປາຊີຟິກ, ຕາເວັນອອກກາງ ແລະ ອາຟຣິກາໃຕ້ຂອງສະຖາບັນເສດຖະກິດ ມາສເຕີກາດ ກ່າວວ່າ ອຸດສາຫະກຳການເດີນທາງມີທ່າອ່ຽງຟື້ນໂຕ ບົດລາຍງານຂອງ ມາສເຕີກາດ ລະບຸວ່າ ການຈອງຖ້ຽວບິນທົ່ວໂລກເພື່ອການພັກຜ່ອນນັ້ນເພີ່ມຂຶ້ນ 25% ໃນເດືອນເມສາ ສູງກວ່າໃນໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ແຮງໜູນມາຈາກຖ້ຽວບິນໄລຍະໃກ້ ແລະ ໄລຍະກາງ ຊຶ່ງປັບໂຕສູງຂຶ້ນກວ່າໃນໄລຍະດຽວກັນຂອງປີ 2019. ນອກຈາກນີ້, ຈຳນວນການຈອງຖ້ຽວບິນທຸລະກິດກໍປັບໂຕຂຶ້ນເຊັ່ນດຽວກັນ ໂດຍໃນທ້າຍເດືອນມີນາ 2022 ຈຳນວນການຈອງຖ້ຽວບິນທຸລະກິດເພີ່ມຂຶ້ນສູງກວ່າລະດັບໃນປີ 2019 ເປັນຄັ້ງທຳອິດນັບຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19. ຂໍ້ມູນ: ...
Read More »ຄາດວ່າເສດຖະກິດຂອງອາຊີຕາເວັນອອກສຽງໃຕ້ມີທ່າອ່ຽງຂະຫຍາຍໂຕສູງຂຶ້ນ 5,2% ໃນປີ 2023.
ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນສະໄໝພິເສດປີ 2022 ທີ່ກຳປູເຈຍເປັນ ປະທານ ໄດ້ຈັດຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍ ໂດຍຄາດວ່າ, ຈັງຫວະການ ເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກສຽງໃຕ້ໃນປີນີ້ຈະບັນລຸເຖິງ 4,9% ແລະປີ 2023 ຈະບັນລຸ 5,2%. ກອງປະຊຸມເຫັນວ່າ: ເສດຖະກິດທົ່ວໂລກໄດ້ປ່ຽນແປງຢ່າງວ່ອງໄວ ເຊິ່ງ ໄດ້ນຳເອົາໂອກາດ ແລະ ສິ່ງທ້າທາຍໃໝ່ມາໃຫ້ແກ່ພາກພື້ນ. ເຕັກນິກດີຈີຕອນ ແລະ ການພັດທະນາແບບຍືນຍົງ ພວມກາຍເປັນພະລັງຂັບເຄື່ອນໃໝ່ສຳລັບການເຕີບໂຕ ຂອງອາຊຽນໃນອະນາຄົດ. ນອກນີ້, ກອງປະຊຸມໄດ້ເນັ້ນໜັກວ່າ, ອາຊຽນຕ້ອງສືບຕໍ່ ຮັກສາສະຕິລະວັງຕົວ ແລະ ສືບຕໍ່ເລັ່ງຂະບວນການຟື້ນຟູຢ່າງຮອບດ້ານຂອງອາຊຽນ ເພື່ອຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກ ແລະ ຮັບປະກັນໃຫ້ເສດຖະກິດອາຊຽນ ສາມາດຟື້ນຟູໄດ້ດີກວ່າເກົ່າ ແລະ ແຂງແຮງກວ່າເກົ່າ. ຂໍ້ມູນ: ທະນາຄານ ມາຣູຮານ ເຈເເປນ ລາວ
Read More »ຫາລື ກ່ຽວກັບການສ້າງຕັ້ງສະມາຄົມ ປົກປ້ອງຜູ້ຊົມໃຊ້
ຫາລື ກ່ຽວກັບການສ້າງຕັ້ງສະມາຄົມ ປົກປ້ອງຜູ້ຊົມໃຊ້ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳ. ວັນທີ 20 ພຶດສະພາ 2022, ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບ ກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຈັດກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ຄຳແນະນຳ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະມາຄົມປົກປ້ອງຜູ້ຊົມໃຊ້ ເລກທີ 0707/ອຄ.ກຄພນ, ລົງວັນທີ 30 ກໍລະກົດ 2020. ແນໃສ່ໃຫ້ຜູ້ເຂົ້າຮ່ວມໄດ້ຊ່ວຍໃນການເຜີຍແຜ່ ແລະ ກ້າວໄປເຖິງການປຸກລະດົມ ແລະ ຊຸກຍູ້ບັນດາສະມາຄົມ, ມູນນິທິ, ຜູ້ຊົງຄຸນວຸດທິ ຫລື ບຸກຄົນທົ່ວໄປ ທີ່ມີຄວາມສົນໃຈ ແລະ ມີມາດຖານເງື່ອນໄຂພຽງພໍ ໄດ້ພິຈາລະນາຄົ້ນຄວ້າສ້າງຕັ້ງສະມາຄົມປົກປ້ອງຜູ້ຊົມໃຊ້ຂຶ້ນໃນອະນາຄົດ. ກອງປະຊຸມໃນຄັ້ງນີ້ແມ່ນ: ມີຈຸດປະສົງເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໂດຍລວມ ກ່ຽວກັບ ວຽກງານການປົກປ້ອງຜູ້ຊົມໃຊ້, ການແກ້ໄຂຂໍ້ຂັດແຍ່ງ ລະຫວ່າງ ຜູ້ສະໜອງ ແລະ ຜູ້ຊົມໃຊ້ ກໍຄືການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງຜູ້ຊົມໃຊ້ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ...
Read More »ຊີເກມ ຄັ້ງທີ 31 ທັບນັກກິລາລາວ ຄວ້າໄດ້ທັງໝົດ 42 ຫຼຽນ 2ຫຼຽນຄຳ, 7ຫຼຽນເງິນ, 33ຫຼຽນທອງ.
ໃນມະຫະກໍາກິລາຊີເກມ ຄັ້ງທີ 31 ຈັດຂຶ້ນທີ່ ສສ ຫວຽດນາມ, ທັບນັກກິລາລາວສາມາດຍາດມາໄດ້ 42 ຫລຽນ ໃນນັ້ນຫລຽນຄໍາ 2 ຫລຽນ, ຫລຽນເງິນ 7 ຫລຽນ ແລະ ຫລຽນທອງ 33 ຫລຽນ.ສໍາລັບ ຫລຽນຄໍາ ແມ່ນໄດ້ຈາກກິລາ ໂວວີນາມ ປະເພດຟ້ອນດາບຄູ່ຍິງ ນາງ ພິກສະໄໝ ອິນສຸມັງ ແລະ ນາງ ມາລາ ຈັນທະລັກສາ ແລະ ປະເພດຟ້ອນດ່ຽວຊາຍ (ກະບອງ) ທ້າວ ໄພລັດ ທຳມະວົງສາ. ສ່ວນ ຫລຽນເງິນ 7 ຫລຽນ ໄດ້ຈາກນັກກິລາໂວວີນາມ ປະເພດຕໍ່ສູ້ຮຸ່ນນໍ້າໜັກ 60 ກິໂລ, ນັກກິລາກາຣາເຕໂດ ຮຸ່ນນໍ້າໜັກ 84 ກິໂລ, ກິລາເປຕັງ ຊຸດຕີ້ງຍິງ, ທີມຊຸດປະສົມ ຍິງ 2 ຊາຍ 1, ກິລາຢູໂດ ຄູ່ຍິງ, ກິລາກະຕໍ້ ຄູ່ຍິງ ແລະ ...
Read More »ທີມນັກກິລາຍິງປືນສາວ ທີມຊາດລາວ ໄດ້ຫຼຽນທອງ ລາຍການ ຣັນນິ້ງທາເກັດ ຮ່າໂນ້ຍ ເກມ.
ທີມນັກກິລາຍິງປືນສາວທີມຊາດລາວ ປະເພດປືນຣັນນິ້ງທາເກັດ ທີມຍິງ ອະດີດ 2 ຫຼຽນຄຳ ວຽງຈັນ ເກມ 2009 ລົງແຂ່ງຂັນກິລາຍິງປືນ ລາຍການດັ່ງກ່າວ ໃນຮ່າໂນ້ຍ ເກມ ສາມາດຍາດໄດ້ອັນດັບທີ 3 ໄດ້ຫຼຽນທອງ ໃຫ້ທີມນັກກິລາລາວ. ສຳລັບຜົນງານຂອງທີມນັກກິລາຍິງປືນສາວ ທີມຊາດລາວ ໃນລາຍການ ຣັນນິ້ງທາເກັດ ປະເພດດ່ຽວ ແລະ ທີມຍິງ ສາມາດຍາດໄດ້ ຫຼຽນທອງ ພຽງລາຍການດຽວ ຈາກປະເພດທີມຍິງສ້າງຄະແນນໄດ້ 1.475 ຄະແນນ ໄດ້ທີ 3 ມາຄອງ ສ່ວນຫຼຽນຄຳຕົກເປັນຂອງນັກກິລາຈາກ ອິນໂດເນເຊຍ ຍິງໄດ້ ທັງໝົດ 1.600 ຄະແນນ ສ່ວນຫຼຽນເງິນ ແມ່ນ ຫວຽດນາມ 1.588 ຄະແນນ ແລະ ໄດ້ທີ 4 ກຳປູເຈຍ ຍິງໄດ້ 667 ຄະແນນ ບໍ່ໄດ້ຫຼຽນລາງວັນ. ຂໍ້ມູນ: ປະຊາຊົນ
Read More »ກະຕໍ້ທີມ 4 ຄົນຍິງ ຍາດໄດ້ຫຼຽນທອງ ຮ່າໂນ້ຍ ເກມ
ທີມນັກກິລາກະຕໍ້ທີມ 4 ຄົນຍິງ ປະກອບມີ ຮ້ອຍຕີ ນາງ ກ້ອຍ ໄຊຍະວົງ, ຮ້ອຍໂທ ນາງ ນໍຄໍາ ວົງໄຊ, ນາງ ສອນສະຫວັນ ແກ້ວສຸລິຍາ, ນາງ ນວນດໍາ ວໍລະບຸດ ແລະ ອອນອຸມາ ພະວິເສດ ສ້າງຜົນງານໄດ້ເພີ່ມອີກ 1 ຫຼຽນທອງ ລວມຜົນງານຍາດມາໄດ້ 1 ຫຼຽນເງິນ ຄູ່ຍິງ ແລະ ຫຼ້າສຸດ 1 ຫຼຽນທອງ ໃຫ້ທີມນັກກິລາກະຕໍ້ທີມຊາດລາວ ໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ຂ່າວ: ປະຊາຊົນ
