ຄາດວ່າ ຈະມີເງິນໝູນວຽນໃນງານ ວາງສະແດງຜະລິດຕະພັນລາວ ປະຈໍາປີ 2023 ປະມານ 4 ຕື້ກີບ. ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການຈັດງານ ວາງສະແດງຜະລິດຕະພັນລາວ ປະຈໍາປີ 2023 (Made in Laos 2023) ວ່າ: ງານດັ່ງກ່າວຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-19 ກຸມພາ 2023 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ແລະ ຈະມີພິທີເປີດຢ່າງເປັນທາງການໃນຕອນບ່າຍວັນທີ 15 ກຸມພາ 2022. ການຈັດງານໃນຄັ້ງນີ້, ແມ່ນສະພາການຄ້າ ແລະ ອຸດສະຫະກໍາແຂວງຈໍາປາສັກ ເປັນເຈົ້າພາບ, ຊຶ່ງຈະໄດ້ມີການອອກແບບຕົກແຕ່ງຫ້ອງວາງສະແດງເປັນພິເສດ ເພື່ອສື່ໃຫ້ເຫັນເຖິງຮີດຄອງປະເພນີ, ຊີວິດການເປັນຢູ່ ແລະ ວັດທະນະທຳຕ່າງໆ ລວມເຖິງສະຖານທີ່ທ່ອງທ່ຽວ, ສິນຄ້າທີ່ເປັນທ່າແຮງ ແລະ ອື່ນໆ ພາຍໃຕ້ຄຳຂວັນ “ຟື້ນຟູເສດຖະກິດ ສົ່ງເສີມຜະລິດຕະພັນລາວ ກ້າວສູ່ສາກົນ”. ທ່ານກ່າວຕື່ມວ່າ: ພາຍໃນງານມີຫຼາຍກວ່າ 200 ຮ້ານ ທີ່ມາຈາກຜູ້ປະກອບການ 130 ຫົວໜ່ວຍທຸລະກິດ ...
Read More »News
ແຕ່ງຕັ້ງ ແລະ ຍົກຍ້າຍ ລັດຖະມົນຕີ 3 ກະຊວງ
ແຕ່ງຕັ້ງ ແລະ ຍົກຍ້າຍ ລັດຖະມົນຕີ 3 ກະຊວງ ໃນຕອນເຊົ້າວັນທີ 30 ມັງກອນ 2023 ອີງຕາມກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ຊຸດທີ 9 ປະຈໍາເດືອນມັງກອນ ປີ 2023 ໄດ້ຕົກລົງເຫັນດີ ຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ດັ່ງນີ້: 1. ຍົກຍ້າຍ – ຍົກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ໃໝ່ຢູ່ ແຂວງ ຫລວງນໍ້າທາ – ຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງ ການເງິນ ໄປຮັບໜ້າທີ່ໃໝ່ ຢູ່ແຂວງ ສະຫວັນນະເຂດ. – ຍົກຍ້າຍ ທ່ານ ດາວວົງ ພອນແກ້ວ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ຢູ່ ແຂວງສາລະວັນ. 2. ແຕ່ງຕັ້ງ – ແຕ່ງຕັ້ງ ...
Read More »ເຜີຍແຜ່ດຳລັດ ວ່າດ້ວຍຊັບສິນທີ່ຖືກຢຶດອາຍັດ ແລະ ຮິບເປັນຂອງລັດ.
