Lao Toyota Service ສະຫຼອງຜົນສຳເລັດອັນຍິ່ງໃຫຍ່ ຄົບຮອບ 30 ປີ

ວັນທີ 15 ຕຸລາ 2022 ບໍລິສັດ Lao Toyota Service ໄດ້ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງ ຄົບຮອບ 30 ປີ ຢ່າງຍິ່ງໃຫຍ່ ທີ່ໂຮງແຮມ ແລນມາກ ເຊີ່ງບັນຍາກາດພາຍໃນງານ ເຕັມໄປດ້ວຍຄວາມມ່ວນຊື່ນ ອົບອຸ່ນ ແລະ ສາມະຄີພາຍໃນ ຄອບຄົວ ລາວ ໂຕໂຢຕ້າ ບໍລິການ.

ຕະຫລອດໄລຍະ 30 ປີຜ່ານມາ, ບໍລິສັດ ລາວ ໂຕໂຢຕ້າ ບໍລິການ ສາມາດຂາຍລົດສະສົມໄດ້ທັງໝົດຫລາຍກວ່າ 47.000 ຄັນ, ພ້ອມທັງ ໄດ້ປະກອບສ່ວນຊ່ວຍເຫລືອດ້ານຕ່າງໆໃຫ້ແກ່ພາກລັດ, ເອກະຊົນ ແລະ ສັງຄົມຢ່າງຕໍ່ເນື່ອງ.

ຈະມຸ່ງໝັ້ນສືບຕໍ່ ບໍລິການຮັບໃຊ້ສັງຄົມ ຄຽງຄູ່ກັບຄວາມມຸ່ງໝັ້ນ, ຮັກສາສະພາບແວດລ້ອມ, ດຳເນີນວຽກງານດ້ວຍຄວາມໂປ່ງໃສ, ຍົກລະດັບເຕັກນິກ-ມາດຕະຖານ ແລະ ປັບຕົວເຂົ້າກັບຍຸກສະໃໝ່.

#30thyearslaotoyotaservice

#Laotoyotaservice

#ຄຽງຄູ່ສັງຄົມລາວ

#TargetMagazine

#SmartEventOrganizer

Comments