ມາອຸດໜຸນ ຫຼືທ່ຽວຊົມ ສິນຄ້າຫັດຖະກຳ ສີໄມ້ລາຍມືຂອງຄົນລາວເຮົາແນ່ເດີ້!

ມາອຸດໜຸນ ຫຼືທ່ຽວຊົມ ສິນຄ້າຫັດຖະກຳ ສີໄມ້ລາຍມືຂອງຄົນລາວເຮົາແນ່ເດີ້!

ທີ່ສູນການຄ້າລາວ-ໄອເຕັກ ວັນທີ 17-23/10ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ໄດ້ໄຂຂຶ້ນຢູ່ສູນການຄ້າລາວ-ໄອເຕັກ ແຕ່ວັນທີ 17-23 ຕຸລາ 2022 ເພື່ອສະເຫລີມສະຫລອງ ວັນຫັດຖະກໍາລາວ (1 ພະຈິກ) ທີ່ຈະມາເຖິງນີ້ ແລະ ວັນສ້າງຕັ້ງສະມາຄົມຫັດຖະກຳລາວ ຄົບຮອບ 25 ປີ ໂດຍການເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແລະ ອີກຫຼາຍພາກສ່ວນ.

ງານມະຫາກຳສີມືຫັດຖະກຳລາວຄັ້ງນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ: “ສືໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ ສະເໜ່ຜ້າບ່ຽງລາວ” ເພື່ອສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົມ ທ່ຽວຊື້ ໄດ້ພົບ-ໄດ້ເຫັນຄວາມຫລາກຫລາຍຂອງເຄື່ອງຫັດຖະກຳລາວ, ພ້ອມນີ້ ຍັງເປັນການເຕົ້າໂຮມຄວາມສາມັກຄີ ບັນດາຊາວຊ່າງຫັດຖະ ກຳ ແລະ ສົ່ງເສີມເຄື່ອງຫັດຖະກຳ ທີ່ມີລັກສະນະເປັນມູນເຊື້ອ ແລະ ສົ່ງເສີມພູມປັນຍາຫັດຖະກໍາຂອງທຸກທ້ອງຖິ່ນໃນຂອບເຂດທົ່ວປະເທດ

.ຂ່າວ-ພາບ: ຂປລ

ພາບ: Boutsaya Saya

#TargetMagazine

Comments