ຄະນະຮັບຜິດຊອບຈາກກົມຄຸ້ມຄອງຊັບສິນແຫ່ງລັັດ ກະຊວງການເງິນ, ຈັດກອງປະຊຸມເຜີຍແຜ່ດຳລັດສະບັບເລກທີ 280/ລບ, ລົງວັນທີ 9 ສິງຫາ 2022 ວ່າດ້ວຍຊັບສີນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ ໃນວັນທີ 26-27 ມັງກອນ 2023 ທີ່ຫ້ອງວ່າກການປົກຄອງແຂວງບໍ່ແກ້ວ. ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື່, ຮອງລັດຖະມົນຕີກະຊວງຍຸຕິທຳ, ຮອງຫົວໜ້າຄະນະຮັບຜິດຊອບດຳລັດດັ່ງກ່າວ, ມີພາກສ່ວນກ່ຽວຂ້ອງຈາກສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກຍຸຕິທຳແຂວງ, ປກສ-ປກຊ ແຂວງ, ພະ ແນກການເງິນແຂວງ 8 ແຂວງຄື: ແຂວງບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ຫົວພັນ, ອຸດົມໄຊ, ຫລວງນ້ຳທາ, ຊຽງຂວາງ ແລະ ແຂວງຜົ້ງສາລີ ເຂົ້າຮ່ວມ. ໂອກາດນີ້, ທ່ານ ກົງຈີ ຢ່າງຈື່ ໄດ້ໃຫ້ຮູ້ວ່າ: ດໍາລັດ 280/ລບ ໄດ້ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ໃຫ້ເນື້ອໃນຖືກຕ້ອງສອດຄ່ອງໃຫ້ຫລາຍທີ່ສຸດໃນການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ, ລວມທັງຊັບສິນທີ່ສານຕັດສິນໃຫ້ລັດຄຸ້ມຄອງເພື່ອປົກປັກຮັກສາຂຶ້ນບັນຊີ, ...
Read More »ແຕ່ງຕັ້ງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ແຂວງສະຫວັນນະເຂດ ເປັນລັດຖະມົນຕີກະຊວງການເງິນ.
ກອງປະຊຸມຄະນະປະຈໍາສະພາແຫ່ງຊາດຊຸດທີ 9 ປະຈໍາເດືອນມັງກອນ 2023 ຈັດຂຶ້ນວັນທີ 30 – ເຫັນດີຍົກຍ້າຍ ແຕ່ງຕັ້ງ ລັດຖະມົນຕີກະຊວງການເງິນ ຍົກຍ້າຍທ່ານບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ .- ແຕ່ງຕັ້ງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ແຂວງສະຫວັນນະເຂດ ຮັບໜ້າທີ່ໃໝ່ເປັນລັດຖະມົນຕີກະຊວງການເງິນ #TargetMagazine
Read More »ຜູ້ນໍາຫວຽດນາມເຮັດໄດ້ແນວໃດ? ນໍາພາປະເທດເຕີບໂຕສວນທາງກັບວິກິດໂລກ
ນາຍົກ ຟ້າມ ມິງ ຈິງ ຜູ້ນໍາຫວຽດນາມ ມີແນວທາງບໍລິຫານປະເທດແນວໃດ ຈຶ່ງເຮັດໃຫ້ປະເທດເຕີບໂຕໄດ້ພາຍໃຕ້ວິກິດ? ເວົ້າໄດ້ວ່າ ອີກປະເທດໜຶ່ງທີ່ທົ່ວໂລກກໍາລັງຈັບຕາຄື “ຫວຽດນາມ” ເຊິ່ງປະເທດໄດ້ຮັບການຟື້ນຟູໄດ້ໄວຫຼາຍທັງດ້ານການທ່ອງທ່ຽວ, ການດຶງດູດການລົງທຶນເຊິ່ງຖືໄດ້ວ່າເປັນໂຕເລືອກອັນດັບຕົ້ນໆຂອງບັນດານັກລົງທຶນທົ່ວໂລກ ແລະ ໃນອະນາຄົດ ຫວຽດນາມ ໄດ້ຖືກເລັງເປົ້າ “ຈະກາຍເປັນໂຮງງານຜະລິດຂອງໂລກ” ທ່ານ ຟ້າມ ມິງ ຈິງ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ໃນວັນທີ 4 ເມສາ 2021 ການເລືອກຕັ້ງຄັ້ງນີ້ກໍເປັນກໍລະນີທີ່ໜ້າສົນໃຈຢ່າງຍິ່ງ ເນື່ອງຈາກວ່າເປັນຄັ້ງທໍາອິດທີ່ບໍ່ໄດ້ມາຈາກການສືບທອດຕໍາແໜ່ງ ເຊິ່ງປົກກະຕິແລ້ວຫວຽດນາມຈະເລືອກແບບການໄຕ່ເຕົ້າເຊັ່ນ ຜູ້ທີ່ຈະມາເປັນນາຍົກລັດຖະມົນຕີແມ່ນຕ້ອງໄດ້ເປັນຮອງນາຍົກລັດຖະມົນຕີມາກ່ອນ ຍົກເວັ້ນທ່ານ ທ່ານ ຟ້າມ ມິງ ຈິງ ແຕ່ທ່ານເຄີຍດຳລົງຕໍາແໜ່ງເປັນອະດີດປະທານຄະນະກຳມະການກາງພັກກອມມູນິດ, ອະດີດລັດຖະມົນຕີຜູ້ຊ່ວຍວ່າການກະຊວງຄວາມໝັ້ນຄົງສາທາລະນະ. ສໍາລັບແຜນພັດທະນາປະເທດທີ່ລັດຖະບານຫວຽດນາມໄດ້ເນັ້ນແມ່ນ ແຜນລົງທຶນດ້ານພັດທະນາໂຄງສ້າງພື້ນຖານເສດຖະກິດ ແລະ ຊັບພະຍາກອນມະນຸດຢ່າງຈິງຈັງ ເພື່ອໃຫ້ສອດຄ່ອງຮັບການເຕີບໂຕຂອງປະເທດທີ່ກ້າວໜ້າຢ່າງໄວວາ ໂດຍເນັ້ນບໍລິຫານການລະດົມ ແລະ ໃຊ້ຊັບພະຍາກອນທັງໝົດຢ່າງມີປະສິດທິພາບເພື່ອການພັດທະນາປະເທດ ເນັ້ນການສົ່ງເສີມພັດທະນາໂຄງສ້າງທາງກົນລະຍຸດ ໃຫ້ຄວາມສໍາຄັນກັບການປ່ຽນແປງທາງດິຈິຕອລ, ທຸ້ມພັດທະນາຊັບພະຍາກອນມະນຸດໃຫ້ເປັນຊັບພະຍາກອນທີ່ສໍາຄັນ ແລະ ເປັນແຮງຍູ້ໃນການສ້າງສາພັດທະນາປະເທດ ໂດຍເນັ້ນການປັບປຸງຄຸນນະພາບການເບິ່ງແຍງດ້ານສາທາລະນະສຸກ, ການສຶກສາ ແລະ ການເຝິກອົບຮົມ ໃຫ້ຄວາມສໍາຄັນກັບການພັດທະນາທັກສະຂອງຄົນໃນປະເທດໃຫ້ມີສັກກະຍາພາບສູງ ແລະ ມີຄວາມສາມາດ ແທນການເປັນແຮງງານດ້ອຍຝີມືທີ່ເນັ້ນຄ່າແຮງຖືກ ຂໍ້ມູນ: Reporter ...
Read More »CULTURAL CELEBRATIONS ASEAN-EU RELATIONS: 45 YEARS
HAPPY LUNAR NEW YEAR 2023
We wish you a year full of love and joy! We’re always ready to accompany you on the many incredible journeys ahead!
Read More »Easy booking with the Vietnam Airlines app
🎉 Download the Vietnam Airlines app now for a more convenient journey! There are thousands of features and promotions waiting for you:🔹 Find flights and easily buy tickets with handy color-coded cards🔹 Compare ticket prices with simple horizontal and vertical swipes🔹 High security with face and fingerprint identification features🔹 View and update Lotusmiles account information🔹 Successful payments in seconds🔹 Exclusive ...
Read More »ກະຊວງຍຸຕິທຳ ເລັ່ງແກ້ໄຂພະນັກງານ ປະຕິບັດຄໍາຕັດສິນຂອງສານ ທີ່ຂາດຈັນຍາບັນ-ຈັນຍາທຳ
ກະຊວງຍຸຕິທຳ ເລັ່ງແກ້ໄຂພະນັກງານ ປະຕິບັດຄໍາຕັດສິນຂອງສານ ທີ່ຂາດຈັນຍາບັນ-ຈັນຍາທຳ ທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາ ສສຊ ກ່ຽວກັບວຽກປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນ ເຫັນວ່າຍັງຊັກຊ້າ, ຍັງບໍ່ທັນບັນລຸຄາດໝາຍ 20% ຕາມມະຕິສະພາ; ຊຶ່ງເຮັດໃຫ້ຈໍານວນຄໍາຕັດສິນທີ່ໃຊ້ໄດ້ເດັດຂາດ ຄ້າງຄາເປັນຈຳນວນຫລາຍ. ໃນນັ້ນ, ຄຳຕັດສິນຂອງສານ 6 ເດືອນຕົ້ນປີ 2022 ມີທັງໝົດ 45.046 ເລື່ອງ (ແພ່ງ 9.487 ເລື່ອງ, ອາຍາ 35.559 ເລື່ອງ); ຄຳຕັດສິນເຂົ້າໃໝ່ 6 ເດືອນທ້າຍປີ 2022 ມີ 4.129 ເລື່ອງ (ແພ່ງ 831 ເລື່ອງ, ອາຍາ 3.298 ເລື່ອງ) ລວມ 49.175 ເລື່ອງ (ແພ່ງ 10.318 ເລື່ອງ, ອາຍາ 38.857 ເລື່ອງ) ປະຕິບັດຄຳຕັດສິນສຳເລັດ ຈຳນວນ 1.068 ເລື່ອງ (ແພ່ງ 514 ...