Read More »ໃນເດືອນພຶດສະພາ ສປ. ຈີນ ນຳເຂົ້ານ້ຳມັນຈາກ ຣັດເຊຍ ເກືອບ 2ລ້ານຖັງ
ໃນເດືອນພຶດສະພາ ສປ. ຈີນ ນຳເຂົ້ານ້ຳມັນຈາກ ຣັດເຊຍ ເກືອບ 2ລ້ານຖັງ ນຳເຂົ້າ ຜ່ານການຂົນສົ່ງທາງທະເລ 1,1ລ້ານຖັງ ແລະແບບສົ່ງ ຜ່ານທໍ່ອີກປະມານ 800.000ຖັງ. ຈີນ ຊື້ນ້ຳມັນ ຈາກຣັດເຊຍ ໃນລາຄາ ຖືກກວ່າ ປະເທດອື່ນ ຄິດເປັນ ປະລິມານ ເກືອບ 2 ລ້ານຖັງ ໃນເດືອນ ພຶດສະພານີ້ ກວມເອົາ 15% ຂອງຄວາມຕ້ອງການນຳໃຊ້ ໃນຈີນ ໂດຍອີງຕາມ ຂໍ້ມູນຈາກບໍລິສັດ Vortesa Analytics ຊຶ່ງເປັນຜູ້ໃຫ້ບໍລິການວິເຄາະ ຂໍ້ມູນ ກ່ຽວກັບການຂົນສົ່ງນ້ຳມັນ ແລະ ອາຍແກັສ ສາກົນ ເມື່ອບໍ່ດົນມານີ້ ລະບຸວ່າ:ຈີນ ນຳເຂົ້າ ນ້ຳມັນ ຈາກຣັດເຊຍ ຜ່ານການຂົນສົ່ງທາງທະເລ 1,1ລ້ານຖັງ ຕໍ່ວັນ ໃນເດືອນພຶດສະພາ ເພີ່ມຈາກ 750.000 ຖັງຕໍ່ວັນ ໃນໄລຍະ ໄຕມາດທຳອິດ ແລະເພີ່ມຂຶ້ນຈາກ ສະຖິຕິ ວັນລະ 800.000 ຖັງຕໍ່ວັນ ເມື່ອປີກາຍ. ...
Read More »ສາລະວັນ ຈັດສົ່ງ 16 ອັດຖິຂອງທະຫານອາສາສະໝັກ ຊ່ຽວຊານຫວຽດນາມ ກັບຄືນປະເທດ
ແຂວງສາລະວັນ ໄດ້ຈັດພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມກັບຄືນປະເທດ ຈຳນວນ 16 ອັດຖິ ຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ກອງບັນຊາການທະຫານແຂວງ. ປັນຍາຊົນ ແລະ ມວນຊົນຊາວແຂວງສາລະວັນ ແລະ ຄະນະປະຕິບັດງານພິເສດແຂວງເຊກອງ ໄດ້ພ້ອມກັນມາເຕົ້າໂຮມເພື່ອໄຫວ້ອາໄລເຖິງດວງວິນຍານ ແລະ ຈັດສົ່ງອັດຖິ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຈໍານວນ 16 ອັດຖິ. ໃນນັ້ນ, ຂຸດຄົ້ນຈາກແຂວງເຊກອງໄດ້ 3 ອັດຖິ. ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ວາງພວງມະລາ ເພື່ອລະນຶກເຖິງຄວາມຮູ້ບຸນຄຸນຂອງພະນັກງານ – ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມໃນຄັ້ງນີ້, ພ້ອມນຳເອົາອັດຖິດັ່ງກ່າວຂຶ້ນສູ່ລົດ ແລະ ນຳສົ່ງກັບຄືນປະເທດຫວຽດນາມຢ່າງສົມກຽດ. ຜົນງານ ແລະ ຄຸນງາມຄວາມດີຂອງບັນດາສະຫາຍພະນັກງານ-ນັກຮົບ ຈະກາຍເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ລູກຫຼານຄົນຮຸ່ນຫຼັງໄດ້ຮໍ່າຮຽນ ແລະ ສືບທອດເອົາຊົ່ວກາລະນານ. ຂໍ້ມູນ: ປະຊາຊົນ
Read More »