Read More »ລາວຈະກາຍເປັນຈຸດເຊື່ອມຕໍ່ທີ່ສໍາຄັນລະຫວ່າງອາຊຽນກັບຣັດເຊຍ
ລາວຈະກາຍເປັນຈຸດເຊື່ອມຕໍ່ທີ່ສໍາຄັນລະຫວ່າງອາຊຽນກັບຣັດເຊຍ. ຜົນຕອບຮັບດີເກີນຄາດ ສາຍການບິນລາວ-ຣັດເຊຍ ທີ່ຫາກໍເປີດໃຫ້ບໍລິການໃນຊ່ວງເດືອນຕຸລາທີ່ຜ່ານມາ ຫຼ້າສຸດໄດ້ມີແຈ້ງການໃຫ້ເພີ່ມຖ້ຽວບິນເປັນ 2 ຖ້ຽວ/ອາທິດ ຍ້ອນມີຜູ້ໂດຍສານຫຼາຍ ແລະ ເພື່ອຕອບສະໜອງໃຫ້ພຽງພໍ. ສາຍການບິນຂອງຣັດເຊຍເບິ່ງປະເທດລາວເປັນສູນກາງພາກພື້ນທີ່ມີທ່າແຮງໃໝ່, ຍ້ອນການພັດທະນາສາກົນມີຈັງຫວະຢ່າງຕໍ່ເນື່ອງ, ອີງຕາມເຈົ້າໜ້າທີ່ບໍລິສັດກ່າວວ່າ.“ ປະເທດລາວໃນປັດຈຸບັນແມ່ນສູນກາງທ່າແຮງໃໝ່ຂອງສາຍການບິນ, ຜູ້ຈັດການລະດັບສູງຂອງບໍລິສັດສາຍການບິນ Ural ໄດ້ກ່າວໃຫ້ສໍາພາດກັບວຽງຈັນທາມໃນວັນທີ 19 ທັນວານີ້ວ່າ “ທ່ານໄດ້ສົນທະນາກ່ຽວກັບຍຸດທະສາດທຸລະກິດ ແລະ ປະສິດທິພາບຂອງຖ້ຽວບິນ Vladivostok-Vientiane ຄັ້ງທໍາອິດຂອງລາວ, ນະໂຍບາຍຂອງລັດຖະບານລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລນີ້ ກາຍເປັນປະເທດເຊື່ອມຕໍ່ທາງບົກ ແລະ ການຈຳກັດຖ້ຽວບິນຈາກຣັດເຊຍ ໄປຍັງອາຊຽນ ໄດ້ເປີດໂອກາດອັນດີໃຫ້ແກ່ບໍລິສັດດັ່ງກ່າວ ໃນການເປີດເສັ້ນທາງເຊື່ອມຕໍ່ຣັດເຊຍ-ລາວ…” ນອກຈາກການສົ່ງເສີມການແລກປ່ຽນນັກທ່ອງທ່ຽວລາວ-ຣັດເຊຍ ແລ້ວ, ຄາດວ່າຈະມີຜູ້ໂດຍສານສາກົນທີ່ຕ້ອງການເດີນທາງຈາກປະເທດອາຊຽນໄປຣັດເຊຍ ແລະ ທາງກົງກັນຂ້າມມີຜູ້ໂດຍສານຈາກຫວຽດນາມ, ໄທແລະ ປະເທດອື່ນໆສາມາດຂຶ້ນຍົນທີ່ ນະຄອນຫຼວງວຽງຈັນໄດ້. ທີ່ມາ: ແອໂຣລາວ AEROLAOS #TargetMagazine
Read More »